ເອຊາຢາ 29:1-24

  • ຄວາມ​ຈິບຫາຍ​ຈະ​ເກີດ​ກັບ​ອາຣີເອນ (1-​16)

    • ເວົ້າ​ໃຫ້​ຄົນ​ທີ່​ນະມັດສະການ​ແຕ່​ປາກ (13)

  • ຄົນ​ຫູ​ໜວກ​ຈະ​ໄດ້​ຍິນ​ແລະ​ຄົນ​ຕາບອດ​ຈະ​ເຫັນ​ຮຸ່ງ (17-​24)

29  “ຄວາມ​ຈິບຫາຍ​ຈະ​ເກີດ​ກັບ​ອາຣີເອນ*​ເມືອງ​ທີ່​ດາວິດ​ເຄີຍ​ຕັ້ງ​ຄ້າຍ.+ ໃຫ້​ພວກເຈົ້າ​ສະຫຼອງ​ເທດສະການ​ຕ່າງ​ໆ​+​ຕໍ່ໄປ​ໂລດ.ໃຫ້​ສະຫຼອງ​ທຸກ​ໆ​ປີ​ໂລດ.   ແຕ່​ເຮົາ​ຈະ​ເຮັດ​ໃຫ້​ອາຣີເອນ​ມີ​ຄວາມທຸກ​ລຳບາກ.+ເມືອງ​ນີ້​ຈະ​ໂສກເສົ້າ​ແລະ​ຮ້ອງໄຫ້.+ສຳລັບ​ເຮົາ ເມືອງ​ນີ້​ຈະ​ເປັນ​ຄື​ກັບ​ເຕົາ​ໄຟ​ຂອງ​ແທ່ນ​ບູຊາ.+   ອາຣີເອນ​ເອີ້ຍ ເຮົາ​ຈະ​ລ້ອມ​ເຈົ້າ​ໄວ້ທຸກ​ດ້ານ​ເພື່ອ​ຕໍ່ສູ້​ເຈົ້າ.ເຮົາ​ຈະ​ເອົາ​ໄມ້​ປາຍ​ແຫຼມ​ໆ​ເຮັດ​ຮົ້ວ​ອ້ອມ​ເຈົ້າ​ໄວ້.ເຮົາ​ຈະ​ເຮັດ​ໂນນ​ຢູ່​ກຳແພງ​ເມືອງ​ເພື່ອ​ໂຈມຕີ​ເຈົ້າ.+   ເຈົ້າ​ຈະ​ຖືກ​ເຮັດ​ໃຫ້​ຕົກ​ຕ່ຳ​ລົງ.ເຈົ້າ​ຈະ​ເວົ້າ​ຈາກ​ພື້ນ​ດິນແລະ​ສິ່ງ​ທີ່​ເຈົ້າ​ເວົ້າ​ຈະ​ບໍ່​ໄດ້​ຍິນ​ແຈ້ງ​ຍ້ອນ​ເຈົ້າ​ຖືກ​ຂີ້​ດິນ​ຖົມ​ໄວ້. ສຽງ​ຂອງ​ເຈົ້າ​ຈະ​ມາ​ຈາກ​ພື້ນ​ດິນ+ຄື​ກັບ​ສຽງ​ຂອງ​ໝໍ​ຜີທີ່​ເວົ້າ​ບໍ່​ແຈ້ງ.ຄຳເວົ້າ​ຂອງ​ເຈົ້າ​ຈະ​ເປັນ​ຄື​ກັບ​ສຽງ​ຊິ່ມ​ທີ່​ມາ​ຈາກ​ພື້ນ​ດິນ.   ພວກ​ສັດຕູ​ຂອງ​ເຈົ້າ​ຈະ​ເປັນ​ຄື​ກັບ​ຂີ້ຝຸ່ນ.+ພວກຜູ້ປົກຄອງ​ທີ່​ມັກ​ກົດຂີ່​ຈະ​ເປັນ​ຄື​ກັບ​ຂີ້​ແກບ​ທີ່​ຖືກ​ລົມ​ພັດ​ໃຫ້​ປິວ​ໄປ.+ ສິ່ງ​ນີ້​ຈະ​ເກີດ​ຂຶ້ນ​ຢ່າງ​ກະທັນຫັນ​ໃນ​ພິບ​ຕາ​ດຽວ.+   ເຮົາ​ເຢໂຫວາ​ຜູ້​ບັນຊາການກອງທັບ​ຈະ​ມາ​ຊ່ວຍ​ເຈົ້າ​ໃຫ້​ລອດໂດຍ​ໃຊ້​ຟ້າ​ຮ້ອງ ແຜ່ນດິນ​ໄຫວ ສຽງ​ດັງ​ໆ​ລົມ​ພາຍຸ ລົມ​ທີ່​ແຮງ​ໆ​ ແລະ​ແປວ​ໄຟ​ທີ່​ເຜົາ​ໄໝ້.”+   ຈາກ​ນັ້ນ ທຸກ​ຊາດ​ກໍ​ຈະ​ມາ​ເຮັດ​ສົງຄາມ​ຕໍ່ສູ້​ເມືອງ​ອາຣີເອນ.+ທຸກ​ຄົນ​ຈະ​ມາ​ຕໍ່ສູ້​ເມືອງ​ນີ້ຈະ​ສ້າງ​ເຄື່ອງ​ຈັກ​ເພື່ອ​ໃຊ້​ໂຈມຕີ​ເມືອງ​ນີ້ແລະ​ຈະ​ເຮັດ​ໃຫ້​ເມືອງ​ນີ້​ມີ​ຄວາມ​ທຸກ​ລຳບາກ.ແຕ່​ທັງໝົດ​ນີ້​ຈະ​ເປັນ​ຄື​ກັບ​ຄວາມ​ຝັນ​ຊື່​ໆ​.   ມັນ​ຈະ​ເປັນ​ຄື​ກັບ​ຄົນ​ທີ່​ຫິວ​ເຂົ້າ ແລ້ວ​ຝັນ​ວ່າ​ໄດ້​ກິນ​ເຂົ້າແຕ່​ເມື່ອ​ຕື່ນ​ຂຶ້ນ​ມາ​ກໍ​ຍັງ​ຫິວ​ຢູ່.ມັນ​ຈະ​ເປັນ​ຄື​ກັບ​ຄົນ​ທີ່​ຫິວ​ນ້ຳ ແລ້ວ​ຝັນ​ວ່າ​ໄດ້​ກິນ​ນ້ຳແຕ່​ເມື່ອ​ຕື່ນ​ຂຶ້ນ​ມາ​ກໍ​ຍັງ​ເມື່ອຍ​ແລະ​ຫິວ​ນ້ຳ​ຢູ່. ມັນ​ຈະ​ເປັນ​ແບບ​ນີ້​ກັບ​ທຸກ​ຊາດທີ່​ມາ​ເຮັດ​ສົງຄາມ​ຕໍ່ສູ້​ກັບ​ພູ​ຊີໂອນ.+   ຄົນ​ເມືອງ​ອາຣີເອນ​ເອີ້ຍ ພວກເຈົ້າ​ຈະ​ຕ້ອງ​ຕົກໃຈ​ແລະ​ງຶດ​ຫຼາຍ.+ໃຫ້​ພວກເຈົ້າ​ຫຼັບ​ຕາ​ເພື່ອ​ຈະ​ເບິ່ງ​ບໍ່​ເຫັນ.+ ພວກເຈົ້າ​ເມົາ ແຕ່​ບໍ່​ແມ່ນ​ຍ້ອນ​ເຫຼົ້າແວງ.ພວກເຈົ້າ​ຍ່າງ​ເຊ​ຊ້າຍ​ເຊ​ຂວາ ແຕ່​ບໍ່​ແມ່ນ​ຍ້ອນ​ເຫຼົ້າ. 10  ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ນອນ​ຫຼັບ​ແຈບ.+ເພິ່ນ​ເຮັດ​ໃຫ້​ພວກ​ຜູ້ພະຍາກອນ​ທີ່​ເປັນ​ຄື​ກັບ​ຕາ​ຂອງ​ພວກເຈົ້າ​ເບິ່ງ​ບໍ່​ເຫັນ+ແລະ​ເຮັດ​ໃຫ້​ພວກ​ທີ່​ເຫັນ​ນິມິດ​ທີ່​ເປັນ​ຄື​ກັບ​ຫົວ​ຂອງ​ພວກເຈົ້າ​ມີ​ຜ້າ​ປົກ​ຫົວ​ໄວ້.+ 11  ສຳລັບ​ພວກເຈົ້າ ນິມິດ​ທຸກ​ຢ່າງ​ຈະ​ເປັນ​ຄື​ກັບ​ຄຳເວົ້າ​ໃນ​ມ້ວນ​ໜັງສື​ທີ່​ມີ​ກາ​ຈ້ຳ​ປິດ​ໄວ້.+ ເມື່ອ​ພວກເຈົ້າ​ເອົາ​ໃຫ້​ຄົນ​ທີ່​ອ່ານ​ໜັງສື​ໄດ້​ແລະ​ບອກ​ວ່າ: “ຂໍ​ເຈົ້າ​ອ່ານ​ດັງ​ໆ​ໃຫ້​ຟັງ​ແດ່.” ລາວ​ຈະ​ຕອບ​ວ່າ: “ຂ້ອຍ​ອ່ານ​ບໍ່​ໄດ້​ຍ້ອນ​ມີ​ກາ​ຈ້ຳ​ປິດ​ໄວ້.” 12  ເມື່ອ​ພວກເຈົ້າ​ເອົາ​ມ້ວນ​ໜັງສື​ນີ້​ໃຫ້ຄົນ​ທີ່​ອ່ານ​ໜັງສື​ບໍ່​ໄດ້​ແລະ​ບອກ​ວ່າ: “ຂໍ​ເຈົ້າ​ອ່ານ​ໃຫ້​ຂ້ອຍ​ຟັງ​ແດ່.” ລາວ​ຈະ​ຕອບ​ວ່າ: “ຂ້ອຍ​ອ່ານ​ໜັງສື​ບໍ່​ໄດ້.” 13  ພະ​ເຢໂຫວາ​ເວົ້າ​ວ່າ: “ຄົນ​ຊາດ​ນີ້​ນະມັດສະການ​ເຮົາ​ແຕ່​ປາກແລະ​ມີ​ແຕ່​ເວົ້າ​ຊື່​ໆ​ວ່າ​ນັບ​ຖື​ເຮົາ+ແຕ່​ໃຈ​ຂອງ​ເຂົາເຈົ້າ​ບໍ່​ໄດ້​ເປັນ​ແບບນັ້ນ.ເຂົາເຈົ້າ​ຢ້ານຢຳ​ເຮົາ​ຕາມ​ທີ່​ມະນຸດ​ສອນ​ເທົ່າ​ນັ້ນ.+ 14  ຍ້ອນ​ແນວ​ນີ້ ເຮົາ​ຈະ​ເຮັດ​ສິ່ງ​ທີ່​ເຂົາເຈົ້າ​ບໍ່​ຄາດ​ຄິດ+ເຊິ່ງ​ເປັນ​ສິ່ງ​ທີ່​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ຕົກໃຈ.ສະຕິປັນຍາ​ຂອງ​ຄົນ​ທີ່​ສະຫຼາດ​ຈະ​ບໍ່​ມີ​ອີກ​ຕໍ່ໄປແລະ​ຄວາມ​ເຂົ້າໃຈ​ຂອງ​ຄົນ​ທີ່​ສະຫຼາດ​ຈະ​ສູນ​ຫາຍ​ໄປ.”+ 15  ຄວາມ​ຈິບຫາຍ​ຈະ​ເກີດ​ກັບ​ຄົນ​ທີ່​ພະຍາຍາມ​ເຊື່ອງ​ແຜນການ*​ຊົ່ວ​ຂອງ​ເຂົາເຈົ້າ​ບໍ່​ໃຫ້​ພະ​ເຢໂຫວາ​ຮູ້.+ ຕອນ​ທີ່​ເຂົາເຈົ້າ​ລັກ​ເຮັດ​ຊົ່ວ​ຢູ່​ບ່ອນ​ມືດ​ໆ​ເຂົາເຈົ້າ​ຈະ​ເວົ້າ​ວ່າ: “ບໍ່​ມີ​ໃຜ​ເຫັນ​ເຮົາ​ດອກ. ບໍ່​ມີ​ໃຜ​ຮູ້​ດອກ​ວ່າ​ເຮົາ​ເຮັດ​ຫຍັງ.”+ 16  ພວກເຈົ້າ​ຄິດ​ຜິດ​ແລ້ວ. ພວກເຈົ້າ​ຄິດ​ວ່າ​ດິນ​ດາກ​ສຳຄັນ​ສ່ຳ​ກັບ​ຊ່າງ​ປັ້ນ​ໝໍ້​ບໍ?+ ສິ່ງ​ທີ່​ຖືກ​ປັ້ນ​ຈະ​ເວົ້າ​ໃຫ້​ຜູ້​ທີ່​ປັ້ນ​ມັນ​ບໍ​ວ່າ: “ເຈົ້າ​ບໍ່​ໄດ້​ປັ້ນ​ຂ້ອຍ”?+ ສິ່ງ​ທີ່​ຖືກ​ເຮັດ​ຂຶ້ນ​ມາ​ຈະ​ເວົ້າ​ໃຫ້​ຜູ້​ທີ່​ເຮັດ​ມັນ​ບໍ​ວ່າ: “ເຈົ້າ​ນິ​ບໍ່​ຮູ້ຈັກ​ຫຍັງ”?+ 17  ອີກ​ບໍ່​ດົນ​ເລບານອນ​ຈະ​ກາຍ​ເປັນ​ສວນ​ໝາກ​ໄມ້+ແລະ​ສວນ​ນັ້ນ​ຈະ​ເປັນ​ຄື​ກັບ​ປ່າ​ທີ່​ອຸດົມ​ສົມບູນ.+ 18  ໃນ​ຕອນ​ນັ້ນ ຄົນ​ຫູ​ໜວກ​ຈະ​ໄດ້​ຍິນ​ຄຳເວົ້າ​ທີ່​ຢູ່​ໃນ​ມ້ວນ​ໜັງສືແລະ​ຄົນ​ຕາ​ບອດ​ຈະ​ເຫັນ​ຮຸ່ງ.+ 19  ຄົນ​ຖ່ອມ​ຈະ​ມີ​ຄວາມສຸກ​ຫຼາຍ ຍ້ອນ​ເຂົາເຈົ້າ​ຮັບໃຊ້​ພະ​ເຢໂຫວາແລະ​ຄົນ​ທຸກ​ກໍ​ຈະ​ມີ​ຄວາມສຸກ​ຄື​ກັນ ຍ້ອນ​ເຂົາເຈົ້າ​ຮັບໃຊ້​ພະເຈົ້າ​ອົງ​ບໍລິສຸດ​ຂອງ​ອິດສະຣາເອນ.+ 20  ພວກ​ຜູ້​ປົກຄອງ​ທີ່​ມັກ​ກົດຂີ່​ຈະ​ດັບສູນ.ຄົນ​ຂີ້ໂມ້​ຈະ​ບໍ່​ມີ​ອີກ​ຕໍ່ໄປແລະ​ຄົນ​ທີ່​ມັກ​ເຮັດ​ຊົ່ວ​ຈະ​ຖືກ​ທຳລາຍ​ຕະຫຼອດ​ໄປ.+ 21  ຄົນ​ທີ່​ໃສ່​ຮ້າຍ​ຄົນອື່ນຄົນ​ທີ່​ວາງ​ກັບດັກ​ຜູ້​ທີ່​ມາ​ສູ້​ຄະດີ​ຢູ່​ປະຕູ​ເມືອງ+ແລະ​ຄົນ​ທີ່​ກ່າວ​ຫາ​ຄົນ​ດີ​ແບບ​ຜິດ​ໆ​ເພື່ອ​ບໍ່​ໃຫ້​ໄດ້​ຮັບ​ຄວາມ​ຍຸຕິທຳ​ກໍ​ຈະ​ຖືກ​ທຳລາຍ​ຄື​ກັນ.+ 22  ພະ​ເຢໂຫວາ​ຜູ້​ໄຖ່​ອັບຣາຮາມ+​ເວົ້າ​ກັບ​ລູກ​ຫຼານ​ຂອງ​ຢາໂຄບ​ວ່າ: “ຢາໂຄບ​ຈະ​ບໍ່​ອັບອາຍ​ອີກ​ແລ້ວແລະ​ຈະ​ບໍ່​ໜ້າ​ເສົ້າ*​ອີກ​ຕໍ່ໄປ.+ 23  ເມື່ອ​ຢາໂຄບ​ເຫັນ​ລູກ​ຫຼານ​ຂອງ​ໂຕ​ເອງທີ່​ຢູ່​ອ້ອມ​ລາວ​ເຊິ່ງ​ເປັນ​ຜົນ​ງານ​ຂອງ​ເຮົາ+ເຂົາເຈົ້າ​ຈະ​ໃຫ້​ກຽດ​ຊື່​ຂອງ​ເຮົາ.ເຂົາເຈົ້າ​ຈະ​ໃຫ້​ກຽດ​ພະເຈົ້າ​ອົງ​ບໍລິສຸດ​ຂອງ​ຢາໂຄບແລະ​ຢ້ານຢຳ​ພະເຈົ້າ​ຂອງ​ອິດສະຣາເອນ.+ 24  ຄົນ​ທີ່​ຫຼົງ​ຜິດ​ຈະ​ມີ​ຄວາມ​ເຂົ້າໃຈແລະ​ຄົນ​ທີ່​ມັກ​ຈົ່ມ​ຈະ​ຍອມ​ຟັງ​ຄຳແນະນຳ.”

ຂໍຄວາມໄຂເງື່ອນ

ອາດ​ແປ​ວ່າ “ເຕົາ​ໄຟ​ຂອງ​ແທ່ນ​ບູຊາ​ຂອງ​ພະເຈົ້າ” ເຊິ່ງ​ເບິ່ງ​ຄື​ວ່າ​ໝາຍເຖິງ​ເມືອງ​ເຢຣູຊາເລັມ
ຫຼື “ຄຳ​ແນະນຳ”
ໝາຍເຖິງ​ໜ້າ​ເສົ້າ​ຍ້ອນ​ວ່າ​ອັບອາຍ​ແລະ​ຜິດ​ຫວັງ