ເອຊາຢາ 35:1-10

  • ອຸທິຍານ​ຈະ​ໄດ້​ຮັບ​ການ​ຟື້ນຟູ (1-​7)

    • ຄົນ​ຕາບອດ​ຈະ​ເຫັນ​ຮຸ່ງ​ແລະ​ຄົນ​ຫູ​ໜວກ​ຈະ​ໄດ້​ຍິນ (5)

  • ທາງ​ບໍລິສຸດ​ສຳລັບ​ຄົນ​ທີ່​ຖືກ​ໄຖ່ (8-​10)

35  ບ່ອນ​ກັນດານ​ຈະ​ໂຫ່​ຮ້ອງ​ດີໃຈ.+ບ່ອນ​ແຫ້ງ​ແລ້ງ​ຈະ​ມີ​ຄວາມສຸກ​ແລະ​ມີ​ດອກໄມ້ບັກ​ຫຼາຍ​ໆ​.+   ຢູ່​ຫັ້ນ​ຕົ້ນ​ໄມ້​ຈະ​ເກີດ​ດອກ​ອອກ​ໝາກ​ແນ່ນອນ.+ແຜ່ນດິນ​ຈະ​ມີ​ຄວາມສຸກ​ແລະ​ຮ້ອງ​ດ້ວຍ​ຄວາມ​ມ່ວນ​ຊື່ນ. ເລບານອນ​ຈະ​ໄດ້​ຮັບ​ກຽດ.+ກາເມນ+​ແລະ​ຊາໂຣນ​ຈະ​ງົດງາມ.+ ບ່ອນ​ເຫຼົ່ານີ້​ຈະ​ເຫັນ​ແສງ​ລັດ​ສະໝີ​ຂອງ​ພະ​ເຢໂຫວາ​ແລະ​ເຫັນ​ຄວາມ​ຍິ່ງໃຫຍ່​ຂອງ​ພະເຈົ້າ​ຂອງ​ພວກ​ເຮົາ.   ໃຫ້​ຊ່ວຍ​ຄົນ​ທີ່​ອ່ອນແອ​ໃຫ້​ມີ​ກຳລັງແລະ​ຊ່ວຍ​ຄົນ​ທີ່​ຂາ*​ສັ່ນ​ໃຫ້​ເຂັ້ມແຂງ.+   ໃຫ້​ເວົ້າ​ກັບ​ຄົນ​ທີ່​ອຸກໃຈ​ວ່າ: “ໃຫ້​ເຂັ້ມແຂງ​ແລະ​ບໍ່​ຕ້ອງ​ຢ້ານ. ພະເຈົ້າ​ຂອງ​ພວກເຈົ້າ​ຈະ​ມາ​ແກ້ແຄ້ນ​ສັດຕູ​ຂອງ​ພວກເຈົ້າ.ເພິ່ນ​ຈະ​ມາ​ລົງໂທດ​ສັດຕູ+ ແລະ​ຊ່ວຍ​ພວກເຈົ້າ​ໃຫ້​ລອດ.”+   ໃນ​ຕອນ​ນັ້ນ ຄົນ​ຕາ​ບອດ​ຈະ​ເຫັນ​ຮຸ່ງ+ແລະ​ຄົນ​ຫູ​ໜວກ​ຈະ​ໄດ້​ຍິນ.+   ໃນ​ຕອນ​ນັ້ນ ຄົນ​ເປັນ​ລ່ອຍ​ຈະ​ໂດດ​ໄດ້​ຄື​ກວາງ+ແລະ​ຄົນ​ປາກ​ກືກ​ຈະ​ຮ້ອງ​ຢ່າງ​ມີ​ຄວາມສຸກ.+ ບ່ອນ​ກັນດານ​ຈະ​ມີ​ນ້ຳ​ໄຫຼ​ອອກ​ມາແລະ​ມີ​ແມ່​ນ້ຳ​ຫຼາຍ​ສາຍ.   ດິນ​ທີ່​ແຕກແຫງ​ຈະ​ກາຍ​ເປັນ​ໜອງ​ທີ່​ມີ​ຕົ້ນ​ອໍ້​ຂຶ້ນ​ຫຼາຍ​ໆ​ແລະ​ດິນ​ທີ່​ແຫ້ງ​ແລ້ງ​ຈະ​ມີ​ນ້ຳ​ໄຫຼ​ອອກ​ມາ.+ ບ່ອນ​ທີ່​ໝາໄນເຄີຍ​ຢູ່+ຈະ​ມີ​ຫຍ້າ​ຂຽວ​ແລະ​ມີ​ຕົ້ນ​ອໍ້​ກັບ​ຕົ້ນ​ພາໄພຣັດ.*   ຢູ່​ແຜ່ນດິນ​ນັ້ນ​ຈະ​ມີ​ທາງ​ຫຼັກ​ເສັ້ນ​ໜຶ່ງ.+ທາງ​ເສັ້ນ​ນັ້ນ​ຈະ​ຖືກ​ເອີ້ນ​ວ່າ​ທາງ​ບໍລິສຸດ. ຄົນ​ທີ່​ບໍ່​ສະອາດ​ຈະ​ທຽວ​ທາງ​ນັ້ນ​ບໍ່​ໄດ້.+ ມີ​ແຕ່​ຄົນ​ທີ່​ຍ່າງ​ຢູ່​ທາງ​ນັ້ນ​ຈຶ່ງ​ຈະ​ໃຊ້​ໄດ້ແລະ​ຈະ​ບໍ່​ມີ​ຄົນ​ໂງ່​ຫຼົງ​ໄປ​ທຽວ​ທາງ​ນັ້ນ.   ທາງ​ເສັ້ນ​ນັ້ນ​ຈະ​ບໍ່​ມີ​ໂຕ​ສິງແລະ​ບໍ່​ມີ​ສັດ​ປ່າ​ທີ່​ດຸ​ຮ້າຍ. ພວກ​ມັນ​ຈະ​ບໍ່​ຢູ່​ຫັ້ນ.+ທຸກ​ຄົນ​ທີ່​ຍ່າງ​ຢູ່​ທາງ​ເສັ້ນ​ນັ້ນ​ເປັນ​ຄົນ​ທີ່​ພະເຈົ້າ​ໄດ້​ໄຖ່​ແລ້ວ.+ 10  ຄົນ​ທີ່​ພະ​ເຢໂຫວາ​ໄຖ່​ແລ້ວ​ຈະ​ກັບ​ມາ+​ເມືອງ​ຊີໂອນ​ແລະ​ຮ້ອງ​ຢ່າງ​ມີ​ຄວາມສຸກ.+ ຄວາມສຸກ​ຕະຫຼອດໄປ​ຈະ​ເປັນ​ມົງກຸດ​ຢູ່​ຫົວ​ເຂົາເຈົ້າ.+ ເຂົາເຈົ້າ​ຈະ​ມີ​ຄວາມ​ຍິນດີ​ແລະ​ຄວາມ​ມ່ວນ​ຊື່ນ.ເຂົາເຈົ້າ​ຈະ​ບໍ່​ຕ້ອງ​ຮ້ອງໄຫ້​ເສຍໃຈ​ແລະ​ຖອນ​ຫາຍ​ໃຈ.+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຫົວ​ເຂົ່າ”
ພືດ​ຊະນິດໜຶ່ງ​ທີ່​ຄ້າຍຄື​ກັບ​ຕົ້ນ​ຜື. ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.