ເອຊາຢາ 37:1-38

  • ເຮເຊກີຢາ​ຂໍ​ໃຫ້​ພະເຈົ້າ​ຊ່ວຍ​ຜ່ານ​ທາງ​ເອຊາຢາ (1-​7)

  • ເຊນນາເກຣິບ​ເວົ້າ​ຂູ່​ໃຫ້​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ຢ້ານ (8-​13)

  • ຄຳ​ອະທິດຖານ​ຂອງ​ເຮເຊກີຢາ (14-​20)

  • ພະເຈົ້າ​ຕອບ​ຜ່ານ​ທາງ​ເອຊາຢາ (21-​35)

  • ທູດສະຫວັນ​ອົງ​ໜຶ່ງ​ຂ້າ​ທະຫານ​ອັດຊີເຣຍ 185.000 ຄົນ (36-​38)

37  ເມື່ອ​ກະສັດ​ເຮເຊກີຢາ​ໄດ້​ຍິນ​ເລື່ອງ​ນີ້ ລາວ​ກໍ​ຈີກ​ເສື້ອ​ຂອງ​ໂຕເອງ​ແລະ​ນຸ່ງ​ຜ້າເນື້ອຫຍາບ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ.+  ຈາກ​ນັ້ນ ເຮເຊກີຢາ​ໄດ້​ໃຫ້​ເອລີຢາກີມ​ທີ່​ເປັນ​ຜູ້​ເບິ່ງແຍງ​ວັງ ເຊັບນາ​ທີ່​ເປັນ​ເລຂາ ແລະ​ພວກ​ຫົວໜ້າ​ປະໂລຫິດ​ນຸ່ງ​ຜ້າເນື້ອຫຍາບ​ໄປ​ຫາ​ຜູ້ພະຍາກອນ​ເອຊາຢາ+​ລູກ​ຊາຍ​ຂອງ​ອາ​ມອດ.  ເຂົາເຈົ້າ​ເວົ້າ​ກັບ​ເອຊາຢາ​ວ່າ: “ກະສັດ​ເຮເຊກີຢາ​ບອກ​ວ່າ ‘ມື້​ນີ້​ເປັນ​ມື້​ທີ່​ພວກ​ເຮົາ​ທຸກ​ລຳບາກ ເປັນ​ມື້​ທີ່​ພວກ​ເຮົາ​ຖືກ​ດູຖູກ​ຫຼາຍ ແລະ​ເປັນ​ມື້​ທີ່ເປັນ​ຕາ​ອາຍແທ້​ໆ​. ພວກ​ເຮົາ​ເປັນ​ຄື​ກັບ​ຜູ້ຍິງ​ທີ່​ຮອດ​ຍາມ​ເກີດ​ລູກ​ແລ້ວ ແຕ່​ບໍ່​ມີ​ແຮງ​ເບັ່ງ.+  ພະ​ເຢໂຫວາ​ພະເຈົ້າ​ຄື​ຊິ​ໄດ້​ຍິນ​ທຸກ​ສິ່ງ​ທີ່​ຣັບຊາເຄ​ເວົ້າ. ກະສັດ​ອັດຊີເຣຍ​ເຈົ້າ​ນາຍ​ຂອງ​ລາວ​ສົ່ງ​ລາວ​ມາ​ເຍາະເຍີ້ຍ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່.+ ພະ​ເຢໂຫວາ​ພະເຈົ້າ​ຈະ​ແກ້ແຄ້ນ​ລາວ​ໃນ​ສິ່ງ​ທີ່​ລາວ​ເວົ້າ. ຂໍ​ໃຫ້​ເຈົ້າ​ອະທິດຖານ+​ເພື່ອ​ພວກ​ເຮົາ​ທີ່​ຍັງ​ເຫຼືອ​ຢູ່​ນີ້.’”+  ເມື່ອ​ຄົນ​ຂອງ​ກະສັດ​ເຮເຊກີຢາ​ໄປ​ຫາ​ເອຊາຢາ+  ເອຊາຢາ​ກໍ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ໄປ​ບອກ​ເຈົ້າ​ນາຍ​ຂອງ​ພວກເຈົ້າ​ແບບ​ນີ້ ‘ພະ​ເຢໂຫວາ​ບອກ​ວ່າ “ບໍ່​ຕ້ອງ​ຢ້ານ+​ຍ້ອນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ​ແລະ​ບໍ່​ຕ້ອງ​ຢ້ານ​ຍ້ອນ​ຄົນ​ຮັບໃຊ້​ຂອງ​ກະສັດ​ອັດຊີເຣຍ+​ເວົ້າ​ດູຖູກ​ເຮົາ.  ເຮົາ​ຈະ​ປ່ຽນ​ຄວາມຄິດ​ລາວ. ລາວ​ຈະ​ຮູ້​ຂ່າວ​ເລື່ອງ​ໜຶ່ງ​ແລ້ວ​ກໍ​ກັບ​ໄປ​ປະເທດ​ຂອງ​ໂຕເອງ+ ແລະ​ເຮົາ​ຈະ​ເຮັດ​ໃຫ້​ລາວ​ຖືກ​ຂ້າ​ຕາຍ​ດ້ວຍ​ດາບ​ຢູ່​ຫັ້ນ.”’”+  ເມື່ອ​ຣັບຊາເຄ​ຮູ້​ວ່າ​ກະສັດ​ອັດຊີເຣຍ​ຖອຍ​ກອງ​ທັບ​ອອກ​ຈາກ​ເມືອງ​ລາກິດ​ແລ້ວ​ໄປ​ຕໍ່ສູ້​ຢູ່​ເມືອງ​ລິບນາ​ແທນ ລາວ​ຈຶ່ງ​ໄປ​ຫາ​ກະສັດ​ຢູ່​ຫັ້ນ.+  ເມື່ອ​ກະສັດ​ອັດຊີເຣຍ​ໄດ້​ຍິນ​ວ່າ​ຕີຮາກາ​ກະສັດ​ຂອງ​ເອທິໂອເປຍ​ໄດ້​ມາ​ຕໍ່ສູ້​ລາວ ລາວ​ຈຶ່ງ​ສົ່ງ​ຄົນ​ໄປ​ຫາ​ເຮເຊກີຢາ​ອີກ​ເທື່ອ​ໜຶ່ງ+​ແລະ​ສັ່ງ​ເຂົາເຈົ້າ​ວ່າ: 10  “ໃຫ້​ພວກເຈົ້າ​ໄປ​ບອກ​ເຮເຊກີຢາ​ກະສັດ​ຂອງ​ຢູດາ​ຈັ່ງ​ຊີ້ ‘ຢ່າ​ໃຫ້​ພະເຈົ້າ​ທີ່​ເຈົ້າ​ໄວ້ໃຈ​ຕົວະ​ພວກເຈົ້າ​ວ່າ “ກະສັດ​ອັດຊີເຣຍ​ຍຶດ​ເມືອງ​ເຢຣູຊາເລັມ​ບໍ່​ໄດ້​ດອກ.”+ 11  ເຈົ້າ​ກໍ​ຮູ້​ວ່າ​ຂ້ອຍ​ທີ່​ເປັນ​ກະສັດ​ອັດຊີເຣຍ​ໄປ​ຕໍ່ສູ້​ຢູ່​ປະເທດ​ໃດ ຂ້ອຍ​ກໍ​ທຳລາຍ​ປະເທດ​ນັ້ນ.+ ແລ້ວ​ເຈົ້າ​ຄິດ​ວ່າ​ເຈົ້າ​ຊິ​ລອດ​ຫວະ? 12  ຕອນ​ທີ່​ປູ່ຍ່າຕານາຍ​ຂອງ​ຂ້ອຍ​ໄປ​ຕໍ່ສູ້​ກັບ​ປະເທດ​ຕ່າງ​ໆ​ ພະເຈົ້າ​ຂອງ​ປະເທດ​ເຫຼົ່າ​ນັ້ນ​ຊ່ວຍ​ປະຊາຊົນ​ຂອງ​ໂຕເອງ​ໄດ້​ບໍ?+ ປະເທດ​ໂກຊານ ຮາຣານ+ ເຣເຊັບ ແລະ​ພວກ​ເອເດັນ​ທີ່​ຢູ່​ເຕລັດຊາ​ຍັງ​ມີ​ຢູ່​ຫວະ? 13  ພວກ​ກະສັດ​ຂອງ​ເມືອງ​ຮາມັດ ເມືອງ​ອາປາດ ເມືອງ​ເສຟາວາຢິມ+ ເມືອງ​ເຮນາ ແລະ​ເມືອງ​ອີວາ​ເດ້​ຍັງ​ຢູ່​ບໍ?’” 14  ເຮເຊກີຢາ​ໄດ້​ເອົາ​ຈົດໝາຍ​ຈາກ​ພວກ​ຜູ້​ສົ່ງ​ຂ່າວ​ມາ​ອ່ານ. ຈາກ​ນັ້ນ ລາວ​ກໍ​ໄປ​ວິຫານ​ຂອງ​ພະ​ເຢໂຫວາ ແລະ​ເອົາ​ຈົດໝາຍ​ເຫຼົ່າ​ນັ້ນ​ວາງ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ.+ 15  ເຮເຊກີຢາ​ອະທິດຖານ​ຫາ​ພະ​ເຢໂຫວາ+​ວ່າ: 16  “ພະ​ເຢໂຫວາ​ຜູ້​ບັນຊາການກອງທັບ+​ພະເຈົ້າ​ຂອງ​ອິດສະຣາເອນ​ຜູ້​ນັ່ງ​ຢູ່​ບັນລັງ​ເທິງ*​ເຄຣູບ ພະອົງ​ເປັນ​ພະເຈົ້າ​ອົງ​ດຽວ​ທ່ຽງແທ້​ຂອງ​ທຸກ​ປະເທດ​ໃນ​ໂລກ​ນີ້. ພະອົງ​ເປັນ​ຜູ້​ສ້າງ​ຟ້າ​ແລະ​ໂລກ. 17  ພະ​ເຢໂຫວາ ຂໍ​ໃຫ້​ພະອົງ​ຟັງ.+ ພະ​ເຢໂຫວາ ຂໍ​ໃຫ້​ພະອົງ​ເບິ່ງ.+ ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່ ຂໍ​ພະອົງ​ຟັງ​ທຸກ​ສິ່ງ​ທີ່​ເຊນນາເກຣິບ​ເວົ້າ​ເຍາະເຍີ້ຍ​ພະອົງ.+ 18  ພະ​ເຢໂຫວາ ກະ​ແມ່ນ​ຢູ່​ທີ່​ພວກ​ກະສັດ​ອັດຊີເຣຍ​ໄດ້​ທຳລາຍ​ປະເທດ​ຕ່າງ​ໆ​+​ລວມ​ທັງ​ປະເທດ​ຂອງ​ເຂົາເຈົ້າ​ເອງ 19  ແລະ​ເຂົາເຈົ້າ​ໄດ້​ໂຍນ​ພະເຈົ້າ​ຂອງ​ປະເທດ​ເຫຼົ່າ​ນັ້ນ​ຖິ້ມ​ໃນ​ໄຟ.+ ສິ່ງ​ເຫຼົ່າ​ນັ້ນ​ບໍ່​ແມ່ນ​ພະເຈົ້າ​ແທ້​ໆ​ ແຕ່​ເປັນ​ສິ່ງ​ທີ່​ມະນຸດ​ເອົາ​ໄມ້​ແລະ​ຫີນ​ເຮັດ​ຊື່​ໆ​+ ເຂົາເຈົ້າ​ຈຶ່ງ​ທຳລາຍ​ໄດ້. 20  ພະ​ເຢໂຫວາ​ພະເຈົ້າ ຕອນນີ້​ຂໍ​ພະອົງ​ຊ່ວຍ​ພວກ​ເຮົາ​ໃຫ້​ລອດ​ຈາກ​ກະສັດ​ອັດຊີເຣຍ ເພື່ອ​ທຸກ​ປະເທດ​ໃນ​ໂລກ​ນີ້​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ເປັນ​ພະເຈົ້າ.”+ 21  ເອຊາຢາ​ລູກ​ຊາຍ​ຂອງ​ອາມອດ​ໄດ້​ໃຫ້​ຄົນ​ໄປ​ບອກ​ເຮເຊກີຢາ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ຈັ່ງ​ຊີ້ ‘ຍ້ອນ​ເຈົ້າ​ອະທິດຖານ​ຫາ​ເຮົາ​ເລື່ອງ​ເຊນນາເກຣິບ​ກະສັດ​ຂອງ​ອັດຊີເຣຍ+ 22  ເຮົາ​ເຢໂຫວາ​ຈຶ່ງ​ເວົ້າ​ກ່ຽວກັບ​ລາວ​ວ່າ: “ລູກສາວ​ຂອງ​ຊີໂອນ​ທີ່​ເປັນ​ສາວ​ບໍລິສຸດ​ຊັງ​ເຈົ້າ​ຫຼາຍ​ແລະ​ລາວ​ກໍ​ເຍາະເຍີ້ຍ​ເຈົ້າ. ລູກສາວ​ຂອງ​ເຢຣູຊາເລັມ​ແກວ່ງ​ຫົວ​ໃສ່​ເຈົ້າ. 23  ເຈົ້າ​ຮູ້​ບໍ​ວ່າ​ເຈົ້າ​ເວົ້າ​ເຍາະເຍີ້ຍ​ໃຜ+​ແລະ​ດູຖູກ​ໃຜ ເຈົ້າ​ຮູ້​ບໍ​ວ່າ​ເຈົ້າ​ຮ້ອງ​ທັ່ງ​ໃສ່​ໃຜ?+ແລະ​ຮູ້​ບໍ​ວ່າ​ເຈົ້າເບິ່ງ​ໃຜ​ດ້ວຍ​ທ່າທາງ​ທີ່​ຈອງຫອງ? ຜູ້​ນັ້ນ​ແມ່ນ​ພະເຈົ້າ​ອົງ​ບໍລິສຸດ​ຂອງ​ອິດສະຣາເອນ.+ 24  ເຈົ້າ​ໃຊ້​ຄົນ​ໄປ​ເຍາະເຍີ້ຍ​ພະ​ເຢໂຫວາ+​ວ່າ‘ຂ້ອຍ​ຈະ​ເອົາ​ລົດ​ມ້າ​ທັງໝົດ​ຂອງ​ຂ້ອຍແລ້ວ​ຂຶ້ນ​ໄປ​ເທິງ​ພູ​ສູງ​ຕ່າງ​ໆ​+ແລະ​ໄປ​ຮອດ​ບ່ອນ​ທີ່​ໄກ​ທີ່ສຸດ​ຂອງ​ເລບານອນ. ຂ້ອຍ​ຈະ​ຕັດ​ເອົາ​ຕົ້ນ​ຊີດ້າ*​ທີ່​ງາມ​ໆ​ແລະ​ຕົ້ນ​ຈູນິເປີ້*​ທີ່​ດີ​ໆ​. ຂ້ອຍ​ຈະ​ເຂົ້າ​ໄປ​ໃນ​ບ່ອນ​ທີ່​ເລິກ​ທີ່ສຸດ​ແລະ​ເຂົ້າ​ໄປ​ໃນປ່າ​ທີ່​ເປັນ​ສວນ​ທີ່​ງາມ​ໆ​. 25  ຂ້ອຍ​ຈະ​ຂຸດ​ນ້ຳ​ສ້າງ​ແລະ​ກິນ​ນ້ຳ​ສ້າງ​ເຫຼົ່າ​ນັ້ນ.ຂ້ອຍ​ຈະ​ຢຽບ​ຄອງ​ນ້ຳ​ຕ່າງ​ໆ​ຂອງ​ແມ່​ນ້ຳ​ນິນ​ໃນ​ເອຢິບ​ໃຫ້​ແຫ້ງ.’ 26  ເຈົ້າ​ບໍ່​ເຄີຍ​ໄດ້​ຍິນ​ບໍ? ເຮົາ​ຕັດສິນໃຈ​ໄວ້​ແຕ່​ດົນ​ແລ້ວ. ເຮົາ​ວາງ​ແຜນ​ໄວ້​ແຕ່​ດົນ​ແລ້ວ+ ແລະ​ຕອນນີ້​ເຮົາ​ຈະ​ເຮັດ​ໃຫ້​ມັນ​ເກີດ​ຂຶ້ນ​ແທ້.+ ເຈົ້າ​ຈະ​ເຮັດ​ໃຫ້​ເມືອງ​ຕ່າງ​ໆ​ທີ່​ມີ​ກຳແພງ​ອ້ອມ​ເຫຼືອ​ແຕ່​ຊາກ​ຫັກ​ພັງ.+ 27  ຄົນ​ທີ່​ຢູ່​ເມືອງ​ນັ້ນ​ຈະ​ເຮັດ​ຫຍັງ​ບໍ່​ໄດ້.ເຂົາເຈົ້າ​ຈະ​ພາກັນ​ຢ້ານ​ແລະ​ຖືກ​ເຮັດ​ໃຫ້​ຂາຍ​ໜ້າ. ເຂົາເຈົ້າ​ຈະ​ອ່ອນແອ​ຄື​ກັບ​ພືດ​ຜັກ​ແລະ​ຕົ້ນ​ຫຍ້າແລະ​ຈະ​ເປັນ​ຄື​ກັບ​ຫຍ້າ​ເທິງ​ຫຼັງ​ຄາ​ທີ່​ຖືກ​ລົມ​ຮ້ອນ​ຈາກ​ທິດ​ຕາເວັນ​ອອກ​ເຜົາ. 28  ແຕ່​ເຮົາ​ຮູ້​ທຸກ​ຢ່າງ​ທີ່​ເຈົ້າ​ເຮັດ ບໍ່​ວ່າ​ເຈົ້າ​ຈະ​ນັ່ງ ຫຼື​ໄປ​ໃສ​ມາ​ໃສ+ຫຼື​ຕອນ​ທີ່​ເຈົ້າ​ໃຈຮ້າຍ​ໃຫ້​ເຮົາ ເຮົາ​ກໍ​ຮູ້.+ 29  ຍ້ອນ​ເຮົາ​ໄດ້​ຍິນ​ຄຳເວົ້າ​ທີ່​ເຈົ້າ​ໃຈຮ້າຍ​ໃຫ້​ເຮົາ+​ແລະ​ທີ່​ເຈົ້າ​ດ່າ​ເຮົາ+ ເຮົາ​ຈະ​ເອົາ​ຂໍ​ເກາະ​ເກາະ​ດັງ​ເຈົ້າ ແລະ​ເຮົາ​ຈະ​ເອົາ​ເຊືອກ*+​ຄາດ​ໃສ່​ປາກ​ເຈົ້າແລ້ວ​ດຶງ​ເຈົ້າ​ກັບ​ເມືອ​ທາງ​ທີ່​ເຈົ້າ​ມາ.” 30  ເຮົາ​ຈະ​ເຮັດ​ແບບ​ນີ້​ເພື່ອ​ຢືນຢັນ​ໃຫ້​ເຈົ້າ*​ໝັ້ນໃຈ​ວ່າ​ສິ່ງ​ທີ່​ເຮົາ​ເວົ້າ​ຈະ​ເກີດ​ຂຶ້ນ​ແທ້. ປີ​ນີ້​ເຈົ້າ​ຈະ​ໄດ້​ກິນ​ເຂົ້າ​ທີ່​ເກີດ​ເອງ* ແລະ​ປີ​ໜ້າ​ເຈົ້າ​ກໍ​ຈະ​ໄດ້​ກິນ​ເຂົ້າ​ທີ່​ເກີດ​ເອງ​ຢູ່​ບ່ອນ​ເກົ່າ. ແຕ່​ໃນ​ປີ​ຕໍ່ໄປ​ເຈົ້າ​ຈະ​ໄດ້​ຫວ່ານ​ແລະ​ເກັບ​ກ່ຽວ ແລະ​ເຈົ້າ​ຈະ​ໄດ້​ເຮັດ​ສວນ​ໝາກ​ລະແຊັງ​ແລະ​ກິນ​ໝາກ​ຂອງ​ມັນ.+ 31  ພວກ​ຢູດາ​ທີ່​ລອດ​ຊີວິດ+​ຈະ​ຢັ່ງ​ຮາກ​ເລິກ​ລົງ​ດິນ​ແລະ​ເກີດ​ດອກ​ອອກ​ໝາກ. 32  ເລື່ອງ​ນີ້​ຈະ​ເກີດ​ຂຶ້ນ​ຍ້ອນ​ຄົນ​ທີ່​ເຫຼືອ​ຢູ່​ເມືອງ​ເຢຣູຊາເລັມ​ຈຳນວນ​ໜຶ່ງ​ຈະ​ຍ້າຍ​ອອກ​ໄປ ແລະ​ພວກ​ທີ່​ໜີ​ໄປ​ລີ້​ຢູ່​ພູ​ຊີໂອນ​ກໍ​ຈະ​ອອກ​ມາ.+ ພະ​ເຢໂຫວາ​ຜູ້​ບັນຊາການກອງທັບ​ຈະ​ເຮັດ​ສິ່ງ​ເຫຼົ່ານີ້​ຕາມ​ທີ່​ເພິ່ນ​ຕັ້ງໃຈ​ໄວ້.+ 33  ພະ​ເຢໂຫວາ​ເວົ້າ​ກ່ຽວກັບ​ກະສັດ​ອັດຊີເຣຍ​ວ່າ+ “ລາວ​ຈະ​ບໍ່​ໄດ້​ເຂົ້າ​ມາ​ໃນ​ເມືອງ​ນີ້+ແລະ​ຈະ​ບໍ່​ໄດ້​ຍິງ​ທະນູ​ຢູ່​ນີ້.ລາວ​ຈະ​ບໍ່​ໄດ້​ຖື​ໂລ້​ມາ​ຕໍ່ສູ້ແລະ​ຈະ​ບໍ່​ໄດ້​ເອົາ​ດິນ​ມາ​ກອງ​ເປັນ​ໂນນ​ຈຸ​ກຳແພງ​ເພື່ອ​ໂຈມຕີ​ເມືອງ​ນີ້.”’+ 34  ‘ລາວ​ມາ​ທາງ​ໃດ​ກໍ​ຈະ​ກັບ​ໄປ​ທາງ​ນັ້ນ.ລາວ​ຈະ​ບໍ່​ໄດ້​ເຂົ້າ​ມາ​ໃນ​ເມືອງ​ນີ້.’ ພະ​ເຢໂຫວາ​ເວົ້າ​ແບບ​ນີ້. 35  ‘ເຮົາ​ຈະ​ປົກປ້ອງ​ແລະ​ຊ່ວຍ​ເມືອງ​ນີ້+​ໃຫ້​ລອດ​ເພື່ອ​ເຫັນ​ແກ່​ຊື່​ຂອງ​ເຮົາ+ແລະ​ເຫັນ​ແກ່​ດາວິດ​ຜູ້​ຮັບໃຊ້​ຂອງ​ເຮົາ.’”+ 36  ທູດສະຫວັນ​ອົງ​ໜຶ່ງ​ຂອງ​ພະ​ເຢໂຫວາ​ໄດ້​ໄປ​ຄ້າຍ​ຂອງ​ພວກ​ອັດຊີເຣຍ​ແລະ​ຂ້າ​ທະຫານ 185.000 ຄົນ​ຕາຍ. ເມື່ອ​ມີ​ຄົນ​ຕື່ນ​ຂຶ້ນ​ມາ​ຕອນ​ເຊົ້າ ເຂົາເຈົ້າ​ກໍ​ເຫັນ​ສົບ​ພວກ​ທະຫານ​ທີ່​ຕາຍ​ຢາຍ​ກັນ​ຢູ່.+ 37  ເມື່ອ​ເປັນ​ແບບນັ້ນ ເຊນນາເກຣິບ​ກະສັດ​ຂອງ​ອັດຊີເຣຍ​ຈຶ່ງ​ກັບ​ໄປ​ຢູ່​ເມືອງ​ນີເນເວ.+ 38  ມື້​ໜຶ່ງ​ຕອນ​ທີ່​ເຊນນາເກຣິບ​ກຳລັງ​ກົ້ມ​ກາບ​ພະ​ນິດສະໂຣກ​ຢູ່​ໃນ​ວິຫານ ລູກ​ຊາຍ​ຂອງ​ລາວ​ຊື່​ອັດຣຳເມເລັກ​ກັບ​ຊາເຣັດເຊ​ໄດ້​ເອົາ​ດາບ​ຂ້າ​ລາວ​ຕາຍ+ ແລ້ວ​ເຂົາເຈົ້າ​ກໍ​ໜີ​ໄປ​ຢູ່​ອາຣາຣັດ.+ ອາຊາຮັດໂດນ+​ລູກ​ຊາຍ​ອີກ​ຜູ້​ໜຶ່ງ​ຂອງ​ເຊນນາເກຣິບ​ກໍ​ເປັນ​ກະສັດ​ແທນ.

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ລະຫວ່າງ”
ຕົ້ນ​ແປກ​ຊະນິດ​ໜຶ່ງ
ຕົ້ນ​ແປກ​ຊະນິດ​ໜຶ່ງ
ເຊືອກ​ນີ້​ມັດ​ຢູ່​ສອງ​ສົ້ນ​ຂອງ​ເຫຼັກ​ສຳລັບ​ໃສ່​ປາກ​ມ້າ​ເພື່ອ​ຈະ​ຄວບຄຸມ​ມັນ​ໄດ້
ໝາຍເຖິງ​ເຮເຊກີຢາ
ຫຼື “ເກີດ​ມາ​ຈາກ​ເມັດ​ເຂົ້າ​ທີ່​ຫຼົ່ນ”