ເອຊາຢາ 30:1-33

  • ການ​ຊ່ວຍເຫຼືອ​ຈາກ​ເອຢິບ​ບໍ່​ມີ​ປະໂຫຍດ​ຫຍັງ (1-​7)

  • ປະຊາຊົນ​ປະຕິເສດ​ຂ່າວ​ສານ​ທີ່​ເປັນ​ຄຳ​ພະຍາກອນ (8-​14)

  • ການ​ໄວ້​ວາງໃຈ​ພະເຈົ້າ​ຈະ​ເຮັດ​ໃຫ້​ເຂັ້ມແຂງ (15-​17)

  • ພະ​ເຢໂຫວາ​ຈະ​ເຮັດ​ດີ​ຕໍ່​ປະຊາຊົນ​ຂອງ​ເພິ່ນ (18-​26)

    • ພະ​ເຢໂຫວາ​ເປັນ​ຄູ​ຜູ້​ຍິ່ງໃຫຍ່ (20)

    • “ທາງ​ທີ່​ຖືກຕ້ອງ​ຢູ່​ພີ້” (21)

  • ພະ​ເຢໂຫວາ​ຈະ​ລົງໂທດ​ພວກ​ອັດຊີເຣຍ (27-​33)

30  ພະ​ເຢໂຫວາ​ບອກ​ວ່າ: “ຄວາມ​ຈິບຫາຍ​ຈະ​ເກີດ​ກັບ​ພວກ​ລູກ​ທີ່​ດື້​ດ້ານ​ຂອງ​ເຮົາ.+ເຂົາເຈົ້າ​ເຮັດ​ຕາມ​ແຜນການ​ຂອງ​ໂຕເອງ ບໍ່​ແມ່ນ​ຂອງ​ເຮົາ.+ເຂົາເຈົ້າ​ເຮັດ​ຂັດ​ກັບ​ຄວາມ​ຕ້ອງການ​ຂອງ​ເຮົາ​ໂດຍ​ໄປ​ເປັນ​ມິດ*​ກັບ​ຊາດ​ອື່ນ.ຍ້ອນ​ແນວ​ນີ້ ເຂົາເຈົ້າ​ຈຶ່ງ​ເຮັດ​ຜິດ​ຫຼາຍ​ຂຶ້ນ​ອີກ.   ເຂົາເຈົ້າ​ໄປ​ເອຢິບ+​ໂດຍ​ບໍ່​ປຶກສາ​ເຮົາ.+ເຂົາເຈົ້າ​ໄປ​ຂໍ​ໃຫ້​ກະສັດ​ເອຢິບ*​ຊ່ວຍ​ປົກປ້ອງ​ເຂົາເຈົ້າແລະ​ເຂົາເຈົ້າ​ໄປ​ລີ້​ຢູ່​ກ້ອງ​ຮົ່ມ​ຂອງ​ເອຢິບ.   ແຕ່​ການ​ໄປ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ກະສັດ​ເອຢິບ​ຈະ​ເຮັດ​ໃຫ້​ພວກເຈົ້າ​ອັບອາຍແລະ​ການ​ໄປ​ລີ້​ຢູ່​ກ້ອງ​ຮົ່ມ​ຂອງ​ເອຢິບ​ຈະ​ເຮັດ​ໃຫ້​ພວກເຈົ້າ​ຂາຍ​ໜ້າ.+   ເມື່ອ​ພວກເຈົ້າ​ນາຍ​ໄປ​ຮອດ​ເມືອງ​ໂຊອານ+ແລະ​ພວກ​ຜູ້​ສົ່ງ​ຂ່າວ​ໄປ​ຮອດ​ຮາເນັດ   ເຂົາເຈົ້າ​ຈະ​ຕ້ອງ​ອັບອາຍ​ຍ້ອນ​ພວກ​ເອຢິບ.ຍ້ອນ​ຊາດ​ນີ້​ບໍ່​ໄດ້​ເຮັດ​ປະໂຫຍດ​ຫຍັງ​ໃຫ້​ເຂົາເຈົ້າ​ເລີຍ ບໍ່​ໄດ້​ສະເໜີ​ຄວາມ​ຊ່ວຍເຫຼືອແລະ​ບໍ່​ໄດ້​ໃຫ້​ປະໂຫຍດ​ຫຍັງມີ​ແຕ່​ເຮັດ​ໃຫ້​ອັບອາຍ​ແລະ​ຂາຍ​ໜ້າ​ເທົ່າ​ນັ້ນ.”+  ຕໍ່ໄປ​ນີ້​ແມ່ນ​ຂ່າວ​ສານ​ກ່ຽວກັບ​ສັດ​ຕ່າງ​ໆ​ທີ່​ຢູ່​ເນເກັບ.* ພວກ​ຜູ້​ສົ່ງ​ຂ່າວ​ຂົນ​ຊັບ​ສົມບັດ​ຂອງ​ເຂົາເຈົ້າ​ໃສ່​ຫຼັງ​ລາແລະ​ຂົນ​ເຄື່ອງໃຊ້​ຂອງ​ເຂົາເຈົ້າ​ໃສ່​ຫຼັງ​ອູດ.ເຂົາເຈົ້າ​ເດີນທາງ​ຜ່ານ​ແຜ່ນດິນ​ທີ່​ຫຍຸ້ງຍາກ​ລຳບາກທີ່​ມີ​ໂຕ​ສິງ​ແຜດ​ສຽງ​ຮ້ອງແລະ​ມີ​ງູ​ທີ່​ມີ​ພິດ​ຮ້າຍແຮງ​ແລະ​ຕອດ​ບັກ​ໄວ​ໆ​. ແຕ່​ທຸກ​ສິ່ງ​ທີ່​ເຂົາເຈົ້າ​ຂົນ​ໄປ​ຈະ​ຊ່ວຍ​ຫຍັງ​ເຂົາເຈົ້າ​ບໍ່​ໄດ້​ເລີຍ.   ຍ້ອນ​ຄວາມ​ຊ່ວຍເຫຼືອ​ຂອງ​ເອຢິບ​ບໍ່​ມີຄ່າ​ຫຍັງ+ ເຮົາ​ຈຶ່ງ​ເອີ້ນ​ປະເທດ​ນີ້​ວ່າ: “ຣາຫັບ*+​ຜູ້​ທີ່​ນັ່ງ​ຢູ່​ລ້າ​ໆ​.”   “ຕອນນີ້ ໃຫ້​ໄປ​ຂຽນ​ເລື່ອງ​ນີ້​ໃສ່​ກະດານ​ຢູ່​ຕໍ່​ໜ້າ​ເຂົາເຈົ້າແລະ​ຂຽນ​ໄວ້​ໃນ​ປຶ້ມ+ເພື່ອ​ມັນ​ຈະ​ເປັນ​ປະໂຫຍດ​ໃນ​ອະນາຄົດແລະ​ເພື່ອ​ຈະ​ຢືນຢັນ​ຄຳເວົ້າ​ຂອງ​ເຮົາ​ຕະຫຼອດໄປ.+   ເຂົາເຈົ້າ​ເປັນ​ຊາດ​ທີ່​ກະບົດ+ ເປັນ​ລູກ​ທີ່​ຂີ້​ຕົວະ+ແລະ​ເປັນ​ລູກ​ທີ່​ບໍ່​ຢາກ​ເຊື່ອຟັງ​ກົດໝາຍ*​ຂອງ​ພະ​ເຢໂຫວາ.+ 10  ເຂົາເຈົ້າ​ບອກ​ພວກ​ຜູ້​ເຫັນ​ນິມິດ​ວ່າ ‘ເຊົາ​ເບິ່ງ​ນິມິດ​ສະ’ ແລະ​ເວົ້າ​ກັບ​ພວກ​ຜູ້ພະຍາກອນ​ວ່າ ‘ບໍ່​ຕ້ອງ​ບອກ​ນິມິດ​ທີ່​ເປັນ​ຄວາມຈິງ​ໃຫ້​ພວກ​ເຮົາ​ຟັງ.+ ໃຫ້​ບອກ​ພວກ​ເຮົາ​ເລື່ອງ​ທີ່​ຟັງ​ແລ້ວ​ມ່ວນ​ຫູ ແລະ​ໃຫ້​ຊອກ​ເບິ່ງ​ນິມິດ​ທີ່​ເປັນ​ພາບ​ລວງ​ຕາ.+ 11  ຢ່າ​ຊູ່​ຊື່​ຫຼາຍ ເຈີດ​ຊ້າຍ​ເຈີດ​ຂວາ​ແດ່​ກະ​ໄດ້. ບໍ່​ຕ້ອງ​ເວົ້າ​ເລື່ອງ​ພະເຈົ້າ​ອົງ​ບໍລິສຸດ​ຂອງ​ອິດສະຣາເອນ​ໃຫ້​ພວກ​ເຮົາ​ຟັງ​ອີກ.’”+ 12  ພະເຈົ້າ​ອົງ​ບໍລິສຸດ​ຂອງ​ອິດສະຣາເອນ​ເວົ້າ​ວ່າ: “ພວກເຈົ້າ​ປະຕິເສດ​ຄຳເວົ້າ​ຂອງ​ເຮົາ+ເຊື່ອ​ໃນ​ສິ່ງ​ທີ່​ຂີ້​ຕົວະ​ແລະຫຼອກ​ລວງແລະ​ໄວ້​ວາງໃຈ​ໃນ​ສິ່ງ​ເຫຼົ່ານີ້.+ 13  ຍ້ອນ​ຄວາມ​ຜິດ​ນີ້ ພວກເຈົ້າ​ຈຶ່ງ​ເປັນ​ຄື​ກັບ​ກຳແພງ​ທີ່​ເພ​ແລ້ວແລະ​ເປັນ​ຄື​ກັບ​ກຳແພງ​ສູງ​ໆ​ທີ່​ເນີ້ງ​ແລະ​ໃກ້​ຈະ​ລົ້ມ. ມັນ​ຈະ​ລົ້ມ​ລົງ​ບາດ​ດຽວ​ທັນທີ. 14  ມັນ​ຈະ​ເປັນ​ຄື​ກັບ​ໄຫ​ດິນ​ດາກ​ໜ່ວຍ​ໃຫຍ່​ໆ​ທີ່​ແຕກ.ມັນ​ຈະ​ແຕກ​ຈົນ​ມຸ່ນ​ອຸ້ຍປຸ້ຍ.ບໍ່​ມີ​ຮອດ​ປ່ຽງ​ນ້ອຍ​ໆ​ທີ່​ຈະ​ເອົາ​ໄປ​ເຂ່ຍ​ຖ່ານ​ຮ້ອນ​ໆ​ອອກ​ຈາກ​ເຕົາ​ໄຟຫຼື​ຈະ​ເອົາ​ໄປ​ຕັກ​ນ້ຳ​ທີ່​ຂັງ​ຢູ່​ຫົນ​ທາງ​ກໍ​ບໍ່​ໄດ້.” 15  ພະ​ເຢໂຫວາ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ພະເຈົ້າ​ອົງ​ບໍລິສຸດ​ຂອງ​ອິດສະຣາເອນ​ເວົ້າ​ວ່າ: “ຖ້າ​ພວກເຈົ້າ​ກັບ​ມາ​ຫາ​ເຮົາ ຢູ່​ຊື່​ໆ​ແລະ​ໄວ້​ວາງໃຈ​ເຮົາ ພວກເຈົ້າ​ຈະ​ປອດໄພ.ຖ້າ​ພວກເຈົ້າ​ເຮັດ​ໃຈ​ໃຫ້​ສະຫງົບ​ແລະ​ໄວ້​ວາງໃຈ​ເຮົາ ພວກເຈົ້າ​ຈະ​ເຂັ້ມແຂງ.”+ ແຕ່​ພວກເຈົ້າ​ບໍ່​ຢາກ​ເຮັດ​ແນວ​ນີ້.+ 16  ພວກເຈົ້າ​ພັດ​ເວົ້າ​ວ່າ: “ບໍ່ ພວກ​ເຮົາ​ຈະ​ຂີ່​ມ້າ​ໜີ!” ແລະ​ພວກເຈົ້າ​ກໍ​ເຮັດ​ແບບນັ້ນ​ແທ້​ໆ​. ພວກເຈົ້າ​ຍັງ​ເວົ້າ​ອີກ​ວ່າ: “ພວກ​ເຮົາ​ຈະ​ຂີ່​ມ້າ​ໜີ​ໄວ​ໆ​!”+ ແຕ່​ຈະ​ມີ​ຄົນ​ຂີ່​ມ້າ​ນຳ​ພວກເຈົ້າ​ໄປ​ໄວ​ໆ​ຄື​ກັນ.+ 17  ຄົນ​ພັນ​ຄົນ​ຈະ​ຢ້ານ​ຍ້ອນ​ສຽງ​ຂູ່​ຂອງຄົນ​ໆ​ດຽວ.+ພວກເຈົ້າ​ຈະ​ແລ່ນ​ໜີ​ຍ້ອນ​ສຽງ​ຂູ່​ຂອງ​ຄົນ​ຫ້າ​ຄົນ.ຄົນ​ທີ່​ເຫຼືອ​ຈະ​ເປັນ​ຄື​ກັບ​ເສົາ​ຕົ້ນ​ດຽວ​ຢູ່​ຈອມພູແລະ​ເປັນ​ຄື​ກັບ​ເສົາ​ໃຫ້​ສັນຍານ​ຢູ່​ໂນນ​ພູ.+ 18  ແຕ່​ພະ​ເຢໂຫວາ​ກຳລັງ​ລໍ​ຖ້າ​ຢ່າງ​ອົດທົນ*​ເພື່ອ​ຈະ​ເຮັດ​ດີ​ຕໍ່​ພວກເຈົ້າ+ແລະ​ເພິ່ນ​ຈະ​ອີ່ຕົນ​ພວກເຈົ້າ.+ ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຍຸຕິທຳ.+ ທຸກ​ຄົນ​ທີ່​ຕັ້ງໃຈ​ລໍ​ຖ້າ​ເພິ່ນ​ກໍ​ມີ​ຄວາມສຸກ.+ 19  ເມື່ອ​ຄົນ​ຊີໂອນ​ກັບ​ໄປ​ເມືອງ​ເຢຣູຊາເລັມ+ ພວກເຈົ້າ*​ຈະ​ບໍ່​ຮ້ອງໄຫ້​ອີກ.+ ຕອນ​ທີ່​ພວກເຈົ້າ​ຮ້ອງ​ໃຫ້​ເພິ່ນ​ຊ່ວຍ ເພິ່ນ​ກໍ​ຈະ​ຊ່ວຍ​ພວກເຈົ້າ. ເພິ່ນ​ຈະ​ຊ່ວຍ​ພວກເຈົ້າ​ທັນທີ​ທີ່​ໄດ້​ຍິນ.+ 20  ເຖິງ​ພະ​ເຢໂຫວາ​ຈະ​ປ່ອຍ​ໃຫ້​ພວກເຈົ້າ​ເຈິ​ກັບ​ຄວາມ​ຍາກ​ລຳບາກ​ຈົນ​ເປັນ​ເລື່ອງ​ທຳມະດາ​ຄື​ກັບ​ກິນ​ເຂົ້າ​ກິນ​ນ້ຳ+ ແຕ່​ຄູ​ຜູ້​ຍິ່ງໃຫຍ່​ຜູ້​ນີ້​ຈະ​ບໍ່​ລີ້​ຈາກ​ພວກເຈົ້າ​ອີກ​ຕໍ່ໄປ ແລະ​ພວກເຈົ້າ​ຈະ​ເຫັນ​ເພິ່ນ+​ດ້ວຍ​ຕາ​ໂຕເອງ. 21  ຖ້າ​ພວກເຈົ້າ​ຍ່າງ​ເຈີດ​ຊ້າຍ​ເຈີດ​ຂວາ+ ພວກເຈົ້າ​ຈະ​ໄດ້​ຍິນ​ສຽງ​ຈາກ​ທາງ​ຫຼັງ​ວ່າ: “ທາງ​ທີ່​ຖືກຕ້ອງ​ຢູ່​ພີ້.+ ໃຫ້​ຍ່າງ​ໄປ​ທາງ​ນີ້.” 22  ເຈົ້າ​ຈະ​ທຳລາຍ​ຮູບ​ບູຊາ​ທີ່​ເຈົ້າ​ໂອບ​ດ້ວຍ​ເງິນ​ດ້ວຍ​ຄຳ​ທີ່​ເຈົ້າ​ເຄີຍ​ຂາບ​ໄຫວ້.+ ເຈົ້າ​ຈະ​ເວົ້າ​ວ່າ: “ຄື​ເປື້ອນ​ແທ້!” ແລ້ວ​ໂຍນ​ມັນ​ຖິ້ມ​ຄື​ກັບ​ໂຍນ​ຜ້າ​ທີ່​ເປື້ອນ​ເລືອດ*​ຖິ້ມ.+ 23  ເພິ່ນ​ຈະ​ໃຫ້​ຝົນ​ຕົກ​ໃສ່​ເມັດ​ພືດ​ທີ່​ເຈົ້າ​ຫວ່ານ+ ແລະ​ຜົນລະປູກ​ທີ່​ໄດ້​ນັ້ນ​ຈະ​ເຮັດ​ເຂົ້າຈີ່​ທີ່​ມີ​ປະໂຫຍດ​ໄດ້​ຫຼາຍ​ແທ້​ຫຼາຍ​ວ່າ.*+ ຕອນ​ນັ້ນ ຝູງ​ສັດ​ຂອງ​ເຈົ້າ​ຈະ​ກິນ​ຫຍ້າ​ຢູ່​ທົ່ງ​ຫຍ້າ​ທີ່​ກວ້າງ​ໆ​.+ 24  ງົວ​ກັບ​ລາ​ທີ່​ເຮັດ​ວຽກ​ໃຫ້​ເຈົ້າ​ຈະ​ໄດ້​ກິນ​ອາຫານ​ດີ​ໆ​ທີ່​ແຍກ​ຂີ້​ແກບ​ອອກ​ແລ້ວ.* 25  ໃນ​ມື້​ທີ່​ມີການ​ຂ້າ​ລ້າງ​ໃຫຍ່ ປ້ອມ​ຕ່າງ​ໆ​ຈະ​ພັງ​ລົງ​ມາ. ຢູ່​ພູ​ທີ່​ສູງ​ໆ​ທຸກ​ໜ່ວຍ​ແລະ​ຢູ່​ໂນນ​ພູ​ທຸກ​ບ່ອນ​ຈະ​ມີ​ແມ່​ນ້ຳ​ແລະ​ນ້ຳ​ຫ້ວຍ​ໄຫຼ.+ 26  ໃນ​ມື້​ທີ່​ພະ​ເຢໂຫວາພັນ​ບາດໃຫ້​ປະຊາຊົນ​ຂອງ​ເພິ່ນ+ ແລະ​ປົວ​ບາດ​ຮ້າຍແຮງ*​ທີ່​ເປັນ​ຍ້ອນ​ເພິ່ນ​ລົງໂທດ​ເຂົາເຈົ້າ+ ແສງ​ຂອງ​ເດືອນ​ທີ່​ເຕັມ​ດວງ​ຈະ​ແຈ້ງ​ຄື​ກັບ​ແສງ​ຂອງ​ຕາເວັນ ແລະ​ແສງ​ຂອງ​ຕາເວັນ​ຈະ​ແຈ້ງ​ຂຶ້ນ 7 ເທົ່າ+​ຄື​ກັບ​ແສງ​ຂອງ 7 ມື້​ລວມ​ກັນ. 27  ຖ້າ​ເບິ່ງ​ເດີ້! ພະ​ເຢໂຫວາ*​ກຳລັງ​ມາ​ຈາກ​ບ່ອນ​ທີ່​ໄກ​ໆ​.ເພິ່ນ​ມາດ້ວຍ​ຄວາມ​ໃຈຮ້າຍ​ຫຼາຍ​ພ້ອມ​ກັບ​ຂີ້ເຝື້ອ​ທີ່ດຳ​ໆ​ແລະ​ຕຶບໜາ. ເພິ່ນ​ເວົ້າ​ດ້ວຍ​ຄວາມ​ໃຈຮ້າຍແລະ​ລີ້ນ​ຂອງ​ເພິ່ນ​ເປັນ​ຄື​ກັບ​ໄຟ​ທີ່​ລຸກ​ໄໝ້​ແຮງ.+ 28  ພະລັງ​ຂອງ​ເພິ່ນ​ເປັນ​ຄື​ກັບ​ນ້ຳ​ທີ່​ໄຫຼ​ແຮງ​ໆ​ທີ່​ຖ້ວມ​ຮອດ​ຄໍ.ເພິ່ນ​ຈະ​ຮ່ອນ​ຊາດ​ຕ່າງ​ໆ​ຈົນ​ບໍ່​ເຫຼືອ​ຫຍັງ​ເລີຍ.ເພິ່ນ​ຈະ​ເອົາ​ເຊືອກ*​ຄາດ​ໃສ່​ປາກ​ເຂົາເຈົ້າ+​ເພື່ອ​ພາ​ເຂົາເຈົ້າ​ໄປ​ຜິດ​ທາງ. 29  ແຕ່​ພວກ​ເຈົ້າ​ຈະ​ຮ້ອງ​ເພງ​ຄື​ກັບ​ຮ້ອງ​ຢູ່​ໃນ​ຄືນທີ່​ກຽມ​ສະຫຼອງ​ເທດສະການ.+ພວກ​ເຈົ້າ​ຈະ​ມີ​ຄວາມ​ມ່ວນ​ຊື່ນຄື​ກັບ​ຄົນ​ທີ່​ເປົ່າ​ຂຸ່ຍ*ແລະ​ຍ່າງ​ຂຶ້ນ​ໄປ​ພູ​ຂອງ​ພະ​ເຢໂຫວາ​ຜູ້​ເປັນ​ຫີນ​ຜາ​ຂອງ​ອິດສະຣາເອນ.+ 30  ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ມະນຸດ​ໄດ້​ຍິນ​ສຽງ​ທີ່​ມີ​ພະລັງ​ຂອງ​ເພິ່ນ.+ເພິ່ນ​ຈະ​ເອົາ​ແຂນ​ຂອງ​ເພິ່ນ+​ຟາດ​ລົງ​ມາ​ເພື່ອ​ລົງໂທດ​ພວກ​ສັດຕູ+ດ້ວຍ​ໄຟ​ທີ່​ລຸກ​ໄໝ້​ແຮງ+ດ້ວຍ​ຝົນ​ຕົກ​ແຮງ+ ດ້ວຍ​ຟ້າ​ຮ້ອງ​ແລະ​ໝາກ​ເຫັບ​ຕົກ.+ 31  ພວກ​ອັດຊີເຣຍ​ຈະ​ຢ້ານ​ຫຼາຍ​ເມື່ອ​ໄດ້​ຍິນ​ສຽງ​ຂອງ​ພະ​ເຢໂຫວາ.+ເພິ່ນ​ຈະ​ເອົາ​ໄມ້​ແສ້​ຟາດ​ເຂົາເຈົ້າ.+ 32  ທຸກ​ເທື່ອ​ທີ່​ພະ​ເຢໂຫວາ​ຕີ​ພວກ​ອັດຊີເຣຍດ້ວຍ​ໄມ້​ແສ້​ທີ່​ເພິ່ນ​ໃຊ້​ລົງໂທດຈະ​ມີ​ສຽງ​ກອງ​ແທມບູຣິນ*​ແລະ​ສຽງ​ພິນ+ຕອນ​ທີ່​ເພິ່ນ​ຍົກ​ແຂນ​ຕໍ່ສູ້​ເຂົາເຈົ້າ​ໃນ​ສົງຄາມ.+ 33  ພະເຈົ້າ​ໄດ້​ກຽມ​ບ່ອນ*​ທີ່​ຈະ​ທຳລາຍ​ເຂົາເຈົ້າ​ໄວ້​ແລ້ວ.+ບ່ອນ​ນັ້ນ​ຈະ​ໃຊ້​ສຳລັບ​ກະສັດ​ຂອງ​ເຂົາເຈົ້າ​ນຳ.+ ເພິ່ນ​ກຽມ​ຟືນ​ກັບ​ໄຟ​ໄວ້​ບັກ​ຫຼາຍ​ໆ​ແລະ​ເອົາ​ຟືນ​ໄປ​ກອງ​ທັບ​ກັນ​ຈົນ​ເຕັມ​ບ່ອນ​ທີ່​ເລິກ​ໆ​. ລົມ​ຫາຍ​ໃຈ​ຂອງ​ພະ​ເຢໂຫວາ​ເປັນ​ຄື​ກັບ​ແປວ​ໄຟ​ໃຫຍ່*ທີ່​ພ້ອມ​ຈະ​ຈູດ​ກອງ​ຟືນ​ນັ້ນ.

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຖອກ​ເຄື່ອງ​ບູຊາ​ດື່ມ.” ອາດ​ໝາຍເຖິງ​ການ​ເຮັດ​ສັນຍາ.
ແປ​ຕາມ​ໂຕ​ວ່າ “ຟາໂຣ”
ຫຼື “ທາງ​ທິດ​ໃຕ້”
ຫຼື “ຄຳ​ສອນ”
ຫຼື “ຕັ້ງໃຈ​ລໍ​ຖ້າ”
ຄຳ​ວ່າ “ພວກ​ເຈົ້າ” ໃນ​ຂໍ້​ນີ້​ໃນ​ພາສາ​ເຮັບເຣີ​ເປັນ​ຮູບແບບ​ຄຳ​ທີ່​ເວົ້າ​ກັບ​ຄົນ​ໆ​ດຽວ
ຫຼື “ຜ້າ​ທີ່​ເປື້ອນ​ເລືອດ​ປະຈຳ​ເດືອນ”
ແປ​ຕາມ​ໂຕ​ວ່າ “ເຂົ້າຈີ່​ກ້ອນ​ໃຫຍ່​ໆ​ທີ່​ໃສ່​ນ້ຳມັນ​ໝາກກອກ​ຫຼາຍ​ໆ​”
ຫຼື “ທີ່​ໃຊ້​ຊວ້ານ​ກັບ​ຊວ້ານ​ທີ່​ມີ​ຫຼາຍ​ງ່າມ​ແຍກ​ຂີ້​ແກບ​ອອກ​ແລ້ວ”
ຫຼື “ຮອຍ​ແຕກ”
ແປ​ຕາມ​ໂຕ​ວ່າ “ຊື່​ຂອງ​ພະ​ເຢໂຫວາ”
ເຊືອກ​ນີ້​ມັດ​ຢູ່​ສອງ​ສົ້ນ​ຂອງ​ເຫຼັກ​ສຳລັບ​ໃສ່​ປາກ​ມ້າ​ເພື່ອ​ຈະ​ຄວບຄຸມ​ມັນ​ໄດ້
ຫຼື “ຄົນ​ທີ່​ຍ່າງ​ນຳ​ສຽງ​ຂຸ່ຍ”
ກອງ​ນ້ອຍ​ທີ່​ມີ​ແສ່ງ​ຕິດ​ນຳ
ແປ​ຕາມ​ໂຕ​ວ່າ “ໂຕເຟັດ.” ຄຳ​ນີ້​ເປັນ​ຄຳ​ສົມທຽບ​ໝາຍເຖິງ​ບ່ອນ​ທີ່​ມີ​ໄຟ​ລຸກ​ໄໝ້​ເຊິ່ງ​ໝາຍເຖິງ​ການ​ທຳລາຍ.
ແປ​ຕາມ​ໂຕ​ວ່າ “ມາດ”