ເຢເຣມີຢາ 46:1-28

  • ຄຳ​ພະຍາກອນ​ກ່ຽວ​ກັບ​ເອຢິບ (1-26)

    • ເອຢິບ​ຈະ​ຖືກ​ເນບູກາດເນັດຊາ​ເອົາ​ຊະນະ (13, 26)

  • ຄຳ​ສັນຍາ​ທີ່​ໃຫ້​ອິດສະຣາເອນ (27, 28)

46  ພະ​ເຢໂຫວາ​ໄດ້​ເວົ້າ​ກັບ​ຜູ້​ພະຍາກອນ​ເຢເຣມີຢາ​ກ່ຽວ​ກັບ​ຊາດ​ຕ່າງ​ໆ​.+  ນີ້​ແມ່ນ​ຂ່າວ​ສານ​ກ່ຽວ​ກັບ​ປະເທດ​ເອຢິບ+​ແລະ​ກອງທັບ​ຂອງ​ຟາໂຣ​ເນໂກ+​ກະສັດ​ຂອງ​ເອຢິບ​ທີ່​ຕັ້ງ​ຄ້າຍ​ຢູ່​ແຄມ​ແມ່​ນ້ຳ​ເອິຟາຣາດ ແລະ​ຖືກ​ເນບູກາດເນັດຊາ*​ກະສັດ​ຂອງ​ບາບີໂລນ​ເອົາ​ຊະນະ​ຢູ່​ກາເກມິດ​ໃນ​ປີ​ທີ 4 ທີ່​ເຢໂຮຢາກີມ+​ລູກ​ຊາຍ​ຂອງ​ໂຢສີຢາ​ເປັນ​ກະສັດ​ປົກຄອງ​ຢູດາ.   “ໃຫ້​ພວກ​ເຈົ້າ​ກຽມ​ໂລ້​ນ້ອຍ*​ແລະ​ໂລ້​ໃຫຍ່.ແລ້ວ​ອອກ​ໄປ​ສະໜາມ​ຮົບ.   ພວກ​ເຈົ້າ​ທີ່​ເປັນ​ທະຫານ​ມ້າ​ເອີ້ຍ ໃຫ້​ເອົາ​ເຊືອກ*​ຄາດ​ໃສ່​ປາກ​ມ້າ​ແລະ​ຂຶ້ນ​ຂີ່​ມັນ. ໃຫ້​ເຂົ້າ​ປະຈຳ​ທີ່​ແລະ​ໃສ່​ໝວກ​ເຫຼັກ. ໃຫ້​ຂັດ​ຫອກ​ຂອງ​ພວກ​ເຈົ້າ​ແລະ​ໃສ່​ໝວກ​ເກາະ.   ພະ​ເຢໂຫວາ​ບອກ​ວ່າ ‘ເປັນ​ຫຍັງ​ເຮົາ​ຄື​ເຫັນ​ເຂົາ​ເຈົ້າ​ຢ້ານ​ຫຼາຍ? ເຂົາ​ເຈົ້າ​ກຳລັງ​ຖອຍ​ກັບ​ໄປ. ພວກ​ທະຫານ​ກໍ​ຍອມແພ້​ແລ້ວ. ເຂົາ​ເຈົ້າ​ພາກັນ​ໜີ​ໄປ​ດ້ວຍ​ຄວາມ​ຕົກໃຈ​ແລະ​ບໍ່​ຫຼຽວ​ຄືນ​ຫຼັງ​ເລີຍ. ມີ​ແຕ່​ຄວາມ​ຢ້ານ​ເຕັມ​ໄປ​ໝົດ.   ຄົນ​ທີ່​ວ່ອງໄວ​ໜີ​ໄປ​ບໍ່​ໄດ້​ແລະ​ທະຫານ​ທີ່​ເກັ່ງ​ໆ​ກໍ​ໜີ​ໄປ​ບໍ່​ລອດ. ເຂົາ​ເຈົ້າ​ສະດຸດ​ແລະ​ລົ້ມ​ລົງ+ຢູ່​ທາງ​ເໜືອ​ແຄມ​ແມ່​ນ້ຳ​ເອິຟາຣາດ.’   ໃຜ​ກຳລັງ​ມາ​ຄື​ກັບ​ແມ່​ນ້ຳ​ນິນແລະ​ຄື​ກັບ​ແມ່​ນ້ຳ​ທີ່​ມີ​ນ້ຳ​ໄຫຼ​ແຮງ​ໆ​?   ເອຢິບ​ກຳລັງ​ມາ​ຄື​ກັບ​ແມ່​ນ້ຳ​ນິນ+ແລະ​ຄື​ກັບ​ແມ່​ນ້ຳ​ທີ່​ມີ​ນ້ຳ​ໄຫຼ​ແຮງ​ໆ​.ແລ້ວ​ເອຢິບ​ກໍ​ເວົ້າ​ວ່າ ‘ຂ້ອຍ​ຈະ​ຂຶ້ນ​ໄປ​ແລະ​ຖ້ວມ​ໂລກ​ນີ້. ຂ້ອຍ​ຈະ​ທຳລາຍ​ເມືອງ​ແລະ​ຄົນ​ທີ່​ຢູ່​ໃນ​ເມືອງ.’   ພວກ​ມ້າ​ເອີ້ຍ ໃຫ້​ຂຶ້ນ​ໄປ​ໂລດ! ພວກ​ລົດ​ມ້າ​ເອີ້ຍ ໃຫ້​ແລ່ນ​ໄປ​ໄວ​ໆ​! ໃຫ້​ພວກ​ທະຫານ​ບຸກ​ໄປ​ທາງ​ໜ້າ!ໃຫ້​ກູເຊ*​ກັບ​ພຸດ​ທີ່​ເປັນ​ຄົນ​ຖື​ໂລ້+ແລະ​ໃຫ້​ລູດີມ+​ທີ່​ເປັນ​ຄົນ​ຖື​ທະນູ​ຍ່າງ​ໄປ​ທາງ​ໜ້າ​ເລີຍ!+ 10  ມື້​ນັ້ນ​ເປັນ​ມື້​ຂອງ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ ເປັນ​ມື້​ທີ່​ເພິ່ນ​ຈະ​ແກ້ແຄ້ນ​ສັດຕູ​ຂອງ​ເພິ່ນ. ດາບ​ຈະ​ກືນ​ກິນ​ແລະ​ດື່ມ​ເລືອດ​ຈົນ​ອີ່ມ ຍ້ອນ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ໄດ້​ກຽມ​ເຄື່ອງ​ບູຊາ*​ໄວ້​ຢູ່​ແຜ່ນດິນ​ທາງ​ເໜືອ​ແຄມ​ແມ່​ນ້ຳ​ເອິຟາຣາດ.+ 11  ພວກ​ລູກ​ສາວ​ທີ່​ບໍລິສຸດ​ຂອງ​ເອຢິບ​ເອີ້ຍໃຫ້​ຂຶ້ນ​ໄປ​ກິລຽດ​ເພື່ອ​ໄປ​ເອົາ​ນ້ຳມັນ​ຫອມ​ແມ້!+ ພວກ​ເຈົ້າ​ຊອກ​ຫາ​ວິທີ​ປິ່ນປົວ​ມາ​ຫຼາຍ​ວິທີ​ແລ້ວ ແຕ່​ກໍ​ບໍ່​ມີ​ປະໂຫຍດຍ້ອນ​ປິ່ນປົວ​ພວກ​ເຈົ້າ​ຈັ່ງ​ໃດ​ກໍ​ບໍ່​ເຊົາ.+ 12  ຊາດ​ຕ່າງ​ໆ​ໄດ້​ຍິນ​ເລື່ອງ​ຄວາມ​ອັບອາຍ​ຂອງ​ພວກ​ເຈົ້າ​ແລ້ວ+ແລະ​ແຜ່ນດິນ​ກໍ​ເຕັມ​ແຕ່​ສຽງ​ຮ້ອງ​ຂອງ​ພວກ​ເຈົ້າ. ທະຫານ​ກໍ​ສະດຸດ​ກັນເອງແລະ​ເຂົາ​ເຈົ້າ​ກໍ​ລົ້ມ​ລົງ​ໄປ​ນຳ​ກັນ.” 13  ພະ​ເຢໂຫວາ​ໄດ້​ເວົ້າ​ກັບ​ຜູ້​ພະຍາກອນ​ເຢເຣມີຢາ​ກ່ຽວ​ກັບ​ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ​ທີ່​ຈະ​ມາ​ໂຈມຕີ​ແຜ່ນດິນ​ເອຢິບ​ວ່າ:+ 14  “ໃຫ້​ປະກາດ​ເລື່ອງ​ນີ້​ຢູ່​ເອຢິບ ໃຫ້​ປະກາດ​ຢູ່​ມິກໂດນ+ ໃຫ້​ປະກາດ​ຢູ່​ໂໜບ*​ແລະ​ຢູ່​ຕະປັນເຂດ.+ ໃຫ້​ເວົ້າ​ວ່າ ‘ໃຫ້​ພວກ​ເຈົ້າ​ເຂົ້າ​ປະຈຳ​ທີ່​ແລະ​ກຽມ​ໂຕ​ໃຫ້​ພ້ອມຍ້ອນ​ດາບ​ຈະ​ກືນ​ກິນ​ທຸກ​ຄົນ​ທີ່​ຢູ່​ອ້ອມ​ຮອບ​ພວກ​ເຈົ້າ. 15  ເປັນ​ຫຍັງ​ທະຫານ​ທີ່​ແຂງແຮງ​ທັງໝົດ​ຂອງ​ພວກ​ເຈົ້າ​ຈຶ່ງ​ຖືກ​ຂ້າ? ເຂົາ​ເຈົ້າ​ຕໍ່ສູ້​ບໍ່​ໄຫວຍ້ອນ​ພະ​ເຢໂຫວາ​ໄດ້​ເອົາ​ຊະນະ​ເຂົາ​ເຈົ້າ​ແລ້ວ. 16  ເຂົາ​ເຈົ້າ​ຫຼາຍ​ຄົນ​ສະດຸດ​ແລະ​ລົ້ມ​ລົງ. ເຂົາ​ເຈົ້າ​ລົມ​ກັນ​ວ່າ “ລຸກ​ຂຶ້ນ​ໄວ! ໃຫ້​ພວກ​ເຮົາ​ກັບ​ໄປ​ຫາ​ຄົນ​ຊາດ​ດຽວ​ກັນ​ແລະ​ກັບ​ໄປ​ບ້ານ​ເກີດ​ຂອງ​ພວກ​ເຮົາເພື່ອ​ພວກ​ເຮົາ​ຈະ​ໄດ້​ໜີ​ຈາກ​ດາບ​ທີ່​ໂຫດຫ້ຽມ​ນີ້.”’ 17  ຢູ່​ຫັ້ນ​ເຂົາ​ເຈົ້າ​ປະກາດ​ວ່າ‘ຟາໂຣ*​ມີ​ແຕ່​ເວົ້າ​ແລະ​ບໍ່​ເຮັດ​ຫຍັງ​ເລີຍ.ລາວ​ປ່ອຍ​ໃຫ້​ໂອກາດ​ເສຍ​ໄປ​ລ້າ​ໆ​.’+ 18  ກະສັດ​ຜູ້​ມີ​ຊື່​ວ່າ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ບອກ​ວ່າ‘ຕາບ​ໃດ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່ ລາວ*​ຈະ​ມາ​ແລະ​ລາວ​ຈະ​ເປັນ​ຄື​ກັບ​ພູ​ຕາໂບ+​ທີ່​ຢູ່​ກາງ​ພູ​ຫຼາຍ​ໜ່ວຍແລະ​ເປັນ​ຄື​ກັບ​ພູ​ກາເມນ+​ທີ່​ຢູ່​ແຄມ​ທະເລ. 19  ພວກ​ລູກ​ສາວ​ທີ່​ອາໄສ​ຢູ່​ເອຢິບ​ເອີ້ຍໃຫ້​ພວກ​ເຈົ້າ​ກຽມ​ກະເປົາ​ເພື່ອ​ຈະ​ໄປ​ເປັນ​ຊະເລີຍ​ໄດ້​ແລ້ວ. ທຸກ​ຄົນ​ທີ່​ເຫັນ​ເມືອງ​ໂໜບ​ຈະ​ຕ້ອງ​ຕົກໃຈ​ແລະ​ຢ້ານ​ຫຼາຍຍ້ອນ​ມັນ​ຈະ​ຖືກ​ຈູດ*​ແລະ​ຈະ​ບໍ່​ມີ​ໃຜ​ອາໄສ​ຢູ່​ໃນ​ເມືອງ​ນັ້ນ​ອີກ.+ 20  ເອຢິບ​ເປັນ​ຄື​ກັບ​ງົວ​ໂຕ​ແມ່​ທີ່​ງາມ​ໆ​ແຕ່​ຝູງ​ເຫຼືອກ​ຈາກ​ທາງ​ເໜືອ​ຈະ​ມາ​ກັດ​ມັນ. 21  ແມ່ນ​ແຕ່​ພວກ​ທະຫານ​ຮັບ​ຈ້າງ​ຂອງ​ເອຢິບ​ທີ່​ເປັນ​ຄື​ກັບ​ງົວ​ນ້ອຍ​ໂຕ​ຕຸ້ຍ​ໆ​ກໍ​ຍັງ​ປິ່ນ​ຫຼັງ​ແລະ​ໜີ​ໄປ​ໝົດ. ເຂົາ​ເຈົ້າ​ຕໍ່ສູ້​ບໍ່​ໄຫວ+ຍ້ອນ​ນີ້​ແມ່ນ​ມື້​ທີ່​ເຂົາ​ເຈົ້າ​ເຈິ​ຄວາມ​ຈິບຫາຍແລະ​ແມ່ນ​ເວລາ​ທີ່​ພະເຈົ້າ​ຈະ​ຕັດສິນ​ເຂົາ​ເຈົ້າ. 22  ສຽງ​ຂອງ​ເອຢິບ​ເປັນ​ຄື​ກັບ​ສຽງ​ຂອງ​ງູ​ທີ່​ກຳລັງ​ເລືອ​ໄປ.ພວກ​ສັດຕູ​ທີ່​ມີ​ກຳລັງ​ຫຼາຍ​ໄດ້​ເອົາ​ຂວານ​ມາ​ໂຈມຕີ​ເມືອງ​ນີ້ຄື​ກັບ​ຄົນ​ກຳລັງ​ຕັດ​ຕົ້ນໄມ້.’* 23  ພະ​ເຢໂຫວາ​ບອກ​ວ່າ ‘ເຖິງ​ວ່າ​ປ່າ​ຂອງ​ເອຢິບ​ຈະ​ຕຶບໜາ​ແລະ​ເບິ່ງ​ຄື​ວ່າ​ຈະ​ຜ່ານ​ເຂົ້າ​ໄປ​ບໍ່​ໄດ້ ແຕ່​ພວກ​ສັດຕູ​ຈະ​ຕັດ​ມັນ​ຖິ້ມ ຍ້ອນ​ພວກ​ສັດຕູ​ມີ​ຫຼາຍ​ກວ່າ​ຝູງ​ຕັກກະແຕນ​ແລະ​ມີ​ຫຼາຍ​ຈົນ​ນັບ​ບໍ່​ຫຼ້ອນ. 24  ຄົນ​ເອຢິບ*​ຈະ​ຕ້ອງ​ອັບອາຍ​ຂາຍ​ໜ້າ ແລະ​ຈະ​ຖືກ​ມອບ​ໄວ້​ໃຫ້​ຄົນ​ທີ່​ຢູ່​ທາງ​ເໜືອ.’+ 25  ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ ‘ເຮົາ​ຈະ​ລົງໂທດ​ອາໂມນ+​ພະເຈົ້າ​ຂອງ​ເມືອງ​ໂນ*+ ຟາໂຣ ເອຢິບ ພວກ​ກະສັດ ແລະ​ພະເຈົ້າ​ຕ່າງ​ໆ​ຂອງ​ເອຢິບ.+ ເຮົາ​ຈະ​ລົງໂທດ​ຟາໂຣ​ແລະ​ທຸກ​ຄົນ​ທີ່​ໄວ້​ໃຈ​ລາວ.’+ 26  ພະ​ເຢໂຫວາ​ບອກ​ວ່າ ‘ເຮົາ​ຈະ​ມອບ​ເຂົາ​ເຈົ້າ​ໄວ້​ໃນ​ມື​ຂອງ​ຄົນ​ທີ່​ຢາກ​ຂ້າ​ເຂົາ​ເຈົ້າ ໄວ້​ໃນ​ມື​ຂອງ​ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ+​ແລະ​ພວກ​ຄົນ​ຮັບ​ໃຊ້​ຂອງ​ລາວ ແຕ່​ຫຼັງ​ຈາກ​ນັ້ນ​ກໍ​ຈະ​ມີ​ຄົນ​ອາໄສ​ຢູ່​ເອຢິບ​ຄື​ກັບ​ແຕ່​ກີ້.+ 27  ແຕ່​ສຳລັບ​ເຈົ້າ​ຢາໂຄບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ເອີ້ຍ ບໍ່​ຕ້ອງ​ຢ້ານ​ເດີ້.ອິດສະຣາເອນ​ເອີ້ຍ ບໍ່​ຕ້ອງ​ຢ້ານ+ ຍ້ອນ​ເຮົາ​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ກັບ​ມາ​ຈາກ​ບ່ອນ​ທີ່​ໄກ​ໆ​ແລະ​ຈະ​ຊ່ວຍ​ລູກ​ຫຼານ​ຂອງ​ພວກ​ເຈົ້າ​ຈາກ​ແຜ່ນດິນ​ທີ່​ເຂົາ​ເຈົ້າ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.+ ຢາໂຄບ​ຈະ​ກັບ​ມາ​ແບບ​ສະບາຍ​ໃຈ​ແລະ​ບໍ່​ກັງວົນ​ຫຍັງແລະ​ຈະ​ບໍ່​ມີ​ໃຜ​ເຮັດ​ໃຫ້​ເຂົາ​ເຈົ້າ​ຢ້ານ​ໄດ້.’+ 28  ພະ​ເຢໂຫວາ​ບອກ​ວ່າ ‘ຢາໂຄບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ເອີ້ຍ ບໍ່​ຕ້ອງ​ຢ້ານ​ເດີ້ ຍ້ອນ​ເຮົາ​ຢູ່​ນຳ​ພວກ​ເຈົ້າ. ເຮົາ​ຈະ​ທຳລາຍ​ທຸກ​ຊາດ​ທີ່​ເຮົາ​ເຮັດ​ໃຫ້​ພວກ​ເຈົ້າ​ກະຈັດ​ກະຈາຍ​ໄປ​ຢູ່​ນັ້ນ+ແຕ່​ເຮົາ​ຈະ​ບໍ່​ທຳລາຍ​ພວກ​ເຈົ້າ.+ ເຮົາ​ຈະ​ສັ່ງ​ສອນ​ພວກ​ເຈົ້າ​ຕາມ​ຄວາມ​ເໝາະ​ສົມ+ແຕ່​ເຮົາ​ຈະ​ບໍ່​ປ່ອຍ​ພວກ​ເຈົ້າ​ໄປ​ໂດຍ​ທີ່​ບໍ່​ໄດ້​ລົງໂທດ.’”

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ເນບູກາດເຣັດຊາ” ເຊິ່ງ​ເປັນ​ການ​ສະກົດ​ອີກ​ແບບ​ໜຶ່ງ
ສ່ວນ​ຫຼາຍ​ແລ້ວ​ແມ່ນ​ທະຫານ​ຍິງ​ທະນູ​ມັກ​ໃຊ້
ເຊືອກ​ນີ້​ມັດ​ຢູ່​ສອງ​ສົ້ນ​ຂອງ​ເຫຼັກ​ສຳລັບ​ໃສ່​ປາກ​ມ້າ​ເພື່ອ​ຈະ​ຄວບຄຸມ​ມັນ​ໄດ້
ຫຼື “ເອທິໂອເປຍ”
ຫຼື “ໄດ້​ກຽມ​ການ​ຂ້າ​ຟັນ”
ຫຼື “ເມມຟິດ”
ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ
ໝາຍເຖິງ​ຜູ້​ທີ່​ຈະ​ເອົາ​ຊະນະ​ເອຢິບ
ຫຼື​ອາດ​ແປ​ວ່າ “ມັນ​ຈະ​ກາຍ​ເປັນ​ບ່ອນ​ຮ້າງ​ເປົ່າ”
ຫຼື “ຜ່າ​ຟືນ”
ແປ​ຕາມ​ໂຕ​ວ່າ “ລູກ​ສາວ​ຂອງ​ເອຢິບ”
ໝາຍເຖິງ​ເມືອງ​ທີບ