ເຢເຣມີຢາ 48:1-47

  • ຄຳ​ພະຍາກອນ​ກ່ຽວ​ກັບ​ໂມອາບ (1-47)

48  ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ກ່ຽວ​ກັບ​ໂມອາບ​ວ່າ:+ “ເນໂບ​ຈິບຫາຍ​ແລ້ວ+ ຍ້ອນ​ເມືອງ​ນີ້​ຖືກ​ທຳລາຍ​ແລ້ວ. ເມືອງ​ກີຣິອາດທາຢິມ+​ຖືກ​ເຮັດ​ໃຫ້​ອັບອາຍ​ແລະ​ຖືກ​ຍຶດ​ໄປ​ແລ້ວ. ບ່ອນ​ລີ້​ທີ່​ປອດໄພ*​ຖືກ​ເຮັດ​ໃຫ້​ອັບອາຍ​ຂາຍ​ໜ້າ​ແລະ​ມຸ່ນ​ໝົດ​ແລ້ວ.+   ເຂົາ​ເຈົ້າ​ບໍ່​ໄດ້​ຍົກ​ຍ້ອງ​ໂມອາບ​ອີກ​ຕໍ່​ໄປ. ຢູ່​ເຮັດຊະໂບນ+​ພວກ​ສັດຕູ​ວາງ​ແຜນ​ທຳລາຍ​ໂມອາບ​ໂດຍ​ເວົ້າ​ວ່າ ‘ໃຫ້​ພວກ​ເຮົາ​ມາ​ຊອກ​ຫາ​ວິທີ​ທຳລາຍ​ຊາດ​ນີ້.’ ມັດເມັນ​ເອີ້ຍ ພວກ​ເຈົ້າ​ຄວນ​ມິດ​ຢູ່ຍ້ອນ​ມີ​ດາບ​ກຳລັງ​ນຳ​ພວກ​ເຈົ້າ​ມາ.   ມີ​ສຽງ​ຮ້ອງ​ມາ​ຈາກ​ໂຮໂຣນາຢິມ+ຍ້ອນ​ເມືອງ​ນີ້​ຖືກ​ທຳລາຍ​ແລະ​ພັງ​ລົງ​ມາ​ໝົດ​ແລ້ວ.   ໂມອາບ​ຖືກ​ທຳລາຍ​ແລ້ວ ແລະ​ພວກ​ເດັກນ້ອຍ​ຂອງ​ເມືອງ​ນີ້​ກໍ​ພາກັນ​ຮ້ອງໄຫ້.   ຄົນ​ທີ່​ຢູ່​ຫົນ​ທາງ​ທີ່​ຂຶ້ນ​ໄປ​ເມືອງ​ລູຮິດ​ກໍ​ພາກັນ​ຮ້ອງໄຫ້​ບໍ່​ເຊົາ ແລະ​ຫົນ​ທາງ​ທີ່​ລົງ​ມາ​ເມືອງ​ໂຮໂຣນາຢິມ​ກໍ​ມີ​ສຽງ​ຮ້ອງ​ໄຫ້​ທຸກ​ໃຈ​ຍ້ອນ​ຄວາມ​ຈິບຫາຍ​ທີ່​ເກີດ​ຂຶ້ນ.+   ໜີ​ໄປ​ແມ້! ເພື່ອ​ພວກ​ເຈົ້າ​ຈະ​ລອດ​ຊີວິດ. ພວກ​ເຈົ້າ​ຈະ​ຕ້ອງ​ເປັນ​ຄື​ກັບ​ຕົ້ນ​ຈູນິເປີ້*​ຢູ່​ບ່ອນ​ກັນດານ.   ຍ້ອນ​ພວກ​ເຈົ້າ​ໄວ້ໃຈ​ໃນ​ຜົນ​ງານ​ແລະ​ຊັບ​ສົມບັດ​ຂອງ​ໂຕເອງພວກ​ເຈົ້າ​ກໍ​ຈະ​ຖືກ​ຈັບ​ໄປ​ຄື​ກັນ. ພະ​ເຄມົດ+​ຂອງ​ພວກ​ເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍພ້ອມ​ກັບ​ພວກ​ປະໂລຫິດ​ແລະ​ພວກ​ເຈົ້າ​ນາຍ​ທີ່​ຮັບ​ໃຊ້​ພະ​ນັ້ນ.   ພວກ​ຜູ້​ທຳລາຍ​ຈະ​ເຂົ້າ​ມາ​ທຸກ​ເມືອງ.ຈະ​ບໍ່​ມີ​ເມືອງ​ໃດ​ລອດ​ເລີຍ.+ ຮ່ອມ​ພູ​ແລະ​ທົ່ງ​ພຽງ​ຈະ​ຖືກ​ທຳລາຍຄື​ກັບ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ໄວ້.   ໃຫ້​ເຮັດ​ປ້າຍ​ບອກ​ທາງ​ໃຫ້​ໂມອາບຍ້ອນ​ວ່າ​ເມື່ອ​ເມືອງ​ຕ່າງ​ໆ​ກາຍ​ເປັນ​ຊາກຫັກພັງ ຄົນ​ໂມອາບ​ກໍ​ຈະ​ໜີ​ໄປ.ຄົນ​ອື່ນ​ໆ​ທີ່​ໄດ້​ເຫັນ​ເມືອງ​ໂມອາບ​ກໍ​ຈະ​ຕົກໃຈ​ແລະ​ຢ້ານ​ຫຼາຍ.ຈະ​ບໍ່​ມີ​ໃຜ​ອາໄສ​ຢູ່​ແຜ່ນດິນ​ນັ້ນ​ເລີຍ.+ 10  ຄົນ​ທີ່​ບໍ່​ຕັ້ງໃຈ​ເຮັດ​ວຽກ​ຂອງ​ພະ​ເຢໂຫວາ​ຈະ​ຖືກ​ສາບ​ແຊ່ງ. ຄົນ​ທີ່​ບໍ່​ຍອມ​ໃຊ້​ດາບ​ເພື່ອ​ຂ້າ​ຟັນ​ກໍ​ຈະ​ຖືກ​ສາບແຊ່ງ​ຄື​ກັນ. 11  ຄົນ​ໂມອາບ​ບໍ່​ເຄີຍ​ຖືກ​ລົບກວນ​ຕັ້ງແຕ່​ຕອນ​ຍັງ​ໜຸ່ມ.ເຂົາ​ເຈົ້າ​ເປັນ​ຄື​ກັບ​ເຫຼົ້າແວງ​ທີ່​ຕົກ​ຕະກອນ​ຢູ່​ໃນ​ໂຖ ແລະ​ບໍ່​ເຄີຍ​ຖືກ​ເທ​ໃສ່​ໂຖ​ໃໝ່.ເຂົາ​ເຈົ້າ​ບໍ່​ເຄີຍ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ ຍ້ອນ​ແນວ​ນີ້ ລົດ​ຊາດ​ຂອງ​ເຂົາ​ເຈົ້າ​ຈຶ່ງ​ຍັງ​ຄື​ເກົ່າແລະ​ກິ່ນ​ຂອງ​ເຂົາ​ເຈົ້າ​ກໍ​ບໍ່​ປ່ຽນ​ເລີຍ. 12  ພະ​ເຢໂຫວາ​ບອກ​ວ່າ ‘ເບິ່ງ​ແມ້! ອີກ​ຈັກ​ໜ້ອຍ​ເຮົາ​ຈະ​ສົ່ງ​ຄົນ​ໄປ​ຂວ້ຳ​ເຂົາ​ເຈົ້າ. ຄົນ​ເຫຼົ່າ​ນັ້ນ​ຈະ​ຂວ້ຳ​ເຂົາ​ເຈົ້າ ເທ​ເຂົາ​ເຈົ້າ​ອອກ​ຈາກ​ໂຖ​ຈົນ​ບໍ່​ເຫຼືອ ແລະ​ທຸບ​ໂຖ​ໃຫຍ່​ເຫຼົ່າ​ນັ້ນ​ຈົນ​ແຕກ​ເປັນ​ປ່ຽງ​ໆ​. 13  ຄົນ​ໂມອາບ​ຈະ​ຕ້ອງ​ອັບອາຍ​ຍ້ອນ​ພະ​ເຄມົດ ຄື​ກັບ​ທີ່​ຄົນ​ອິດສະຣາເອນ​ຕ້ອງ​ອັບອາຍ​ຍ້ອນ​ເຂົາ​ເຈົ້າ​ເຄີຍ​ໝັ້ນ​ໃຈ​ໃນ​ການ​ນະມັດສະການ​ປອມ​ຂອງ​ເຂົາ​ເຈົ້າ​ຢູ່​ເມືອງ​ເບເທນ.+ 14  ພວກ​ເຈົ້າ​ກ້າ​ເວົ້າ​ໄດ້​ແນວ​ໃດ​ວ່າ “ພວກ​ເຮົາ​ເປັນ​ທະຫານ​ທີ່​ເກັ່ງ​ຫຼາຍ​ແລະ​ພ້ອມ​ອອກ​ໄປ​ສູ້ຮົບ”?+ 15  ໂມອາບ​ຖືກ​ທຳລາຍ​ແລ້ວແລະ​ເມືອງ​ຕ່າງ​ໆ​ຂອງ​ໂມອາບ​ກໍ​ຖືກ​ບຸກ​ໂຈມຕີ​ແລ້ວ.+ຄົນ​ໜຸ່ມ​ທີ່​ດີ​ທີ່​ສຸດ​ຂອງ​ເຂົາ​ເຈົ້າ​ກໍ​ຖືກ​ຂ້າ​ແລ້ວ.’+ ກະສັດ​ຜູ້​ມີ​ຊື່​ວ່າ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ໄດ້​ເວົ້າ​ໄວ້​ແນວ​ນີ້.+ 16  ຄວາມ​ຈິບຫາຍ​ຂອງ​ຄົນ​ໂມອາບ​ມາ​ໃກ້​ແລ້ວ.ອີກ​ບໍ່​ດົນ​ເຂົາ​ເຈົ້າ​ຈະ​ຖືກ​ທຳລາຍ.+ 17  ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຂົາ​ເຈົ້າ​ຈະ​ເຫັນ​ອົກ​ເຫັນ​ໃຈ​ເຂົາ​ເຈົ້າ.ທຸກ​ຄົນ​ທີ່​ຮູ້​ຈັກ​ຊື່​ຂອງ​ເຂົາ​ເຈົ້າ​ຈະ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ ‘ໄມ້​ທີ່​ມີ​ກຽດ​ແລະ​ໄມ້​ຄ້ອນ​ເທົ້າ​ທີ່​ງາມ​ໆ​ຖືກ​ຫັກ​ແລ້ວ.’ 18  ພວກ​ຜູ້​ຍິງ​ທີ່​ຢູ່​ດີໂບນ​ເອີ້ຍ+ ໃຫ້​ລົງ​ມາ​ຈາກ​ຕຳແໜ່ງ​ທີ່​ມີ​ກຽດ​ຂອງ​ພວກ​ເຈົ້າແລະ​ນັ່ງ​ລົງ​ດ້ວຍ​ຄວາມ​ຫິວ​ນ້ຳ*ຍ້ອນ​ຜູ້​ທຳລາຍ​ຂອງ​ໂມອາບ​ມາ​ຕໍ່ສູ້​ພວກ​ເຈົ້າ​ແລ້ວ.ລາວ​ຈະ​ເຮັດ​ໃຫ້​ບ່ອນ​ຕ່າງ​ໆ​ທີ່​ມີ​ປ້ອມ​ສູງ​ຂອງ​ພວກ​ເຈົ້າ​ກາຍ​ເປັນ​ຊາກ​ຫັກ​ພັງ.+ 19  ຄົນ​ທີ່​ຢູ່​ໃນ​ເມືອງ​ອາໂຣເອ​ເອີ້ຍ+ ໃຫ້​ຢືນ​ຢູ່​ແຄມ​ທາງ​ແລະ​ແນມ​ເບິ່ງ. ໃຫ້​ຖາມ​ຜູ້​ຊາຍ​ແລະ​ຜູ້​ຍິງ​ທີ່​ໜີ​ໄປ​ວ່າ ‘ເກີດ​ຫຍັງ​ຂຶ້ນ?’ 20  ໂມອາບ​ຖືກ​ເຮັດ​ໃຫ້​ຢ້ານ​ແລະ​ອັບອາຍ. ໃຫ້​ຮ້ອງ​ໄຫ້​ແລະ​ຮ້ອງ​ອອກ​ມາ​ດັງ​ໆ​. ໃຫ້​ປະກາດ​ຢູ່​ອາໂນນ+​ວ່າ​ໂມອາບ​ຖືກ​ທຳລາຍ​ແລ້ວ. 21  ພະເຈົ້າ​ໄດ້​ຕັດສິນ​ທົ່ງ​ພຽງ​ແລ້ວ.+ ເພິ່ນ​ໄດ້​ຕັດສິນ​ໂຮໂລນ ຢາຮາດ+ ເມຟະອາດ+ 22  ດີໂບນ+ ເນໂບ+ ເບັດດີບລາທາຢິມ 23  ກີຣິອາດທາຢິມ+ ເບັດ​ກາມູນ ເບັດເມໂອນ+ 24  ເກຣີໂຢດ+ ໂບຊະຣາ ແລະ​ເມືອງ​ທັງໝົດ​ໃນ​ແຜ່ນດິນ​ໂມອາບ​ທັງ​ໃກ້​ແລະ​ໄກ. 25  ພະ​ເຢໂຫວາ​ບອກ​ວ່າ ‘ໂມອາບ​ຖືກ​ຕັດ​ກຳລັງ*​ແລ້ວ.ແຂນ​ຂອງ​ລາວ​ຖືກ​ຫັກ​ແລ້ວ. 26  ໃຫ້​ເຮັດ​ໃຫ້​ລາວ​ເມົາ+​ຍ້ອນ​ລາວ​ເຮັດ​ໃຫ້​ໂຕເອງ​ສູງ​ກວ່າ​ພະ​ເຢໂຫວາ.+ ໂມອາບ​ນອນ​ເກືອກ​ຮາກ​ຂອງ​ໂຕເອງແລະ​ລາວ​ຖືກ​ຄົນ​ອື່ນ​ເຍາະເຍີ້ຍ. 27  ເຈົ້າ​ເຄີຍ​ເຍາະເຍີ້ຍ​ອິດສະຣາເອນ​ບໍ່​ແມ່ນ​ບໍ?+ ລາວ​ເປັນ​ຂີ້​ລັກ​ບໍເຈົ້າ​ຈຶ່ງ​ແກວ່ງ​ຫົວ​ໃສ່​ລາວ​ແລະ​ເວົ້າ​ໃຫ້​ລາວ? 28  ຄົນ​ທີ່​ຢູ່​ໂມອາບ​ເອີ້ຍ ໃຫ້​ອອກ​ຈາກ​ເມືອງ​ຂອງ​ພວກ​ເຈົ້າ​ແລະ​ໄປ​ຢູ່​ຫຼືບ​ຫີນ.ໃຫ້​ພວກ​ເຈົ້າ​ເປັນ​ຄື​ກັບ​ນົກ​ເຂົາ​ທີ່​ເຮັດ​ຮັງ​ຢູ່​ໜ້າ​ຜາ​ສູງ​ຊັນ.’” 29  “ພວກ​ເຮົາ​ໄດ້​ຍິນ​ເລື່ອງ​ຄວາມ​ຍິ່ງ​ຂອງ​ໂມອາບ​ແລ້ວ. ລາວ​ຈອງຫອງ​ຫຼາຍ.ພວກ​ເຮົາ​ໄດ້​ຍິນ​ວ່າ​ລາວ​ເປັນ​ຄົນ​ຍິ່ງ​ຈອງຫອງ​ແທ້​ໆ​.”+ 30  “ພະ​ເຢໂຫວາ​ບອກ​ວ່າ ‘ເຮົາ​ຮູ້​ວ່າ​ລາວ​ໃຈ​ຮ້າຍ​ຫຼາຍແຕ່​ຄຳ​ເວົ້າ​ໂອ້​ອວດ​ຂອງ​ລາວ​ຈະ​ບໍ່​ມີ​ປະໂຫຍດ​ຫຍັງ. ຄົນ​ໂມອາບ​ຈະ​ບໍ່​ເຮັດ​ຫຍັງ​ເລີຍ. 31  ຍ້ອນ​ແນວ​ນີ້ ເຮົາ​ຈະ​ຮ້ອງ​ໄຫ້​ໃຫ້​ໂມອາບເຮົາ​ຈະ​ຮ້ອງ​ສຽງ​ດັງ​ເພື່ອ​ຄົນ​ໂມອາບ​ທັງໝົດແລະ​ຈະ​ຮ້ອງ​ຄາງ​ເພື່ອ​ຄົນ​ໃນ​ກີເຣເຫເຣດ.+ 32  ເຄືອ​ໝາກ​ລະແຊັງ​ຂອງ​ສິບມາ​ເອີ້ຍ+ເຮົາ​ຈະ​ຮ້ອງ​ໄຫ້​ໃຫ້​ເຈົ້າ​ຫຼາຍ​ກວ່າ​ທີ່​ເຮົາ​ຮ້ອງ​ໄຫ້​ໃຫ້​ຢາເຊ.+ ງ່າ​ຂອງ​ພວກ​ເຈົ້າ​ຂະຫຍາຍ​ໃຫຍ່​ແລະ​ຂ້າມ​ທະເລ​ໄປ​ແລ້ວ. ມັນ​ຂະຫຍາຍ​ໄປ​ຈົນ​ຮອດ​ທະເລ​ແລະ​ຮອດ​ຢາເຊ​ແລ້ວ. ພວກ​ສັດຕູ​ໄດ້​ທຳລາຍ​ໝາກ​ໄມ້​ລະດູ​ຮ້ອນແລະ​ການ​ເກັບ​ກ່ຽວ​ໝາກ​ລະແຊັງ​ຂອງ​ພວກ​ເຈົ້າ​ແລ້ວ.+ 33  ຄວາມ​ສຸກ​ຄວາມ​ຍິນດີ​ຖືກ​ເອົາ​ໄປ​ຈາກ​ສວນ​ໝາກ​ໄມ້ແລະ​ແຜ່ນດິນ​ໂມອາບ​ແລ້ວ.+ ເຮົາ​ໄດ້​ເຮັດ​ໃຫ້​ເຫຼົ້າແວງ​ເຊົາ​ໄຫຼ​ຈາກ​ອ່າງ​ຢຽບ​ໝາກ​ລະແຊັງ. ຈະ​ບໍ່​ມີ​ໃຜ​ຮ້ອງ​ສຽງ​ດັງ​ດ້ວຍ​ຄວາມ​ດີ​ໃຈ ແລະ​ຈະ​ບໍ່​ມີ​ສຽງ​ຮ້ອງ​ຍິນດີ​ຄື​ເກົ່າ​ອີກ​ແລ້ວ.+ 34  ສຽງ​ຮ້ອງ​ຈາກ​ເຮັດຊະໂບນ+​ດັງ​ໄປ​ຮອດ​ເອເລອາເລ.+ ເຂົາ​ເຈົ້າ​ຮ້ອງ​ສຽງ​ດັງ​ໄປ​ຈົນ​ຮອດ​ຢາຮາດ.+ສຽງ​ຈາກ​ໂຊອາ​ກໍ​ດັງ​ໄປ​ຮອດ​ໂຮໂຣນາຢິມ+​ແລະ​ເອັກລາດເຊລີຊີຢາ. ແມ່ນ​ແຕ່​ນ້ຳ​ທີ່​ຢູ່​ນິມຣີມ​ກໍ​ຈະ​ບົກ​ແຫ້ງ.’+ 35  ພະ​ເຢໂຫວາ​ບອກ​ວ່າ ‘ຄົນ​ທີ່​ເອົາ​ເຄື່ອງ​ບູຊາ​ໄປ​ໃຫ້​ຢູ່​ບ່ອນ​ນະມັດສະການແລະ​ຄົນ​ທີ່​ເຜົາ​ເຄື່ອງ​ຫອມ​ໃຫ້​ພະເຈົ້າ​ຂອງ​ເຂົາ​ເຈົ້າເຮົາ​ຈະ​ເຮັດ​ໃຫ້​ໝົດ​ໄປ​ຈາກ​ໂມອາບ. 36  ຍ້ອນ​ແນວ​ນີ້ ຫົວໃຈ​ຂອງ​ເຮົາ​ຈະ​ສົ່ງ​ສຽງ​ຮ້ອງ​ຄາງ​ເພື່ອ​ໂມອາບ​ຄື​ກັບ​ສຽງ​ຂຸ່ຍ*+ແລະ​ຫົວໃຈ​ຂອງ​ເຮົາ​ຈະ​ສົ່ງ​ສຽງ​ຮ້ອງ​ຄາງ​ເພື່ອ​ຄົນ​ກີເຣເຫເຣດ​ຄື​ກັບ​ສຽງ​ຂຸ່ຍ​ຄື​ກັນ ຍ້ອນ​ຊັບ​ສົມບັດ​ທີ່​ເຂົາ​ເຈົ້າ​ສະສົມ​ມາ​ຈະ​ຖືກ​ທຳລາຍ. 37  ທຸກ​ຄົນ​ພາກັນ​ແຖ​ຫົວ+ແລະ​ຕັດ​ເຄົາ. ທຸກ​ຄົນ​ປາດ​ມື​ຂອງ​ໂຕເອງ+ແລະ​ນຸ່ງ​ຜ້າ​ເນື້ອ​ຫຍາບ.’+ 38  ພະ​ເຢໂຫວາ​ບອກ​ວ່າ ‘ຢູ່​ເທິງ​ດາດ​ຟ້າ​ທັງໝົດແລະ​ຢູ່​ເດີ່ນ​ທັງໝົດ​ຂອງ​ເມືອງ​ໂມອາບມີ​ແຕ່​ສຽງ​ຮ້ອງໄຫ້ ຍ້ອນ​ເຮົາ​ໄດ້​ເຮັດ​ໃຫ້​ໂມອາບ​ແຕກຄື​ກັບ​ໄຫ​ທີ່​ຖືກ​ຖິ້ມ​ລົງ​ພື້ນ. 39  ໂມອາບ​ຢ້ານ​ຫຼາຍ. ຄົນ​ທີ່​ຢູ່​ໃນ​ເມືອງ​ເອີ້ຍ ໃຫ້​ພາກັນ​ຮ້ອງໄຫ້​ເດີ້. ໂມອາບ​ຫັນ​ຫຼັງ​ດ້ວຍ​ຄວາມ​ອັບອາຍ. ໂມອາບ​ຖືກ​ເຍາະເຍີ້ຍແລະ​ຄົນ​ອ້ອມ​ຂ້າງ​ທັງໝົດ​ທີ່​ໄດ້​ເຫັນ​ໂມອາບ​ກໍ​ພາກັນ​ຢ້ານ​ຫຼາຍ.’ 40  ພະ​ເຢໂຫວາ​ບອກ​ວ່າ ‘ຄື​ກັບ​ນົກ​ອິນຊີ​ທີ່​ບິນ​ເຈີດ​ລົງ​ມາ+ສັດຕູ​ກໍ​ຈະ​ກາງ​ປີກ​ແລະ​ມາ​ຄຸບ​ເອົາ​ໂມອາບ.+ 41  ເມືອງ​ຕ່າງ​ໆ​ຈະ​ຖືກ​ຍຶດແລະ​ປ້ອມ​ທີ່​ແຂງແຮງ​ຂອງ​ເມືອງ​ເຫຼົ່າ​ນັ້ນ​ກໍ​ຈະ​ຖືກ​ຍຶດ​ຄື​ກັນ. ໃນ​ມື້​ນັ້ນ​ທະຫານ​ທີ່​ເກັ່ງ​ໆ​ຂອງ​ໂມອາບ​ຈະ​ຮູ້ສຶກ​ຢ້ານ​ຫຼາຍຄື​ກັບ​ຜູ້​ຍິງ​ທີ່​ກຳລັງ​ເກີດ​ລູກ. 42  ໂມອາບ​ຈະ​ຖືກ​ທຳລາຍ​ຈົນ​ບໍ່​ຖືກ​ນັບ​ເປັນ​ຊາດ​ໜຶ່ງ​ອີກ​ຕໍ່​ໄປ+ຍ້ອນ​ໂມອາບ​ໄດ້​ຍົກ​ໂຕເອງ​ຕໍ່ສູ້​ພະ​ເຢໂຫວາ.’+ 43  ພະ​ເຢໂຫວາ​ບອກ​ວ່າ ‘ຄົນ​ທີ່​ຢູ່​ໃນ​ໂມອາບ​ເອີ້ຍຄວາມ​ຢ້ານ ຂຸມ​ເລິກ ແລະ​ກັບດັກ​ກໍ​ຢູ່​ຕໍ່​ໜ້າ​ພວກ​ເຈົ້າ​ແລ້ວ. 44  ຜູ້​ທີ່​ໜີ​ມາ​ຈາກ​ຄວາມ​ຢ້ານ​ຈະ​ຕົກ​ລົງ​ໄປ​ໃນ​ຂຸມ​ເລິກແລະ​ຜູ້​ທີ່​ຂຶ້ນ​ມາ​ຈາກ​ຂຸມ​ເລິກ​ໄດ້​ກໍ​ຈະ​ຖືກ​ກັບດັກ ຍ້ອນ​ເຮົາ​ຈະ​ເອົາ​ປີ​ຂອງ​ການ​ລົງໂທດ​ມາ​ໃຫ້​ໂມອາບ.’ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. 45  ‘ຄົນ​ທີ່​ໜີ​ໄປ​ເຮັດຊະໂບນ​ເພື່ອ​ຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ປົກປ້ອງ​ຈະ​ບໍ່​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ* ຍ້ອນ​ໄຟ​ຈະ​ອອກ​ມາ​ຈາກ​ເຮັດຊະໂບນແລະ​ອອກ​ມາ​ຈາກ​ສີໂຮນ.+ ໄຟ​ນັ້ນ​ຈະ​ເຜົາ​ໄໝ້​ໜ້າ​ຜາກ​ຂອງ​ໂມອາບແລະ​ຈະ​ເຜົາ​ໄໝ້​ຫົວ​ກະໂຫຼກ​ຂອງ​ພວກ​ທະຫານ​ທີ່​ມັກ​ຄວາມ​ຮຸນແຮງ.+ 46  ໂມອາບ​ເອີ້ຍ ພວກ​ເຈົ້າ​ຈະ​ຕ້ອງ​ຈິບຫາຍ. ຄົນ​ຂອງ​ພະ​ເຄມົດ+​ຖືກ​ທຳລາຍ​ແລ້ວ. ພວກ​ລູກ​ຊາຍ​ຂອງ​ພວກ​ເຈົ້າ​ຖືກ​ຈັບ​ໄປ​ແລ້ວແລະ​ພວກ​ລູກ​ສາວ​ຂອງ​ພວກ​ເຈົ້າ​ກໍ​ໄປ​ເປັນ​ຊະເລີຍ​ແລ້ວ.+ 47  ແຕ່​ໃນ​ສະໄໝ​ສຸດ​ທ້າຍ ເຮົາ​ຈະ​ລວບ​ລວມ​ພວກ​ໂມອາບ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃຫ້​ກັບ​ມາ. ທັງໝົດ​ນີ້​ແມ່ນ​ຄຳ​ຕັດສິນ​ກ່ຽວ​ກັບ​ພວກ​ໂມອາບ.’+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.”

ຂໍຄວາມໄຂເງື່ອນ

ຫຼື “ບ່ອນ​ສູງ​ທີ່​ປອດໄພ”
ຕົ້ນ​ແປກ​ຊະນິດ​ໜຶ່ງ
ຫຼື​ອາດ​ແປ​ວ່າ “ນັ່ງ​ລົງ​ຢູ່​ດິນ​ແຫ້ງ”
ແປ​ຕາມ​ໂຕ​ວ່າ “ເຂົາ”
ໝາຍເຖິງ​ຂຸ່ຍ​ທີ່​ໃຊ້​ຫຼິ້ນ​ເພງ​ໄວ້ທຸກ​ໃນ​ງານ​ສົບ
ແປ​ຕາມ​ໂຕ​ວ່າ “ໃນ​ເງົາ​ຂອງ​ເຮັດຊະໂບນ ຄົນ​ທີ່​ໜີ​ໄປ​ຈະ​ໄດ້​ແຕ່​ຢືນ​ຢູ່​ຊື່​ໆ​”