ເອຊາຢາ 24:1-23

  • ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ແຜ່ນດິນ​ຮ້າງ​ເປົ່າ (1-​23)

    • ພະ​ເຢໂຫວາ​ເປັນ​ກະ⁠ສັດ​ຢູ່​ຊີໂອນ (23)

24  ຖ້າ​ເບິ່ງ​ເດີ້ ພະ​ເຢໂຫວາ​ຈະ​ກຳຈັດ​ທຸກ​ຄົນອອກ​ຈາກ​ແຜ່ນດິນ​ນີ້*​ແລະ​ເຮັດ​ໃຫ້​ມັນ​ຮ້າງ​ເປົ່າ.+ ເພິ່ນ​ຈະ​ຂວ້ຳ​ແຜ່ນດິນ​ນີ້*+​ແລະ​ເຮັດ​ໃຫ້​ຄົນ​ທີ່​ອາໄສ​ຢູ່​ກະຈັດ​ກະຈາຍ​ໄປ.+   ທຸກ​ຄົນ​ຈະ​ເຈິ​ແບບ​ດຽວ​ກັນ​ໝົດ ທັງ​ປະຊາຊົນ​ແລະ​ປະໂລຫິດຄົນ​ໃຊ້​ແລະ​ເຈົ້ານາຍສາວໃຊ້​ແລະ​ເຈົ້ານາຍ​ຜູ້ຍິງຜູ້​ຊື້​ແລະ​ຜູ້​ຂາຍຜູ້​ໃຫ້​ຢືມ​ແລະ​ຜູ້​ຂໍ​ຢືມເຈົ້າ​ໜີ້​ແລະ​ລູກ​ໜີ້.+   ແຜ່ນດິນ​ນີ້​ຈະ​ຮ້າງ​ເປົ່າແລະ​ຈະ​ຖືກ​ປຸ້ນ​ຈົນ​ບໍ່​ເຫຼືອ​ຫຍັງ+ຍ້ອນ​ພະ​ເຢໂຫວາ​ໄດ້​ບອກ​ໄວ້​ແນວ​ນີ້.   ແຜ່ນດິນ​ກໍ​ໂສກເສົ້າ*+​ແລະ​ຖືກ​ທຳລາຍ. ແຜ່ນດິນ​ທີ່​ເຄີຍ​ອຸດົມ​ສົມບູນ​ກໍ​ຈະ​ແຫ້ງ​ແລ້ງ​ໄປ​ເລື້ອຍ​ໆ​ແລະຮ້າງ​ເປົ່າ. ຄົນ​ທີ່​ມີ​ຖານະ​ດີ​ກໍ​ຈະຕົກ​ຕ່ຳ.   ແຜ່ນດິນ​ນີ້​ເປື້ອນ​ຍ້ອນ​ຄົນ​ທີ່​ອາໄສ​ຢູ່​ຫັ້ນ.+ເຂົາເຈົ້າຫຼີກ​ລ່ຽງບໍ່​ເຮັດ​ຕາມ​ກົດໝາຍ+ປ່ຽນແປງຄຳ​ສັ່ງ+ແລະ​ບໍ່​ເຮັດ​ຕາມ​ສັນຍາ​ທີ່​ມີ​ຕັ້ງ​ແຕ່​ສະໄໝ​ບູຮານ.*+   ຍ້ອນ​ແນວ​ນີ້ ແຜ່ນດິນ​ຈຶ່ງ​ຖືກ​ສາບແຊ່ງ+ແລະ​ຄົນ​ທີ່​ອາໄສ​ຢູ່​ຫັ້ນ​ກໍ​ມີ​ຄວາມ​ຜິດ. ເຂົາເຈົ້າ​ຈຶ່ງ​ມີ​ຈຳນວນ​ໜ້ອຍ​ລົງແລະ​ເຫຼືອ​ບໍ່​ເທົ່າ​ໃດ​ຄົນ.+   ເຫຼົ້າແວງ​ໃໝ່​ກໍ​ແຫ້ງ+ແລະ​ຄົນ​ອາລົມ​ດີ​ກໍ​ຖອນຫາຍໃຈ.+   ສຽງ​ມ່ວນ​ໆ​ຂອງ​ກອງ​ແທມບູຣິນ*​ກໍ​ງຽບສຽງ​ຟົດ​ນັນ​ຂອງ​ຄົນ​ທີ່​ມັກ​ມ່ວນ​ກໍ​ມິດແລະ​ສຽງ​ດີດ​ພິນ​ທີ່​ມ່ວນ​ໆ​ກໍ​ບໍ່​ມີ​ອີກ​ແລ້ວ.+   ເຂົາເຈົ້າ​ກິນ​ເຫຼົ້າແວງ ແຕ່​ບໍ່​ມີ​ຄົນຮ້ອງ​ເພງ​ໃຫ້​ຟັງແລະ​ເຫຼົ້າ​ກໍ​ຂົມ​ສຳລັບ​ຄົນ​ທີ່​ມັກ​ກິນ​ເຫຼົ້າ. 10  ເມືອງ​ທີ່​ຮ້າງ​ກໍ​ເປ່ເພ+ແລະ​ເຮືອນ​ທຸກ​ຫຼັງ​ກໍ​ຖືກ​ປິດ​ປະຕູ​ໄວ້​ເພື່ອ​ບໍ່​ໃຫ້​ໃຜ​ເຂົ້າ​ໄປ. 11  ຈະ​ມີ​ຄົນ​ຮ້ອງ​ຢາກ​ກິນ​ເຫຼົ້າແວງ​ຕາມ​ຫົນ​ທາງ ແຕ່​ຄວາມ​ມ່ວນ​ຊື່ນ​ທຸກ​ຢ່າງ​ໄດ້​ຈົບ​ແລ້ວແລະ​ບໍ່​ມີ​ຄວາມສຸກ​ອີກ​ຕໍ່ໄປ.+ 12  ເມືອງ​ນັ້ນ​ເຫຼືອ​ແຕ່​ຊາກ​ຫັກ​ພັງແລະ​ປະຕູ​ເມືອງ​ກໍ​ຖືກ​ທຳລາຍຈົນ​ບໍ່​ເຫຼືອ​ຫຍັງ.+ 13  ແຕ່​ປະຊາຊົນ​ຂອງ​ເຮົາ​ທີ່​ຢູ່​ໃນ​ແຜ່ນດິນ​ທ່າມກາງ​ຄົນ​ຈາກ​ຊາດ​ຕ່າງ​ໆ​ ຈະ​ເປັນ​ຄື​ກັບ​ໝາກກອກ​ທີ່​ເຫຼືອ​ຢູ່​ເທິງ​ຕົ້ນ+ແລະ​ເປັນ​ຄື​ກັບ​ໝາກ​ລະແຊັງ​ທີ່​ເຫຼືອ​ຢູ່​ເຄືອ​ຫຼັງ​ຈາກ​ທີ່​ຫວິດ​ລະດູ​ເກັບ​ກ່ຽວ​ແລ້ວ.+ 14  ເຂົາເຈົ້າ​ຈະ​ຮ້ອງ​ສຽງ​ດັງແລະ​ຮ້ອງ​ດ້ວຍ​ຄວາມ​ດີໃຈ. ເຂົາເຈົ້າ​ຈະ​ປະກາດ​ເຖິງ​ຄວາມ​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ​ຈາກ​ທະເລ.*+ 15  ເຂົາເຈົ້າຈະ​ສັນລະເສີນ​ພະ​ເຢໂຫວາ​ຢູ່​ທາງທິດ​ຕາເວັນ​ອອກ*+ແລະ​ເຂົາເຈົ້າ​ຈະ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ຢູ່​ຕາມ​ເກາະ​ຕ່າງ​ໆ​ໃນ​ທະເລ.+ 16  ພວກ​ເຮົາ​ໄດ້​ຍິນ​ສຽງ​ເພງ​ດັງ​ມາ​ຈາກ​ສຸດ​ຂອບ​ໂລກ​ວ່າ: “ໃຫ້​ຍົກຍ້ອງ​ພະເຈົ້າ​ຜູ້​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ.”+ ແຕ່​ຂ້ອຍ​ບອກ​ວ່າ: “ຂ້ອຍ​ເມື່ອຍ​ແລ້ວ ຂ້ອຍ​ບໍ່​ມີ​ແຮງ​ແລ້ວ​ຍ້ອນ​ວ່າ​ໂສກເສົ້າ​ຫຼາຍ. ຂ້ອຍ​ຕ້ອງ​ຈິບຫາຍ​ແທ້​ໆ​.ຄົນ​ຊົ່ວ​ເຮັດ​ແຕ່​ແນວ​ຊົ່ວ​ໆ​ ແລະ​ເຂົາເຈົ້າ​ກໍ​ບໍ່​ເຊົາ​ເຮັດ​ຊົ່ວ.”+ 17  ຄວາມ​ຢ້ານ ບ້ວງແຮ້ວ ແລະ​ກັບດັກ​ກຳລັງ​ຖ້າ​ພວກເຈົ້າ​ທີ່​ອາໄສ​ຢູ່​ແຜ່ນດິນ​ນີ້.+ 18  ຜູ້​ທີ່​ໜີ​ມາ​ຈາກ​ສຽງ​ຮ້ອງ​ທີ່​ເປັນ​ຕາ​ຢ້ານ​ຈະ​ຕົກ​ລົງ​ໄປ​ໃນ​ບ້ວງແຮ້ວແລະ​ຜູ້​ທີ່​ຂຶ້ນ​ມາ​ຈາກ​ບ້ວງແຮ້ວ​ໄດ້​ກໍ​ຈະ​ຖືກ​ກັບດັກ.+ ປະຕູ​ນ້ຳ​ທີ່​ຢູ່​ເທິງ​ຟ້າ​ຈະ​ເປີດ​ອອກແລະແຜ່ນດິນ​ຈະ​ສັ່ນ​ສະເທືອນ. 19  ແຜ່ນດິນ​ໄດ້​ແຍກ​ອອກ​ຈາກ​ກັນ.ມັນ​ຖືກ​ສັ່ນແລະ​ສັ່ນ​ບັກ​ແຮງ​ໆ​.+ 20  ແຜ່ນດິນ​ເຊ​ໄປ​ເຊມາ​ຄື​ຄົນ​ເມົາ​ເຫຼົ້າແລະໄກວ​ໄປ​ໄກວ​ມາຄື​ຕູບ​ທີ່​ຖືກ​ລົມ​ພັດ. ແຜ່ນດິນ​ນີ້​ຮູ້ສຶກ​ໜັກ​ໃຈ​ຍ້ອນ​ວ່າ​ເຮັດ​ຜິດ.+ມັນ​ຈະ​ລົ້ມ​ລົງ​ແລະ​ລຸກ​ຂຶ້ນ​ບໍ່​ໄດ້​ອີກ. 21  ໃນ​ຕອນ​ນັ້ນ ພະ​ເຢໂຫວາ​ຈະຕັດ​ສິນກອງ​ທັບ​ທີ່​ຢູ່​ໃນ​ສະຫວັນແລະ​ພວກ​ກະສັດ​ທີ່​ຢູ່​ໃນ​ໂລກ. 22  ເຂົາເຈົ້າ​ຈະ​ຖືກ​ຈັບ​ໄວ້​ນຳ​ກັນຄື​ກັບ​ພວກ​ນັກ​ໂທດ​ທີ່​ຖືກ​ຂັງ​ໄວ້​ຢູ່​ໃນ​ຂຸມ​ໃຫຍ່.ເຂົາເຈົ້າ​ຈະ​ຖືກ​ຂັງ​ຢູ່​ໃນ​ຄຸກ​ໃຕ້​ດິນແລະ​ຫຼາຍ​ມື້​ຕໍ່ມາ​ເຂົາເຈົ້າ​ຈະ​ຖືກລົງໂທດ. 23  ພະ​ເຢໂຫວາ​ຜູ້​ບັນຊາການກອງທັບ​ໄດ້​ເປັນ​ກະສັດ+​ຢູ່​ເທິງ​ພູ​ຊີໂອນ+​ແລະ​ໃນ​ເມືອງ​ເຢຣູຊາເລັມ​ແລ້ວ.ເພິ່ນ​ຈະ​ປົກຄອງ​ຢ່າງ​ມີ​ສະຫງ່າ​ລາສີ​ຕໍ່​ໜ້າ​ພວກ​ຜູ້​ນຳ*​ປະຊາຊົນ​ຂອງ​ເພິ່ນ.+ສະຫງ່າ​ລາສີ​ນີ້​ຈະ​ເຮັດ​ໃຫ້ເດືອນ​ທີ່​ເຕັມ​ດວງ​ມືດແລະ​ເຮັດ​ໃຫ້​ຕາເວັນ​ທີ່​ແຈ້ງ​ໆ​ມົວ.+

ຂໍຄວາມໄຂເງື່ອນ

ຫຼື “ເພິ່ນ​ຈະ​ບິດ​ແຜ່ນດິນ​ນີ້”
ອາດ​ໝາຍເຖິງ​ຢູດາ​ແລະ​ເຢຣູຊາເລັມ
ຫຼື​ອາດ​ແປ​ວ່າ “ແຫ້ງ​ແລ້ງ”
ຫຼື “ສັນຍາ​ທີ່​ຢູ່​ຕະຫຼອດ​ໄປ”
ກອງ​ນ້ອຍ​ທີ່​ມີ​ແສ່ງ​ຕິດ​ນຳ
ຫຼື “ທິດ​ຕາເວັນ​ຕົກ”
ແປ​ຕາມ​ໂຕ​ວ່າ “ດິນແດນ​ທີ່​ມີ​ແສງ​ສະຫວ່າງ”
ແປ​ຕາມ​ໂຕ​ວ່າ “ພວກ​ຜູ້​ຊາຍ​ທີ່​ເຖົ້າ​ແລ້ວ”