ເຢເຣມີຢາ 5:1-31

  • ປະຊາຊົນ​ບໍ່​ຍອມຮັບ​ການ​ສັ່ງ​ສອນ​ຂອງ​ພະ​ເຢໂຫວາ (1-13)

  • ຖືກ​ທຳລາຍ​ແຕ່​ບໍ່​ແມ່ນ​ຈົນ​ໝົດ (14-19)

  • ພະ​ເຢໂຫວາ​ໃຫ້​ປະຊາຊົນ​ຮັບ​ຜິດ​ຊອບ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ (20-31)

5  ໃຫ້​ເຈົ້າ​ຍ່າງ​ເລາະ​ໄປ​ຕາມ​ຫົນ​ທາງ​ໃນ​ເມືອງ​ເຢຣູຊາເລັມ ແລະ​ໃຫ້​ເບິ່ງ​ຄັກ​ໆ​. ໃຫ້​ເຈົ້າ​ຊອກ​ເບິ່ງ​ຕາມ​ເດີ່ນ​ຕ່າງ​ໆ​ຂອງ​ເມືອງວ່າ​ຈະ​ມີ​ຄົນ​ທີ່​ຍຸຕິທຳ​ຢູ່​ຫຼື​ບໍ່+ເຊິ່ງ​ກໍ​ຄື​ຄົນ​ທີ່​ສັດຊື່​ຕໍ່​ພະເຈົ້າ.ຖ້າ​ມີ​ຄົນ​ແບບ​ນັ້ນ ເຮົາ​ກໍ​ຈະ​ຍົກ​ໂທດ​ໃຫ້​ເມືອງ​ນີ້.   ເຖິງ​ເຂົາ​ເຈົ້າ​ຈະ​ເວົ້າ​ວ່າ: “ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່” ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ສາບານ​ຕົວະ.+   ພະ​ເຢໂຫວາ​ເອີ້ຍ ພະອົງ​ຊອກ​ຫາ​ຄົນ​ທີ່​ສັດຊື່​ຕໍ່​ພະອົງ​ບໍ່​ແມ່ນ​ບໍ?+ ພະອົງ​ຕີ​ເຂົ້າ​ເຈົ້າ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ບໍ່​ຫຼາບ​ບໍ່​ຈື່. ພະອົງ​ເກືອບ​ຈະ​ທຳລາຍ​ເຂົາ​ເຈົ້າ​ໝົດ​ແລ້ວ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ບໍ່​ຍອມຮັບ​ເອົາ​ການ​ສັ່ງ​ສອນ.+ ເຂົາ​ເຈົ້າ​ເປັນ​ຄົນ​ຫົວ​ແຂງ*+ແລະ​ບໍ່​ຍອມ​ກັບ​ມາ​ຫາ​ພະອົງ.+   ແຕ່​ຂ້ອຍ​ເວົ້າ​ກັບ​ໂຕເອງ​ວ່າ: “ຄົນ​ເຫຼົ່າ​ນີ້​ຄື​ຊິ​ບໍ່​ຮູ້​ຈັກ​ຫຍັງ​ຕີ້! ເຂົາ​ເຈົ້າ​ເຮັດ​ສິ່ງ​ທີ່​ໂງ່​ໆ​ຍ້ອນ​ບໍ່​ຮູ້​ຈັກ​ຄວາມ​ຕ້ອງ​ການ*​ຂອງ​ພະ​ເຢໂຫວາແລະ​ບໍ່​ຮູ້​ຈັກ​ກົດໝາຍ​ຂອງ​ພະເຈົ້າ​ຂອງ​ເຂົາ​ເຈົ້າ.   ຂ້ອຍ​ຈະ​ໄປ​ຫາ​ຄົນ​ທີ່​ສຳຄັນ​ແລະ​ເວົ້າ​ກັບ​ເຂົາ​ເຈົ້າຍ້ອນ​ເຂົາ​ເຈົ້າ​ເປັນ​ຄົນ​ທີ່​ຮູ້​ຈັກ​ຄວາມ​ຕ້ອງ​ການ​ຂອງ​ພະ​ເຢໂຫວາແລະ​ຮູ້​ຈັກ​ກົດໝາຍ​ຂອງ​ພະເຈົ້າ​ຂອງ​ເຂົາ​ເຈົ້າ.+ ແຕ່​ເຂົາ​ເຈົ້າ​ທັງໝົດ​ພັດ​ຫັກ​ແອກ​ຖິ້ມແລະ​ດຶງ​ເຊືອກ​ຂອງ​ແອກ​ຂາດ​ໝົດ.”   ຍ້ອນ​ແນວ​ນີ້ ໂຕ​ສິງ​ຢູ່​ປ່າ​ຈຶ່ງ​ອອກ​ມາ​ທຳຮ້າຍ​ເຂົາ​ເຈົ້າ.ໝາ​ປ່າ​ຢູ່​ບ່ອນ​ກັນດານ​ກໍ​ອອກ​ມາ​ກັດ​ເຂົາ​ເຈົ້າ.ເສືອ​ດາວ​ກໍ​ມາ​ນອນ​ຢູ່​ໃກ້​ໆ​ເມືອງ​ຂອງ​ເຂົາ​ເຈົ້າ. ທຸກ​ຄົນ​ທີ່​ອອກ​ຈາກ​ເມືອງ​ກໍ​ຈະ​ຖືກ​ຈີກ​ເປັນ​ຕ່ອນ​ໆ​ ຍ້ອນ​ເຂົາ​ເຈົ້າ​ເຮັດ​ຜິດ​ຫຼາຍ​ຢ່າງແລະ​ເຮັດ​ແຕ່​ສິ່ງ​ທີ່​ບໍ່​ສັດຊື່.+   ເຮົາ​ຈະ​ໃຫ້​ອະໄພ​ເຈົ້າ​ໃນ​ເລື່ອງ​ນີ້​ໄດ້​ແນວ​ໃດ? ພວກ​ລູກ​ຊາຍ​ຂອງ​ເຈົ້າ​ໄດ້​ປະຖິ້ມ​ເຮົາແລະ​ສາບານ​ຕໍ່​ພະເຈົ້າ​ປອມ.+ ເຮົາ​ໄດ້​ໃຫ້​ທຸກ​ສິ່ງ​ທີ່​ເຂົາ​ເຈົ້າ​ຢາກ​ໄດ້ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ຫຼິ້ນ​ຊູ້ແລະ​ພາກັນ​ໄປ​ເຮືອນ​ຂອງ​ໂສເພນີ.   ເຂົາ​ເຈົ້າ​ເປັນ​ຄື​ກັບ​ມ້າ​ຫ້າວ​ໆ​ທີ່​ຢາກ​ປະສົມ​ພັນ.ເຂົາ​ເຈົ້າ​ແຕ່​ລະ​ຄົນ​ຢາກ​ໄດ້​ເມຍ​ຂອງ​ຄົນ​ອື່ນ.+   ພະ​ເຢໂຫວາ​ເວົ້າ​ວ່າ: “ເຮົາ​ຄວນ​ຈະ​ໃຫ້​ເຂົາ​ເຈົ້າ​ຮັບ​ຜິດ​ຊອບ​ກັບ​ສິ່ງ​ເຫຼົ່າ​ນີ້​ບໍ່​ແມ່ນ​ບໍ? ເຮົາ​ຄວນ​ແກ້ແຄ້ນ​ຄົນ​ໃນ​ຊາດ​ນີ້​ບໍ່​ແມ່ນ​ບໍ?+ 10  ໃຫ້​ໄປ​ທຳລາຍ​ສວນ​ໝາກ​ລະແຊັງ​ຂອງ​ເມືອງ​ເຢຣູຊາເລັມແຕ່​ຢ່າ​ທຳລາຍ​ຈົນ​ໝົດ.+ ໃຫ້​ຕັດ​ຍອດ​ທີ່​ປົ່ງ​ໃໝ່​ຖິ້ມຍ້ອນ​ພວກ​ມັນ​ບໍ່​ໄດ້​ເປັນ​ຂອງ​ພະ​ເຢໂຫວາ​ແລ້ວ 11  ຍ້ອນ​ພວກ​ອິດສະຣາເອນ​ແລະ​ພວກ​ຢູດາ​ໄດ້​ທໍລະຍົດ​ເຮົາ.”ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.+ 12  “ເຂົາ​ເຈົ້າ​ບໍ່​ຍອມຮັບ​ພະ​ເຢໂຫວາ​ແລະ​ເວົ້າ​ຕະຫຼອດ​ວ່າ‘ເພິ່ນ​ຈະ​ບໍ່​ເຮັດ​ຫຍັງ​ດອກ.*+ ພວກ​ເຮົາ​ຈະ​ບໍ່​ມີ​ທາງ​ຈິບຫາຍຈະ​ບໍ່​ເຈິ​ສົງຄາມ​ແລະ​ຄວາມ​ອຶດຢາກ​ດອກ.’+ 13  ພວກ​ຜູ້​ພະຍາກອນ​ເວົ້າ​ເລື່ອງ​ທີ່​ບໍ່​ເປັນ​ປະໂຫຍດ.ຄຳ​ເວົ້າ​ຂອງ​ພະເຈົ້າ​ບໍ່​ໄດ້​ຢູ່​ໃນ​ເຂົາ​ເຈົ້າ. ໃນ​ທີ່​ສຸດ ເຂົາ​ເຈົ້າ​ຈະ​ຫາຍ​ສາບ​ສູນ​ໄປ​ຄື​ກັບ​ຄຳ​ເວົ້າ​ຂອງ​ເຂົາ​ເຈົ້າ.” 14  ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ຈຶ່ງ​ເວົ້າ​ວ່າ: “ຍ້ອນ​ເຂົາ​ເຈົ້າ​ເວົ້າ​ແນວ​ນັ້ນເຮົາ​ຈຶ່ງ​ເຮັດ​ໃຫ້​ຄຳ​ເວົ້າ​ຂອງ​ເຮົາ​ເປັນ​ຄື​ກັບ​ໄຟ​ໃນ​ປາກ​ຂອງ​ເຈົ້າ+ແລະ​ຍ້ອນ​ຄົນ​ເຫຼົ່າ​ນີ້​ເປັນ​ຄື​ກັບ​ໄມ້ໄຟ​ນັ້ນ​ກໍ​ຈະ​ໄໝ້​ເຂົາ​ເຈົ້າ.”+ 15  ພະ​ເຢໂຫວາ​ເວົ້າ​ວ່າ: “ພວກ​ອິດສະຣາເອນ​ເອີ້ຍ ເຮົາ​ກຳລັງ​ພາ​ຊາດ​ໜຶ່ງ​ທີ່​ຢູ່​ໄກ​ໆ​ມາ.+ ຊາດ​ນີ້​ເປັນ​ຊາດ​ທີ່​ມີ​ມາ​ດົນ​ແລ້ວ ແລະ​ເປັນ​ຊາດ​ທີ່​ມີ​ມາ​ແຕ່​ບູຮານເປັນ​ຊາດ​ທີ່​ໃຊ້​ພາສາ​ທີ່​ເຈົ້າ​ບໍ່​ຮູ້​ຈັກແລະ​ເວົ້າ​ພາສາ​ທີ່​ເຈົ້າ​ບໍ່​ເຂົ້າ​ໃຈ.+ 16  ບັ້ງ​ໃສ່​ລູກທະນູ​ຂອງ​ເຂົາ​ເຈົ້າ​ເປັນ​ຄື​ກັບ​ຂຸມ​ຝັງ​ສົບ​ທີ່​ຍັງ​ບໍ່​ທັນ​ຖົມ.ເຂົາ​ເຈົ້າ​ທັງໝົດ​ເປັນ​ທະຫານ​ທີ່​ເກັ່ງ​ຫຼາຍ. 17  ເຂົາ​ເຈົ້າ​ຈະ​ກິນ​ຜົນລະປູກ​ແລະ​ອາຫານ​ຂອງ​ເຈົ້າ.+ ເຂົາ​ເຈົ້າ​ຈະ​ຂ້າ​ລູກ​ຊາຍ​ແລະ​ລູກ​ສາວ​ຂອງ​ເຈົ້າ. ເຂົາ​ເຈົ້າ​ຈະ​ກິນ​ແກະ​ແລະ​ງົວ​ທີ່​ເຈົ້າ​ລ້ຽງ​ໄວ້. ເຂົາ​ເຈົ້າ​ຈະ​ທຳລາຍ​ເຄືອ​ໝາກ​ລະແຊັງ​ແລະ​ຕົ້ນ​ໝາກເດື່ອ​ຂອງ​ເຈົ້າ. ກອງທັບ​ຂອງ​ເຂົາ​ເຈົ້າ​ຈະ​ທຳລາຍ​ເມືອງ​ຕ່າງ​ໆ​ທີ່​ມີ​ກຳແພງ​ອ້ອມ​ທີ່​ເຈົ້າ​ໄວ້ໃຈ.” 18  ພະ​ເຢໂຫວາ​ເວົ້າ​ວ່າ: “ແຕ່​ເຖິງ​ວ່າ​ສິ່ງ​ທັງໝົດ​ນີ້​ຈະ​ເກີດ​ຂຶ້ນ ເຮົາ​ກໍ​ຈະ​ບໍ່​ທຳລາຍ​ພວກ​ເຈົ້າ​ຈົນ​ໝົດ+ 19  ແລະ​ເມື່ອ​ເຂົາ​ເຈົ້າ​ຖາມ​ວ່າ ‘ເປັນ​ຫຍັງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ຈຶ່ງ​ເຮັດ​ກັບ​ພວກ​ເຮົາ​ແນວ​ນີ້?’ ເຈົ້າ​ກໍ​ຄວນ​ຕອບ​ເຂົາ​ເຈົ້າ​ວ່າ ‘ຍ້ອນ​ພວກ​ເຈົ້າ​ໄດ້​ປະຖິ້ມ​ພະເຈົ້າ ແລ້ວ​ໄປ​ນະມັດສະການ​ພະເຈົ້າ​ຂອງ​ຄົນ​ຕ່າງ​ຊາດ​ໃນ​ແຜ່ນດິນ​ຂອງ​ພວກ​ເຈົ້າ. ພວກ​ເຈົ້າ​ກໍ​ຈະ​ຕ້ອງ​ຮັບ​ໃຊ້​ຄົນ​ຕ່າງ​ຊາດ​ຢູ່​ແຜ່ນດິນ​ທີ່​ບໍ່​ແມ່ນ​ຂອງ​ພວກ​ເຈົ້າ.’”+ 20  ໃຫ້​ບອກ​ເລື່ອງ​ນີ້​ໃຫ້​ລູກ​ຫຼານ​ຂອງ​ຢາໂຄບ​ຮູ້ໃຫ້​ປະກາດ​ຢູ່​ຢູດາ​ວ່າ: 21  “ຟັງ​ເດີ້ ພວກ​ຄົນ​ໂງ່​ແລະ​ບໍ່​ຮູ້​ຈັກ​ຄິດ.+ ພວກ​ເຈົ້າ​ມີ​ຕາ ແຕ່​ເບິ່ງ​ບໍ່​ເຫັນ.+ມີ​ຫູ ແຕ່​ບໍ່​ໄດ້​ຍິນ.+ 22  ພະ​ເຢໂຫວາ​ເວົ້າ​ວ່າ ‘ພວກ​ເຈົ້າ​ບໍ່​ຢ້ານ​ເຮົາ​ເລີຍ​ບໍ?ພວກ​ເຈົ້າ​ຄວນ​ຢ້ານ​ເຮົາ​ຈົນ​ໂຕ​ສັ່ນ​ບໍ່​ແມ່ນ​ບໍ? ກໍ​ເຮົາ​ນີ້​ຕົ໋ວ​ທີ່​ໃຫ້​ດິນ​ຊາຍ​ເປັນ​ເຂດ​ແດນ​ຂອງ​ທະເລແລະ​ຕັ້ງ​ກົດ​ຖາວອນ​ໄວ້​ບໍ່​ໃຫ້​ມັນ​ຜ່ານ​ໄປ​ໄດ້. ເຖິງ​ວ່າ​ຄື້ນ​ຈະ​ຊັດ​ຂຶ້ນ​ສູງ​ໆ​ ແຕ່​ມັນ​ກໍ​ຂ້າມ​ໄປ​ບໍ່​ໄດ້.ເຖິງ​ວ່າ​ຄື້ນ​ຈະ​ຊັດ​ມາ​ແຮງ​ໆ​ ແຕ່​ມັນ​ກໍ​ຜ່ານ​ໄປ​ບໍ່​ໄດ້.+ 23  ຄົນ​ເຫຼົ່າ​ນີ້​ຫົວ​ແຂງ​ແລະ​ມັກ​ກະບົດ.ເຂົາ​ເຈົ້າ​ອອກ​ຈາກ​ທາງ​ຂອງ​ເຮົາ​ແລະ​ໄປ​ຕາມ​ທາງ​ຂອງ​ໂຕເອງ.+ 24  ເຂົາ​ເຈົ້າ​ບໍ່​ໄດ້​ຄິດ​ວ່າ “ໃຫ້​ພວກ​ເຮົາ​ຢ້ານຢຳ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ.ເພິ່ນ​ເຮັດ​ໃຫ້​ມີ​ຝົນ​ຕົກ​ຕາມ​ລະດູ​ການທັງ​ຕອນ​ລະດູ​ໃບ​ໄມ້​ປົ່ງ​ແລະ​ລະດູ​ໃບ​ໄມ້​ຫຼົ່ນ.ເພິ່ນ​ເປັນ​ຜູ້​ເຮັດ​ໃຫ້​ມີ​ລະດູ​ເກັບ​ກ່ຽວ.”+ 25  ຄວາມ​ຜິດ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ບໍ່​ໄດ້​ຮັບ​ປະໂຫຍດ​ເຫຼົ່າ​ນີ້ແລະ​ບາບ​ຂອງ​ເຈົ້າ​ຂັດຂວາງ​ເຈົ້າ​ບໍ່​ໃຫ້​ໄດ້​ຮັບ​ສິ່ງ​ດີ​ໆ​.+ 26  ພວກ​ຄົນ​ຊົ່ວ​ຢູ່​ປົນ​ກັບ​ປະຊາຊົນ​ຂອງ​ເຮົາ. ເຂົາ​ເຈົ້າ​ກຳລັງ​ເຝົ້າ​ເບິ່ງ​ເຫຍື່ອ​ຄື​ກັບ​ຄົນ​ຈັບ​ນົກ​ທີ່​ກຳລັງ​ໝູບ​ລົງ​ແລະ​ຈອບ​ເບິ່ງ. ເຂົາ​ເຈົ້າ​ວາງ​ກັບດັກ​ທີ່​ເຮັດ​ໃຫ້​ເຖິງ​ຕາຍ ເພື່ອ​ຈະ​ຈັບ​ຄົນ. 27  ຄື​ກັບ​ກົງ​ນົກ​ທີ່​ເຕັມ​ແຕ່​ນົກເຮືອນ​ຂອງ​ເຂົາ​ເຈົ້າ​ກໍ​ເຕັມ​ແຕ່​ສິ່ງ​ທີ່​ໄດ້​ມາ​ຈາກ​ການ​ຫຼອກລວງ.+ ຍ້ອນ​ແນວ​ນີ້ ເຂົາ​ເຈົ້າ​ຈຶ່ງ​ມີ​ອຳນາດ​ແລະ​ຊັບສິນ​ຫຼາຍ. 28  ເຂົາ​ເຈົ້າ​ຕຸ້ຍ​ຂຶ້ນ​ແລະ​ມີ​ຜິວ​ເຕັ່ງຕຶງເຂົາ​ເຈົ້າ​ເຮັດ​ສິ່ງ​ທີ່​ຊົ່ວ​ຮ້າຍ​ຫຼາຍ​ຢ່າງ. ເຂົາ​ເຈົ້າ​ບໍ່​ສູ້​ຄະດີ​ໃຫ້​ລູກ​ກຳພ້າ+ເພື່ອ​ໂຕເອງ​ຈະ​ປະສົບ​ຄວາມ​ສຳເລັດແລະ​ເຂົາ​ເຈົ້າ​ບໍ່​ໃຫ້​ຄວາມ​ຍຸຕິທຳ​ກັບ​ຄົນ​ທຸກ.’”+ 29  ພະ​ເຢໂຫວາ​ເວົ້າ​ວ່າ: “ເຮົາ​ຄວນ​ຈະ​ໃຫ້​ເຂົາ​ເຈົ້າ​ຮັບ​ຜິດ​ຊອບ​ກັບ​ສິ່ງ​ເຫຼົ່າ​ນີ້​ບໍ່​ແມ່ນ​ບໍ? ເຮົາ​ຄວນ​ແກ້ແຄ້ນ​ຄົນ​ໃນ​ຊາດ​ນີ້​ບໍ່​ແມ່ນ​ບໍ? 30  ມີ​ເລື່ອງ​ທີ່​ບໍ່​ດີ​ແລະ​ເປັນ​ຕາ​ຢ້ານ​ເກີດ​ຂຶ້ນ​ໃນ​ແຜ່ນດິນ​ນີ້. 31  ພວກ​ຜູ້​ພະຍາກອນ​ພາກັນ​ບອກ​ເລື່ອງ​ຕົວະ.+ພວກ​ປະໂລຫິດ​ໃຊ້​ອຳນາດ​ຂົ່ມ​ຄົນ​ອື່ນ ແລະ​ປະຊາຊົນ​ຂອງ​ເຮົາ​ກໍ​ມັກ​ແບບ​ນັ້ນ.+ ແຕ່​ເຈົ້າ​ຈະ​ເຮັດ​ແນວ​ໃດ​ເມື່ອ​ຈຸດຈົບ​ມາ​ຮອດ?”

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ເຂົາເຈົ້າ​ເຮັດ​ໃຫ້​ໜ້າ​ຂອງ​ເຂົາເຈົ້າ​ແຂງ​ກວ່າ​ຫີນ”
ແປ​ຕາມ​ໂຕ​ວ່າ “ແນວ​ທາງ”
ຫຼື​ອາດ​ແປ​ວ່າ “ເພິ່ນ​ບໍ່​ມີ​ຢູ່​ແທ້​ດອກ”