ເອຊາຢາ 17:1-14

  • ຄຳ​ຕັດສິນ​ຕໍ່​ເມືອງ​ດາມາເຊ (1-​11)

  • ພະ​ເຢໂຫວາ​ຕັກ​ເຕືອນ​ຊາດ​ຕ່າງໆ (12-​14)

17  ຕໍ່ໄປ​ນີ້​ແມ່ນຄຳ​ຕັດສິນຕໍ່​ເມືອງ​ດາມາເຊ.+ “ຖ້າ​ເບິ່ງ​ເດີ້! ເມືອງ​ດາມາເຊ​ຈະ​ບໍ່​ມີ​ອີກ​ຕໍ່ໄປແລະ​ເມືອງ​ນີ້​ຈະ​ກາຍ​ເປັນຊາກ​ຫັກ​ພັງ.+   ເມືອງ​ຕ່າງ​ໆ​ໃນ​ອາໂຣເອ+​ຈະ​ຖືກ​ປະຖິ້ມ​ໃຫ້​ຮ້າງ​ເປົ່າ.ຝູງ​ສັດ​ຈະ​ໄປ​ນອນ​ຢູ່​ໃນ​ເມືອງ​ເຫຼົ່າ​ນັ້ນແລະ​ຈະ​ບໍ່​ມີ​ໃຜ​ເຮັດ​ໃຫ້​ພວກ​ມັນ​ຢ້ານ.   ເມືອງ​ຕ່າງ​ໆ​ທີ່​ມີ​ກຳແພງ​ອ້ອມ​ໃນ​ເອຟຣາຢິມ​ຈະ​ບໍ່​ມີ​ອີກ​ຕໍ່ໄປ+ແລະ​ດາມາເຊ​ຈະສູນ​ເສຍ​ອຳນາດ​ໃນ​ການ​ປົກຄອງ.+ຄົນ​ທີ່​ຍັງ​ເຫຼືອ​ຢູ່​ຊີເຣຍຈະ​ສູນ​ເສຍ​ກຽດ​ຕິ​ຍົດ​ຄື​ກັບ​ທີ່​ພວກ​ອິດສະຣາເອນ​ສູນ​ເສຍ.” ພະ​ເຢໂຫວາ​ຜູ້​ບັນຊາການກອງທັບ​ບອກ​ໄວ້​ແບບ​ນີ້.   “ໃນ​ມື້​ນັ້ນ ກຽດ​ຕິ​ຍົດ​ຂອງ​ຢາ​ໂຄບ​ຈະ​ຫຼຸດ​ໜ້ອຍ​ລົງແລະ​ຮ່າງກາຍ​ທີ່​ແຂງແຮງ​ຂອງ​ລາວ​ກໍ​ຈະ​ຈ່ອຍ​ໆ​.   ຢາໂຄບ​ຈະ​ເປັນ​ຄື​ກັບ​ທົ່ງ​ນາໃນ​ຮ່ອມພູ​ເຣຟາຢິມ+ຫຼັງ​ຈາກ​ທີ່​ກ່ຽວ​ແລ້ວແລະ​ຈະ​ມີ​ຮວງ​ເຂົ້າ​ເຫຼືອ​ໃຫ້​ເກັບ​ແຕ່​ໜ້ອຍ​ດຽວ.   ສິ່ງ​ທີ່​ເຮ່ຍ​ຈະ​ມີ​ແຕ່​ໜ້ອຍ​ດຽວຄື​ກັບ​ຕອນ​ທີ່​ຕົ້ນ​ໝາກກອກ​ຖືກ​ສັ່ນ. ຈະ​ມີ​ໝາກກອກ​ສອງ​ສາມ​ໜ່ວຍ​ເຫຼືອ​ຢູ່​ປາຍແລະ​ມີ​ແຕ່​ສີ່​ຫ້າ​ໜ່ວຍ​ເຫຼືອ​ຢູ່​ງ່າທີ່​ເປັນໝາກ​ດົກ​ໆ​.”+ ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ແບບ​ນີ້.  ໃນ​ມື້​ນັ້ນ ມະນຸດ​ຈະຊອກ​ຫາ​ຄວາມ​ຊ່ວຍເຫຼືອຈາກ​ຜູ້​ທີ່​ສ້າງ​ລາວ ແລະ​ລາວ​ຈະ​ຝາກ​ຄວາມຫວັງ​ໄວ້​ກັບ​ພະເຈົ້າ​ອົງ​ບໍລິສຸດ​ຂອງ​ອິດສະຣາເອນ.  ລາວ​ຈະ​ບໍ່​ຝາກ​ຄວາມຫວັງ​ໄວ້​ກັບ​ແທ່ນ​ບູຊາ​ຕ່າງ​ໆ​+​ທີ່​ລາວ​ໄດ້​ເຮັດ​ຂຶ້ນ​ມາ​ເອງ+ ແລະ​ລາວ​ຈະ​ບໍ່ຝາກ​ຄວາມຫວັງໄວ້​ນຳ​ສິ່ງ​ຕ່າງ​ໆ​ທີ່​ລາວ​ໄດ້​ເຮັດ ບໍ່​ວ່າ​ຈະ​ເປັນ​ເສົາ​ໄມ້​ສັກສິດ*​ຫຼື​ແທ່ນ​ເຜົາ​ເຄື່ອງຫອມ.   ໃນ​ມື້​ນັ້ນ ເມືອງ​ຕ່າງ​ໆ​ຂອງ​ລາວ​ທີ່​ມີ​ກຳແພງ​ອ້ອມຈະ​ເປັນ​ຄື​ກັບ​ບ່ອນ​ຮ້າງ​ທີ່​ຖືກ​ປະຖິ້ມ​ໄວ້​ໃນ​ປ່າ.+ມັນ​ຈະ​ກາຍ​ເປັນ​ບ່ອນ​ທີ່​ຮ້າງ​ເປົ່າແລະ​ເປັນ​ຄື​ກັບ​ງ່າ​ໄມ້​ທີ່​ຖືກ​ຖິ້ມ​ຕໍ່​ໜ້າ​ພວກ​ອິດສະຣາເອນ. 10  ເຈົ້າ*​ໄດ້​ລືມ​ພະເຈົ້າ+​ທີ່​ຊ່ວຍ​ເຈົ້າ​ໃຫ້​ລອດແລະ​ເຈົ້າ​ໄດ້​ລືມ​ຜູ້​ທີ່ເປັນ​ຫີນ​ຜາ+​ທີ່​ປົກປ້ອງເຈົ້າ. ຍ້ອນ​ແນວ​ນີ້​ເຈົ້າ​ຈຶ່ງ​ເຮັດສວນ​ທີ່​ງາມ​ໆ​ແລະ​ເອົາ​ຕົ້ນໄມ້​ຂອງ​ຄົນ​ແປກໜ້າ*​ມາ​ປູກ​ໃສ່. 11  ຕອນ​ກາງເວັນ ເຈົ້າ​ໄດ້​ເຮັດ​ຮົ້ວ​ອ້ອມ​ສວນ​ນັ້ນ​ໄວ້ແລະ​ໃນ​ຕອນ​ເຊົ້າ ແນວ​ທີ່​ເຈົ້າ​ປູກ​ກໍ​ຈະ​ປົ່ງ​ຂຶ້ນແຕ່​ຜົນ​ຜະລິດ​ຂອງ​ເຈົ້າ​ຈະ​ຫາຍ​ໄປ​ໃນ​ຕອນ​ທີ່​ເຈົ້າບໍ່​ສະບາຍ​ແຮງແລະ​ປົວ​ບໍ່​ໄດ້.+ 12  ຟັງ​ແມ້! ມີ​ສຽງ​ຮ້ອງ​ສັບສົນ​ວຸ່ນວາຍ​ຂອງ​ຫຼາຍ​ໆ​ຄົນ.ສຽງ​ເຂົາເຈົ້າ​ດັງ​ສ່ຳ​ກັບ​ສຽງ​ທະເລ​ທີ່​ປັ່ນປ່ວນ. ມີ​ສຽງ​ດັງ​ອຶກກະທຶກ​ຂອງ​ຊາດ​ຕ່າງ​ໆ​.ສຽງ​ເຂົາເຈົ້າ​ດັງ​ຄື​ກັບ​ສຽງ​ຂອງ​ຄື້ນທີ່​ໃຫຍ່​ໆ​. 13  ຊາດ​ຕ່າງ​ໆ​ຈະ​ເຮັດ​ສຽງ​ດັງ​ຄື​ກັບ​ສຽງ​ຄື້ນ​ທີ່​ຊັດ​ແຮງ​ໆ​. ພະເຈົ້າ​ຈະ​ຕັກເຕືອນ​ເຂົາເຈົ້າ​ແລະເຂົາເຈົ້າຈະ​ໜີ​ໄປ​ໄກ​ໆ​.ເຂົາເຈົ້າ​ຈະ​ໜີ​ໄປ​ໄກ​ໆ​ຄື​ກັບ​ຂີ້ແກບ​ຢູ່​ເທິງ​ພູ​ທີ່​ຖືກລົມ​ພັດ​ໄປ​ໄກ​ໆ​ແລະ​ຄື​ກັບຕົ້ນ​ໜາມ*​ທີ່​ຖືກ​ລົມ​ພັດ​ໄປ​ໄກ​ໆ​. 14  ໃນ​ຕອນ​ແລງ​ຈະ​ມີ​ສິ່ງ​ທີ່​ເປັນ​ຕາ​ຢ້ານ​ເກີດ​ຂຶ້ນ ແຕ່​ກ່ອນ​ຈະ​ຮອດ​ຕອນ​ເຊົ້າ​ມັນ​ຈະ​ໝົດ​ໄປ. ນີ້​ແມ່ນ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ຄົນ​ທີ່​ຈະ​ມາ​ຍຶດ​ເອົາ​ເຄື່ອງ​ຂອງ​ພວກ​ເຮົາແລະ​ຄົນ​ທີ່​ມາ​ປຸ້ນ​ເອົາ​ເຄື່ອງ​ຂອງ​ພວກ​ເຮົາ​ກໍ​ຈະ​ເຈິ​ແບບ​ນີ້​ຄື​ກັນ.

ຂໍຄວາມໄຂເງື່ອນ

ໝາຍເຖິງ​ເມືອງ​ທີ່​ນະມັດສະການ​ພະເຈົ້າ
ຫຼື “ເອົາ​ຕົ້ນໄມ້​ຂອງ​ພະເຈົ້າ​ຂອງ​ຄົນ​ຕ່າງ​ຊາດ”
ໝາຍເຖິງ​ງ່າ​ຂອງ​ຕົ້ນ​ໜາມ​ທີ່​ພັນ​ກັນ​ເປັນ​ປຸ້ມ