ເຢເຣມີຢາ 51:1-64

  • ຄຳ​ພະຍາກອນ​ກ່ຽວ​ກັບ​ບາບີໂລນ (1-64)

    • ບາບີໂລນ​ຈະ​ຖືກ​ຄົນ​ເມເດຍ​ເອົາ​ຊະນະ​ແບບ​ກະທັນຫັນ (8-12)

    • ໂຍນ​ມ້ວນ​ໜັງສື​ຖິ້ມ​ລົງ​ແມ່​ນ້ຳ​ເອິຟາຣາດ (59-64)

51  ພະ​ເຢໂຫວາ​ບອກ​ວ່າ: “ເຮົາ​ຈະ​ເຮັດ​ໃຫ້​ມີ​ພາຍຸ​ພັດ​ມາ​ໃສ່​ບາບີໂລນ+ແລະ​ຄົນ​ທີ່​ຢູ່​ເລັບ​ກາ​ມາຍ.*   ເຮົາ​ຈະ​ສົ່ງ​ພວກ​ຄົນ​ຝັດ​ເຂົ້າ​ມາ​ບາບີໂລນແລະ​ເຂົາ​ເຈົ້າ​ຈະ​ຝັດ​ເມືອງ​ນີ້​ແລະ​ເຮັດ​ໃຫ້​ແຜ່ນດິນ​ນີ້​ຮ້າງ​ເປົ່າ.ເຂົາ​ເຈົ້າ​ຈະ​ໂຈມຕີ​ເມືອງ​ນີ້​ຈາກ​ທຸກ​ດ້ານ​ໃນ​ມື້​ທີ່​ເມືອງ​ນີ້​ເຈິ​ຄວາມ​ຈິບຫາຍ.+   ທະຫານ​ຍິງ​ທະນູ​ຂອງ​ບາບີໂລນ​ຈະ​ບໍ່​ໄດ້​ໃຊ້​ທະນູ. ທະຫານ​ຂອງ​ເມືອງ​ນີ້​ຈະ​ບໍ່​ໄດ້​ຢືນ​ໃສ່​ຊຸດ​ເກາະ. ພວກ​ເຈົ້າ​ຢ່າ​ອີ່ຕົນ​ພວກ​ຄົນ​ໜຸ່ມ​ຂອງ​ເມືອງ​ນີ້+ ແລະ​ໃຫ້​ຂ້າ​ທະຫານ​ຂອງ​ເມືອງ​ນີ້​ໃຫ້​ໝົດ.   ພວກ​ທະຫານ​ຂອງ​ການເດອາ​ຈະ​ຖືກ​ແທງ​ຢູ່​ຕາມ​ຫົນທາງ+ແລະ​ຈະ​ຕາຍ​ຢູ່​ໃນ​ແຜ່ນດິນ​ຂອງ​ໂຕເອງ.   ອິດສະຣາເອນ​ແລະ​ຢູດາ​ບໍ່​ໄດ້​ຖືກ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ເຂົາ​ເຈົ້າ​ຖິ້ມ+ ແຕ່​ພະເຈົ້າ​ອົງ​ບໍລິສຸດ​ຂອງ​ອິດສະຣາເອນ​ຖື​ວ່າ​ແຜ່ນດິນ​ຂອງ​ເຂົາ​ເຈົ້າ*​ມີ​ຄວາມ​ຜິດ​ຫຼາຍ.   ໃຫ້​ໜີ​ອອກ​ມາ​ຈາກ​ບາບີໂລນ.ໃຫ້​ໜີ​ເອົາ​ຊີວິດ​ລອດ.+ ຢ່າ​ຕາຍ​ຍ້ອນ​ຄວາມ​ຜິດ​ຂອງ​ເມືອງ​ນີ້ ຍ້ອນ​ນີ້​ແມ່ນ​ເວລາ​ທີ່​ພະ​ເຢໂຫວາ​ກຳລັງ​ແກ້ແຄ້ນ. ເພິ່ນ​ກຳລັງ​ຕອບ​ແທນ​ເມືອງ​ນີ້​ຕາມ​ສິ່ງ​ທີ່​ເມືອງ​ນີ້​ໄດ້​ເຮັດ.+   ບາບີໂລນ​ເຄີຍ​ເປັນ​ຈອກ​ຄຳ​ທີ່​ຢູ່​ໃນ​ມື​ຂອງ​ພະ​ເຢໂຫວາ.ມັນ​ໄດ້​ເຮັດ​ໃຫ້​ທົ່ວ​ທັງ​ໂລກ​ເມົາ. ຊາດ​ຕ່າງ​ໆ​ໄດ້​ກິນ​ເຫຼົ້າແວງ​ຂອງ​ເມືອງ​ນີ້+ຍ້ອນ​ແນວ​ນີ້ ຊາດ​ເຫຼົ່າ​ນັ້ນ​ຈຶ່ງ​ເປັນ​ບ້າ​ເປັນ​ປ່ວງ.+   ບາບີໂລນ​ໄດ້​ຫັກ​ລົງ​ແລະ​ຫຼົ້ມຈົມ​ຢ່າງ​ກະທັນຫັນ.+ ໃຫ້​ຮ້ອງໄຫ້​ໃຫ້​ເມືອງ​ນີ້.+ ໃຫ້​ເອົາ​ນ້ຳມັນ​ຫອມ​ມາ​ບັນເທົາ​ຄວາມ​ເຈັບ​ປວດ​ໃຫ້​ເມືອງ​ນີ້ ບາງ​ເທື່ອ​ອາດຈະ​ປິ່ນປົວ​ເມືອງ​ນີ້​ໄດ້.”   “ພວກ​ເຮົາ​ພະຍາຍາມ​ປິ່ນປົວ​ບາບີໂລນ ແຕ່​ກໍ​ປົວ​ບໍ່​ໄດ້. ໄປ໋ ໃຫ້​ພວກ​ເຮົາ​ອອກ​ຈາກ​ເມືອງ​ນີ້​ແລະ​ກັບ​ໄປ​ແຜ່ນດິນ​ຂອງ​ໂຕເອງ+ ຍ້ອນ​ຄວາມ​ຜິດ​ຂອງ​ເມືອງ​ນີ້​ຂຶ້ນ​ໄປ​ຮອດ​ຟ້າ​ແລ້ວ.ມັນ​ສູງ​ຈົນ​ຮອດ​ຂີ້ເຝື້ອ.+ 10  ພະ​ເຢໂຫວາ​ໄດ້​ສະແດງ​ຄວາມ​ຍຸຕິທຳ​ຕໍ່​ພວກ​ເຮົາ​ແລ້ວ.+ ໃຫ້​ພວກ​ເຮົາ​ໄປ​ເລົ່າ​ຢູ່​ຊີໂອນ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ໄດ້​ເຮັດ​ຫຍັງ​ແດ່.”+ 11  “ໃຫ້​ຂັດ​ເງົາ​ລູກ​ທະນູ+​ແລະ​ຈັບ​ໂລ້​ມົນ​ຂຶ້ນ​ມາ* ພະ​ເຢໂຫວາ​ໄດ້​ກະຕຸ້ນ​ໃຫ້​ພວກ​ກະສັດ​ເມເດຍ​ອອກ​ໄປ​ເຮັດ​ສົງຄາມ+ຍ້ອນ​ເພິ່ນ​ຕັ້ງໃຈ​ຈະ​ທຳລາຍ​ບາບີໂລນ. ນີ້​ແມ່ນ​ການ​ແກ້ແຄ້ນ​ຂອງ​ພະ​ເຢໂຫວາ​ແລະ​ການ​ແກ້ແຄ້ນ​ເພື່ອ​ວິຫານ​ຂອງ​ເພິ່ນ. 12  ໃຫ້​ຍົກ​ເສົາ​ໃຫ້​ສັນຍານ*+​ເພື່ອ​ໂຈມຕີ​ກຳແພງ​ເມືອງ​ຂອງ​ບາບີໂລນ. ໃຫ້​ເສີມ​ກຳລັງ​ຄົນ​ຍາມ​ແລະ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ປະຈຳ​ທີ່. ໃຫ້​ກຽມ​ກອງ​ທະຫານ​ດັກ​ຊຸ້ມ​ໃຫ້​ພ້ອມ ຍ້ອນ​ພະ​ເຢໂຫວາ​ໄດ້​ກຽມ​ແຜນການ​ໄວ້​ແລ້ວແລະ​ເພິ່ນ​ຈະ​ເຮັດ​ຕາມ​ສິ່ງ​ທີ່​ເພິ່ນ​ໄດ້​ເວົ້າ​ໄວ້​ກ່ຽວ​ກັບ​ຄົນ​ທີ່​ຢູ່​ໃນ​ບາບີໂລນ.+ 13  ຜູ້​ຍິງ​ທີ່​ຢູ່​ເທິງ​ນ້ຳ​ຕ່າງ​ໆ​+​ແລະ​ມີ​ຊັບ​ສົມບັດ​ຫຼາຍ​ໆ​ເອີ້ຍ+ຈຸດຈົບ​ຂອງ​ເຈົ້າ​ມາ​ຮອດ​ແລ້ວ.ເຈົ້າ​ຈະ​ບໍ່​ໄດ້​ສ້າງ​ຜົນ​ກຳໄລ​ອີກ​ຕໍ່​ໄປ​ແລ້ວ.+ 14  ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ​ໄດ້​ສາບານ​ໂດຍ​ໃຊ້​ຊື່​ຂອງ​ເພິ່ນ​ວ່າ‘ເຮົາ​ຈະ​ເຮັດ​ໃຫ້​ພວກ​ຜູ້​ຊາຍ​ເຂົ້າ​ໄປ​ໃນ​ເມືອງ​ນີ້​ຈົນ​ເຕັມ. ພວກ​ຜູ້​ຊາຍ​ຈະ​ມີ​ຫຼາຍ​ຄື​ກັບ​ຝູງ​ຕັກກະແຕນແລະ​ເຂົາ​ເຈົ້າ​ຈະ​ພາກັນ​ຮ້ອງ​ສຽງ​ດັງ​ຕອນ​ທີ່​ເອົາ​ຊະນະ​ເມືອງ​ນີ້​ໄດ້.’+ 15  ເພິ່ນ​ເປັນ​ຜູ້​ສ້າງ​ໂລກ​ດ້ວຍ​ລິດເດດ​ຂອງ​ເພິ່ນເພິ່ນ​ເປັນ​ຜູ້​ສ້າງ​ແຜ່ນດິນ​ທີ່​ອຸດົມ​ສົມບູນ​ດ້ວຍ​ສະຕິ​ປັນຍາ​ຂອງ​ເພິ່ນ+ແລະ​ເພິ່ນ​ເປັນ​ຜູ້​ພື​ທ້ອງຟ້າ​ອອກ​ດ້ວຍ​ຄວາມ​ເຂົ້າ​ໃຈ​ຂອງ​ເພິ່ນ.+ 16  ເມື່ອ​ເພິ່ນ​ເປັ່ງ​ສຽງເພິ່ນ​ກໍ​ເຮັດ​ໃຫ້​ນ້ຳ​ທີ່​ຢູ່​ເທິງ​ຟ້າ​ປັ່ນປ່ວນ.ເພິ່ນ​ເຮັດ​ໃຫ້​ຂີ້ເຝື້ອ*​ລອຍ​ມາ​ຈາກ​ສຸດ​ຂອບ​ໂລກ. ເພິ່ນ​ເຮັດ​ໃຫ້​ມີ​ຟ້າ​ແມບ​ຟ້າ​ຜ່າ​ຕອນ​ຝົນ​ຕົກ*ແລະ​ເພິ່ນ​ເອົາ​ລົມ​ອອກ​ມາ​ຈາກ​ສາງ​ຂອງ​ເພິ່ນ.+ 17  ມະນຸດ​ທຸກ​ຄົນ​ເຮັດ​ສິ່ງ​ທີ່​ບໍ່​ມີ​ເຫດຜົນ​ແລະ​ເຮັດ​ແບບ​ບໍ່​ມີ​ຄວາມ​ຮູ້. ຊ່າງ​ເງິນ​ຊ່າງ​ຄຳ​ຈະ​ຕ້ອງ​ອັບອາຍ​ຂາຍ​ໜ້າ​ຍ້ອນ​ຮູບ​ແກະ​ສະຫຼັກ+ຍ້ອນ​ຮູບ​ບູຊາ​ທີ່​ເຂົາ​ເຈົ້າ​ຫຼໍ່​ຂຶ້ນ​ມາ​ເປັນ​ເລື່ອງ​ຫຼອກລວງແລະ​ຮູບ​ບູຊາ​ເຫຼົ່າ​ນັ້ນ​ບໍ່​ມີ​ຊີວິດ.*+ 18  ພວກ​ມັນ​ບໍ່​ມີ​ປະໂຫຍດ​ຫຍັງ+​ແລະ​ເປັນ​ຕາ​ໜ້າ​ເຍາະເຍີ້ຍ. ເມື່ອ​ຮອດ​ມື້​ຕັດສິນ ພວກ​ມັນ​ກໍ​ຈະ​ຖືກ​ທຳລາຍ. 19  ພະເຈົ້າ*​ຂອງ​ຢາໂຄບ​ບໍ່​ຄື​ກັບ​ຮູບ​ບູຊາ​ເຫຼົ່າ​ນັ້ນຍ້ອນ​ເພິ່ນ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ​ທຸກ​ຢ່າງແລະ​ເພິ່ນ​ຍັງ​ເປັນ​ໄມ້ຄ້ອນເທົ້າ​ຂອງ​ຊັບ​ສົມບັດ*​ຂອງ​ເພິ່ນ.*+ ຊື່​ຂອງ​ເພິ່ນ​ແມ່ນ​ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ.+ 20  ບາບີໂລນ*​ເອີ້ຍ ເຈົ້າ​ເປັນ​ໄມ້​ຂອງ​ເຮົາ ເປັນ​ອາວຸດ​ທີ່​ເຮົາ​ໃຊ້​ເຮັດ​ສົງຄາມ.ເຮົາ​ຈະ​ໃຊ້​ເຈົ້າ​ຕີ​ຊາດ​ຕ່າງ​ໆ​. ເຮົາ​ຈະ​ໃຊ້​ເຈົ້າ​ທຳລາຍ​ອານາຈັກ​ຕ່າງ​ໆ​ຈົນ​ເປັນ​ຊາກຫັກພັງ. 21  ເຮົາ​ຈະ​ໃຊ້​ເຈົ້າ​ຕີ​ມ້າ​ແລະ​ຄົນ​ຂີ່​ມ້າ. ເຮົາ​ຈະ​ໃຊ້​ເຈົ້າ​ຕີ​ລົດ​ຮົບ​ແລະ​ຄົນ​ຂັບ​ລົດ​ຮົບ. 22  ເຮົາ​ຈະ​ໃຊ້​ເຈົ້າ​ຕີ​ຜູ້​ຊາຍ​ແລະ​ຜູ້​ຍິງ. ເຮົາ​ຈະ​ໃຊ້​ເຈົ້າ​ຕີ​ຜູ້​ເຖົ້າ​ແລະ​ເດັກນ້ອຍ. ເຮົາ​ຈະ​ໃຊ້​ເຈົ້າ​ຕີ​ຜູ້​ບ່າວ​ແລະ​ຜູ້​ສາວ. 23  ເຮົາ​ຈະ​ໃຊ້​ເຈົ້າ​ຕີ​ຄົນ​ລ້ຽງ​ແກະ​ແລະ​ຝູງ​ແກະ​ຂອງ​ລາວ. ເຮົາ​ຈະ​ໃຊ້​ເຈົ້າ​ຕີ​ຊາວນາ​ແລະ​ຝູງ​ສັດ​ຂອງ​ລາວ. ເຮົາ​ຈະ​ໃຊ້​ເຈົ້າ​ຕີ​ພວກ​ເຈົ້າແຂວງ​ແລະ​ພວກ​ຜູ້​ປົກຄອງ. 24  ເຮົາ​ຈະ​ຕອບ​ແທນ​ຄົນ​ບາບີໂລນ​ແລະ​ຄົນ​ການເດອາຕາມ​ຄວາມ​ຊົ່ວ​ທັງໝົດ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ຕໍ່​ໜ້າ​ເຈົ້າ​ຢູ່​ຊີໂອນ.”+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. 25  ພະ​ເຢໂຫວາ​ເວົ້າ​ວ່າ: “ພູ​ຂອງ​ການ​ທຳລາຍ​ທີ່​ໄດ້​ທຳລາຍ​ໂລກ​ທັງໝົດ​ເອີ້ຍ+ເຮົາ​ຈະ​ຕໍ່ສູ້​ເຈົ້າ.+ ເຮົາ​ຈະ​ເດ່​ມື​ຂອງ​ເຮົາ​ຍູ້​ເຈົ້າ​ໃຫ້​ກິ້ງ​ລົງ​ມາ​ຈາກ​ໜ້າ​ຜາແລະ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ພູ​ທີ່​ຖືກ​ໄຟ​ໄໝ້​ຈົນ​ໝົດ.” 26  ພະ​ເຢໂຫວາ​ເວົ້າ​ວ່າ: “ຈະ​ບໍ່​ມີ​ໃຜ​ເອົາ​ຫີນ​ຫົວ​ແຈ​ຫຼື​ຫີນ​ທີ່​ເປັນ​ຮາກ​ຖານ​ໄປ​ຈາກ​ເຈົ້າຍ້ອນ​ເຈົ້າ​ຈະ​ເປັນ​ບ່ອນ​ຮ້າງ​ເປົ່າ​ຕະຫຼອດ​ໄປ.+ 27  ໃຫ້​ຍົກ​ເສົາ​ໃຫ້​ສັນຍານ​ເພື່ອ​ໂຈມຕີ​ແຜ່ນດິນ​ນີ້.+ ໃຫ້​ເປົ່າ​ແກ​ໃຫ້​ຊາດ​ຕ່າງ​ໆ​ໄດ້​ຍິນ. ໃຫ້​ສົ່ງ​ຊາດ​ຕ່າງ​ໆ​ມາ​ຕໍ່ສູ້​ເມືອງ​ນີ້. ໃຫ້​ເອີ້ນ​ອານາຈັກ​ອາຣາຣັດ+ ມິນນີ ແລະ​ອັດຊະເກນາດ​ມາ​ຕໍ່ສູ້​ເມືອງ​ນີ້.+ ໃຫ້​ສັ່ງ​ພວກ​ທະຫານ​ມາ​ຕໍ່ສູ້​ເມືອງ​ນີ້ ແລະ​ໃຫ້​ພວກ​ມ້າ​ເຂົ້າ​ມາ​ໃນ​ເມືອງ​ນີ້​ຄື​ກັບ​ຝູງ​ຕັກກະແຕນ. 28  ໃຫ້​ສົ່ງ​ຊາດ​ຕ່າງ​ໆ​ມາ​ຕໍ່ສູ້​ເມືອງ​ນີ້.ໃຫ້​ສົ່ງ​ພວກ​ກະສັດ ພວກ​ເຈົ້າແຂວງ ພວກ​ຜູ້​ປົກຄອງ​ຂອງ​ເມເດຍ+ແລະ​ແຜ່ນດິນ​ທັງໝົດ​ທີ່​ເຂົາ​ເຈົ້າ​ປົກຄອງ​ມາ​ຕໍ່ສູ້​ເມືອງ​ນີ້​ນຳ. 29  ໂລກ​ຈະ​ສັ່ນ​ສະເທືອນຍ້ອນ​ພະ​ເຢໂຫວາ​ຈະ​ເຮັດ​ກັບ​ບາບີໂລນ​ຕາມ​ທີ່​ເພິ່ນ​ຕັ້ງໃຈ​ໄວ້.ບາບີໂລນ​ຈະ​ກາຍ​ເປັນ​ແຜ່ນດິນ​ທີ່​ເປັນ​ຕາ​ຢ້ານ​ແລະ​ບໍ່​ມີ​ຄົນ​ອາໄສ​ຢູ່​ເລີຍ.+ 30  ພວກ​ທະຫານ​ຂອງ​ບາບີໂລນ​ຍອມແພ້​ແລ້ວ. ເຂົາ​ເຈົ້າ​ນັ່ງ​ຢູ່​ໃນ​ປ້ອມ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ບໍ່​ມີ​ເຫື່ອ​ແຮງ​ແລ້ວ.+ ເຂົາ​ເຈົ້າ​ເປັນ​ຄື​ກັບ​ຜູ້​ຍິງ.+ ເຮືອນ​ຕ່າງ​ໆ​ໃນ​ເມືອງ​ນີ້​ກໍ​ຖືກ​ຈູດ ແລະ​ກອນ​ປະຕູ​ເມືອງ​ກໍ​ຖືກ​ຫັກ​ແລ້ວ.+ 31  ຜູ້​ສົ່ງ​ຂ່າວ​ຄົນ​ໜຶ່ງ​ແລ່ນ​ໄປ​ເຈິ​ຜູ້​ສົ່ງ​ຂ່າວ​ຄົນ​ໜຶ່ງແລະ​ຜູ້​ສົ່ງ​ຂ່າວ​ອີກ​ຄົນ​ໜຶ່ງ​ກໍ​ແລ່ນ​ໄປ​ເຈິ​ຜູ້​ສົ່ງ​ຂ່າວ​ອີກ​ຄົນ​ໜຶ່ງເພື່ອ​ລາຍງານ​ໃຫ້​ກະສັດ​ບາບີໂລນ​ຮູ້​ວ່າ​ທຸກ​ໆ​ສ່ວນ​ຂອງ​ເມືອງ​ໄດ້​ຖືກ​ຍຶດ​ແລ້ວ+ 32  ເພື່ອ​ລາຍງານ​ວ່າ​ບ່ອນ​ທີ່​ປະຊາຊົນ​ຂ້າມ​ແມ່​ນ້ຳ​ໄດ້​ຖືກ​ຍຶດ​ແລ້ວ+ເຮືອ​ພາໄພຣັດ*​ກໍ​ຖືກ​ຈູດ​ຖິ້ມແລະ​ພວກ​ທະຫານ​ກໍ​ພາກັນ​ຢ້ານ​ຫຼາຍ.” 33  ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ: “ບາບີໂລນ​ເປັນ​ຄື​ກັບ​ລານ​ຟາດ​ເຂົ້າ. ບັດ​ນີ້ ຮອດ​ເວລາ​ແລ້ວ​ທີ່​ຈະ​ຢຽບ​ບາບີໂລນ​ຈົນ​ແໜ້ນ ຍ້ອນ​ລະດູ​ເກັບ​ກ່ຽວ​ໃກ້​ຈະ​ມາ​ຮອດ​ແລ້ວ.” 34  “ເນບູກາດເນັດຊາ*​ກະສັດ​ຂອງ​ບາບີໂລນ​ໄດ້​ກັດ​ກິນ​ຂ້ອຍ.+ລາວ​ໂຍນ​ຂ້ອຍ​ເຂົ້າ​ໄປ​ໃນ​ຄວາມ​ສັບສົນ​ວຸ່ນວາຍ. ລາວ​ວາງ​ຂ້ອຍ​ລົງ​ຄື​ກັບ​ໝໍ້​ເປົ່າ. ລາວ​ເປັນ​ຄື​ກັບ​ງູ​ໃຫຍ່​ທີ່​ກືນ​ຂ້ອຍ​ລົງ​ໄປ.+ທ້ອງ​ຂອງ​ລາວ​ເຕັມ​ແຕ່​ສິ່ງ​ດີ​ໆ​ຂອງ​ຂ້ອຍ ແລະ​ລາວ​ໄດ້​ໂຍນ​ຂ້ອຍ​ຖິ້ມ.* 35  ຄົນ​ທີ່​ຢູ່​ຊີໂອນ​ເວົ້າ​ວ່າ ‘ຂໍ​ໃຫ້​ຄວາມ​ຮຸນແຮງ​ທີ່​ເກີດ​ຂຶ້ນ​ກັບ​ຂ້ອຍ​ແລະ​ຄົນ​ຂອງ​ຂ້ອຍ​ກັບ​ຄືນ​ໄປ​ຖືກ​ບາບີໂລນ!’+ ເຢຣູຊາເລັມ​ເວົ້າ​ວ່າ ‘ຂໍ​ໃຫ້​ຄົນ​ການເດອາ​ມີ​ຄວາມ​ຜິດ​ຍ້ອນ​ເຂົາ​ເຈົ້າ​ຂ້າ​ຂ້ອຍ!’” 36  ພະ​ເຢໂຫວາ​ຈຶ່ງ​ເວົ້າ​ວ່າ: “ເຮົາ​ຈະ​ສູ້​ຄະດີ​ໃຫ້​ເຈົ້າ+ແລະ​ເຮົາ​ຈະ​ແກ້ແຄ້ນ​ແທນ​ເຈົ້າ.+ ເຮົາ​ຈະ​ເຮັດ​ໃຫ້​ທະເລ​ແລະ​ນ້ຳ​ສ້າງ​ຂອງ​ບາບີໂລນ​ແຫ້ງ​ໄປ.+ 37  ບາບີໂລນ​ຈະ​ກາຍ​ເປັນ​ກອງ​ຫີນ+ເປັນ​ບ່ອນ​ຢູ່​ຂອງ​ໝາ​ໄນ+ເປັນ​ບ່ອນ​ທີ່​ເປັນ​ຕາ​ຢ້ານ​ແລະ​ໜ້າ​ເຍາະເຍີ້ຍແລະ​ເປັນ​ບ່ອນ​ທີ່​ບໍ່​ມີ​ຄົນ​ອາໄສ​ຢູ່​ເລີຍ.+ 38  ເຂົາ​ເຈົ້າ​ທຸກ​ຄົນ​ຈະ​ແຜດ​ສຽງ​ຮ້ອງ​ຄື​ກັບ​ໂຕ​ສິງ. ເຂົາ​ເຈົ້າ​ຈະ​ເຮັດ​ສຽງ​ຂູ່​ຄື​ກັບ​ສິງ​ນ້ອຍ.” 39  ພະ​ເຢໂຫວາ​ບອກ​ວ່າ: “ຕອນ​ທີ່​ເຂົາ​ເຈົ້າ​ຕື່ນເຕັ້ນ​ທີ່​ຈະ​ໄດ້​ກິນ ເຮົາ​ຈະ​ຈັດ​ງານ​ລ້ຽງ​ໃຫ້​ເຂົາ​ເຈົ້າ​ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ​ເມົາເພື່ອ​ເຂົາ​ເຈົ້າ​ຈະ​ໄດ້​ດີໃຈ+ແລ້ວ​ເຂົາ​ເຈົ້າ​ຈະ​ໄດ້​ຫຼັບ​ໄປແລະ​ບໍ່​ຕື່ນ​ອີກ​ເລີຍ.+ 40  ເຮົາ​ຈະ​ພາ​ເຂົາ​ເຈົ້າ​ໄປ​ຄື​ກັບ​ພາ​ແກະ​ໄປ​ຫາ​ຄົນ​ຂ້າ​ສັດຄື​ກັບ​ພາ​ແກະ​ໂຕ​ຜູ້​ແລະ​ແບ້​ໄປ​ຂ້າ. 41  ເຊຊັກ*​ຖືກ​ຍຶດ​ແລ້ວ.+ເມືອງ​ທີ່​ຄົນ​ທົ່ວ​ໂລກ​ຍົກຍ້ອງ​ສັນລະເສີນ​ໄດ້​ຖືກ​ຍຶດ​ໄປ​ແລ້ວ.+ ຊາດ​ຕ່າງ​ໆ​ທີ່​ເຫັນ​ບາບີໂລນ​ກໍ​ຮູ້ສຶກ​ຕົກໃຈ​ແລະ​ຢ້ານ​ຫຼາຍ. 42  ນ້ຳ​ທະເລ​ໄດ້​ຖ້ວມ​ເມືອງ​ບາບີໂລນ​ແລ້ວ ແລະ​ຄື້ນ​ທະເລ​ໄດ້​ຊັດ​ໃສ່​ເມືອງ​ນີ້​ຈົນ​ຫຼິບ. 43  ເມືອງ​ຕ່າງ​ໆ​ຂອງ​ບາບີໂລນ​ກາຍ​ເປັນ​ບ່ອນ​ທີ່​ເປັນ​ຕາ​ຢ້ານ ເປັນ​ທະເລ​ຊາຍ ແລະ​ເປັນ​ບ່ອນ​ທີ່​ບໍ່​ມີ​ນ້ຳ ເປັນ​ແຜ່ນດິນ​ທີ່​ບໍ່​ມີ​ຄົນ​ອາໄສ​ຢູ່​ແລະ​ບໍ່​ມີ​ໃຜ​ກາຍ​ໄປ​ກາຍ​ມາ.+ 44  ເຮົາ​ຈະ​ລົງໂທດ​ພະ​ເບນ+​ໃນ​ບາບີໂລນແລະ​ເຮົາ​ຈະ​ເອົາ​ສິ່ງ​ທີ່​ລາວ​ໄດ້​ກືນ​ກິນ​ອອກ​ມາ​ຈາກ​ປາກ​ຂອງ​ລາວ.+ ຊາດ​ຕ່າງ​ໆ​ຈະ​ບໍ່​ໄປ​ຫາ​ລາວ​ອີກ​ຕໍ່​ໄປແລະ​ກຳແພງ​ເມືອງ​ບາບີໂລນ​ຈະ​ຖືກ​ທຳລາຍ.+ 45  ປະຊາຊົນ​ຂອງ​ເຮົາ​ເອີ້ຍ ໃຫ້​ໜີ​ອອກ​ມາ​ຈາກ​ເມືອງ​ນີ້​ສະ!+ ໃຫ້​ໜີ​ເອົາ​ຊີວິດ​ລອດ+​ຈາກ​ຄວາມ​ໃຈ​ຮ້າຍ​ແຮງ​ຂອງ​ພະ​ເຢໂຫວາ!+ 46  ຢ່າ​ໝົດ​ກຳລັງ​ໃຈ​ຫຼື​ຢ້ານ​ຍ້ອນ​ຂ່າວ​ທີ່​ໄດ້​ຍິນ​ໃນ​ແຜ່ນດິນ​ນີ້. ປີ​ນີ້​ຈະ​ມີ​ຂ່າວ​ມາແລະ​ປີ​ໜ້າ​ກໍ​ຈະ​ມີ​ຂ່າວ​ມາ​ອີກເຊິ່ງ​ເປັນ​ຂ່າວ​ເລື່ອງ​ຄວາມ​ຮຸນແຮງ​ໃນ​ແຜ່ນດິນ​ນີ້​ແລະ​ເລື່ອງ​ການ​ຕໍ່ສູ້​ຂອງ​ພວກ​ຜູ້​ປົກຄອງ. 47  ຖ້າ​ເບິ່ງ​ເດີ້ ອີກ​ຈັກ​ໜ້ອຍເຮົາ​ຈະ​ລົງໂທດ​ຮູບ​ພະ​ຕ່າງ​ໆ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ບາບີໂລນ. ແຜ່ນດິນ​ທັງໝົດ​ຈະ​ຕ້ອງ​ອັບອາຍ​ຂາຍ​ໜ້າ.ຄົນ​ບາບີໂລນ​ທັງໝົດ​ຈະ​ຕ້ອງ​ຖືກ​ຂ້າ.+ 48  ທ້ອງຟ້າ ໂລກ ແລະ​ທຸກ​ສິ່ງ​ທີ່​ຢູ່​ໃນ​ໂລກຈະ​ຮ້ອງ​ດ້ວຍ​ຄວາມ​ດີໃຈ​ຍ້ອນ​ບາບີໂລນ​ຖືກ​ທຳລາຍ​ແລ້ວ.+ພວກ​ຜູ້​ທຳລາຍ​ເມືອງ​ນີ້​ຈະ​ມາ​ຈາກ​ທາງ​ເໜືອ.”+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. 49  “ບາບີໂລນ​ບໍ່​ໄດ້​ຂ້າ​ແຕ່​ຄົນ​ອິດສະຣາເອນ​ເທົ່າ​ນັ້ນ+ແຕ່​ບາບີໂລນ​ຍັງ​ໄດ້​ຂ້າ​ຄົນ​ອື່ນ​ໆ​ທົ່ວ​ໂລກ​ນຳ. 50  ພວກ​ເຈົ້າ​ທີ່​ລອດ​ຈາກ​ດາບ ໃຫ້​ແລ່ນ​ຕໍ່​ໄປ ຢ່າ​ຢືນ​ຢູ່​ຊື່​ໆ​!+ ພວກ​ເຈົ້າ​ທີ່​ຢູ່​ບ່ອນ​ໄກ​ໆ​ ໃຫ້​ນຶກ​ເຖິງ​ພະ​ເຢໂຫວາແລະ​ໃຫ້​ນຶກ​ເຖິງ​ເຢຣູຊາເລັມ.+ 51  ພວກ​ເຮົາ​ໄດ້​ຍິນ​ຄຳ​ເຍາະເຍີ້ຍ​ແລະ​ພວກ​ເຮົາ​ກໍ​ອັບອາຍ. ພວກ​ເຮົາ​ຂາຍ​ໜ້າຍ້ອນ​ຄົນ​ຕ່າງ​ຊາດ*​ໄດ້​ມາ​ຕໍ່ສູ້​ບ່ອນ​ບໍລິສຸດ​ຕ່າງ​ໆ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ.”+ 52  ພະ​ເຢໂຫວາ​ບອກ​ວ່າ: “ຖ້າ​ເບິ່ງ​ເດີ້ ອີກ​ຈັກ​ໜ້ອຍເຮົາ​ຈະ​ລົງໂທດ​ຮູບ​ບູຊາ​ຕ່າງ​ໆ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ບາບີໂລນແລະ​ທົ່ວ​ແຜ່ນດິນ​ນີ້​ຈະ​ມີ​ແຕ່​ສຽງ​ຮ້ອງ​ຄາງ​ຂອງ​ຄົນ​ທີ່​ບາດເຈັບ.”+ 53  ພະ​ເຢໂຫວາ​ບອກ​ວ່າ: “ເຖິງ​ວ່າ​ບາບີໂລນ​ຈະ​ຂຶ້ນ​ໄປ​ສະຫວັນ+ແລະ​ເຖິງ​ວ່າ​ບາບີໂລນ​ຈະ​ເຮັດ​ໃຫ້​ປ້ອມ​ສູງ​ໆ​ແຂງແຮງ​ຫຼາຍ​ສ່ຳ​ໃດເຮົາ​ກໍ​ຈະ​ສົ່ງ​ພວກ​ຜູ້​ທຳລາຍ​ມາ​ຕໍ່ສູ້​ເມືອງ​ນີ້.+ 54  ຟັງ​ແມ້! ມີ​ສຽງ​ຮ້ອງ​ຄາງ​ດັງ​ມາ​ຈາກ​ບາບີໂລນ+ມີ​ສຽງ​ຂອງ​ຄວາມ​ຈິບຫາຍ​ຄັ້ງ​ໃຫຍ່​ດັງ​ມາ​ຈາກ​ແຜ່ນດິນ​ຂອງ​ພວກ​ການເດອາ+ 55  ຍ້ອນ​ພະ​ເຢໂຫວາ​ກຳລັງ​ທຳລາຍ​ບາບີໂລນ.ເພິ່ນ​ຈະ​ເຮັດ​ໃຫ້​ສຽງ​ດັງ​ໆ​ຂອງ​ເມືອງ​ນີ້​ມິດ​ໄປ.ສຽງ​ຂອງ​ພວກ​ທີ່​ມາ​ໂຈມຕີ​ເມືອງ​ນີ້​ຈະ​ເປັນ​ຄື​ກັບ​ສຽງ​ຄື້ນ​ທີ່​ຢູ່​ໃນ​ທະເລ ແລະ​ຄົນ​ອື່ນ​ໆ​ກໍ​ຈະ​ໄດ້​ຍິນ​ສຽງ​ຂອງ​ເຂົາ​ເຈົ້າ. 56  ພວກ​ຜູ້​ທຳລາຍ​ຈະ​ມາ​ໂຈມຕີ​ບາບີໂລນ.+ທະຫານ​ຂອງ​ເມືອງ​ນີ້​ຈະ​ຖືກ​ຈັບ.+ທະນູ​ຂອງ​ເຂົາ​ເຈົ້າ​ກໍ​ຈະ​ຖືກ​ຫັກ​ຖິ້ມ.ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ລົງໂທດ​ຕາມ​ທີ່​ແຕ່​ລະ​ຄົນ​ສົມຄວນ​ໄດ້​ຮັບ.+ ເພິ່ນ​ຈະ​ຈັດການ​ບາບີໂລນ​ແນ່ນອນ.+ 57  ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ນາຍ ພວກ​ຄົນ​ສະຫຼາດພວກ​ເຈົ້າແຂວງ ພວກ​ຜູ້​ປົກຄອງ ແລະ​ພວກ​ທະຫານ​ຂອງ​ເມືອງ​ນີ້​ເມົາ.+ເຂົາ​ເຈົ້າ​ຈະ​ຫຼັບ​ໄປ​ແລະ​ບໍ່​ຕື່ນ​ຂຶ້ນ​ມາ​ອີກ​ເລີຍ.”+ກະສັດ​ຜູ້​ມີ​ຊື່​ວ່າ​ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ​ເວົ້າ​ໄວ້​ແນວ​ນີ້. 58  ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ​ບອກ​ວ່າ: “ເຖິງ​ວ່າ​ກຳແພງ​ເມືອງ​ຂອງ​ບາບີໂລນ​ຈະ​ກວ້າງ​ໃຫຍ່ ແຕ່​ມັນ​ກໍ​ຈະ​ຖືກ​ທຳລາຍ​ຈົນ​ໝົດ.+ເຖິງ​ວ່າ​ປະຕູ​ເມືອງ​ຂອງ​ບາບີໂລນ​ຈະ​ສູງ ແຕ່​ມັນ​ກໍ​ຈະ​ຖືກ​ຈູດ​ຖິ້ມ. ຊາດ​ຕ່າງ​ໆ​ຈະ​ເຮັດ​ວຽກ​ໜັກ ແຕ່​ຈະ​ບໍ່​ໄດ້​ຫຍັງ​ເລີຍ.ຂະໜາດ​ເຂົາ​ເຈົ້າ​ມີ​ແຕ່​ຫາ​ຟືນ​ມາ​ຈູດ​ເມືອງ​ນີ້​ຖິ້ມ​ກໍ​ຍັງ​ເມື່ອຍ​ແລ້ວ.”+ 59  ນີ້​ແມ່ນ​ຄຳ​ສັ່ງ​ທີ່​ຜູ້​ພະຍາກອນ​ເຢເຣມີຢາ​ສັ່ງ​ເສຣາຢາ​ລູກ​ຊາຍ​ຂອງ​ເນຣີຢາ+​ຫຼານ​ຊາຍ​ຂອງ​ມາເຊຢາ​ຕອນ​ທີ່​ເສຣາຢາ​ໄປ​ບາບີໂລນ. ລາວ​ໄປ​ພ້ອມ​ກັບ​ເຊເດກີຢາ​ກະສັດ​ຂອງ​ຢູດາ​ໃນ​ປີ​ທີ 4 ທີ່​ເຊເດກີຢາ​ປົກຄອງ. ຕອນ​ນັ້ນ ເສຣາຢາ​ເປັນ​ຜູ້​ເບິ່ງແຍງ​ເຄື່ອງ​ຂອງ​ຂອງ​ກະສັດ. 60  ເຢເຣມີຢາ​ໄດ້​ຂຽນ​ກ່ຽວ​ກັບ​ຄວາມ​ຈິບຫາຍ​ທັງໝົດ​ນີ້​ທີ່​ຈະ​ເກີດ​ຂຶ້ນ​ກັບ​ບາບີໂລນ​ໄວ້​ໃນ​ມ້ວນ​ໜັງສື​ໜຶ່ງ. 61  ນອກ​ຈາກ​ນັ້ນ ເຢເຣມີຢາ​ຍັງ​ໄດ້​ສັ່ງ​ເສຣາຢາ​ອີກ​ວ່າ: “ເມື່ອ​ເຈົ້າ​ໄປ​ຮອດ​ບາບີໂລນ​ແລ້ວ ໃຫ້​ເຈົ້າ​ອ່ານ​ມ້ວນ​ໜັງສື​ນີ້​ໃຫ້​ທຸກ​ຄົນ​ທີ່​ຢູ່​ຫັ້ນ​ຟັງ 62  ແລະ​ໃຫ້​ເຈົ້າ​ເວົ້າ​ວ່າ ‘ພະ​ເຢໂຫວາ​ເອີ້ຍ ພະອົງ​ໄດ້​ເວົ້າ​ກ່ຽວ​ກັບ​ບ່ອນ​ນີ້​ວ່າ​ມັນ​ຈະ​ຖືກ​ທຳລາຍ​ແລະ​ຈະ​ບໍ່​ມີ​ຄົນ​ຫຼື​ສັດ​ອາໄສ​ຢູ່​ອີກ​ເລີຍ. ມັນ​ຈະ​ຖືກ​ປະຖິ້ມ​ໃຫ້​ຮ້າງ​ເປົ່າ​ຕະຫຼອດ​ໄປ.’+ 63  ເມື່ອ​ເຈົ້າ​ອ່ານ​ມ້ວນ​ໜັງສື​ນີ້​ຈົບ​ແລ້ວ ກໍ​ໃຫ້​ເຈົ້າ​ເອົາ​ມ້ວນ​ໜັງສື​ນີ້​ມັດ​ໃສ່​ກ້ອນ​ຫີນ ແລ້ວ​ເອົາ​ໄປ​ໂຍນ​ຖິ້ມ​ຢູ່​ກາງ​ແມ່​ນ້ຳ​ເອິຟາຣາດ 64  ແລະ​ເວົ້າ​ວ່າ ‘ບາບີໂລນ​ກໍ​ຈະ​ເປັນ​ແນວ​ນີ້​ແຫຼະ. ມັນ​ຈະ​ຫຼົ້ມຈົມ​ແລະ​ຂຶ້ນ​ມາ​ບໍ່​ໄດ້​ອີກ​ເລີຍ+ ຍ້ອນ​ຄວາມ​ຈິບຫາຍ​ທີ່​ພະເຈົ້າ​ຈະ​ເຮັດ​ໃຫ້​ເກີດ​ກັບ​ເມືອງ​ນີ້​ແລະ​ຄົນ​ໃນ​ເມືອງ​ນີ້​ກໍ​ຈະ​ໝົດ​ແຮງ.’”+ ທັງໝົດ​ນີ້​ແມ່ນ​ຄຳ​ເວົ້າ​ຂອງ​ເຢເຣມີຢາ.

ຂໍຄວາມໄຂເງື່ອນ

ເບິ່ງ​ຄື​ວ່າ​ຄຳ​ນີ້​ເປັນ​ລະຫັດ​ລັບ​ທີ່​ໝາຍເຖິງ​ຄົນ​ການເດອາ
ໝາຍເຖິງ​ແຜ່ນດິນ​ຂອງ​ພວກ​ການເດອາ
ຫຼື​ອາດ​ແປ​ວ່າ “ເອົາ​ລູກ​ທະນູ​ໃສ່​ບັ້ງ​ໃຫ້​ເຕັມ”
ຫຼື “ທຸງ”
ຫຼື “ອາຍນ້ຳ”
ຫຼື​ອາດ​ແປ​ວ່າ “ເຮັດ​ປະຕູ​ນ້ຳ​ສຳລັບ​ຝົນ”
ຫຼື “ລົມ​ຫາຍໃຈ”
ແປ​ຕາມ​ໂຕ​ວ່າ “ສ່ວນ​ແບ່ງ”
ແປ​ຕາມ​ໂຕ​ວ່າ “ມໍລະດົກ”
ຫຼື​ອາດ​ແປ​ວ່າ “ແລະ​ເພິ່ນ​ຍັງ​ເປັນ​ຜູ້​ສ້າງ​ໄມ້ຄ້ອນເທົ້າ​ຂອງ​ຊັບ​ສົມບັດ​ຂອງ​ເພິ່ນ”
ອາດ​ໝາຍເຖິງ​ບາບີໂລນ​ຫຼື​ເນບູກາດເນັດຊາ
ພືດ​ຊະນິດ​ໜຶ່ງ​ທີ່​ຄ້າຍຄື​ກັບ​ຕົ້ນ​ຜື. ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ແປ​ຕາມ​ໂຕ​ວ່າ “ເນບູກາດເຣັດຊາ” ເຊິ່ງ​ເປັນ​ການ​ສະກົດ​ອີກ​ແບບ​ໜຶ່ງ
ຫຼື “ລ້າງ​ຂ້ອຍ​ຖິ້ມ”
ເບິ່ງ​ຄື​ວ່າ​ຄຳ​ນີ້​ເປັນ​ລະຫັດ​ລັບ​ທີ່​ໝາຍເຖິງ​ບາບີໂລນ
ຫຼື “ຄົນ​ແປກ​ໜ້າ”