ເຢເຣມີຢາ 45:1-5

  • ພະ​ເຢໂຫວາ​ສົ່ງ​ຂ່າວ​ຫາ​ບາຣຸກ (1-5)

45  ໃນ​ປີ​ທີ 4 ທີ່​ເຢໂຮຢາກີມ+​ລູກ​ຊາຍ​ຂອງ​ໂຢ​ສີ​ຢາ​ເປັນ​ກະສັດ​ປົກຄອງ​ຢູດາ ຕອນ​ທີ່​ບາຣຸກ​ລູກ​ຊາຍ​ຂອງ​ເນຣີ​ຢາ​ຂຽນ​ມ້ວນ​ໜັງສື​ຕາມ​ທີ່​ເຢເຣມີຢາ​ບອກ​ໃຫ້​ລາວ​ຂຽນ+ ຜູ້​ພະຍາກອນ​ເຢເຣມີຢາ​ເວົ້າ​ກັບ​ບາຣຸກ​ວ່າ:+  “ບາຣຸກ​ເອີ້ຍ ນີ້​ແມ່ນ​ສິ່ງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ກ່ຽວ​ກັບ​ເຈົ້າ. ເພິ່ນ​ບອກ​ວ່າ  ‘ເຈົ້າ​ເວົ້າ​ວ່າ “ຂ້ອຍ​ບໍ່​ໄຫວ​ແລ້ວ ຍ້ອນ​ຂ້ອຍ​ເຈັບ​ປວດ​ຢູ່ ແຕ່​ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ຂ້ອຍ​ໂສກເສົ້າ​ຕື່ມ​ອີກ. ຂ້ອຍ​ຮ້ອງ​ໄຫ້​ຈົນ​ບໍ່​ມີ​ແຮງ​ແລ້ວ ແລະ​ຂ້ອຍ​ຢູ່​ບໍ່​ເປັນ​ສຸກ​ເລີຍ.”’  ເຈົ້າ​ຕ້ອງ​ເວົ້າ​ກັບ​ລາວ​ວ່າ ‘ພະ​ເຢໂຫວາ​ເວົ້າ​ວ່າ “ເບິ່ງ​ແມ້! ທົ່ວ​ແຜ່ນດິນ​ນີ້​ທຸກ​ສິ່ງ​ທີ່​ເຮົາ​ໄດ້​ສ້າງ ເຮົາ​ຈະ​ມ້າງ​ຖິ້ມ ແລະ​ທຸກ​ຢ່າງ​ທີ່​ເຮົາ​ໄດ້​ປູກ ເຮົາ​ຈະ​ຫຼົກ​ຖິ້ມ.+  ແຕ່​ເຈົ້າ​ກຳລັງ​ຊອກ​ຫາ*​ຄວາມ​ສຳເລັດ*​ໃຫ້​ໂຕເອງ. ໃຫ້​ເຈົ້າ​ເຊົາ​ເຮັດ​ແນວ​ນັ້ນ​ສະ.” ຍ້ອນ​ເຮົາ​ກຳລັງ​ຈະ​ເຮັດ​ໃຫ້​ປະຊາຊົນ​ທັງໝົດ​ເຈິ​ຄວາມ​ຈິບຫາຍ+ ແຕ່​ເຮົາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ລອດ​ຊີວິດ​ບໍ່​ວ່າ​ເຈົ້າ​ຈະ​ໄປ​ໃສ.’+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.”

ຂໍຄວາມໄຂເງື່ອນ

ຫຼື “ຢາກ​ໄດ້”
ແປ​ຕາມ​ໂຕ​ວ່າ “ສິ່ງ​ຂອງ​ໃຫຍ່”