ເອຊາຢາ 4:1-6

  • ຜູ້ຍິງ 7 ຄົນ​ຈະ​ໄປ​ຫາ​ຜູ້​ຊາຍ​ຄົນ​ໜຶ່ງ (1)

  • ສິ່ງ​ທີ່​ພະເຢໂຫວາ​ໃຫ້​ປົ່ງ​ຂຶ້ນ​ມາ​ຈະ​ດີ​ແລະ​ງາມ​ຫຼາຍ (2-​6)

4  ໃນ​ມື້​ນັ້ນ ຜູ້ຍິງ 7 ຄົນ​ຈະ​ໄປ​ດຶງ​ຜູ້​ຊາຍ​ຄົນ​ໜຶ່ງ​ໄວ້+​ແລະ​ເວົ້າ​ວ່າ: “ພວກ​ເຮົາ​ຈະ​ຫາ​ຢູ່​ຫາ​ກິນ​ເອົາ​ເອງແລະ​ຊອກ​ເຄື່ອງນຸ່ງ​ຂອງ​ຖື​ເອົາ​ເອງ.ພວກ​ເຮົາ​ມີ​ແຕ່​ຢາກ​ຂໍ​ໃຊ້​ນາມສະກຸນ​ຂອງ​ເຈົ້າເພື່ອ​ພວກ​ເຮົາ​ຈະ​ບໍ່​ຕ້ອງ​ອັບອາຍ*​ອີກ​ຕໍ່ໄປ.”+  ໃນ​ມື້​ນັ້ນ ສິ່ງ​ທີ່​ພະ​ເຢໂຫວາ​ໃຫ້​ປົ່ງ​ຂຶ້ນ​ມາ​ຈະ​ດີ​ແລະ​ງາມ​ຫຼາຍ. ພວກ​ອິດສະຣາເອນ​ທີ່​ລອດ​ຕາຍ​ຈະ​ພູມໃຈ​ແລະ​ດີໃຈ​ແທ້​ໆ​ ຍ້ອນ​ວ່າ​ແຜ່ນດິນ​ເກີດ​ຜົນລະປູກ​ທີ່​ດີ​ຫຼາຍ.+  ເພິ່ນ​ຈະ​ຖື​ວ່າ​ຄົນ​ທີ່​ເຫຼືອ​ໃນ​ເມືອງ​ຊີໂອນ​ແລະ​ໃນ​ເມືອງ​ເຢຣູຊາເລັມ​ເປັນ​ຄົນ​ທີ່​ບໍລິສຸດ. ທຸກ​ຄົນ​ທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ຈະ​ມີ​ຊື່​ຂຽນ​ໄວ້​ໃນ​ປຶ້ມ​ທີ່​ຈະ​ໄດ້​ຊີວິດ.+  ພະ​ເຢໂຫວາ​ຈະ​ລ້າງສິ່ງ​ທີ່​ເປື້ອນ*​ອອກ​ຈາກ​ຄົນ​ທີ່​ຢູ່​ເມືອງ​ຊີໂອນ+ ຍ້ອນ​ເພິ່ນ​ໃຈຮ້າຍ​ໃຫ້​ເມືອງ​ເຢຣູຊາເລັມ​ຫຼາຍ. ເພິ່ນ​ຈະ​ເອົາ​ໄຟ​ມາ​ເຜົາ​ແລະ​ຕັດສິນ​ເມືອງ​ນີ້+ ແລ້ວ​ລ້າງ​ເລືອດ​ອອກ​ໃຫ້​ໝົດ.  ໃນ​ຕອນ​ສວາຍ ພະ​ເຢໂຫວາ​ຈະ​ໃຫ້​ມີ​ຂີ້​ເຝື້ອ​ກັບ​ຄວັນ​ໄຟ​ມາ​ປົກ​ພູ​ຊີໂອນ​ແລະ​ບ່ອນ​ທີ່​ທຸກ​ຄົນ​ມາ​ລວມ​ກັນ​ເພື່ອ​ນະມັດສະການ ແລະ​ໃນ​ຕອນ​ກາງຄືນ ເພິ່ນ​ຈະ​ໃຫ້​ມີ​ແປວ​ໄຟ​ທີ່​ແຈ້ງ​ໆ​ຢູ່​ເທິງ​ບ່ອນ​ເຫຼົ່າ​ນັ້ນ+​ເພື່ອ​ແຜ່ນດິນ​ທີ່​ງາມ​ໆ​ນີ້​ຈະ​ໄດ້​ຮັບ​ການ​ປົກປ້ອງ.  ຢູ່​ຫັ້ນ​ຈະ​ມີ​ຕູບ​ເພື່ອ​ຫຼົບ​ແດດ​ທີ່​ຮ້ອນ​ໆ​ໃນ​ຕອນ​ກາງເວັນ+ ແລະ​ມີ​ບ່ອນ​ຫຼົບ​ຝົນ​ໃນ​ຍາມ​ທີ່​ຟ້າ​ລົມ​ຝົນ​ຕົກ.+

ຂໍຄວາມໄຂເງື່ອນ

ເປັນ​ເລື່ອງ​ໜ້າ​ອາຍ​ຖ້າ​ບໍ່​ໄດ້​ແຕ່ງດອງ​ແລະ​ບໍ່​ມີ​ລູກ
ແປ​ຕາມ​ໂຕ​ວ່າ “ຂີ້”