ເອຊາຢາ 15:1-9

  • ຄຳ​ຕັດສິນ​ຕໍ່​ໂມອາບ (1-​9)

15  ຕໍ່ໄປ​ນີ້​ແມ່ນ​ຄຳ​ຕັດສິນ​ຕໍ່​ໂມອາບ.+ ເມືອງ​ອາຣະ+​ທີ່​ຢູ່​ໂມອາບ​ຈະ​ຖືກ​ເຮັດ​ໃຫ້​ມິດ​ງຽບຍ້ອນ​ມັນ​ຈະ​ຖືກ​ທຳລາຍ​ພາຍໃນ​ຄືນ​ດຽວ. ເມືອງ​ກີເຣ+​ທີ່​ຢູ່​ໂມອາບ​ຈະ​ຖືກ​ເຮັດ​ໃຫ້​ມິດ​ງຽບຍ້ອນ​ມັນ​ຈະ​ຖືກ​ທຳລາຍ​ພາຍ​ໃນ​ຄືນ​ດຽວ.   ຄົນ​ຈະ​ຂຶ້ນ​ໄປ​ວິຫານ​ຂອງ​ພະເຈົ້າ​ຕ່າງ​ໆ​ ໄປ​ເມືອງ​ດີໂບນ+ແລະ​ໄປ​ບ່ອນ​ນະມັດສະການ​ຕ່າງ​ໆ​ເພື່ອ​ຮ້ອງໄຫ້. ໂມອາບ​ຈະ​ຮ້ອງໄຫ້​ເສຍໃຈ​ໃຫ້​ເມືອງ​ເນໂບ+​ແລະ​ເມືອງ​ເມເດບາ.+ ທຸກ​ຄົນ​ຈະ​ແຖ​ຫົວ+​ແລະ​ແຖ​ໜວດ​ແຖ​ເຄົາ.+   ເຂົາເຈົ້າ​ຈະ​ນຸ່ງ​ຜ້າເນື້ອຫຍາບ​ແລະ​ຢູ່​ຕາມ​ຫົນ​ທາງ. ເຂົາເຈົ້າ​ຈະ​ຮ້ອງໄຫ້​ຢູ່​ເທິງ​ດາດ​ຟ້າ​ແລະ​ຢູ່​ເດີ່ນ​ຂອງ​ເມືອງ.ເຂົາເຈົ້າ​ຈະ​ເສຍໃຈ​ຫຼາຍ​ຈົນ​ນອນ​ໄຫ້​ຢູ່​ພື້ນ.+   ເຮັດຊະໂບນ​ແລະ​ເອເລອາເລ+​ຈະ​ຮ້ອງໄຫ້ແລະ​ສຽງ​ນັ້ນ​ກໍ​ດັງ​ໄປ​ໄກ​ຈົນ​ຮອດ​ຢາຮາດ.+ ພວກ​ທະຫານ​ຂອງ​ໂມອາບ​ຮ້ອງ​ແລ້ວ​ຮ້ອງ​ອີກ. ເຂົາເຈົ້າ​ຢ້ານ​ຫຼາຍ​ຈົນ​ໂຕ​ສັ່ນ.   ຂ້ອຍ​ຮ້ອງໄຫ້​ສຽງ​ດັງ​ໃຫ້​ໂມອາບ. ເຂົາເຈົ້າ​ໜີ​ໄປ​ໄກ​ຈົນ​ຮອດ​ໂຊອາ+​ແລະ​ເອັກລາດເຊລີຊີຢາ.+ ຕອນ​ທີ່​ຂຶ້ນ​ໄປ​ລູຮິດ ເຂົາເຈົ້າ​ທັງ​ຍ່າງ​ທັງ​ໄຫ້.ຕອນ​ທີ່​ໄປ​ໂຮໂຣນາຢິມ ເຂົາເຈົ້າ​ຮ້ອງໄຫ້​ສຽງ​ດັງ​ຍ້ອນ​ຄວາມ​ຈິບຫາຍ​ທີ່​ເກີດ​ຂຶ້ນ.+   ນ້ຳ​ຫ້ວຍ​ນິມຣີມ​ຈະ​ແຫ້ງແລະ​ຫຍ້າ​ທີ່​ຂຽວ​ໆ​ກໍ​ຈະຫ່ຽວ.ຫຍ້າ​ຈະ​ຕາຍ​ໝົດ​ແລະ​ບໍ່​ມີ​ສີ​ຂຽວ​ເຫຼືອ​ເລີຍ.   ເຂົາເຈົ້າ​ຈຶ່ງ​ຂົນ​ເອົາ​ແນວ​ຢູ່​ແນວ​ກິນ​ກັບ​ຊັບ​ສົມບັດ​ທີ່​ຍັງ​ເຫຼືອ​ຢູ່​ໄປແລ້ວ​ຂ້າມ​ຮ່ອມພູ*​ຕົ້ນ​ໄມ້.*   ສຽງ​ຮ້ອງໄຫ້​ດັງ​ໄປ​ທົ່ວ​ແຜ່ນດິນ​ໂມອາບ.+ ສຽງ​ນັ້ນ​ດັງ​ໄປ​ໄກ​ຮອດ​ເອັກລາຢິມແລະ​ດັງ​ໄປ​ຈົນ​ຮອດ​ເບເອເອລີມ.   ນ້ຳ​ຫ້ວຍ​ດີໂມນ​ຈະ​ມີ​ແຕ່​ເລືອດ.ພະເຈົ້າ​ຈະ​ເພີ່ມ​ຄວາມ​ລຳບາກ​ໃຫ້​ດີໂມນ​ອີກ. ເພິ່ນ​ຈະ​ໃຫ້​ສິງໂຕ​ໜຶ່ງ​ມາ​ກັດ​ກິນ​ພວກ​ໂມອາບ​ທີ່​ໜີ​ໄປແລະ​ກັດ​ກິນ​ພວກ​ທີ່​ຍັງ​ເຫຼືອ​ຢູ່​ໃນ​ແຜ່ນດິນ.+

ຂໍຄວາມໄຂເງື່ອນ

ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ໃນ​ພາສາ​ເຮັບເຣີ​ໝາຍເຖິງ​ຕົ້ນໄມ້​ທີ່​ພົບ​ເຫັນ​ໄດ້​ທົ່ວໄປ​ຢູ່​ແຄມ​ແມ່​ນ້ຳ. ໃນ​ພາສາ​ອັງກິດ​ແມ່ນ​ພ໋ອບລາ.