ເອຊາຢາ 22:1-25

  • ຄຳ​ຕັດສິນ​ຕໍ່​ຮ່ອມພູ​ນິມິດ (1-​14)

  • ເອລີຢາກີມ​ຈະ​ມາ​ແທນ​ເຊັບນາ​ທີ່​ເປັນ​ຜູ້​ເບິ່ງແຍງ​ວັງ (15-​25)

    • ຕະປູ​ທີ່​ມີ​ຄວາມໝາຍ​ເປັນ​ໄນ (23-​25)

22  ຕໍ່​ໄປ​ນີ້​ແມ່ນ​ຄຳ​ຕັດສິນ​ຕໍ່​ຮ່ອມພູ​ນິມິດ.*+ ເກີດ​ຫຍັງ​ຂຶ້ນ​ກັບ​ເຈົ້າ? ເປັນ​ຫຍັງ​ທຸກ​ຄົນ​ໃນ​ເມືອງ​ຂອງ​ເຈົ້າ​ຈຶ່ງ​ຂຶ້ນ​ໄປ​ເທິງ​ດາດຟ້າ?   ເຈົ້າ​ເປັນ​ເມືອງ​ທີ່​ມີ​ຄວາມ​ສັບສົນ​ວຸ່ນວາຍ.ເຈົ້າ​ຈະ​ພູມໃຈ​ໃນ​ໂຕ​ເອງ​ແລະ​ເຮັດ​ສຽງ​ດັງ​ໆ​. ຄົນ​ໃນ​ເມືອງ​ຂອງ​ເຈົ້າ​ຈະ​ຕາຍແຕ່​ບໍ່​ແມ່ນ​ຍ້ອນ​ຖືກ​ຂ້າ​ດ້ວຍ​ດາບ​ແລະ​ບໍ່​ແມ່ນ​ຍ້ອນ​ສົງຄາມ.+   ຜູ້​ປົກຄອງ​ທຸກ​ຄົນ​ຂອງ​ເຈົ້າ​ທີ່​ມັກ​ກົດຂີ່​ຄົນ​ອື່ນ​ຈະ​ພາກັນ​ໜີ.+ ເຂົາເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໂດຍ​ທີ່​ບໍ່​ຕ້ອງ​ຍິງ​ທະນູ​ໃສ່. ທຸກ​ຄົນ​ທີ່​ຖືກ​ຈັບ​ໄດ້​ຈະ​ເປັນ​ຊະເລີຍ+ເຖິງ​ວ່າ​ເຂົາເຈົ້າ​ຈະ​ໜີ​ໄປ​ໄກ​ສ່ຳ​ໃດ​ກໍ​ຕາມ.   ຍ້ອນ​ແນວ​ນີ້ ຂ້ອຍ​ຈຶ່ງ​ເວົ້າ​ວ່າ: “ບໍ່​ຕ້ອງ​ສົນໃຈ​ຂ້ອຍປ່ອຍ​ໃຫ້​ຂ້ອຍ​ໄຫ້​ໂລດ.+ ບໍ່​ຕ້ອງ​ມາ​ອອຍ​ຂ້ອຍທີ່​ຄົນ​ຊາດ​ດຽວ​ກັນ​ກັບ​ຂ້ອຍຖືກ​ທຳລາຍ.+   ໃນ​ມື້​ນັ້ນ ພະ​ເຢໂຫວາ​ຜູ້​ບັນຊາການກອງທັບພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ຈະ​ເຮັດ​ໃຫ້​ຮ່ອມພູ​ນິມິດ​ມີ​ຄວາມ​ສັບສົນ​ວຸ່ນວາຍແລະ​ມັນ​ຈະ​ເປັນ​ມື້​ທີ່​ເປັນ​ຕາ​ຢ້ານ​ຫຼາຍ​ຍ້ອນ​ເມືອງ​ຖືກ​ໂຈມຕີ.+ ກຳແພງ​ເມືອງ​ຈະ​ຖືກ​ທຳລາຍ+ແລະ​ຈະ​ມີສຽງ​ຄົນ​ຮ້ອງ​ໃຫ້​ຊ່ວຍ​ດັງ​ໄປ​ຮອດ​ພູ.   ພວກ​ເອລາມ+​ຈະ​ພາຍ​ບັ້ງ​ທີ່​ມີ​ລູກທະນູແລະ​ຂີ່​ລົດຮົບ​ກັບຂີ່​ມ້າ.ສ່ວນ​ພວກ​ກີເຣ+​ຈະ​ກຽມ​ໂລ້​ໃຫ້​ພ້ອມ.*   ຮ່ອມພູ​ທີ່​ງາມ​ທີ່​ສຸດ​ຂອງ​ເຈົ້າຈະ​ມີ​ແຕ່​ລົດຮົບ​ຂອງ​ເຂົາເຈົ້າ.ຢູ່​ໜ້າ​ປະຕູ​ເມືອງ​ຈະ​ມີ​ທະຫານ​ມ້າ​ຂອງ​ເຂົາເຈົ້າ   ແລະ​ກຳແພງ​ທີ່​ປົກປ້ອງ​ຢູດາ​ຈະ​ຖືກ​ທຳລາຍ. “ໃນ​ມື້​ນັ້ນ ເຈົ້າ​ຈະ​ໄປເພິ່ງ​ອາວຸດ​ທີ່​ມ້ຽນ​ໄວ້​ຢູ່​ຕຶກ​ທີ່​ຊື່​ວ່າ​ປ່າ​ເລບານອນ.+  ພວກເຈົ້າ​ຈະ​ເຫັນ​ກຳແພງ​ເມືອງ​ຂອງ​ດາວິດ​ແຕກ​ເປັນ​ຫຼາຍ​ໆ​ປ່ອງ+ ແລະ​ພວກ​ເຈົ້າ​ຈະ​ເກັບ​ນ້ຳ​ໄວ້​ຢູ່​ສະ​ທາງ​ລຸ່ມ.+ 10  ພວກ​ເຈົ້າ​ຈະກວດ​ເບິ່ງ​ເຮືອນໃນ​ເມືອງ​ເຢຣູຊາເລັມ ແລະ​ຈະ​ມ້າງ​ບາງ​ຫຼັງ​ເພື່ອ​ເອົາ​ໄປ​ເສີມ​ກຳແພງ​ເມືອງ. 11  ພວກ​ເຈົ້າ​ຈະ​ເຮັດ​ບ່ອນ​ເກັບ​ນ້ຳ​ຢູ່​ລະຫວ່າງ​ກຳແພງ 2 ເບື້ອງ​ເພື່ອ​ເອົາ​ນ້ຳ​ຈາກ​ສະ​ເກົ່າ​ມາ​ໄວ້​ຢູ່​ຫັ້ນ. ແຕ່​ພວກ​ເຈົ້າ​ຈະ​ບໍ່​ເພິ່ງ​ຜູ້​ສ້າງ​ອົງ​ຍິ່ງໃຫຍ່ ແລະ​ຈະ​ບໍ່​ຄິດເຖິງ​ພະເຈົ້າ​ຜູ້​ທີ່ວາງ​ແຜນ​ເລື່ອງ​ທັງໝົດ​ນີ້​ໄວ້​ແຕ່​ດົນ​ແລ້ວ. 12  ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດຈະ​ບອກ​ໃຫ້​ເຂົາເຈົ້າ​ຮ້ອງໄຫ້​ແລະ​ໂສກເສົ້າ+ແຖ​ຫົວ​ແລະ​ນຸ່ງ​ຜ້າ​ເນື້ອ​ຫຍາບ. 13  ແຕ່​ເຂົາເຈົ້າ​ພັດ​ຈັດ​ງານ​ລ້ຽງ​ສະຫຼອງ​ຢ່າງ​ມ່ວນ​ຊື່ນຂ້າ​ງົວ ຂ້າ​ແກະກິນ​ຊີ້ນ​ຈົນ​ອີ່ມ ແລະ​ກິນ​ເຫຼົ້າແວງ​ຢ່າງ​ມີ​ຄວາມ​ສຸກ+ ແລ້ວ​ເວົ້າ​ວ່າ ‘ໃຫ້​ພວກ​ເຮົາ​ມາ​ກິນ​ມາ​ດື່ມ​ໂລດ ເພາະ​ວ່າ​ມື້​ອື່ນ​ພວກ​ເຮົາ​ກໍ​ຈະ​ຕາຍ.’”+ 14  ຈາກ​ນັ້ນ ຂ້ອຍໄດ້​ຍິນ​ສຽງ​ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ​ເວົ້າ​ວ່າ: “‘ຄວາມ​ຜິດ​ນີ້​ຈະ​ບໍ່​ຖືກ​ລົບ​ລ້າງ​ຈົນ​ກວ່າ​ພວກເຈົ້າ​ຈະ​ຕາຍ.’+ ພະ​ເຢໂຫວາ​ຜູ້​ບັນຊາການກອງທັບ ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້.” 15  ພະ​ເຢໂຫວາ​ຜູ້​ບັນຊາການກອງທັບ ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ບອກ​ວ່າ: “ໃຫ້​ໄປ​ຫາ​ເຊັບນາ+​ທີ່​ເປັນ​ຜູ້​ເບິ່ງແຍງ​ວັງ​ຂອງ​ກະສັດ​ແລະ​ຖາມ​ລາວ​ວ່າ 16  ‘ເຈົ້າ​ມີ​ສິດ​ຫຍັງຈຶ່ງ​ມາ​ເຈາະ​ຫີນ​ເຮັດ​ບ່ອນ​ຝັງ​ສົບ​ໃຫ້​ໂຕເອງ​ຢູ່​ນີ້?’ ລາວ​ເຈາະ​ຫີນ​ເຮັດ​ບ່ອນ​ຝັງ​ສົບ​ໃຫ້​ໂຕເອງ​ຢູ່​ຫີນ​ຜາ​ເທິງ​ເນີນພູ. 17  ໃຫ້​ບອກ​ລາວ​ນຳ​ວ່າ ‘ຖ້າ​ເບິ່ງ​ເດີ້! ພະ​ເຢໂຫວາ​ຈະ​ຈັບ​ເຈົ້າ​ໄວ້​ແໜ້ນ​ໆ​ແລະ​ຟາດ​ໃສ່​ພື້ນ​ແຮງ​ໆ​. 18  ເພິ່ນ​ຈະ​ມັດ​ເຈົ້າ​ໄວ້​ແໜ້ນ​ໆ​ ແລ້ວ​ດຶກ​ເຈົ້າ​ຄື​ກັບ​ດຶກ​ໝາກ​ບານ​ໄປບ່ອນ​ທີ່​ກວ້າງ​ໆ​ໄກ​ໆ​. ເຈົ້າ​ຈະ​ຕາຍ​ຢູ່​ຫັ້ນ​ແລະ​ລົດຮົບ​ທີ່​ຫຼູຫຼາ​ຂອງ​ເຈົ້າ​ກໍ​ຈະ​ຖືກຖິ້ມ​ໄວ້​ຢູ່​ຫັ້ນຄື​ກັນ ແລະ​ເລື່ອງ​ນີ້​ຈະ​ເຮັດ​ໃຫ້​ຄອບຄົວ​ເຈົ້ານາຍ​ຂອງ​ເຈົ້າ​ອັບອາຍ. 19  ເຮົາ​ຈະ​ປົດ​ເຈົ້າ​ອອກ​ຈາກ​ຕຳແໜ່ງ​ແລະ​ໄລ່​ເຈົ້າ​ອອກ​ຈາກ​ວຽກ. 20  ໃນ​ມື້​ນັ້ນ ເຮົາ​ຈະ​ເອີ້ນ​ເອລີຢາກີມ+​ຜູ້​ຮັບໃຊ້​ຂອງ​ຂ້ອຍ​ມາ. ລາວ​ເປັນ​ລູກຊາຍ​ຂອງ​ຮິນກີຢາ. 21  ເຮົາ​ຈະ​ເອົາ​ເສື້ອຄຸມ​ຂອງ​ເຈົ້າ​ໃສ່​ໃຫ້​ລາວ ເອົາ​ຜ້າ​ມັດ​ແອວ​ຂອງ​ເຈົ້າ​ມັດ​ໃຫ້​ລາວ+ ແລະ​ໃຫ້​ລາວ​ມີ​ອຳນາດ​ແທນ​ເຈົ້າ. ລາວ​ຈະ​ເປັນ​ຄື​ກັບ​ພໍ່ຂອງ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ແລະ​ຂອງພວກ​ຢູດາ. 22  ເຮົາ​ຈະ​ໃຫ້​ລາວ​ເບິ່ງແຍງ​ກະແຈ​ທີ່​ເປັນ​ຂອງ​ຄອບຄົວ​ດາວິດ.*+ ປະຕູ​ທີ່​ລາວ​ເປີດ​ຈະ​ບໍ່​ມີ​ໃຜ​ປິດ​ໄດ້ ແລະ​ປະຕູ​ທີ່​ລາວ​ປິດ​ກໍ​ຈະ​ບໍ່​ມີໃຜ​ເປີດ​ໄດ້. 23  ເຮົາ​ຈະ​ໃຫ້​ລາວ​ເປັນ​ຄື​ກັບ​ຕະປູ*​ທີ່​ຕອກ​ໄວ້​ແໜ້ນ​ໆ​. ລາວ​ຈະ​ເປັນ​ຄື​ກັບບັນລັງ​ທີ່​ມີ​ກຽດໃຫ້​ຄອບຄົວ​ຂອງ​ພໍ່​ລາວ. 24  ກຽດຕິຍົດ​ຂອງ​ຄອບຄົວ​ພໍ່​ລາວ​ຈະ​ຫ້ອຍ​ຢູ່​ໂຕ​ລາວ. ພວກ​ລູກຫຼານ​ຈະ​ມາ​ເພິ່ງ​ລາວ ຄື​ກັບ​ທີ່​ໄຫ​ໃຫຍ່​ໆ​ແລະ​ຖ້ວຍ​ບ່ວງ​ຈານ​ຊາມ​ນ້ອຍ​ໃຫຍ່​ຫ້ອຍ​ໄວ້​ຢູ່​ຕະປູ. 25  ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ​ບອກ​ວ່າ ‘ໃນ​ມື້​ນັ້ນ ເຮົາ​ຈະ​ງັດ​ຕະປູ*​ດອກ​ທີ່​ຕອກ​ໄວ້​ແໜ້ນ​ໆ​ນັ້ນ​ອອກ​ມາ+ ແລ້ວ​ມັນ​ຈະຕົກ​ລົງ​ມາ​ແລະ​ຖືກ​ທຳລາຍ. ທຸກ​ສິ່ງ​ທີ່​ຫ້ອຍ​ຢູ່​ຕະປູ​ນັ້ນ​ຈະ​ຕົກ​ລົງ​ມາ​ແລະ​ຖືກ​ທຳລາຍ​ຄື​ກັນ. ພະ​ເຢໂຫວາ​ບອກ​ໄວ້​ແນວ​ນີ້.’”

ຂໍຄວາມໄຂເງື່ອນ

ອາດ​ໝາຍເຖິງ​ເມືອງ​ເຢຣູຊາເລັມ
ແປ​ຕາມ​ໂຕ​ວ່າ “ເອົາ​ແນວ​ປົກ​ໂລ້​ອອກ”
ແປ​ຕາມ​ໂຕ​ວ່າ “ຂ້ອຍ​ຈະ​ເອົາ​ກະແຈ​ທີ່​ເປັນ​ຂອງ​ຄອບຄົວ​ດາວິດ​ຫ້ອຍ​ໃສ່​ບ່າ​ຂອງ​ລາວ”
ອາດ​ໝາຍເຖິງ​ເອລີຢາກີມ
ອາດ​ໝາຍເຖິງ​ເຊັບນາ