ເອຊາຢາ 26:1-21

  • ເພງ​ກ່ຽວກັບ​ຄວາມ​ໄວ້​ວາງໃຈ​ແລະ​ຄວາມ​ລອດ (1-​21)

    • ພະ​ເຢໂຫວາ​ເປັນ​ຄື​ກັບ​ຫີນ​ຜາ​ທີ່​ໝັ້ນຄົງ (4)

    • ຄົນ​ທີ່​ຢູ່​ໃນ​ໂລກ​ຈະ​ໄດ້​ຮຽນ​ຮູ້​ກ່ຽວກັບ​ຄວາມ​ຍຸຕິທຳ (9)

    • “ຄົນ​ຂອງ​ພວກ​ເຈົ້າ​ທີ່​ຕາຍ​ແລ້ວ​ຈະ​ກັບ​ມາ​ມີ​ຊີວິດ​ອີກ” (19)

    • ເຂົ້າ​ໄປ​ຫ້ອງ​ທາງ​ໃນ​ແລະ​ລີ້​ຢູ່​ຫັ້ນ (20)

26  ໃນ​ມື້​ນັ້ນ​ຈະ​ມີ​ການ​ຮ້ອງ​ເພງ+​ໃນ​ແຜ່ນດິນ​ຢູດາ.+ ເພງ​ນັ້ນ​ມີ​ເນື້ອ​ໃນ​ວ່າ: “ພວກ​ເຮົາ​ມີ​ເມືອງ​ທີ່​ເຂັ້ມແຂງ+ ແລະ​ພະເຈົ້າ*​ຈະ​ເປັນ​ຄື​ກັບ​ກຳແພງ​ແລະ​ເປັນ​ໂນນ​ທີ່​ປົກປ້ອງ​ພວກ​ເຮົາ.+   ເປີດ​ປະຕູ+​ເພື່ອ​ໃຫ້​ຊາດ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເຂົ້າ​ມາ.ຊາດ​ນີ້​ເປັນ​ຊາດ​ທີ່​ເຊື່ອຟັງ​ພະເຈົ້າ.   ພະອົງ​ຈະ​ປົກປ້ອງ​ຜູ້​ທີ່​ໄວ້​ວາງໃຈ​ພະອົງ.*ພະອົງ​ຈະ​ໃຫ້​ເຂົາເຈົ້າ​ມີ​ຄວາມ​ສະຫງົບສຸກ​ຕໍ່​ໆ​ໄປ+ຍ້ອນ​ເຂົາເຈົ້າ​ໄວ້​ວາງໃຈ​ພະອົງ.+   ໃຫ້​ໄວ້​ວາງໃຈ​ພະ​ເຢໂຫວາ​ຕະຫຼອດໄປ.+ພະ​ເຢໂຫວາ* ພະ​ເຢໂຫວາ ພະອົງ​ເປັນ​ຄື​ກັບ​ຫີນ​ຜາ​ທີ່​ໝັ້ນຄົງ.+   ເພິ່ນ​ໄດ້​ກົດ​ຄົນ​ຍິ່ງ​ທີ່​ຢູ່​ໃນ​ເມືອງ​ສູງ​ໆ​ໃຫ້​ຕ່ຳ​ລົງ. ເພິ່ນ​ກົດ​ເຂົາເຈົ້າ​ໃຫ້​ຕ່ຳ​ລົງແລະ​ກົດ​ໃຫ້​ຕ່ຳ​ລົງ​ຈົນ​ຮອດ​ພື້ນ.ເພິ່ນ​ເຮັດ​ໃຫ້​ເຂົາເຈົ້າ​ນອນ​ເກືອກ​ຢູ່​ຂີ້​ດິນ.   ເຂົາເຈົ້າ​ຈະ​ຖືກ​ຢຽບ.ຄົນ​ທຸກຍາກ​ແລະ​ຄົນ​ຕ່ຳຕ້ອຍ​ຈະ​ຢຽບ​ເຂົາເຈົ້າ.”   ຫົນ​ທາງ​ຂອງ​ຄົນ​ດີ​ກໍ​ຊື່.* ພະອົງ​ຈະ​ເຮັດ​ໃຫ້​ຫົນ​ທາງ​ຂອງ​ຄົນ​ດີ​ກ້ຽງຍ້ອນ​ພະອົງ​ຍຸຕິທຳ.   ພະ​ເຢໂຫວາ ພວກ​ເຮົາ​ໃຊ້​ຊີວິດ​ໃນ​ແນວ​ທາງ​ທີ່​ຖືກຕ້ອງ​ຂອງ​ພະອົງ.ພວກ​ເຮົາ​ໄວ້​ວາງໃຈ​ພະອົງ. ພວກ​ເຮົາ​ຄິດເຖິງ​ຊື່​ຂອງ​ພະອົງ​ແລະ​ຢາກ​ໃຫ້​ຄົນ​ຈື່​ຊື່​ນີ້.*   ໃນ​ຕອນ​ກາງຄືນ ລູກ​ຄິດ​ຮອດ​ພະອົງ​ຫຼາຍ.ລູກ​ຊອກ​ຫາ​ພະອົງ​ເອົາ​ແທ້​ເອົາ​ວ່າ.+ເມື່ອ​ພະອົງ​ຕັດສິນ​ໂລກ​ນີ້ຄົນ​ທີ່​ຢູ່​ໃນ​ໂລກ​ກໍ​ຈະ​ໄດ້​ຮຽນຮູ້​ກ່ຽວກັບ​ຄວາມ​ຍຸຕິທຳ​ຂອງ​ພະອົງ.+ 10  ເຖິງ​ວ່າ​ຄົນ​ຊົ່ວ​ຈະ​ໄດ້​ຮັບ​ຄວາມ​ເມດຕາແຕ່​ລາວ​ກໍ​ຈະ​ບໍ່​ຮຽນ​ເຮັດ​ສິ່ງ​ທີ່​ຖືກຕ້ອງ.+ ເຖິງ​ວ່າ​ຈະ​ຢູ່​ໃນ​ແຜ່ນດິນ​ທີ່​ມີ​ແຕ່​ຄົນ​ດີ ແຕ່​ລາວ​ກໍ​ຍັງ​ເຮັດ​ສິ່ງ​ທີ່​ຊົ່ວ.+ລາວ​ຈະ​ບໍ່​ເຫັນ​ຄວາມ​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ.+ 11  ພະ​ເຢໂຫວາ ພະອົງ​ຍົກ​ມື​ຂຶ້ນ ແຕ່​ເຂົາເຈົ້າ​ກໍ​ບໍ່​ເຫັນ.+ ຕອນ​ທີ່​ພະອົງ​ປົກປ້ອງ​ປະຊາຊົນ​ຂອງ​ພະອົງ​ດ້ວຍ​ຄວາມ​ຮັກ ເຂົາເຈົ້າ​ຈະ​ຕ້ອງ​ອັບອາຍ. ພະອົງ​ຈະ​ໃຊ້​ໄຟ​ຈູດ​ພວກ​ສັດຕູ​ຂອງ​ພະອົງ. 12  ພະ​ເຢໂຫວາ ພະອົງ​ຈະ​ໃຫ້​ພວກ​ເຮົາ​ມີ​ຄວາມ​ສະຫງົບສຸກ.+ທຸກ​ສິ່ງ​ທີ່​ພວກ​ເຮົາ​ເຮັດພະອົງ​ຊ່ວຍ​ພວກ​ເຮົາ​ໃຫ້​ເຮັດ​ສຳເລັດ. 13  ພະ​ເຢໂຫວາ ພະເຈົ້າ​ຂອງ​ພວກ​ເຮົາ ເຖິງ​ວ່າ​ຈະ​ມີ​ເຈົ້າ​ນາຍ​ອື່ນ​ມາ​ປົກຄອງ​ພວກ​ເຮົາ+ແຕ່​ພວກ​ເຮົາ​ກໍ​ຈະ​ສັນລະເສີນ​ຊື່​ຂອງ​ພະອົງ​ຜູ້​ດຽວ​ເທົ່າ​ນັ້ນ.+ 14  ເຂົາເຈົ້າ​ຕາຍ​ແລະ​ຈະ​ບໍ່​ມີ​ຊີວິດ​ອີກ. ເຂົາເຈົ້າ​ຈະ​ເຮັດ​ຫຍັງ​ບໍ່​ໄດ້​ແລະ​ຈະ​ບໍ່​ຟື້ນ​ຄືນ​ມາ​ອີກ+ ຍ້ອນ​ພະອົງ​ໄດ້​ລົງໂທດແລະ​ທຳລາຍ​ເຂົາເຈົ້າ​ເພື່ອ​ຈະ​ບໍ່​ໃຫ້​ໃຜ​ຈື່​ເຂົາເຈົ້າ​ໄດ້​ອີກ. 15  ພະ​ເຢໂຫວາ ພະອົງ​ເຮັດ​ໃຫ້​ຊາດ​ອິດສະຣາເອນ​ໃຫຍ່​ຂຶ້ນ.ພະອົງ​ເຮັດ​ໃຫ້​ຊາດ​ນີ້​ໃຫຍ່​ຂຶ້ນແລະ​ເຮັດ​ໃຫ້​ໂຕເອງ​ໄດ້​ຮັບ​ກຽດ.+ ພະອົງ​ຂະຫຍາຍ​ເຂດ​ແດນ​ທັງ​ໝົດ​ຂອງ​ແຜ່ນດິນ​ນີ້​ໃຫ້​ກວ້າງ​ອອກ.+ 16  ພະ​ເຢໂຫວາ ຕອນ​ທີ່​ເຂົາ​ເຈົ້າ​ລຳບາກ ເຂົາເຈົ້າ​ໄດ້​ກັບ​ມາ​ຂໍ​ໃຫ້​ພະອົງ​ຊ່ວຍ.ເຂົາ​ເຈົ້າ​ອະທິດຖານ​ຄ່ອຍ​ໆ​ແລະ​ລະບາຍ​ຄວາມ​ຮູ້ສຶກ​ຂອງ​ໂຕເອງ​ອອກ​ມາ​ຕອນ​ທີ່​ພະອົງ​ສັ່ງ​ສອນ​ເຂົາເຈົ້າ.+ 17  ພະ​ເຢໂຫວາ ພະອົງ​ເຮັດ​ໃຫ້​ພວກ​ເຮົາ​ຮູ້ສຶກ​ຄື​ກັບຜູ້ຍິງ​ຖື​ພາ​ທີ່​ກຳລັງ​ຈະ​ເກີດ​ລູກທີ່​ເຈັບ​ທ້ອງ​ແຮງ​ແລະ​ຮ້ອງ​ຢ່າງ​ເຈັບ​ປວດ. 18  ພວກ​ເຮົາ​ຖື​ພາ​ແລະ​ເຈັບ​ທ້ອງ​ເກີດ​ລູກແຕ່​ມັນ​ເປັນ​ຄື​ກັບ​ເກີດ​ລົມ​ອອກ​ມາ. ພວກ​ເຮົາ​ບໍ່​ໄດ້​ຊ່ວຍ​ແຜ່ນດິນ​ໃຫ້​ລອດແລະ​ບໍ່​ມີ​ໃຜ​ໄດ້​ເກີດ​ມາ​ຢູ່​ໃນ​ແຜ່ນດິນ​ນັ້ນ. 19  “ຄົນ​ຂອງ​ພວກເຈົ້າ​ທີ່​ຕາຍ​ແລ້ວ​ຈະ​ກັບ​ມາ​ມີ​ຊີວິດ​ອີກ. ສົບ​ປະຊາຊົນ​ຂອງ​ເຮົາ*​ຈະ​ລຸກ​ຂຶ້ນ​ມາ.+ ພວກເຈົ້າ​ທີ່​ນອນ​ຕາຍ​ຢູ່​ໃນ​ຂີ້​ດິນ+ໃຫ້​ຕື່ນ​ຂຶ້ນ​ມາ​ແລະ​ຮ້ອງ​ດ້ວຍ​ຄວາມ​ດີໃຈ. ນ້ຳ​ຄ້າງ​ທີ່​ເຮັດ​ໃຫ້​ພວກເຈົ້າ​ສົດ​ຊື່ນ​ເປັນ​ຄື​ກັບ​ນ້ຳ​ຄ້າງ​ໃນ​ຕອນ​ເຊົ້າແລະ​ໂລກ​ຈະ​ປ່ອຍ​ຄົນ​ຕາຍ​ໃຫ້​ກັບ​ມາ​ມີ​ຊີວິດ​ອີກ. 20  ປະຊາຊົນ​ຂອງ​ເຮົາ ໃຫ້​ພວກ​ເຈົ້າ​ເຂົ້າ​ໄປ​ຫ້ອງ​ທາງ​ໃນແລະ​ອັດ​ປະຕູ​ໄວ້​ແມ້.+ ເຂົ້າ​ໄປ​ລີ້​ຢູ່​ຫັ້ນ​ບຶດ​ໜຶ່ງຈົນ​ກວ່າ​ເຮົາ​ຈະ​ເຊົາ​ໃຈຮ້າຍ.+ 21  ຖ້າ​ເບິ່ງ​ເດີ້! ເຮົາ​ເຢໂຫວາ​ຈະ​ອອກ​ມາ​ຈາກ​ບ່ອນ​ທີ່​ເຮົາ​ຢູ່.ເຮົາ​ຈະ​ເອີ້ນ​ຄົນ​ທີ່​ຢູ່​ໃນ​ແຜ່ນດິນ​ໃຫ້​ມາ​ຮັບຜິດຊອບ​ຄວາມ​ຜິດ​ທີ່​ເຂົາເຈົ້າ​ໄດ້​ເຮັດ.ການ​ນອງ​ເລືອດ​ທີ່​ເກີດ​ຢູ່​ແຜ່ນດິນ​ຈະ​ຖືກ​ເປີດ​ເຜີຍແລະ​ຄົນ​ທີ່​ຖືກ​ຂ້າ​ຢູ່​ແຜ່ນດິນ​ຈະ​ບໍ່​ຖືກ​ເຊື່ອງ​ໄວ້.”

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ເພິ່ນ”
ຫຼື​ອາດ​ແປ​ວ່າ “ຜູ້​ທີ່​ມີ​ໃຈ​ໝັ້ນຄົງ”
ແປ​ຕາມ​ໂຕ​ວ່າ “ຢາ” ເຊິ່ງ​ເປັນ​ຊື່​ຫຍໍ້​ຂອງ​ພະ​ເຢໂຫວາ
ຫຼື “ພຽງ”
ໝາຍເຖິງ​ໃຫ້​ຄົນ​ຮູ້​ຈັກ​ພະເຈົ້າ​ແລະ​ຈື່​ຊື່​ຂອງ​ເພິ່ນ
ແປ​ຕາມ​ໂຕ​ວ່າ “ສົບ​ທີ່​ເປັນ​ຂອງ​ເຮົາ”