ເຢເຣມີຢາ 47:1-7

  • ຄຳ​ພະຍາກອນ​ກ່ຽວ​ກັບ​ພວກ​ຟີລິດສະຕີນ (1-7)

47  ນີ້​ແມ່ນ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ​ກັບ​ຜູ້​ພະຍາກອນ​ເຢເຣມີຢາ​ກ່ຽວ​ກັບ​ພວກ​ຟີລິດສະຕີນ+​ກ່ອນ​ທີ່​ຟາໂຣ*​ຈະ​ໂຈມຕີ​ເມືອງ​ຄາຊາ.  ພະ​ເຢໂຫວາ​ບອກ​ວ່າ: “ຖ້າ​ເບິ່ງ​ເດີ້ ຈະ​ມີ​ນ້ຳ​ຕ່າງ​ໆ​ໄຫຼ​ມາ​ຈາກ​ທາງ​ທິດເໜືອ. ມັນ​ຈະ​ກາຍ​ເປັນ​ນ້ຳຖ້ວມ​ໃຫຍ່. ມັນ​ຈະ​ຖ້ວມ​ແຜ່ນດິນ​ແລະ​ທຸກ​ຢ່າງ​ທີ່​ຢູ່​ໃນ​ແຜ່ນດິນ​ນັ້ນທັງ​ເມືອງ​ແລະ​ຄົນ​ທີ່​ອາໄສ​ຢູ່​ໃນ​ເມືອງ. ພວກ​ຜູ້​ຊາຍ​ຈະ​ຮ້ອງ​ສຽງ​ດັງແລະ​ທຸກ​ຄົນ​ທີ່​ຢູ່​ໃນ​ແຜ່ນດິນ​ຈະ​ຮ້ອງໄຫ້.   ເມື່ອ​ໄດ້​ຍິນ​ສຽງ​ກີບ​ຕີນ​ຂອງ​ມ້າ​ທີ່​ກຳລັງ​ແລ່ນ​ມາສຽງ​ລົດ​ຮົບແລະ​ສຽງ​ຕີນ​ລໍ້​ຂອງ​ລົດ​ຮົບຜູ້​ທີ່​ເປັນ​ພໍ່​ຈະ​ບໍ່​ຫັນ​ກັບ​ໄປ​ຊ່ວຍ​ລູກ​ຂອງ​ໂຕເອງ​ຊ້ຳຍ້ອນ​ເຂົາ​ເຈົ້າ​ຢ້ານ​ຫຼາຍ​ຈົນ​ເໜັງ​ບໍ່​ໄດ້.*   ມື້​ນັ້ນ​ຈະ​ເປັນ​ມື້​ທີ່​ພວກ​ຟີລິດສະຕີນ​ທັງໝົດ​ຖືກ​ທຳລາຍ.+ຄົນ​ທີ່​ເຄີຍ​ຊ່ວຍ​ຕີເຣ+​ກັບ​ຊີໂດນ+​ກໍ​ຈະ​ບໍ່​ເຫຼືອ​ເລີຍ ຍ້ອນ​ພະ​ເຢໂຫວາ​ຈະ​ທຳລາຍ​ພວກ​ຟີລິດສະຕີນເຊິ່ງ​ເປັນ​ຄົນ​ທີ່​ເຫຼືອ​ຢູ່​ທີ່​ມາ​ຈາກ​ເກາະ​ກາບໂຕຣ.*+   ຄົນ​ໃນ​ເມືອງ​ຄາຊາ​ຈະ​ຫົວ​ລ້ານ.* ຄົນ​ໃນ​ເມືອງ​ອາຊະກາໂລນ​ຈະ​ມິດ​ງຽບ.+ ພວກ​ທີ່​ຢູ່​ໃນ​ທົ່ງພຽງ​ເຫຼົ່າ​ນີ້​ເອີ້ຍພວກ​ເຈົ້າ​ຈະ​ປາດ​ໂຕເອງ​ໄປ​ອີກ​ດົນ​ປານ​ໃດ?+   ດາບ​ຂອງ​ພະ​ເຢໂຫວາ​ເອີ້ຍ+ ເຈົ້າ​ຈະ​ສົ່ງ​ສຽງ​ດັງ​ໄປ​ອີກ​ດົນ​ປານ​ໃດ? ກັບ​ໄປ​ຢູ່​ໃນ​ຝັກ​ຂອງ​ເຈົ້າ​ແມ້. ໄປ​ພັກ​ຜ່ອນ​ແລະ​ມິດ​ງຽບ​ສະ.   ມັນ​ຈະ​ມິດ​ໄດ້​ແນວ​ໃດຍ້ອນ​ພະ​ເຢໂຫວາ​ໄດ້​ສັ່ງ​ມັນ​ແລ້ວ? ເພິ່ນ​ມອບ​ວຽກ​ໃຫ້​ມັນໄປ​ຕໍ່ສູ້​ອາຊະກາໂລນ​ແລະ​ແຄມ​ທະເລ.”+

ຂໍຄວາມໄຂເງື່ອນ

ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ
ແປ​ຕາມ​ໂຕ​ວ່າ “ຍ້ອນ​ມື​ຂອງ​ເຂົາເຈົ້າ​ບໍ່​ມີ​ແຮງ​ແລ້ວ”
ໝາຍເຖິງ​ເກາະ​ກະເຣເຕ
ໝາຍເຖິງ​ເຂົາເຈົ້າ​ຈະ​ແຖ​ຫົວ​ຍ້ອນ​ການ​ໄວ້ທຸກ​ແລະ​ຄວາມ​ອັບອາຍ