ເຢເຣມີຢາ 50:1-46

  • ຄຳ​ພະຍາກອນ​ກ່ຽວ​ກັບ​ບາບີໂລນ (1-46)

    • ໃຫ້​ໜີ​ອອກ​ຈາກ​ບາບີໂລນ (8)

    • ອິດສະຣາເອນ​ຈະ​ກັບ​ມາ (17-19)

    • ແມ່​ນ້ຳ​ຂອງ​ບາບີໂລນ​ຈະ​ແຫ້ງ (38)

    • ບາບີໂລນ​ຈະ​ບໍ່​ມີ​ຄົນ​ອາໄສ​ຢູ່ (39, 40)

50  ພະ​ເຢໂຫວາ​ເວົ້າ​ກ່ຽວ​ກັບ​ບາບີໂລນ+​ເຊິ່ງ​ເປັນ​ແຜ່ນດິນ​ຂອງ​ພວກ​ການເດອາ​ຜ່ານ​ທາງ​ຜູ້​ພະຍາກອນ​ເຢເຣມີຢາ​ວ່າ:   “ໃຫ້​ບອກ​ເລື່ອງ​ນີ້​ແລະ​ປະກາດ​ອອກ​ໄປ​ໃຫ້​ຊາດ​ຕ່າງ​ໆ​ຟັງ. ໃຫ້​ຍົກ​ເສົາ​ໃຫ້​ສັນຍານ*​ແລະ​ປະກາດ​ເລື່ອງ​ນີ້. ຢ່າ​ປິດ​ບັງ​ຫຍັງ​ໄວ້. ໃຫ້​ເວົ້າ​ວ່າ ‘ບາບີໂລນ​ຖືກ​ຍຶດ​ແລ້ວ.+ ພະ​ເບນ​ຖືກ​ເຮັດ​ໃຫ້​ອັບອາຍ.+ ພະ​ເມໂຣດັກ​ກໍ​ຢ້ານ​ຫຼາຍ. ຮູບ​ບູຊາ​ຕ່າງ​ໆ​ຂອງ​ເມືອງ​ນີ້​ຖືກ​ເຮັດ​ໃຫ້​ຂາຍ​ໜ້າ. ຮູບ​ບູຊາ​ຕ່າງ​ໆ​ທີ່​ເປັນ​ຕາ​ຂີ້ດຽດ*​ຂອງ​ເມືອງ​ນີ້​ກໍ​ຢ້ານ​ຫຼາຍ’   ຍ້ອນ​ຊາດ​ໜຶ່ງ​ຈາກ​ທາງ​ເໜືອ​ໄດ້​ມາ​ຕໍ່ສູ້​ເມືອງ​ນີ້.+ ຊາດ​ນັ້ນ​ເຮັດ​ໃຫ້​ເມືອງ​ນີ້​ກາຍ​ເປັນ​ບ່ອນ​ທີ່​ເປັນ​ຕາ​ຢ້ານບໍ່​ມີ​ໃຜ​ອາໄສ​ຢູ່. ທັງ​ຄົນ​ແລະ​ສັດ​ກໍ​ໜີ​ໄປ​ໝົດບໍ່​ມີ​ໃຜ​ເຫຼືອ​ຢູ່​ເລີຍ.”  ພະ​ເຢໂຫວາ​ບອກ​ວ່າ: “ໃນ​ສະໄໝ​ນັ້ນ​ແລະ​ໃນ​ຕອນ​ນັ້ນ ຄົນ​ອິດສະຣາເອນ​ແລະ​ຄົນ​ຢູດາ​ຈະ​ມາ​ລວມ​ໂຕ​ກັນ.+ ເຂົາ​ເຈົ້າ​ຈະ​ຍ່າງ​ໄປ​ນຳ​ຮ້ອງໄຫ້​ໄປ​ນຳ+ ແລະ​ເຂົາ​ເຈົ້າ​ຈະ​ພາກັນ​ຂໍ​ການ​ຊີ້ນຳ​ຈາກ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ.+  ເຂົາ​ເຈົ້າ​ຈະ​ຖາມ​ທາງ​ໄປ​ຊີໂອນ​ແລະ​ຈະ​ຕັ້ງໃຈ​ໄປ​ບ່ອນ​ນັ້ນ.+ ເຂົາ​ເຈົ້າ​ຈະ​ເວົ້າ​ວ່າ ‘ໄປ໋ ໃຫ້​ພວກ​ເຮົາ​ມາ​ເປັນ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ອີກ​ເທື່ອ​ໜຶ່ງ ແລະ​ເຮັດ​ສັນຍາ​ທີ່​ຈະ​ຢູ່​ຕະຫຼອດ​ໄປ​ແລະ​ຈະ​ບໍ່​ຖືກ​ລືມ.’+  ປະຊາຊົນ​ຂອງ​ເຮົາ​ກາຍ​ເປັນ​ຝູງ​ແກະ​ທີ່​ຫຼົງ​ທາງ.+ ພວກ​ຄົນ​ລ້ຽງ​ແກະ​ພາ​ເຂົາ​ເຈົ້າ​ເຈີດ​ອອກ​ຈາກ​ທາງ.+ ພວກ​ຄົນ​ລ້ຽງ​ແກະ​ພາ​ປະຊາຊົນ​ຂອງ​ເຮົາ​ຂຶ້ນ​ໄປ​ເທິງ​ພູ ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ​ຍ່າງ​ໄປ​ຕາມ​ພູ​ຕ່າງ​ໆ​ແບບ​ບໍ່​ມີ​ຈຸດ​ໝາຍ. ເຂົາ​ເຈົ້າ​ລືມ​ໄປ​ແລ້ວ​ວ່າ​ບ່ອນ​ພັກ​ຂອງ​ເຂົາ​ເຈົ້າ​ຢູ່​ໃສ.  ເມື່ອ​ພວກ​ສັດຕູ​ເຈິ​ເຂົາ​ເຈົ້າ​ກໍ​ກັດ​ກິນ​ເຂົາ​ເຈົ້າ+​ແລະ​ເວົ້າ​ວ່າ ‘ພວກ​ເຮົາ​ບໍ່​ຜິດ​ດອກ ຍ້ອນ​ເຂົາ​ເຈົ້າ​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ​ພະເຈົ້າ​ຜູ້​ທີ່​ຍຸຕິທຳ​ແລະ​ຕໍ່​ພະ​ເຢໂຫວາ​ຜູ້​ທີ່​ເປັນ​ຄວາມ​ຫວັງ​ຂອງ​ປູ່​ຍ່າ​ຕາ​ນາຍ​ຂອງ​ເຂົາ​ເຈົ້າ.’   ໃຫ້​ພວກ​ເຈົ້າ​ໜີ​ອອກ​ຈາກ​ບາບີໂລນໃຫ້​ອອກ​ຈາກ​ແຜ່ນດິນ​ຂອງ​ພວກ​ການເດອາ+ແລະ​ໃຫ້​ພວກ​ເຈົ້າ​ເປັນ​ຄື​ກັບ​ສັດ​ໂຕ​ທີ່​ເປັນ​ຫົວ​ໜ້າ​ຝູງ.   ເຮົາ​ກຳລັງ​ເອີ້ນ​ຊາດ​ໃຫຍ່​ຕ່າງ​ໆ​ຈາກ​ແຜ່ນດິນ​ທີ່​ຢູ່​ທາງ​ເໜືອໃຫ້​ມາ​ລວມ​ໂຕ​ກັນ​ເພື່ອ​ໂຈມຕີ​ບາບີໂລນ.+ ເຂົາ​ເຈົ້າ​ຈະ​ຍົກ​ກອງທັບ​ມາ​ຕໍ່ສູ້​ເມືອງ​ນີ້ແລະ​ເມືອງ​ນີ້​ຈະ​ຖືກ​ຍຶດ. ລູກ​ທະນູ​ຂອງ​ເຂົາ​ເຈົ້າ​ເປັນ​ຄື​ກັບ​ລູກ​ທະນູ​ຂອງ​ທະຫານ​ທີ່​ເກັ່ງ​ໆ​ເຊິ່ງ​ເຮັດ​ໃຫ້​ພໍ່​ແມ່​ເສຍ​ລູກ​ໄປ​ໂດຍ​ບໍ່​ອີ່ຕົນ.+ເຂົາ​ເຈົ້າ​ຍິງ​ບໍ່​ພາດ​ເປົ້າ​ເລີຍ. 10  ພວກ​ການເດອາ​ຈະ​ຖືກ​ປຸ້ນ.+ ທຸກ​ຄົນ​ທີ່​ມາ​ປຸ້ນ​ເຂົາ​ເຈົ້າ​ຈະ​ໄດ້​ສິ່ງ​ຕ່າງ​ໆ​ຈົນ​ໜຳ​ໃຈ.”+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. 11  “ຕອນ​ທີ່​ເຈົ້າ​ປຸ້ນ​ປະຊາຊົນ​ຂອງ​ເຮົາ+ເຈົ້າ​ດີ​ໃຈ​ເອົາ​ແທ້​ເອົາ​ວ່າ.+ ເຈົ້າ​ໂດດ​ໄປ​ໂດດ​ມາ​ຄື​ກັບ​ງົວ​ນ້ອຍ​ໃນ​ທົ່ງ​ຫຍ້າແລະ​ຮ້ອງ​ສຽງ​ດັງ​ຄື​ກັບ​ມ້າ. 12  ແມ່​ຂອງ​ເຈົ້າ​ກໍ​ອັບອາຍ​ຂາຍ​ໜ້າ+ ຜູ້​ທີ່​ເກີດ​ເຈົ້າ​ກໍ​ຜິດ​ຫວັງ​ຫຼາຍ. ລາວ​ເປັນ​ຊາດ​ທີ່​ຕ່ຳຕ້ອຍ​ທີ່​ສຸດເປັນ​ທະເລ​ຊາຍ​ແລະ​ເປັນ​ບ່ອນ​ກັນດານ​ທີ່​ບໍ່​ມີ​ນ້ຳ​ເລີຍ.+ 13  ຍ້ອນ​ພະ​ເຢໂຫວາ​ໃຈ​ຮ້າຍ​ຫຼາຍ ເມືອງ​ນີ້​ຈຶ່ງ​ບໍ່​ມີ​ຄົນ​ອາໄສ​ຢູ່.+ມັນ​ຈະ​ກາຍ​ເປັນ​ບ່ອນ​ຮ້າງ​ເປົ່າ.+ ຄົນ​ທີ່​ກາຍ​ໄປ​ກາຍ​ມາ​ຈະ​ຈ້ອງ​ເບິ່ງ​ບາບີໂລນ​ດ້ວຍ​ຄວາມ​ຕົກໃຈແລະ​ຈະ​ພາກັນ​ເຍາະເຍີ້ຍ ຍ້ອນ​ຄວາມ​ຈິບຫາຍ​ທັງໝົດ​ທີ່​ເກີດ​ຂຶ້ນ​ກັບ​ເມືອງ​ນີ້.+ 14  ພວກ​ເຈົ້າ​ທີ່​ຫ້າງ​ທະນູ​ເອີ້ຍໃຫ້​ຍົກ​ກອງທັບ​ມາ​ໂຈມຕີ​ບາບີໂລນ​ຈາກ​ທຸກ​ດ້ານ. ໃຫ້​ຍິງ​ລູກ​ທະນູ​ໃສ່​ເມືອງ​ນີ້​ຈົນ​ໝົດ ບໍ່​ຕ້ອງ​ຈົ່ງ​ໄວ້+ຍ້ອນ​ເມືອງ​ນີ້​ໄດ້​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ.+ 15  ໃຫ້​ຮ້ອງ​ດັງ​ໆ​ແລະ​ໄປ​ຕໍ່ສູ້​ເມືອງ​ນີ້​ຈາກ​ທຸກ​ດ້ານ. ເມືອງ​ນີ້​ຍອມ​ແພ້​ແລ້ວ. ເສົາ​ຂອງ​ເມືອງ​ນີ້​ກໍ​ຫັກ​ແລະ​ກຳແພງ​ຂອງ​ເມືອງ​ນີ້​ກໍ​ພັງ​ແລ້ວ.+ນີ້​ແມ່ນ​ການ​ແກ້ແຄ້ນ​ຂອງ​ພະ​ເຢໂຫວາ.+ ໃຫ້​ແກ້ແຄ້ນ​ເມືອງ​ນີ້​ສະ. ໃຫ້​ເຮັດ​ກັບ​ເມືອງ​ນີ້​ຄື​ກັບ​ທີ່​ເມືອງ​ນີ້​ເຄີຍ​ເຮັດ.+ 16  ໃຫ້​ຂ້າ​ຄົນ​ທີ່​ຫວ່ານ​ແນວ​ປູກແລະ​ຄົນ​ທີ່​ຖື​ກ່ຽວ​ກ່ຽວ​ເຂົ້າ​ຢູ່​ບາບີໂລນ.+ ຍ້ອນ​ດາບ​ທີ່​ໂຫດຫ້ຽມ ເຂົາ​ເຈົ້າ​ຈະ​ກັບ​ໄປ​ປະເທດ​ຂອງ​ໂຕເອງ.ທຸກ​ຄົນ​ຈະ​ໜີ​ກັບ​ເມືອ​ແຜ່ນດິນ​ຂອງ​ໂຕເອງ.+ 17  ຄົນ​ອິດສະຣາເອນ​ເປັນ​ຄື​ກັບ​ແກະ​ທີ່​ແຕກ​ຝູງ.+ ໂຕ​ສິງ​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ກະຈັດ​ກະຈາຍ​ກັນ​ໄປ.+ ທຳອິດ ກະສັດ​ອັດຊີເຣຍ​ໄດ້​ກັດ​ກິນ​ເຂົາ​ເຈົ້າ+ ແລ້ວ​ເນບູກາດເນັດຊາ*​ກະສັດ​ຂອງ​ບາບີໂລນ​ກໍ​ແຫ້ນ​ກະດູກ​ເຂົາ​ເຈົ້າ.+ 18  ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ ‘ເຮົາ​ຈະ​ເຮັດ​ກັບ​ກະສັດ​ບາບີໂລນ​ແລະ​ແຜ່ນດິນ​ຂອງ​ລາວ​ຄື​ກັບ​ທີ່​ເຮົາ​ເຄີຍ​ເຮັດ​ກັບ​ກະສັດ​ອັດຊີເຣຍ.+ 19  ເຮົາ​ຈະ​ພາ​ອິດສະຣາເອນ​ກັບ​ມາ​ທົ່ງ​ຫຍ້າ​ຂອງ​ລາວ+ ແລະ​ລາວ​ຈະ​ໄດ້​ກິນ​ຫຍ້າ​ຢູ່​ເທິງ​ພູ​ກາເມນ​ແລະ​ພູ​ບາຊານ.+ ລາວ​ຈະ​ໄດ້​ກິນ​ຈົນ​ໜຳ​ໃຈ​ຢູ່​ເທິງ​ພູ​ຕ່າງ​ໆ​ຂອງ​ເອຟຣາຢິມ+​ແລະ​ກິລຽດ.’”+ 20  ພະ​ເຢໂຫວາ​ບອກ​ວ່າ: “ໃນ​ສະໄໝ​ນັ້ນ​ແລະ​ໃນ​ຕອນ​ນັ້ນຈະ​ມີ​ການ​ຊອກ​ຫາ​ຄວາມ​ຜິດ​ຂອງ​ອິດສະຣາເອນແຕ່​ຈະ​ບໍ່​ເຈິ​ເລີຍແລະ​ກໍ​ຈະ​ບໍ່​ເຈິ​ຄວາມ​ຜິດ​ຂອງ​ຢູດາ​ຄື​ກັນຍ້ອນ​ເຮົາ​ຈະ​ຍົກ​ໂທດ​ໃຫ້​ຄົນ​ເຫຼົ່າ​ນັ້ນ​ທີ່​ເຮົາ​ຍອມ​ໃຫ້​ເຫຼືອ​ຢູ່.”+ 21  ພະ​ເຢໂຫວາ​ບອກ​ວ່າ: “ໃຫ້​ໄປ​ໂຈມຕີ​ແຜ່ນດິນ​ຂອງ​ພວກ​ເມຣາທາຢິມ​ແລະ​ໄປ​ໂຈມຕີ​ຄົນ​ທີ່​ຢູ່​ໃນ​ເປ​ໂກດ.+ ໃຫ້​ຂ້າ​ເຂົາ​ເຈົ້າ​ແລະ​ທຳລາຍ​ເຂົາ​ເຈົ້າ​ຈົນ​ໝົດ. ໃຫ້​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ເຮົາ​ສັ່ງ​ເຈົ້າ. 22  ມີ​ສຽງ​ຂອງ​ສົງຄາມສຽງ​ຂອງ​ຄວາມ​ຈິບຫາຍ​ຄັ້ງ​ໃຫຍ່​ໃນ​ແຜ່ນດິນ​ນີ້. 23  ຄ້ອນ​ຕີ​ທີ່​ເຄີຍ​ທຸບ​ຊາດ​ຕ່າງ​ໆ​ທົ່ວ​ໂລກ​ຖືກ​ຫັກ​ແລະ​ຖືກ​ທຳລາຍ​ແລ້ວ!+ ຊາດ​ຕ່າງ​ໆ​ທີ່​ເຫັນ​ບາບີໂລນ​ກໍ​ຮູ້ສຶກ​ຕົກໃຈ​ແລະ​ຢ້ານ​ຫຼາຍ!+ 24  ບາບີໂລນ​ເອີ້ຍ ເຮົາ​ໄດ້​ວາງ​ກັບດັກ​ຈັບ​ເຈົ້າ​ແລະ​ເຈົ້າ​ໄດ້​ຕິດ​ກັບດັກ​ເຮົາ​ແລ້ວແຕ່​ເຈົ້າ​ພັດ​ບໍ່​ຮູ້​ໂຕ. ເຈົ້າ​ຖືກ​ພົບ​ເຫັນ​ແລະ​ຖືກ​ຈັບ​ແລ້ວ+ຍ້ອນ​ເຈົ້າ​ຕໍ່ຕ້ານ​ພະ​ເຢໂຫວາ. 25  ພະ​ເຢໂຫວາ​ໄດ້​ເປີດ​ສາງ​ຂອງ​ເພິ່ນ.ເພິ່ນ​ໄດ້​ເອົາ​ອາວຸດ​ຂອງ​ຄວາມ​ໃຈ​ຮ້າຍ​ຂອງ​ເພິ່ນ​ອອກ​ມາ.+ ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ໄດ້​ຕັດສິນໃນ​ແຜ່ນດິນ​ຂອງ​ພວກ​ການເດອາ​ແລ້ວ. 26  ໃຫ້​ມາ​ຈາກ​ບ່ອນ​ທີ່​ຢູ່​ໄກ​ໆ​ເພື່ອ​ມາ​ໂຈມຕີ​ເມືອງ​ນີ້.+ ໃຫ້​ເປີດ​ສາງ​ເຂົ້າ​ຂອງ​ເມືອງ​ນີ້.+ ໃຫ້​ກອງ​ເຄື່ອງ​ຂອງ​ຂອງ​ເມືອງ​ນີ້​ໄວ້​ຄື​ກັບ​ກອງ​ເຂົ້າ. ໃຫ້​ທຳລາຍ​ເມືອງ​ນີ້​ຈົນ​ບໍ່​ເຫຼືອ+ ແລະ​ຈົນ​ບໍ່​ມີ​ໃຜ​ອາໄສ​ຢູ່​ເລີຍ. 27  ໃຫ້​ຂ້າ​ງົວ​ທັງໝົດ​ຂອງ​ເມືອງ​ນີ້.+ໃຫ້​ພາ​ພວກ​ມັນ​ໄປ​ຫາ​ຄົນ​ຂ້າ​ສັດ. ເຂົາ​ເຈົ້າ​ຈະ​ຕ້ອງ​ຈິບຫາຍຍ້ອນ​ມື້​ທີ່​ເຂົາ​ເຈົ້າ​ຈະ​ຕ້ອງ​ຖືກ​ຕັດສິນ​ມາ​ຮອດ​ແລ້ວ! 28  ມີ​ສຽງ​ຮ້ອງ​ຂອງ​ຄົນ​ທີ່​ກຳລັງ​ໜີ.ເຂົາ​ເຈົ້າ​ພາກັນ​ໜີ​ຈາກ​ແຜ່ນດິນ​ບາບີໂລນເພື່ອ​ຈະ​ປະກາດ​ຢູ່​ຊີໂອນ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ກຳລັງ​ລົງມື​ແກ້ແຄ້ນ.ເພິ່ນ​ກຳລັງ​ແກ້ແຄ້ນ​ເພື່ອ​ວິຫານ​ຂອງ​ເພິ່ນ.+ 29  ພວກ​ເຈົ້າ​ທຸກ​ຄົນ​ທີ່​ກຳລັງ​ຫ້າງ​ທະນູ​ເອີ້ຍ+ໃຫ້​ເອີ້ນ​ພວກ​ທະຫານ​ຍິງ​ທະນູ​ມາ​ໂຈມຕີ​ເມືອງ​ບາບີໂລນ. ໃຫ້​ຕັ້ງ​ຄ້າຍ​ອ້ອມ​ເມືອງ​ນີ້​ແລະ​ຢ່າ​ໃຫ້​ໃຜ​ໜີ​ໄປ​ໄດ້. ໃຫ້​ຕອບ​ແທນ​ເມືອງ​ນີ້​ຕາມ​ການ​ກະທຳ​ຂອງ​ເມືອງ​ນີ້.+ ໃຫ້​ເຮັດ​ກັບ​ເມືອງ​ນີ້​ຄື​ກັບ​ທີ່​ເມືອງ​ນີ້​ເຄີຍ​ເຮັດ+ ຍ້ອນ​ເມືອງ​ນີ້​ໄດ້​ຈອງຫອງ​ໃສ່​ພະ​ເຢໂຫວາພະເຈົ້າ​ອົງ​ບໍລິສຸດ​ຂອງ​ອິດສະຣາເອນ.+ 30  ໃນ​ມື້​ນັ້ນ​ຄົນ​ໜຸ່ມ​ຂອງ​ເມືອງ​ນີ້​ຈະ​ຕາຍ​ຢູ່​ຕາມ​ເດີ່ນ​ຕ່າງ​ໆ​ຂອງ​ເມືອງ+ແລະ​ທະຫານ​ຂອງ​ເມືອງ​ນີ້​ກໍ​ຈະ​ຕາຍ*​ໝົດ.” ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. 31  ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ: “ຄົນ​ຫົວ​ແຂງ​ເອີ້ຍ+ ເຮົາ​ຈະ​ຕໍ່ສູ້​ເຈົ້າ.+ມື້​ຂອງ​ເຈົ້າ​ມາ​ຮອດ​ແລ້ວ. ເວລາ​ທີ່​ເຮົາ​ຈະ​ລົງໂທດ​ເຈົ້າ​ມາ​ຮອດ​ແລ້ວ. 32  ຄົນ​ຫົວ​ແຂງ​ເອີ້ຍ ເຈົ້າ​ຈະ​ສະດຸດ​ແລະ​ລົ້ມ​ລົງແລະ​ຈະ​ບໍ່​ມີ​ໃຜ​ໂຈມ​ເຈົ້າ​ຂຶ້ນ.+ ເຮົາ​ຈະ​ຈູດ​ເມືອງ​ຕ່າງ​ໆ​ຂອງ​ເຈົ້າແລະ​ໄຟ​ນັ້ນ​ຈະ​ໄໝ້​ທຸກ​ສິ່ງ​ທີ່​ຢູ່​ອ້ອມ​ຂ້າງ​ເຈົ້າ.” 33  ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ບອກ​ວ່າ: “ຄົນ​ອິດສະຣາເອນ​ແລະ​ຄົນ​ຢູດາ​ຖືກ​ກົດຂີ່​ຂົ່ມເຫງ.ທຸກ​ຄົນ​ທີ່​ຈັບ​ເຂົາ​ເຈົ້າ​ໄປ​ເປັນ​ຊະເລີຍ​ກໍ​ກັກ​ໂຕ​ເຂົາ​ເຈົ້າ​ໄວ້+ ແລະ​ບໍ່​ຍອມ​ປ່ອຍ​ເຂົາ​ເຈົ້າ​ໄປ.+ 34  ແຕ່​ຜູ້​ໄຖ່​ຂອງ​ເຂົາ​ເຈົ້າ​ມີ​ກຳລັງ​ຫຼາຍ.+ ຊື່​ຂອງ​ເພິ່ນ​ແມ່ນ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ.+ ເພິ່ນ​ຈະ​ສູ້​ຄະດີ​ໃຫ້​ເຂົາ​ເຈົ້າ​ແນ່ນອນ+ເພື່ອ​ຈະ​ເຮັດ​ໃຫ້​ແຜ່ນດິນ​ມີ​ຄວາມ​ສະຫງົບສຸກ+ແລະ​ເພື່ອ​ຈະ​ເຮັດ​ໃຫ້​ຄົນ​ບາບີໂລນ​ກະວົນກະວາຍ​ໃຈ.”+ 35  ພະ​ເຢໂຫວາ​ບອກ​ວ່າ: “ຈະ​ມີ​ດາບ​ມາ​ຕໍ່ສູ້​ພວກ​ການເດອາຄົນ​ທີ່​ຢູ່​ໃນ​ບາບີໂລນ ພວກ​ເຈົ້າ​ນາຍ ແລະ​ພວກ​ຄົນ​ສະຫຼາດ​ຂອງ​ເມືອງ​ນີ້.+ 36  ຈະ​ມີ​ດາບ​ມາ​ຕໍ່ສູ້​ພວກ​ຜູ້​ພະຍາກອນ​ປອມ*​ແລະ​ເຂົາ​ເຈົ້າ​ຈະ​ເຮັດ​ສິ່ງ​ທີ່​ໂງ່​ໆ​. ຈະ​ມີ​ດາບ​ມາ​ຕໍ່ສູ້​ພວກ​ທະຫານ​ທີ່​ເກັ່ງ​ໆ​ຂອງ​ເມືອງ​ນີ້​ແລະ​ເຂົາ​ເຈົ້າ​ຈະ​ຢ້ານ​ຫຼາຍ.+ 37  ຈະ​ມີ​ດາບ​ມາ​ຕໍ່ສູ້​ມ້າ​ແລະ​ລົດ​ຮົບ​ຂອງ​ເຂົາ​ເຈົ້າແລະ​ຕໍ່ສູ້​ຊາດ​ຕ່າງ​ໆ​ທັງໝົດ​ທີ່​ຢູ່​ເມືອງ​ນີ້.ເຂົາ​ເຈົ້າ​ຈະ​ເປັນ​ຄື​ກັບ​ຜູ້​ຍິງ​ທີ່​ຂີ້​ຢ້ານ.+ ຈະ​ມີ​ດາບ​ມາ​ຕໍ່ສູ້​ຊັບ​ສົມບັດ​ຂອງ​ເມືອງ​ນີ້​ແລະ​ສິ່ງ​ເຫຼົ່າ​ນັ້ນ​ຈະ​ຖືກ​ປຸ້ນ​ໄປ.+ 38  ແມ່​ນ້ຳ​ຕ່າງ​ໆ​ຂອງ​ເມືອງ​ນີ້​ຈະ​ຈິບຫາຍ​ແລະ​ພວກ​ມັນ​ຈະ​ແຫ້ງ​ໄປ+ ຍ້ອນ​ແຜ່ນດິນ​ນີ້​ເຕັມ​ແຕ່​ຮູບ​ພະ​ຕ່າງ​ໆ​+ແລະ​ຍ້ອນ​ເຂົາ​ເຈົ້າ​ເຫັນ​ນິມິດ​ທີ່​ເປັນ​ຕາ​ຢ້ານ ເຂົາ​ເຈົ້າ​ຈຶ່ງ​ເຮັດ​ຄື​ກັບ​ຄົນ​ຜີ​ບ້າ. 39  ດັ່ງ​ນັ້ນ ສັດ​ທະເລ​ຊາຍ​ຈະ​ອາໄສ​ຢູ່​ກັບ​ໝາ​ໄນ*ແລະ​ນົກ​ກະ​ຈອກ​ເທດ​ຈະ​ຢູ່​ໃນ​ເມືອງ​ນີ້.+ ຈະ​ບໍ່​ມີ​ຜູ້​ໃດ​ອາໄສ​ຢູ່​ໃນ​ເມືອງ​ນີ້​ອີກແລະ​ເມືອງ​ນີ້​ຈະ​ບໍ່​ໄດ້​ເປັນ​ບ່ອນ​ຢູ່​ໄປ​ຕະຫຼອດ​ທຸກ​ຍຸກ​ທຸກ​ສະໄໝ.”+ 40  ພະ​ເຢໂຫວາ​ບອກ​ວ່າ: “ຄື​ກັບ​ທີ່​ພະເຈົ້າ​ເຄີຍ​ທຳລາຍ​ເມືອງ​ໂຊໂດມ ເມືອງ​ໂກໂມຣາ+ ແລະ​ເມືອງ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ 2 ເມືອງ​ນັ້ນ+ ບາບີໂລນ​ກໍ​ຈະ​ເປັນ​ຄື​ກັນ. ຈະ​ບໍ່​ມີ​ໃຜ​ອາໄສ​ຢູ່​ເມືອງ​ນີ້​ອີກ​ເລີຍ.+ 41  ເບິ່ງ​ແມ້! ມີ​ຊາດ​ໜຶ່ງ​ທີ່​ກຳລັງ​ມາ​ຈາກ​ທາງ​ເໜືອມາ​ຈາກ​ບ່ອນ​ທີ່​ໄກ​ທີ່​ສຸດ​ຂອງ​ໂລກ.+ຊາດ​ນີ້​ເປັນ​ຊາດ​ທີ່​ຍິ່ງໃຫຍ່​ແລະ​ມີ​ກະສັດ​ທີ່​ຍິ່ງໃຫຍ່​ຫຼາຍ​ອົງ.+ 42  ເຂົາ​ເຈົ້າ​ຍິງ​ທະນູ​ແລະ​ຊັດ​ຫອກ.+ ເຂົາ​ເຈົ້າ​ໂຫດຫ້ຽມ​ແລະ​ບໍ່​ມີ​ຄວາມ​ເມດຕາ​ເລີຍ.+ ຕອນ​ທີ່​ເຂົາ​ເຈົ້າ​ຂີ່​ມ້າສຽງ​ຂອງ​ເຂົາ​ເຈົ້າ​ເປັນ​ຄື​ກັບ​ສຽງ​ຂອງ​ທະເລ​ທີ່​ປັ່ນປ່ວນ.+ ຄົນ​ທີ່​ຢູ່​ໃນ​ບາບີໂລນ​ເອີ້ຍ ເຂົາ​ເຈົ້າ​ຍົກ​ກອງທັບ​ມາ​ຕໍ່ສູ້​ພວກ​ເຈົ້າ​ຄື​ກັບ​ຄົນ​ໆ​ດຽວ.+ 43  ເມື່ອ​ກະສັດ​ບາບີໂລນ​ໄດ້​ຍິນ​ລາຍງານ​ກ່ຽວ​ກັບ​ເຂົາ​ເຈົ້າ+ມື​ຂອງ​ລາວ​ກໍ​ບໍ່​ມີ​ແຮງ ຍ້ອນ​ລາວ​ຢ້ານ​ຫຼາຍ.+ ລາວ​ອຸກໃຈ​ຫຼາຍ​ແລະ​ເຈັບ​ປວດ​ຫຼາຍຄື​ກັບ​ຜູ້​ຍິງ​ທີ່​ກຳລັງ​ເກີດ​ລູກ. 44  ຄື​ກັບ​ໂຕ​ສິງ​ທີ່​ອອກ​ຈາກ​ປ່າ​ຕຶບໜາ​ຂອງ​ຈໍແດນ ຈະ​ມີ​ຜູ້​ໜຶ່ງ​ມາ​ແລະ​ໂຈມຕີ​ທົ່ງ​ຫຍ້າ​ທີ່​ປອດໄພ​ຂອງ​ບາບີໂລນ. ແຕ່​ບໍ່​ດົນ​ເຮົາ​ຈະ​ເຮັດ​ໃຫ້​ຄົນ​ບາບີໂລນ​ແລ່ນ​ໜີ​ຈາກ​ແຜ່ນດິນ​ຂອງ​ໂຕເອງ ແລະ​ເຮົາ​ຈະ​ແຕ່ງ​ຕັ້ງ​ຜູ້​ນຳ​ທີ່​ເຮົາ​ໄດ້​ເລືອກ​ໄວ້​ໃຫ້​ປົກຄອງ​ແຜ່ນດິນ​ນີ້.+ ຈະ​ມີ​ໃຜ​ບໍ​ທີ່​ຄື​ກັບ​ເຮົາ? ມີ​ໃຜ​ບໍ​ທີ່​ກ້າ​ທ້າທາຍ​ເຮົາ? ມີ​ຜູ້​ລ້ຽງ​ແກະ​ຄົນ​ໃດ​ບໍ​ທີ່​ຈະ​ຕໍ່ຕ້ານ​ເຮົາ​ໄດ້?+ 45  ດັ່ງ​ນັ້ນ ໃຫ້​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ຕັດສິນ​ໃຈ​ກ່ຽວ​ກັບ​ບາບີໂລນ+​ແລະ​ສິ່ງ​ທີ່​ເພິ່ນ​ຄິດ​ກ່ຽວ​ກັບ​ແຜ່ນດິນ​ຂອງ​ພວກ​ການເດອາ. ພວກ​ແກະ​ນ້ອຍ​ຈະ​ຖືກ​ລັກ​ໄປ​ແນ່ນອນ. ເພິ່ນ​ຈະ​ເຮັດ​ໃຫ້​ບ່ອນ​ຢູ່​ຂອງ​ເຂົາ​ເຈົ້າ​ຮ້າງ​ເປົ່າ ຍ້ອນ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ.+ 46  ຕອນ​ທີ່​ມີ​ສຽງ​ຂອງ​ການ​ຍຶດ​ບາບີໂລນ ໂລກ​ຈະ​ສັ່ນ​ສະເທືອນແລະ​ຊາດ​ຕ່າງ​ໆ​ກໍ​ຈະ​ໄດ້​ຍິນ​ສຽງ​ຮ້ອງ​ດັງ​ໆ​.”+

ຂໍຄວາມໄຂເງື່ອນ

ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ກ່ຽວ​ຂ້ອງ​ກັບ​ຄຳ​ວ່າ “ຂີ້​ສັດ” ແລະ​ໃຊ້​ໃນ​ລັກສະນະ​ດູຖູກ
ຫຼື “ທຸງ”
ແປ​ຕາມ​ໂຕ​ວ່າ “ເນບູກາດເຣັດຊາ” ເຊິ່ງ​ເປັນ​ການ​ສະກົດ​ອີກ​ແບບ​ໜຶ່ງ
ແປ​ຕາມ​ໂຕ​ວ່າ “ມິດ​ງຽບ”
ຫຼື “ພວກ​ຄົນ​ທີ່​ເວົ້າ​ສິ່ງ​ທີ່​ບໍ່​ເປັນ​ປະໂຫຍດ”
ຄຳ​ໃນ​ພາສາ​ເຮັບເຣີ​ໝາຍເຖິງ​ສັດ​ທີ່​ສົ່ງ​ສຽງ​ຫອນ