ເຢເຣມີຢາ 6:1-30

  • ເມືອງ​ເຢຣູຊາເລັມ​ໃກ້​ຈະ​ຖືກ​ລ້ອມ (1-9)

  • ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ເຢຣູຊາເລັມ (10-21)

    • ບອກ​ວ່າ “ມີ​ຄວາມ​ສະຫງົບສຸກ​ແລ້ວ!” ທັງ​ໆ​ທີ່​ບໍ່​ໄດ້​ມີ​ຄວາມ​ສະຫງົບສຸກ (14)

  • ການ​ໂຈມຕີ​ທີ່​ໂຫດຫ້ຽມ​ຈາກ​ທາງ​ເໜືອ (22-26)

  • ເຢເຣມີຢາ​ເປັນ​ຄື​ກັບ​ຊ່າງ​ຫຼອມ​ເງິນ (27-30)

6  ລູກ​ຫຼານ​ຂອງ​ເບັນຢາມິນ​ເອີ້ຍ ໃຫ້​ໜີ​ອອກ​ມາ​ຈາກ​ເມືອງ​ເຢຣູຊາເລັມ​ເພື່ອ​ພວກ​ເຈົ້າ​ຈະ​ລອດ​ຊີວິດ. ໃຫ້​ເປົ່າ​ແກ​ເຂົາ​ສັດ+​ຢູ່​ເມືອງ​ເຕໂກອາ+ໃຫ້​ຈູດ​ໄຟ​ເພື່ອ​ເປັນ​ສັນຍານ​ຢູ່​ເບັດຮັກເຄເຣັມ ຍ້ອນ​ຄວາມ​ຈິບຫາຍ​ຄັ້ງ​ໃຫຍ່​ກຳລັງ​ມາ​ຈາກ​ທາງ​ເໜືອ.+   ລູກ​ສາວ​ຂອງ​ຊີໂອນ*​ເປັນ​ຄື​ກັບ​ຜູ້​ຍິງ​ທີ່​ງາມ​ຫຼາຍ​ແລະ​ມີ​ແຕ່​ຄົນ​ເອົາ​ໃຈ.+   ພວກ​ຄົນ​ລ້ຽງ​ແກະ​ແລະ​ຝູງ​ແກະ​ຂອງ​ເຂົາ​ເຈົ້າ​ຈະ​ມາ. ເຂົາ​ເຈົ້າ​ຈະ​ຕັ້ງ​ເຕັ້ນ​ອ້ອມ​ເມືອງ​ນີ້+ແລະ​ຜູ້​ລ້ຽງ​ແກະ​ແຕ່​ລະ​ຄົນ​ຈະ​ໃຫ້​ແກະ​ກິນ​ຫຍ້າ​ຢູ່​ເຂດ​ຂອງ​ໂຕເອງ.+   “ໃຫ້​ກຽມ*​ເຮັດ​ສົງຄາມ​ຕໍ່ສູ້​ເມືອງ​ນີ້. ໃຫ້​ພວກ​ເຮົາ​ລຸກ​ຂຶ້ນ​ແລະ​ໄປ​ໂຈມຕີ​ເມືອງ​ນີ້​ຕອນ​ກາງເວັນ.” “ຈິບຫາຍ​ແລ້ວ​ພວກ​ເຮົາ ຕອນນີ້​ຊ້າ​ເກີນ​ໄປ​ແລ້ວ.ມັນ​ໃກ້​ຊິ​ຄ່ຳ​ແລ້ວ.”   “ໃຫ້​ພວກ​ເຮົາ​ລຸກ​ຂຶ້ນ​ແລະ​ໄປ​ໂຈມຕີ​ຕອນ​ກາງຄືນແລະ​ທຳລາຍ​ປ້ອມ​ສູງ​ໆ​ທີ່​ແຂງແຮງ​ຂອງ​ເມືອງ​ນີ້.”+   ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ: “ໃຫ້​ຕັດ​ຕົ້ນໄມ້​ແລະ​ເອົາ​ດິນ​ມາ​ກອງ​ກັນ​ເປັນ​ໂນນ​ຈຸ​ກຳແພງ​ເພື່ອ​ຈະ​ໂຈມຕີ​ເມືອງ​ເຢຣູຊາເລັມ.+ ເມືອງ​ນີ້​ຈະ​ຕ້ອງ​ຖືກ​ລົງໂທດຍ້ອນ​ເມືອງ​ນີ້​ມີ​ແຕ່​ການ​ກົດຂີ່​ຂົ່ມເຫງ.+   ຄື​ກັບ​ຂຸມ​ທີ່​ເປັນ​ແຫຼ່ງ​ຂອງ​ນ້ຳ​ເຢັນເມືອງ​ນີ້​ກໍ​ເປັນ​ແຫຼ່ງ​ຂອງ​ຄວາມ​ຊົ່ວ. ເມືອງ​ນີ້​ມີ​ແຕ່​ສຽງ​ຂອງ​ຄົນ​ຮຸນແຮງ​ແລະ​ມັກ​ທຳລາຍ.+ສິ່ງ​ທີ່​ເຮົາ​ເຫັນ​ມີ​ແຕ່​ຄວາມ​ເຈັບ​ປ່ວຍ​ແລະ​ໂລກລະບາດ.   ເຢຣູຊາເລັມ​ເອີ້ຍ ໃຫ້​ຕັ້ງໃຈ​ຟັງ​ຄຳ​ເຕືອນ​ຂອງ​ເຮົາ​ເດີ້. ຄັນ​ບໍ່​ຊັ້ນ ເຮົາ​ຈະ​ປິ່ນ​ໜ້າ​ໜີ​ຈາກ​ເຈົ້າ​ດ້ວຍ​ຄວາມ​ລັງກຽດ.+ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຮ້າງ​ເປົ່າ​ແລະ​ເປັນ​ແຜ່ນດິນ​ທີ່​ບໍ່​ມີ​ໃຜ​ອາໄສ​ຢູ່.”+   ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ: “ພວກ​ສັດຕູ​ຈະ​ເອົາ​ພວກ​ອິດສະຣາເອນ​ທີ່​ຍັງ​ເຫຼືອ​ຢູ່​ໄປ​ຄື​ກັບ​ເກັບ​ໝາກ​ລະແຊັງ​ທີ່​ເຫຼືອ​ຢູ່​ຕົ້ນ. ຄື​ກັບ​ຄົນ​ທີ່​ເກັບ​ໝາກ​ລະແຊັງ​ຈົນ​ໝົດ ພວກ​ສັດຕູ​ກໍ​ຈະ​ເອົາ​ເຂົາ​ເຈົ້າ​ໄປ​ໝົດ.” 10  “ລູກ​ຄວນ​ເວົ້າ​ນຳ​ໃຜ​ແລະ​ເຕືອນ​ໃຜ? ໃຜ​ຊິ​ຟັງ​ລູກ? ເຂົາ​ເຈົ້າ​ບໍ່​ໄດ້​ຍິນ​ຫຍັງ​ເລີຍ​ຍ້ອນ​ປິດ​ຫູ​ໂຕເອງ​ໄວ້.+ ເຂົາ​ເຈົ້າ​ດູຖູກ​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ+ແລະ​ບໍ່​ມັກ​ຄຳ​ເວົ້າ​ເຫຼົ່າ​ນັ້ນ​ເລີຍ. 11  ລູກ​ຈຶ່ງ​ໃຈ​ຮ້າຍ​ຄື​ກັບ​ພະ​ເຢໂຫວາແລະ​ລູກ​ອົດ​ບໍ່​ໄດ້​ແລ້ວ.”+ “ໃຫ້​ຖອກ​ຄວາມ​ໃຈ​ຮ້າຍ​ນັ້ນ​ໃສ່​ເດັກນ້ອຍ​ທີ່​ຢູ່​ຫົນ​ທາງ+ແລະ​ໃສ່​ພວກ​ຊາຍ​ໜຸ່ມ​ທີ່​ຢູ່​ນຳ​ກັນ​ເປັນ​ກຸ່ມ. ເຂົາ​ເຈົ້າ​ທຸກ​ຄົນ​ຈະ​ຖືກ​ຈັບ​ທັງ​ຜູ້​ຊາຍ​ກັບ​ເມຍທັງ​ຜູ້​ເຖົ້າ​ກັບ​ຜູ້​ທີ່​ເຖົ້າ​ຫຼາຍ.+ 12  ເຮືອນ​ຂອງ​ເຂົາ​ເຈົ້າ​ຈະ​ຖືກ​ຍົກ​ໃຫ້​ຄົນ​ອື່ນພ້ອມ​ກັບ​ທົ່ງ​ນາ​ແລະ​ເມຍ​ຂອງ​ເຂົາ​ເຈົ້າ+ ຍ້ອນ​ເຮົາ​ຈະ​ໃຊ້​ລິດເດດ​ຂອງ​ເຮົາ​ຈັດການ​ຄົນ​ທີ່​ຢູ່​ໃນ​ແຜ່ນດິນ​ນີ້.” ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. 13  “ຍ້ອນ​ທຸກ​ຄົນ​ຕັ້ງແຕ່​ເດັກນ້ອຍ​ຈົນ​ຮອດ​ຜູ້​ໃຫຍ່​ເຮັດ​ສິ່ງ​ທີ່​ບໍ່​ສັດຊື່​ເພື່ອ​ຈະ​ໄດ້​ຜົນ​ປະໂຫຍດ+ພວກ​ຜູ້​ພະຍາກອນ​ແລະ​ພວກ​ປະໂລຫິດ​ກໍ​ສໍ້​ໂກງ​ໝົດ​ທຸກ​ຄົນ.+ 14  ເຂົາ​ເຈົ້າ​ພະຍາຍາມ​ປິ່ນປົວ​ບາດ*​ໃຫ້​ປະຊາຊົນ​ຂອງ​ເຮົາ​ແບບ​ພໍ​ເປັນ​ພິທີ*​ຊື່​ໆ​ໂດຍ​ເວົ້າ​ວ່າ‘ມີ​ຄວາມ​ສະຫງົບສຸກ​ແລ້ວ! ມີ​ຄວາມ​ສະຫງົບສຸກ​ແລ້ວ!’ ທັງ​ໆ​ທີ່​ບໍ່​ໄດ້​ມີ​ຄວາມ​ສະຫງົບສຸກ​ເລີຍ.+ 15  ເຂົາ​ເຈົ້າ​ຮູ້ສຶກ​ອາຍ​ຍ້ອນ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ບໍ? ເຂົາ​ເຈົ້າ​ບໍ່​ຮູ້ສຶກ​ອາຍ​ເລີຍ. ເຂົາ​ເຈົ້າ​ບໍ່​ຮູ້​ຊ້ຳ​ວ່າ​ການ​ຮູ້ສຶກ​ອາຍ​ເປັນ​ແນວ​ໃດ.+ ຍ້ອນ​ແນວ​ນີ້ ເຂົາ​ເຈົ້າ​ຈະ​ຕາຍ​ໄປ​ກັບ​ຄົນ​ທີ່​ຖືກ​ຂ້າ​ແລ້ວ. ເມື່ອ​ເຮົາ​ລົງໂທດ​ເຂົາ​ເຈົ້າ ເຂົາ​ເຈົ້າ​ຈະ​ສະດຸດ​ລົ້ມ.” ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. 16  ພະ​ເຢໂຫວາ​ບອກ​ວ່າ: “ໃຫ້​ຢືນ​ຢູ່​ທາງ​ແຍກ​ແລະ​ແນມ​ເບິ່ງ ໃຫ້​ຖາມ​ກ່ຽວ​ກັບ​ຫົນ​ທາງ​ທີ່​ມີ​ມາ​ແຕ່​ບູຮານໃຫ້​ຖາມ​ວ່າ​ທາງ​ດີ​ຢູ່​ໃສ​ແລະ​ຍ່າງ​ໄປ​ທາງ​ນັ້ນ+ເພື່ອ​ເຈົ້າ​ຈະ​ໄດ້​ພັກ​ຜ່ອນ.” ແຕ່​ເຂົາ​ເຈົ້າ​ພັດ​ເວົ້າ​ວ່າ: “ພວກ​ເຮົາ​ຈະ​ບໍ່​ຍ່າງ​ໄປ​ທາງ​ນັ້ນ.”+ 17  “ເຮົາ​ໄດ້​ແຕ່ງຕັ້ງ​ຄົນ​ທີ່​ເຝົ້າ​ເບິ່ງ+​ໃຫ້​ບອກ​ເຂົາ​ເຈົ້າ​ວ່າ‘ໃຫ້​ຕັ້ງໃຈ​ຟັງ​ສຽງ​ແກ​ດີ​ໆ​ເດີ້!’”+ ແຕ່​ເຂົາ​ເຈົ້າ​ພັດ​ເວົ້າ​ວ່າ: “ພວກ​ເຮົາ​ບໍ່​ຟັງ​ດອກ!”+ 18  “ຊາດ​ຕ່າງ​ໆ​ເອີ້ຍ ໃຫ້​ຟັງ​ເດີ້! ປະຊາຊົນ​ເອີ້ຍ ໃຫ້​ຮູ້​ໄວ້​ເດີ້​ວ່າຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ເຂົາ​ເຈົ້າ. 19  ຄົນ​ທີ່​ຢູ່​ໃນ​ໂລກ​ນີ້ ໃຫ້​ຟັງ​ເດີ້! ເຮົາ​ຈະ​ເຮັດ​ໃຫ້​ຄົນ​ໃນ​ຊາດ​ນີ້​ເຈິ​ຄວາມ​ຈິບຫາຍ+ຍ້ອນ​ຄວາມ​ຄິດ​ທີ່​ຊົ່ວ​ໆ​ຂອງ​ເຂົາ​ເຈົ້າ.ເຂົາ​ເຈົ້າ​ບໍ່​ຍອມ​ຟັງ​ຄຳ​ເວົ້າ​ຂອງ​ເຮົາ​ເລີຍແລະ​ບໍ່​ຍອມ​ເຮັດ​ຕາມ​ກົດໝາຍ*​ຂອງ​ເຮົາ.” 20  “ເຖິງ​ວ່າ​ເຈົ້າ​ຈະ​ເອົາ​ກຳຍານ​ມາ​ຈາກ​ເຊບາແລະ​ເອົາ​ໄມ້​ອໍ້​ຫອມ​ມາ​ຈາກ​ແຜ່ນດິນ​ທີ່​ຢູ່​ໄກ​ໆ​ ເຮົາ​ກໍ​ບໍ່​ສົນໃຈ​ດອກ. ເຮົາ​ບໍ່​ຍອມຮັບ​ເຄື່ອງ​ບູຊາ​ເຜົາ​ຂອງ​ເຈົ້າແລະ​ເຮົາ​ກໍ​ບໍ່​ພໍໃຈ​ເຄື່ອງ​ບູຊາ​ຂອງ​ເຈົ້າ.”+ 21  ພະ​ເຢໂຫວາ​ຈຶ່ງ​ບອກ​ວ່າ: “ເຮົາ​ຈະ​ເອົາ​ແນວ​ຂວາງ​ທາງ​ມາ​ຂວາງ​ຄົນ​ເຫຼົ່າ​ນີ້​ໄວ້ແລະ​ເຂົາ​ເຈົ້າ​ຈະ​ສະດຸດ​ລົ້ມທັງ​ພໍ່​ແລະ​ລູກ​ຊາຍທັງ​ເພື່ອນ​ບ້ານ​ແລະ​ໝູ່​ຂອງ​ເຂົາ​ເຈົ້າ.ທຸກ​ຄົນ​ຈະ​ຈິບຫາຍ​ໝົດ.”+ 22  ພະ​ເຢໂຫວາ​ເວົ້າ​ອີກ​ວ່າ: “ເບິ່ງ​ແມ້ ຊາດ​ໜຶ່ງ​ຈະ​ມາ​ຈາກ​ແຜ່ນດິນ​ທີ່​ຢູ່​ທາງ​ເໜືອແລະ​ຊາດ​ທີ່​ຍິ່ງໃຫຍ່​ຈະ​ຖືກ​ປຸກ​ມາ​ຈາກ​ບ່ອນ​ທີ່​ໄກ​ທີ່​ສຸດ​ຂອງ​ໂລກ.+ 23  ເຂົາ​ເຈົ້າ​ຈະ​ຖື​ທະນູ​ແລະ​ຫອກ. ເຂົາ​ເຈົ້າ​ໂຫດຫ້ຽມ​ແລະ​ບໍ່​ອີ່ຕົນ​ໃຜ. ສຽງ​ຂອງ​ເຂົ້າ​ເຈົ້າ​ດັງ​ຄື​ກັບ​ສຽງ​ຂອງ​ທະເລແລະ​ເຂົາ​ເຈົ້າ​ຈະ​ຂີ່​ມ້າ​ມາ.+ ເມືອງ​ຊີໂອນ​ເອີ້ຍ ເຂົາ​ເຈົ້າ​ຈະ​ຍົກ​ທັບ​ມາ​ເຮັດ​ສົງຄາມ​ກັບ​ເຈົ້າ.” 24  ເມື່ອ​ພວກ​ເຮົາ​ໄດ້​ຍິນ​ເລື່ອງ​ນີ້ ພວກ​ເຮົາ​ກໍ​ໝົດ​ແຮງ.+ພວກ​ເຮົາ​ອຸກໃຈ​ຫຼາຍແລະ​ເຈັບ​ປວດ​ຄື​ກັບ​ຜູ້​ຍິງ​ທີ່​ກຳລັງ​ຈະ​ເກີດ​ລູກ.+ 25  ຢ່າ​ອອກ​ຈາກ​ທົ່ງ​ຫຍ້າແລະ​ຢ່າ​ຍ່າງ​ຢູ່​ຕາມ​ຫົນ​ທາງຍ້ອນ​ພວກ​ສັດຕູ​ຖື​ດາບ​ຢູ່ແລະ​ທຸກ​ຄົນ​ກໍ​ຮູ້ສຶກ​ຢ້ານ. 26  ລູກ​ສາວ​ຂອງ​ເຮົາ​ເອີ້ຍ ປະຊາຊົນ​ຂອງ​ເຮົາ​ເອີ້ຍໃຫ້​ພວກ​ເຈົ້າ​ນຸ່ງ​ຜ້າ​ເນື້ອ​ຫຍາບ+​ແລະ​ນອນ​ເກືອກ​ຢູ່​ຂີ້ເທົ່າ ໃຫ້​ພວກ​ເຈົ້າ​ຮ້ອງໄຫ້​ໄວ້ທຸກ​ຄື​ກັບ​ວ່າ​ລູກ​ຊາຍ​ຄົນ​ດຽວ​ຂອງ​ພວກ​ເຈົ້າ​ໄດ້​ຕາຍ​ໄປ+ຍ້ອນ​ຜູ້​ທຳລາຍ​ຈະ​ມາ​ຫາ​ພວກ​ເຮົາ​ແລ້ວ.+ 27  “ເຮົາ​ໄດ້​ເຮັດ​ໃຫ້​ເຈົ້າ*​ເປັນ​ຄື​ກັບ​ຊ່າງ​ຫຼອມ​ເງິນໃຫ້​ເຈົ້າ​ເປັນ​ຜູ້​ທີ່​ກວດ​ເບິ່ງ​ປະຊາຊົນ​ຂອງ​ເຮົາ​ຢ່າງ​ລະອຽດ.ເຈົ້າ​ຕ້ອງ​ສັງເກດ​ແລະ​ກວດ​ເບິ່ງ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ. 28  ເຂົາ​ເຈົ້າ​ທຸກ​ຄົນ​ເປັນ​ຄົນ​ຫົວ​ແຂງ​ທີ່​ສຸດ.+ເຂົາ​ເຈົ້າ​ຍ່າງ​ເລາະ​ໄປ​ເລາະ​ມາ​ເພື່ອ​ໃສ່​ຮ້າຍ​ຄົນ​ອື່ນ.+ ເຂົາ​ເຈົ້າ​ເປັນ​ຄື​ກັບ​ທອງແດງ​ແລະ​ເຫຼັກ.ເຂົາ​ເຈົ້າ​ທຸກ​ຄົນ​ບໍ່​ສັດຊື່. 29  ຄົນ​ເຮັດ​ວຽກ​ໄດ້​ເຮັດ​ວຽກ​ໜັກ​ເພື່ອ​ຈະ​ຫຼອມ​ເງິນ ແຕ່​ແນວ​ເປົ່າ​ລົມ​ຂອງ​ລາວ​ທີ່​ໃຊ້​ເຮັດ​ໃຫ້​ໄຟ​ແຮງ​ຂຶ້ນ​ຖືກ​ຈູດ​ໄປ​ແລ້ວ. ຄວາມ​ພະຍາຍາມ​ຂອງ​ລາວ​ບໍ່​ມີ​ປະໂຫຍດ​ຫຍັງ​ເລີຍ.+ມີ​ແຕ່​ຂີ້ແຮ່​ເທົ່າ​ນັ້ນ​ທີ່​ອອກ​ມາ​ຈາກ​ໄຟ.+ 30  ຄົນ​ອື່ນ​ຈະ​ເອີ້ນ​ເຂົາ​ເຈົ້າ​ວ່າ​ເງິນ​ທີ່​ບໍ່​ເປັນ​ຕາ​ເອົາຍ້ອນ​ພະ​ເຢໂຫວາ​ບໍ່​ຍອມ​ຮັບ​ເຂົາ​ເຈົ້າ.”+

ຂໍຄວາມໄຂເງື່ອນ

ເປັນ​ສຳນວນ​ບົດ​ກອນ​ທີ່​ມັກ​ໃຊ້​ເພື່ອ​ໝາຍເຖິງ​ເມືອງ​ເຢຣູຊາເລັມ​ຫຼື​ຄົນ​ທີ່​ຢູ່​ໃນ​ເມືອງ​ນັ້ນ
ແປ​ຕາມ​ໂຕ​ວ່າ “ເຮັດ​ໃຫ້​ບໍລິສຸດ”
ຫຼື “ແບບ​ພໍ​ຄື​ໆ​”
ຫຼື “ກະດູກ​ທີ່​ແຕກ”
ຫຼື “ຄຳສອນ”
ໝາຍເຖິງ​ເຢເຣມີຢາ