ເອຊາຢາ 27:1-13

  • ພະ​ເຢໂຫວາ​ຂ້າ​ໂຕ​ເລວີອາທານ (1)

  • ເພງ​ກ່ຽວກັບ​ອິດສະຣາເອນ​ທີ່​ເປັນ​ຄື​ກັບ​ສວນ​ໝາກ​ລະແຊັງ (2-​13)

27  ໃນ​ຕອນ​ນັ້ນ ພະ​ເຢໂຫວາ​ຈະ​ໃຊ້​ດາບ​ຂອງ​ເພິ່ນ​ທີ່​ໃຫຍ່​ໆ​ຄົມ​ໆ​ແລະ​ແຂງແຮງ+ເພື່ອ​ລົງໂທດ​ໂຕ​ເລວີອາທານ* ງູ​ທີ່​ເລືອ​ໄວ​ໆ​ໂຕ​ເລວີອາທານ ແລະ​ງູ​ທີ່​ກ້ຽວ​ໂຕເອງ​ຢູ່.ເພິ່ນ​ຈະ​ຂ້າງູ​ໃຫຍ່​ໂຕ​ນີ້​ທີ່​ຢູ່​ໃນ​ທະເລ.   ໃນ​ຕອນ​ນັ້ນ​ຈະ​ມີ​ການ​ຮ້ອງ​ເພງ​ວ່າ: “ເຈົ້າ*​ເປັນ​ຄື​ກັບ​ສວນ​ໝາກ​ລະແຊັງ​ທີ່​ເຮັດ​ເຫຼົ້າແວງ​ໄດ້​ຫຼາຍ.+   ເຮົາ​ເຢໂຫວາ​ເປັນ​ຜູ້​ເບິ່ງແຍງ​ເຈົ້າ.+ ເຮົາ​ຫົດນ້ຳ​ເຈົ້າ​ຕະຫຼອດ.+ ເຮົາ​ເບິ່ງແຍງ​ເຈົ້າ​ທັງ​ກາງ​ເວັນ​ແລະ​ກາງ​ຄືນເພື່ອ​ບໍ່​ໃຫ້​ໃຜ​ມາ​ທຳ​ຮ້າຍ​ເຈົ້າ.+   ເຮົາ​ເຊົາ​ໃຈຮ້າຍ​ໃຫ້​ເຈົ້າ​ແລ້ວ.+ ຖ້າສັດຕູເອົາ​ຟຸ່ມ​ໜາມ​ກັບ​ຫຍ້າ​ມາ​ວາງ​ຂວາງ​ທາງ​ເຮົາ ເຮົາ​ຈະ​ຕໍ່ສູ້​ລາວ​ແລະ​ເຮົາ​ຈະ​ຢຽບ​ຟຸ່ມ​ໜາມ​ກັບ​ຫຍ້າ ແລ້ວ​ຈູດ​ມັນ​ຖິ້ມ.   ແຕ່​ແທນ​ທີ່​ຈະ​ເຮັດ​ແບບນັ້ນ ໃຫ້​ລາວຊອກ​ຫາ​ການ​ປົກປ້ອງຈາກ​ເຮົາ. ໃຫ້​ລາວ​ມາເປັນ​ໝູ່ກັບ​ເຮົາແລະ​ສ້າງ​ຄວາມ​ສະຫງົບສຸກ​ກັບ​ເຮົາ.”   ໃນ​ມື້​ໜຶ່ງ ຢາໂຄບ​ຈະ​ຢັ່ງ​ຮາກ​ລົງ​ເລິກອິດສະຣາເອນ​ຈະ​ອອກ​ດອກ​ແລະ​ແຕກກິ່ງ+ແລະ​ເປັນ​ໝາກ​ດົກ​ເຕັມ​ແຜ່ນດິນ.+   ລາວ​ຕ້ອງ​ຖືກ​ຕີ​ແຮງຂະໜາດ​ນີ້​ບໍ? ລາວ​ຕ້ອງ​ຖືກ​ຂ້າ​ຢ່າງ​ໂຫດ​ຮ້າຍ​ແບບ​ນີ້​ບໍ?   ເພິ່ນ​ຈະ​ລົງໂທດ​ເຈົ້າ​ຕອນ​ທີ່​ໄລ່​ເຈົ້າ​ໜີ​ໄປ​ໄກ​ໆ​. ເພິ່ນ​ຈະ​ຮ້ອງ​ສຽງ​ເປັນ​ຕາ​ຢ້ານໃສ່​ເຈົ້າ. ເພິ່ນ​ຈະ​ໄລ່​ເຈົ້າ​ໜີ​ດ້ວຍ​ຄວາມ​ໃຈຮ້າຍ ຄື​ກັບ​ລົມ​ທີ່​ພັດ​ແຮງ​ໆ​ຈາກ​ທິດ​ຕາເວັນ​ອອກ.+   ໂດຍ​ວິທີ​ນີ້ ຄວາມ​ຜິດ​ຂອງ​ພວກ​ລູກຫຼານ​ຂອງ​ຢາໂຄບຈະ​ຖືກ​ລົບລ້າງ+ແລະ​ເມື່ອ​ຄວາມ​ຜິດ​ຂອງ​ເຂົາເຈົ້າ​ຖືກ​ລົບລ້າງ​ແລ້ວ ຜົນ​ກໍ​ຈະ​ເປັນ​ແບບ​ນີ້: ຫີນ​ທຸກ​ກ້ອນ​ທີ່​ເອົາ​ມາ​ສ້າງ​ເປັນ​ແທ່ນ​ບູຊາຈະ​ເປັນ​ຄື​ກັບ​ສໍ​ຂາວ​ທີ່​ຖືກ​ບົດ​ຈົນ​ມຸ່ນແລະ​ເສົາ​ໄມ້​ສັກສິດ*​ກັບ​ແທ່ນ​ເຜົາ​ເຄື່ອງຫອມ​ກໍ​ຈະ​ບໍ່​ມີ​ອີກ​ຕໍ່ໄປ.+ 10  ເມືອງ​ທີ່​ມີ​ກຳແພງ​ອ້ອມ​ຈະ​ຖືກ​ປະຖິ້ມ​ໃຫ້​ຮ້າງ​ເປົ່າແລະ​ທົ່ງ​ຫຍ້າ​ກໍ​ຈະ​ຖືກ​ປະຖິ້ມ​ໃຫ້​ເປັນ​ຄື​ກັບ​ບ່ອນ​ກັນດານ.+ ງົວ​ນ້ອຍ​ຈະ​ໄປ​ກິນ​ຫຍ້າ​ຢູ່​ຫັ້ນ ນອນ​ຢູ່​ຫັ້ນແລະກິນກິ່ງ​ໄມ້​ອ່ອນ​ໆ​ຢູ່​ຫັ້ນ.+ 11  ເມື່ອ​ກິ່ງ​ໄມ້​ແຫ້ງພວກ​ຜູ້ຍິງ​ກໍ​ຈະ​ໄປ​ຫັກ​ເອົາແລະ​ເອົາ​ມາ​ດັງ​ໄຟ. ຍ້ອນ​ຄົນ​ຊາດ​ນີ້​ບໍ່​ມີ​ຄວາມ​ເຂົ້າໃຈ+ ຜູ້​ທີ່​ສ້າງ​ເຂົາເຈົ້າ​ຈຶ່ງ​ບໍ່​ອີ່ຕົນ​ເຂົາເຈົ້າຜູ້​ທີ່​ປັ້ນ​ເຂົາເຈົ້າ​ຈຶ່ງ​ບໍ່​ມັກ​ເຂົາເຈົ້າ​ອີກ​ຕໍ່ໄປ.+ 12  ພວກ​ອິດສະຣາເອນ​ເອີ້ຍ ໃນ​ມື້​ນັ້ນ ພະ​ເຢໂຫວາ​ຈະ​ລວບລວມ​ພວກເຈົ້າ​ທີ່ກະຈັດກະຈາຍໄປ​ຕັ້ງແຕ່​ແມ່​ນ້ຳ​ເອິຟາຣາດ​ຈົນ​ຮອດ​ຮ່ອມພູ*​ຂອງ​ເອຢິບ+​ໃຫ້​ມາ​ຢູ່​ນຳ​ກັນ+ ຄື​ກັບ​ຄົນ​ສັ່ນ​ຕົ້ນ​ໄມ້​ໃຫ້​ໝາກ​ມັນ​ຫຼົ່ນ​ລົງ​ມາ ແລ້ວ​ເກັບ​ເອົາ​ເທື່ອ​ລະ​ໜ່ວຍ​ມາ​ໄວ້​ນຳ​ກັນ. 13  ໃນ​ມື້​ນັ້ນ​ຈະ​ມີການ​ເປົ່າ​ແກ​ເຂົາ​ສັດດັງ​ໆ​.+ ຄົນ​ທີ່​ກຳລັງ​ຈະ​ຕາຍຢູ່​ອັດຊີເຣຍ+ ແລະ​ຄົນ​ທີ່​ກະຈັດກະຈາຍ​ຢູ່​ເອຢິບ+​ຈະ​ມາ​ນະມັດສະການ​ພະ​ເຢໂຫວາ​ຢູ່​ພູ​ບໍລິສຸດ​ໃນ​ເມືອງ​ເຢຣູຊາເລັມ.+

ຂໍຄວາມໄຂເງື່ອນ

ໝາຍເຖິງ​ປະເທດ​ອິດສະຣາເອນ
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.