ເຢເຣມີຢາ 52:1-34

  • ເຊເດກີຢາ​ກະບົດ​ຕໍ່​ບາບີໂລນ (1-3)

  • ເນບູກາດເນັດຊາ​ລ້ອມ​ເມືອງ​ເຢຣູຊາເລັມ (4-11)

  • ການ​ທຳລາຍ​ເມືອງ​ແລະ​ວິ⁠ຫານ (12-23)

  • ປະຊາຊົນ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ (24-30)

  • ເຢໂຮຢາກິນ​ຖືກ​ປ່ອຍ​ອອກ​ຈາກ​ຄຸກ (31-34)

52  ເຊເດກີຢາ+​ເປັນ​ກະສັດ​ຕອນ​ອາຍຸ 21 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 11 ປີ. ແມ່​ຂອງ​ລາວ​ຊື່​ຮາມຸຕານ+​ເປັນ​ລູກ​ສາວ​ຂອງ​ເຢເຣມີຢາ​ຄົນ​ເມືອງ​ລິບນາ.  ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ​ຄື​ກັບ​ເຢໂຮຢາກີມ​ໄດ້​ເຮັດ.+  ສິ່ງ​ເຫຼົ່າ​ນີ້​ເກີດ​ຂຶ້ນ​ໃນ​ເຢຣູຊາເລັມ​ແລະ​ໃນ​ຢູດາ​ກໍ​ຍ້ອນ​ວ່າ​ພະ​ເຢໂຫວາ​ໃຈ​ຮ້າຍ​ຫຼາຍ. ໃນ​ທີ່​ສຸດ ເພິ່ນ​ກໍ​ກຳຈັດ​ເຂົາ​ເຈົ້າ​ອອກ​ໄປ​ຈາກ​ຕໍ່​ໜ້າ​ເພິ່ນ.+ ຕໍ່​ມາ ເຊເດກີຢາ​ໄດ້​ກະບົດ​ຕໍ່​ກະສັດ​ບາບີໂລນ.+  ໃນ​ວັນ​ທີ 10 ເດືອນ​ທີ 10 ຂອງ​ປີ​ທີ 9 ທີ່​ເຊເດກີຢາ​ປົກຄອງ ເນບູກາດເນັດຊາ*​ກະສັດ​ຂອງ​ບາບີໂລນ​ໄດ້​ຍົກ​ກອງທັບ​ມາ​ຕໍ່ສູ້​ເມືອງ​ເຢຣູຊາເລັມ. ເຂົາ​ເຈົ້າ​ໄດ້​ຕັ້ງ​ຄ້າຍ​ແລະ​ເຮັດ​ກຳແພງ​ອ້ອມ​ເມືອງ​ນັ້ນ​ໄວ້.+  ເຂົາ​ເຈົ້າ​ລ້ອມ​ເມືອງ​ຈົນ​ຮອດ​ປີ​ທີ 11 ທີ່​ເຊເດກີຢາ​ປົກຄອງ.  ຕອນ​ນັ້ນ​ມີ​ຄວາມ​ອຶດຢາກ​ໜັກ​ຫຼາຍ​ໃນ​ເມືອງ​ເຢຣູຊາເລັມ​ແລະ​ຄົນ​ໃນ​ເມືອງ​ບໍ່​ມີ​ຂອງກິນ​ເລີຍ.+ ແລ້ວ​ໃນ​ວັນ​ທີ 9 ເດືອນ​ທີ 4 ຂອງ​ປີ​ນັ້ນ+  ກຳແພງ​ເມືອງ​ກໍ​ພັງ​ລົງ​ມາ. ພວກ​ທະຫານ​ທຸກ​ຄົນ​ຂອງ​ກະສັດ​ເຊເດກີຢາ​ໄດ້​ໜີ​ອອກ​ຈາກ​ເມືອງ​ໄປ​ໃນ​ຄືນ​ນັ້ນ​ທາງ​ປະຕູ​ຂອງ​ກຳແພງ 2 ຊັ້ນ​ທີ່​ຢູ່​ໃກ້​ສວນ​ຂອງ​ກະສັດ. ຕອນ​ນັ້ນ ພວກ​ການເດອາ​ກຳລັງ​ລ້ອມ​ເມືອງ​ໄວ້ ແຕ່​ເຂົາ​ເຈົ້າ​ກໍ​ໜີ​ໄປ​ທາງ​ອາຣາບາ.+  ພວກ​ທະຫານ​ການເດອາ​ໄດ້​ໄລ່​ນຳ​ກະສັດ​ເຊເດກີຢາ​ແລະ​ນຳ​ລາວ​ທັນ+​ຢູ່​ບ່ອນ​ກັນດານ​ເຢຣິໂກ. ເມື່ອ​ເຫັນ​ແບບ​ນັ້ນ ພວກ​ທະຫານ​ຂອງ​ລາວ​ກໍ​ພາກັນ​ໜີ​ໄປ​ຄົນ​ລະ​ທາງ.  ເຂົາ​ເຈົ້າ​ຈັບ​ລາວ​ໄດ້​ແລະ​ພາ​ໄປ​ຫາ​ກະສັດ​ບາບີໂລນ​ຢູ່​ເມືອງ​ຣິບລາ​ໃນ​ແຜ່ນດິນ​ຮາມັດ ແລ້ວ​ກະສັດ​ບາບີໂລນ​ກໍ​ຕັດສິນ​ລາວ. 10  ກະສັດ​ບາບີໂລນ​ໄດ້​ຂ້າ​ພວກ​ລູກ​ຊາຍ​ຂອງ​ເຊເດກີຢາ​ຕໍ່​ໜ້າ​ລາວ​ແລະ​ໄດ້​ຂ້າ​ພວກ​ເຈົ້າ​ນາຍ​ທັງໝົດ​ຂອງ​ຢູດາ​ຢູ່​ເມືອງ​ຣິບລາ. 11  ຈາກ​ນັ້ນ ກະສັດ​ບາບີໂລນ​ກໍ​ເຮັດ​ໃຫ້​ກະສັດ​ເຊເດກີຢາ​ຕາບອດ+ ເອົາ​ໂສ້​ທອງແດງ​ລ່າມ​ລາວ​ໄວ້ ແລະ​ພາ​ລາວ​ໄປ​ບາບີໂລນ ແລ້ວ​ຂັງ​ລາວ​ໄວ້​ໃນ​ຄຸກ​ຈົນ​ຮອດ​ມື້​ຕາຍ. 12  ໃນ​ວັນ​ທີ 10 ເດືອນ​ທີ 5 ຂອງ​ປີ​ທີ 19 ທີ່​ເນບູກາດເນັດຊາ​ເປັນ​ກະສັດ​ປົກຄອງ​ບາບີໂລນ ເນບູຊາຣາດານ​ຫົວໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ບາບີໂລນ​ໄດ້​ມາ​ເມືອງ​ເຢຣູຊາເລັມ.+ 13  ລາວ​ໄດ້​ຈູດ​ວິຫານ​ຂອງ​ພະ​ເຢໂຫວາ+ ວັງ​ຂອງ​ກະສັດ ເຮືອນ​ທຸກ​ຫຼັງ​ໃນ​ເມືອງ​ເຢຣູຊາເລັມ ແລະ​ເຮືອນ​ຫຼັງ​ໃຫຍ່​ໆ​ທຸກ​ຫຼັງ. 14  ພວກ​ທະຫານ​ການເດອາ​ທີ່​ມາ​ນຳ​ຫົວໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ໄດ້​ທຳລາຍ​ກຳແພງ​ເມືອງ​ເຢຣູຊາເລັມ.+ 15  ເນບູຊາຣາດານ​ທີ່​ເປັນ​ຫົວໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ໄດ້​ຈັບ​ຄົນ​ທຸກຍາກ​ບາງ​ຄົນ​ແລະ​ຄົນ​ທີ່​ຍັງ​ເຫຼືອ​ຢູ່​ໃນ​ເມືອງ​ໄປ​ເປັນ​ຊະເລີຍ. ລາວ​ຍັງ​ໄດ້​ຈັບ​ປະຊາຊົນ​ແລະ​ພວກ​ທີ່​ໄປ​ຢູ່​ຝ່າຍ​ກະສັດ​ບາບີໂລນ​ນຳ ລວມ​ທັງ​ພວກ​ຊ່າງ​ທີ່​ມີ​ສີ​ມື​ທີ່​ຍັງ​ເຫຼືອ​ຢູ່.+ 16  ແຕ່​ເນບູຊາຣາດານ​ຈົ່ງ​ຄົນ​ທີ່​ທຸກ​ທີ່​ສຸດ​ໄວ້​ເພື່ອ​ໃຫ້​ເຮັດ​ສວນ​ໝາກ​ລະແຊັງ​ແລະ​ເຮັດ​ໄຮ່​ເຮັດ​ນາ.+ 17  ພວກ​ການເດອາ​ມ້າງ​ເສົາ​ທອງແດງ 2 ຕົ້ນ+​ທີ່​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ ແລະ​ມ້າງ​ລໍ້+​ກັບ​ອ່າງ​ທະເລ​ທອງແດງ+​ທີ່​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ ແລ້ວ​ກໍ​ຂົນ​ທອງແດງ​ທັງໝົດ​ໄປ​ບາບີໂລນ.+ 18  ເຂົາ​ເຈົ້າ​ຍັງ​ໄດ້​ເອົາ​ຖັງ​ໃສ່​ຂີ້ເທົ່າ* ຊວ້ານ ມີດ​ຕັດ​ສຳລັບ​ຕັດ​ໄສ້​ຕະກຽງ ຖ້ວຍ+ ຈອກ+ ແລະ​ເຄື່ອງໃຊ້​ທຸກ​ຢ່າງ​ທີ່​ເປັນ​ທອງແດງ​ທີ່​ຢູ່​ໃນ​ວິຫານ​ໄປ​ນຳ. 19  ຫົວໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ໄດ້​ເອົາ​ອ່າງ+ ຖາດ​ສຳລັບ​ໃສ່​ຖ່ານ​ທີ່​ຮ້ອນ​ໆ​ ຖ້ວຍ ຖັງ​ໃສ່​ຂີ້ເທົ່າ ຂາຕະກຽງ+ ຈອກ ແລະ​ຖ້ວຍ​ທີ່​ເປັນ​ເງິນ​ແທ້​ແລະ​ຄຳ​ແທ້​ໄປ​ຄື​ກັນ.+ 20  ຈຳນວນ​ທອງແດງ​ທີ່​ໃຊ້​ເຮັດ​ເສົາ 2 ຕົ້ນ ອ່າງ​ທະເລ​ທອງແດງ ຮູບ​ປັ້ນ​ງົວ​ທອງແດງ 12 ໂຕ+​ທີ່​ຢູ່​ກ້ອງ​ອ່າງ​ທະເລ​ທອງແດງ ແລະ​ລໍ້​ທີ່​ກະສັດ​ໂຊໂລໂມນ​ໄດ້​ເຮັດ​ສຳລັບ​ວິຫານ​ຂອງ​ພະ​ເຢໂຫວາ​ມີ​ຫຼາຍ​ແທ້​ຫຼາຍ​ວ່າ​ຈົນ​ຊັ່ງ​ນ້ຳ​ໜັກ​ບໍ່​ໄດ້. 21  ເສົາ 2 ຕົ້ນ​ນັ້ນ​ສູງ 18 ສອກ*​ແລະ​ອ້ອມ​ຮອບ​ເສົາ​ແທກ​ໄດ້ 12 ສອກ.*+ ເສົາ​ແຕ່​ລະ​ຕົ້ນ​ເປັນ​ໂກນ​ທາງ​ໃນ​ແລະ​ເຮັດ​ຈາກ​ທອງແດງ​ໜາ 4 ນິ້ວ.* 22  ບົວ​ຫົວ​ເສົາ​ທີ່​ເປັນ​ທອງແດງ​ທີ່​ຢູ່​ເທິງ​ເສົາ​ສູງ 5 ສອກ*+ ແລະ​ຕານ່າງ​ທີ່​ຢູ່​ກັບ​ໝາກ​ພິລາ​ທີ່​ຢູ່​ອ້ອມ​ບົວ​ເປັນ​ທອງແດງ​ທັງໝົດ. ເສົາ​ທັງ​ສອງ​ຕົ້ນ​ເຮັດ​ແບບ​ດຽວ​ກັນ​ແລະ​ມີ​ໝາກ​ພິລາ​ຄື​ກັນ. 23  ໝາກ​ພິລາ​ທີ່​ຢູ່​ທາງ​ຂ້າງ​ຂອງ​ບົວ​ຫົວ​ເສົາ​ມີ 96 ໜ່ວຍ ແລະ​ມີ​ໝາກ​ພິລາ​ທັງໝົດ 100 ໜ່ວຍ​ທີ່​ຕິດ​ຢູ່​ກັບ​ຕານ່າງ​ແຕ່​ລະ​ອັນ.+ 24  ຫົວໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ໄດ້​ຈັບ​ເສຣາຢາ+​ທີ່​ເປັນ​ປະໂລຫິດ​ໃຫຍ່ ເຊຟານີຢາ+​ທີ່​ເປັນ​ຜູ້​ຊ່ວຍ​ປະໂລຫິດ​ໃຫຍ່ ແລະ​ຄົນ​ຍາມ​ປະຕູ 3 ຄົນ​ໄປ​ນຳ.+ 25  ນອກ​ຈາກ​ນັ້ນ ລາວ​ຍັງ​ໄດ້​ຈັບ​ຂ້າລາຊະການ​ຄົນ​ໜຶ່ງ​ທີ່​ເປັນ​ຜູ້​ບັນຊາການ​ທະຫານ ທີ່​ປຶກສາ 7 ຄົນ​ຂອງ​ກະສັດ​ທີ່​ຍັງ​ຢູ່​ໃນ​ເມືອງ​ເຢຣູຊາເລັມ ເລຂາ​ຂອງ​ຫົວໜ້າ​ກອງທັບ​ທີ່​ຮັບ​ຜິດ​ຊອບ​ເກນ​ຄົນ​ເຂົ້າ​ມາ​ເປັນ​ທະຫານ ແລະ​ປະຊາຊົນ 60 ຄົນ​ທີ່​ຍັງ​ຢູ່​ໃນ​ເມືອງ. 26  ເນບູຊາຣາດານ​ທີ່​ເປັນ​ຫົວໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ຈັບ​ຄົນ​ເຫຼົ່າ​ນີ້​ໄປ​ໃຫ້​ກະສັດ​ບາບີໂລນ​ຢູ່​ເມືອງ​ຣິບລາ. 27  ກະສັດ​ບາບີໂລນ​ໄດ້​ຂ້າ​ເຂົາ​ເຈົ້າ​ຢູ່​ເມືອງ​ຣິບລາ+​ໃນ​ເຂດ​ຮາມັດ. ພວກ​ຢູດາ​ຈຶ່ງ​ຖືກ​ໄລ່​ອອກ​ຈາກ​ແຜ່ນດິນ​ຂອງ​ໂຕເອງ​ແລະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.+ 28  ໃນ​ປີ​ທີ 7 ທີ່​ເນບູກາດເນັດຊາ​ປົກຄອງ ຄົນ​ຢູດາ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ 3.023 ຄົນ.+ 29  ໃນ​ປີ​ທີ 18 ທີ່​ເນບູກາດເນັດຊາ​ປົກຄອງ+ ຄົນ​ເຢຣູຊາເລັມ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ 832 ຄົນ. 30  ໃນ​ປີ​ທີ 23 ທີ່​ເນບູກາດເນັດຊາ​ປົກຄອງ ເນບູຊາຣາດານ​ຫົວໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ຈັບ​ຄົນ​ຢູດາ​ໄປ​ເປັນ​ຊະເລີຍ 745 ຄົນ.+ ຄົນ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ລວມ​ທັງໝົດ​ມີ 4.600 ຄົນ. 31  ໃນ​ປີ​ທີ 37 ທີ່​ເຢໂຮຢາກິນ​ກະສັດ+​ຂອງ​ຢູດາ​ຖືກ​ຈັບ​ມາ​ເປັນ​ຊະເລີຍ ເອວິນເມໂຣດັກ​ກໍ​ເລີ່ມ​ເປັນ​ກະສັດ​ປົກຄອງ​ບາບີໂລນ. ໃນ​ວັນ​ທີ 25 ເດືອນ​ທີ 12 ຂອງ​ປີ​ນັ້ນ ເອວິນເມໂຣດັກ​ໄດ້​ປ່ອຍ​ເຢໂຮຢາກິນ​ກະສັດ​ຂອງ​ຢູດາ​ອອກ​ຈາກ​ຄຸກ.+ 32  ເອວິນເມໂຣດັກ​ໄດ້​ເຮັດ​ດີ​ກັບ​ເຢໂຮຢາກິນ​ແລະ​ໃຫ້​ກຽດ​ລາວ​ຫຼາຍ​ກວ່າ​ກະສັດ​ອົງ​ອື່ນ​ໆ​*​ທີ່​ຖືກ​ຈັບ​ມາ​ເປັນ​ຊະເລີຍ​ຢູ່​ບາບີໂລນ. 33  ເຢໂຮຢາກິນ​ບໍ່​ຕ້ອງ​ນຸ່ງ​ເຄື່ອງ​ນັກໂທດ ແລະ​ລາວ​ໄດ້​ນັ່ງ​ກິນ​ເຂົ້າ​ກັບ​ກະສັດ​ຈົນ​ຮອດ​ມື້​ຕາຍ. 34  ກະສັດ​ບາບີໂລນ​ໃຫ້​ເຢໂຮຢາກິນ​ມີ​ຂອງກິນ​ທຸກ​ມື້​ຕະຫຼອດ​ຊີວິດ​ຂອງ​ເຢໂຮຢາກິນ​ຈົນ​ຮອດ​ມື້​ຕາຍ.

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ເນບູກາດເຣັດຊາ” ເຊິ່ງ​ເປັນ​ການ​ສະກົດ​ອີກ​ແບບ​ໜຶ່ງ
ໝາຍເຖິງ​ຂີ້ເທົ່າ​ທີ່​ປົນ​ກັບ​ນ້ຳມັນ​ສັດ​ທີ່​ເຜົາ​ເປັນ​ເຄື່ອງ​ບູຊາ
8 ແມັດ. ເບິ່ງ​ພາກ​ຜະໜວກ ຂ14.
5,3 ແມັດ
7,4 ຊັງຕີແມັດ. ເບິ່ງ​ພາກ​ຜະໜວກ ຂ14.
2,2 ແມັດ
ແປ​ຕາມ​ໂຕ​ວ່າ “ເອວິນເມໂຣດັກ​ໃຫ້​ບັນລັງ​ຂອງ​ເຢໂຮຢາກິນ​ຢູ່​ສູງ​ກວ່າ​ບັນລັງ​ຂອງ​ກະສັດ​ອົງ​ອື່ນ​ໆ​