ເອຊາຢາ 20:1-6

  • ສັນຍະລັກ​ທີ່​ເຕືອນ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ເອຢິບ​ແລະ​ເອທິໂອເປຍ (1-​6)

20  ໃນ​ປີ​ທີ່​ສາໂກນ​ກະສັດ​ຂອງ​ອັດຊີເຣຍ​ສົ່ງ​ຫົວໜ້າ​ກອງ​ທັບ​ສູງ​ສຸດ*​ໄປ​ໂຈມຕີ​ເມືອງ​ອາຊະໂດດ+​ແລະ​ຍຶດ​ເອົາ​ເມືອງ​ນັ້ນ+  ພະ​ເຢໂຫວາ​ໄດ້​ບອກ​ເອຊາຢາ+​ລູກ​ຊາຍ​ຂອງ​ອາມອດ​ວ່າ: “ໃຫ້​ເຈົ້າ​ແກ້​ຜ້າເນື້ອຫຍາບ​ທີ່​ໃສ່​ອອກ​ແລະ​ໃຫ້​ປົດ​ເກີບ​ພ້ອມ.” ເອຊາຢາ​ກໍ​ເຮັດ​ຕາມ. ລາວ​ນຸ່ງ​ແຕ່​ເສື້ອ​ໂຕ​ທາງ​ໃນ​ແລະ​ຍ່າງ​ປະ​ຕີນ​ເປົ່າ.  ຈາກ​ນັ້ນ ພະ​ເຢໂຫວາ​ກໍ​ເວົ້າ​ວ່າ: “ເອຊາຢາ​ຜູ້​ຮັບໃຊ້​ຂອງ​ເຮົາ​ນຸ່ງ​ແຕ່​ເສື້ອ​ໂຕ​ທາງ​ໃນ​ແລະ​ຍ່າງ​ປະ​ຕີນ​ເປົ່າ 3 ປີ ເພື່ອ​ເປັນ​ສັນຍະລັກ+​ແລະເປັນ​ສິ່ງ​ທີ່​ເຕືອນ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ເອຢິບ+​ແລະ​ເອທິໂອເປຍ.+  ກະສັດ​ອັດຊີເຣຍ​ຈະ​ເອົາ​ພວກ​ເອຢິບ​ກັບ​ພວກ​ເອທິໂອເປຍ​ທີ່​ລາວ​ຈັບ​ໄດ້​ນັ້ນ​ໄປ​ເປັນ​ຊະເລີຍ+ ເຊິ່ງ​ລວມ​ທັງ​ເດັກນ້ອຍ​ແລະ​ຜູ້​ເຖົ້າ. ລາວ​ຈະ​ໃຫ້​ເຂົາເຈົ້າ​ໃສ່​ເສື້ອ​ໂຕ​ທາງ​ໃນ​ທີ່​ຕັດ​ຮອດ​ແອວ​ໃຫ້​ເຫັນ​ກົ້ນ​ແລະ​ຍ່າງ​ປະ​ຕີນ​ເປົ່າ. ລາວ​ຈະ​ເຮັດ​ໃຫ້​ເອຢິບ​ອັບອາຍ.  ຜູ້​ທີ່​ເພິ່ງ​ເອທິໂອເປຍ​ແລະ​ຍົກຍ້ອງ​ຄວາມ​ງາມ​ຂອງ​ເອຢິບ​ຈະ​ຢ້ານ​ຫຼາຍ​ແລະ​ຈະ​ຕ້ອງ​ອັບອາຍ.  ໃນ​ຕອນ​ນັ້ນ ຜູ້​ທີ່​ອາໄສ​ຢູ່​ຕາມ​ແຄມ​ຝັ່ງ​ທະເລ​ຈະ​ເວົ້າ​ວ່າ ‘ເບິ່ງ​ສິ່ງ​ທີ່​ກະສັດ​ອັດຊີເຣຍ​ເຮັດ​ກັບ 2 ປະເທດ​ນີ້​ແມ້. ພວກ​ເຮົາ​ຢາກ​ໃຫ້​ເຂົາເຈົ້າ​ຊ່ວຍ​ແລະ​ປົກປ້ອງ ແຕ່​ເຂົາເຈົ້າ​ພັດ​ເຈິ​ແນວ​ນີ້​ຊ້ຳ! ແລ້ວ​ພວກ​ເຮົາ​ຊິ​ລອດ​ໄດ້​ຈັ່ງ​ໃດ?’”

ຂໍຄວາມໄຂເງື່ອນ

ຫຼື “ຕາຕານ”