ເອຊາຢາ 33:1-24

  • ການ​ຕັດສິນ​ແລະ​ຄວາມ​ຫວັງ​ສຳລັບ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ (1-​24)

    • ພະ​ເຢໂຫວາ​ເປັນ​ຜູ້​ຕັດສິນ ຜູ້​ໃຫ້​ກົດໝາຍ ແລະ​ກະ⁠ສັດ (22)

    • ຈະ​ບໍ່​ມີ​ໃຜ​ເວົ້າ​ວ່າ: “ຂ້ອຍ​ບໍ່​ສະບາຍ” (24)

33  ຄວາມ​ຈິບຫາຍ​ຈະ​ເກີດ​ກັບ​ເຈົ້າ*​ທີ່​ມັກ​ທຳລາຍ​ຄົນອື່ນ ແຕ່​ໂຕເອງ​ຍັງ​ບໍ່​ເຄີຍ​ຖືກ​ທຳລາຍ+ເຈົ້າ​ທີ່​ມັກ​ທໍລະຍົດ​ຄົນ​ອື່ນ ແຕ່​ຍັງ​ບໍ່​ເຄີຍ​ຖືກ​ລະ​ຍົດ. ເມື່ອ​ເຈົ້າ​ທຳລາຍ​ຄົນ​ອື່ນ​ແລ້ວ ເຈົ້າ​ກໍ​ຈະ​ຖືກ​ທຳລາຍ.+ ເມື່ອ​ເຈົ້າ​ທໍລະຍົດ​ຄົນ​ອື່ນ​ແລ້ວ ເຈົ້າ​ກໍ​ຈະ​ຖືກ​ທໍລະຍົດ​ຄື​ກັນ.   ພະ​ເຢໂຫວາ ຂໍ​ພະອົງ​ອີ່ຕົນ​ພວກ​ເຮົາ.+ ພວກ​ເຮົາ​ຫວັງ​ເພິ່ງ​ພະອົງ. ຂໍ​ພະອົງ​ໃຊ້​ກຳລັງ*+​ເພື່ອ​ຊ່ວຍ​ພວກ​ເຮົາ​ທຸກ​ໆ​ເຊົ້າ.ພະອົງ​ເປັນ​ຜູ້​ຊ່ວຍ​ພວກ​ເຮົາ​ໃຫ້​ລອດ​ໃນ​ຍາມ​ທີ່​ຍາກ​ລຳບາກ.+   ຄົນ​ຈະ​ແລ່ນ​ໜີ​ເມື່ອ​ໄດ້​ຍິນ​ສຽງ​ທີ່​ມີ​ພະລັງ​ຂອງ​ພະອົງ. ເມື່ອ​ພະອົງ​ລຸກ​ຂຶ້ນ ຊາດ​ຕ່າງ​ໆ​ກໍ​ແຕກຊະ​ແຕກຊາຍ.+   ເຄື່ອງ​ຂອງ​ທີ່​ພວກ​ເຈົ້າ​ປຸ້ນ​ມາ​ໄດ້​ຈະ​ມີ​ຫຼາຍ​ຄື​ກັບ​ຝູງ​ຕັກກະແຕນ​ຫຸ້ມ​ກັນ​ຢູ່.ຄົນ​ຈະ​ຟ້າວ​ແລ່ນ​ໄປ​ເອົາ​ເຄື່ອງ​ຂອງ​ເຫຼົ່າ​ນັ້ນ​ປານ​ຝູງ​ຕັກກະແຕນ.   ພະ​ເຢໂຫວາ​ຈະ​ໄດ້​ຮັບ​ການ​ຍົກຍ້ອງຍ້ອນ​ເພິ່ນ​ຢູ່​ບ່ອນ​ທີ່​ສູງ​ຫຼາຍ. ເພິ່ນ​ຈະ​ເຮັດ​ໃຫ້​ຊີໂອນ​ມີ​ແຕ່​ຄວາມ​ຍຸຕິທຳ​ແລະ​ຄວາມ​ຖືກຕ້ອງ.   ພະ​ເຢໂຫວາ​ເຮັດ​ໃຫ້​ຊີວິດ​ຂອງ​ພວກເຈົ້າ​ໝັ້ນຄົງ.ເພິ່ນ​ເປັນ​ຜູ້​ທີ່​ຊ່ວຍ​ພວກເຈົ້າ​ໃຫ້​ລອດ+ ໃຫ້​ມີ​ສະຕິປັນຍາ ໃຫ້​ມີ​ຄວາມ​ຮູ້ ແລະ​ໃຫ້​ມີ​ຄວາມ​ຢ້ານຢຳ​ເພິ່ນ.+ທັງໝົດ​ນີ້​ເປັນ​ສິ່ງ​ທີ່​ມີຄ່າ​ຫຼາຍ.   ເບິ່ງ​ແມ້! ພວກ​ຜູ້​ກ້າຫານ​ຂອງ​ເຂົາເຈົ້າ*​ຮ້ອງ​ດ້ວຍ​ຄວາມ​ຢ້ານ​ຕາມ​ຫົນ​ທາງແລະ​ຜູ້​ທີ່​ຖືກ​ສົ່ງ​ໄປ​ເຮັດ​ສັນຍາ​ຂໍ​ສະຫງົບ​ເສິກ​ກໍ​ຮ້ອງໄຫ້​ເສຍໃຈ​ຫຼາຍ.   ເສັ້ນ​ທາງ​ຫຼັກ​ຖືກ​ປະ​ໄວ້ແລະ​ຕາມ​ທາງ​ຍ່າງ​ກໍ​ບໍ່​ມີ​ໃຜ​ທຽວ. ລາວ*​ບໍ່​ໄດ້​ເຮັດ​ຕາມ​ຄຳ​ສັນຍາ.ລາວ​ເຮັດ​ໃຫ້​ເມືອງ​ຕ່າງ​ໆ​ຕົກ​ຕ່ຳແລະ​ບໍ່​ສົນໃຈ​ໃຜ​ເລີຍ.+   ແຜ່ນດິນ​ຈະ​ໂສກເສົ້າ*​ແລະ​ແຫ້ງ​ແລ້ງ. ເລບານອນ​ຈະ​ຖືກ​ເຮັດ​ໃຫ້​ອັບອາຍ+​ແລະ​ເສື່ອມ​ໂຊມ. ຊາໂຣນ​ຈະ​ເປັນ​ຄື​ກັບ​ທະເລ​ຊາຍ.ບາຊານ​ແລະ​ກາເມນ​ຈະ​ຖືກ​ສັ່ນ​ຈົນ​ໃບ​ຫຼົ່ນ​ໝົດ.+ 10  ພະ​ເຢໂຫວາ​ເວົ້າ​ວ່າ: “ບັດນີ້ ເຮົາ​ຈະ​ລົງມື​ຈັດການ.ເຮົາ​ຈະ​ເຮັດ​ໃຫ້​ໂຕເອງ​ໄດ້​ຮັບ​ການ​ຍົກຍ້ອງ+ແລະ​ເຮົາ​ຈະ​ເຮັດ​ໃຫ້​ໂຕເອງ​ໄດ້​ຮັບ​ກຽດ. 11  ພວກ​ຄົນ​ຊົ່ວ ແຜນການ​ແລະ​ວຽກ​ງານ​ຂອງ​ພວກ​ເຈົ້າ​ເປັນ​ສິ່ງ​ທີ່​ບໍ່​ມີຄ່າ​ຫຍັງ​ຄື​ກັບ​ຫຍ້າ​ແຫ້ງ​ແລະ​ຕໍ​ເຟືອງ ແລະ​ຄວາມຄິດ​ທີ່​ຊົ່ວ​ໆ​ຂອງ​ພວກເຈົ້າ​ກໍ​ຈະ​ເປັນ​ຄື​ກັບ​ໄຟ​ທີ່​ຈູດ​ພວກເຈົ້າ.+ 12  ຊາດ​ຕ່າງ​ໆ​ຈະ​ຖືກ​ຈູດ​ຈົນ​ບໍ່​ເຫຼືອ​ຫຍັງ.* ເຂົາເຈົ້າ​ຈະ​ຖືກ​ຈູດ​ຄື​ກັບ​ຟຸ່ມ​ໜາມ​ທີ່​ຖືກ​ຕັດ​ຖິ້ມ.+ 13  ພວກ​ເຈົ້າ​ທີ່​ຢູ່​ໄກ​ໆ​ ຟັງ​ເດີ້​ວ່າ​ເຮົາ​ຈະ​ເຮັດ​ຫຍັງ! ພວກ​ເຈົ້າ​ທີ່​ຢູ່​ໃກ້​ໆ​ ຖ້າ​ເບິ່ງ​ລິດເດດ​ຂອງ​ເຮົາ​ໂລດ​ເດີ້! 14  ຄົນ​ເຮັດ​ຜິດ​ທີ່​ຢູ່​ເມືອງ​ຊີໂອນ​ພາກັນ​ຢ້ານ.+ພວກ​ຄົນ​ທີ່​ທໍລະຍົດ​ພະເຈົ້າ​ຢ້ານ​ຈົນ​ໂຕ​ສັ່ນ​ແລະ​ເວົ້າ​ວ່າ ‘ພວກ​ເຮົາ​ຢູ່​ໃນ​ບ່ອນ​ທີ່​ມີ​ໄຟ​ລຸກ​ແຮງ​ປານ​ນັ້ນ​ບໍ່​ໄດ້​ດອກ.+ ບ່ອນ​ທີ່​ມີ​ໄຟ​ລຸກ​ຢູ່​ຕະຫຼອດ​ແບບ​ນັ້ນ ຈັ່ງ​ໃດ​ພວກ​ເຮົາ​ກໍ​ຢູ່​ບໍ່​ໄດ້.’ 15  ຖ້າ​ຜູ້​ໃດ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ+ເວົ້າ​ແຕ່​ຄວາມຈິງ+ສັດຊື່ ບໍ່​ສໍ້​ໂກງບໍ່​ຮັບ​ສິນບົນ+ບໍ່​ຟັງ​ແຜນການ​ຂ້າ​ຄົນແລະ​ບໍ່​ເບິ່ງ​ສິ່ງ​ຊົ່ວ 16  ຜູ້​ນັ້ນ​ກໍ​ຈະ​ໄດ້​ຢູ່​ບ່ອນ​ທີ່​ສູງ​ໆ​.ລາວ​ຈະ​ລີ້​ຢູ່​ບ່ອນ​ທີ່​ປອດໄພ*​ແຖວ​ຫີນ​ຜາແລະ​ລາວ​ຈະ​ມີ​ເຂົ້າ​ມີ​ນ້ຳ​ກິນ​ຕະຫຼອດ.”+ 17  ປະຊາຊົນ​ຂອງ​ເຮົາ ພວກ​ເຈົ້າ​ຈະ​ໄດ້​ເຫັນ​ກະສັດ​ທີ່​ສະຫງ່າ​ງາມແລະ​ຈະ​ໄດ້​ເຫັນ​ແຜ່ນດິນ​ໜຶ່ງ​ທີ່​ຢູ່​ໄກ​ໆ​. 18  ພວກເຈົ້າ​ຈະ​ຄິດເຖິງ​ສິ່ງ​ທີ່​ພວກເຈົ້າ​ເຄີຍ​ຢ້ານ​ແລະ​ເວົ້າ​ວ່າ: “ເລຂາ​ຢູ່​ໃສ? ຄົນ​ຊັ່ງ​ນ້ຳ​ໜັກ​ສ່ວຍ​ຕ່າງ​ໆ​ໄປ​ໃສ​ແລ້ວ?+ ແລະ​ຜູ້​ທີ່​ນັບ​ປ້ອມ​ເດ້​ໄປ​ຢູ່​ໃສ?” 19  ຄົນ​ຍິ່ງ​ທີ່​ເວົ້າ​ຄຳສັບ​ຍາກ​ໆ​ແລະ​ເວົ້າ​ພາສາ​ແປກ​ໆ​ທີ່​ຄົນອື່ນ​ບໍ່​ເຂົ້າໃຈ+ພວກເຈົ້າ​ຈະ​ບໍ່​ເຫັນ​ລາວ​ອີກ​ຕໍ່ໄປ. 20  ໃຫ້​ເບິ່ງ​ຊີໂອນ​ເມືອງ​ທີ່​ເປັນ​ບ່ອນ​ສະຫຼອງ​ເທດສະການ​ຂອງ​ພວກ​ເຮົາ.+ ພວກເຈົ້າ​ຈະ​ເຫັນ​ວ່າ​ເຢຣູຊາເລັມ​ເປັນ​ບ່ອນ​ຢູ່​ທີ່​ງຽບ​ສະຫງົບ.ເຕັ້ນ​ໃນ​ເມືອງ​ນີ້​ຈະ​ບໍ່​ຖືກ​ຍ້າຍ​ໄປ​ໃສ.+ ຫຼິ້ມ*​ທີ່​ໃຊ້​ຍຶດ​ເຕັ້ນ​ຈະ​ບໍ່​ຖືກ​ດຶງ​ອອກແລະ​ເຊືອກ​ທີ່​ໃຊ້​ຄຶງ​ເຕັ້ນ​ກໍ​ຈະ​ບໍ່​ຂາດ. 21  ຢູ່​ບ່ອນ​ນັ້ນ ພະ​ເຢໂຫວາ​ພະເຈົ້າ​ອົງ​ຍິ່ງໃຫຍ່ຈະ​ເປັນ​ຄື​ກັບ​ບ່ອນ​ທີ່​ມີ​ແມ່​ນ້ຳ​ແລະ​ຄອງ​ນ້ຳ​ກວ້າງ​ໆ​ເຮືອ​ຮົບ​ແລະ​ເຮືອ​ໃຫຍ່​ຕ່າງ​ໆ​ຈະ​ຜ່ານ​ໄປ​ບໍ່​ໄດ້. 22  ພະ​ເຢໂຫວາ​ເປັນ​ຜູ້​ຕັດສິນ​ຂອງ​ພວກ​ເຮົາ+ພະ​ເຢໂຫວາ​ເປັນ​ຜູ້​ໃຫ້​ກົດໝາຍ​ພວກ​ເຮົາ+ແລະ​ພະ​ເຢໂຫວາ​ເປັນ​ກະສັດ​ຂອງ​ພວກ​ເຮົາ.+ເພິ່ນ​ເປັນ​ຜູ້​ທີ່​ຈະ​ຊ່ວຍ​ພວກ​ເຮົາ​ໃຫ້​ລອດ.+ 23  ເຊືອກ​ຢູ່​ເຮືອ​ຂອງ​ສັດຕູ​ຈະ​ຍານ.ມັນ​ຈະ​ມັດ​ເສົາ​ກາງ​ໃບ​ເຮືອ​ໃຫ້​ຕັ້ງ​ຊື່​ບໍ່​ໄດ້ ແລະ​ຄຶງ​ໃບ​ເຮືອ​ໃຫ້​ກາງ​ອອກ​ກໍ​ບໍ່​ໄດ້. ໃນ​ຕອນ​ນັ້ນ ເຄື່ອງ​ຂອງ​ຫຼາຍ​ໆ​ທີ່​ປຸ້ນ​ມາ​ຈະ​ຖືກ​ແບ່ງແມ່ນ​ແຕ່​ຄົນ​ເປັນ​ລ່ອຍ​ກໍ​ໄປ​ເອົາ​ເຄື່ອງ​ເຫຼົ່າ​ນັ້ນ​ມາ​ໄດ້​ບັກ​ຫຼາຍ​ໆ​.+ 24  ຢູ່​ແຜ່ນດິນ​ນັ້ນ​ຈະ​ບໍ່​ມີ​ໃຜ​ເວົ້າ​ວ່າ: “ຂ້ອຍ​ບໍ່​ສະບາຍ.”+ ຄົນ​ທີ່​ຢູ່​ຫັ້ນ​ຈະ​ໄດ້​ຮັບ​ການ​ຍົກ​ໂທດ​ສຳລັບ​ຄວາມ​ຜິດ​ຂອງ​ເຂົາເຈົ້າ.+

ຂໍຄວາມໄຂເງື່ອນ

ໝາຍເຖິງ​ອັດຊີເຣຍ
ຫຼື “ແຂນ”
ອາດ​ໝາຍເຖິງ​ພວກ​ຜູ້​ກ້າຫານ​ຂອງ​ຢູດາ
ໝາຍເຖິງ​ສັດຕູ
ຫຼື​ອາດ​ແປ​ວ່າ “ແຫ້ງ”
ແປ​ຕາມ​ໂຕ​ວ່າ “ຖືກ​ຈູດ​ຄື​ກັບ​ຈູດ​ປູນ.” ປູນ​ແມ່ນ​ຝຸ່ນ​ຂາວ​ໆ​ທີ່​ເຫຼືອ​ຈາກ​ການ​ຈູດ​ບາງ​ຢ່າງ ເຊັ່ນ: ຫີນ​ທີ່​ບໍ່​ແຂງ ປະ​ກາ​ລັງ ກະດູກ ຫຼື​ເປືອກ​ຫອຍ. ໃນ​ພາສາ​ອັງກິດ​ແມ່ນ​ລ້າ​ມ.
ຫຼື “ບ່ອນ​ສູງ​ທີ່​ປອດໄພ”
ເປັນ​ແນວ​ຕອກ​ໃສ່​ພື້ນ​ຄ້າຍຄື​ກັບ​ເຫຼັກ​ປັກ​ເຕັ້ນ