ເອຊາຢາ 45:1-25

  • ໄຊຣັດ​ຖືກ​ເລືອກ​ໃຫ້​ທຳລາຍ​ບາບີໂລນ (1-​8)

  • ດິນ​ດາກ​ບໍ່​ຄວນ​ເວົ້າ​ໃຫ້​ຊ່າງ​ປັ້ນ​ໝໍ້ (9-​13)

  • ຊາດ​ຕ່າງໆ​ຍອມ​ຮັບ​ອິດສະຣາເອນ (14-​17)

  • ພະເຈົ້າ​ເປັນ​ຜູ້​ສ້າງ​ແລະ​ເປັນ​ຜູ້​ເປີດ​ເຜີຍ​ໃຫ້​ຮູ້​ທີ່​ເຊື່ອ​ຖື​ໄດ້ (18-​25)

    • ໂລກ​ຖືກ​ສ້າງ​ໄວ້​ເພື່ອ​ໃຫ້​ຄົນ​ອາໄສ​ຢູ່ (18)

45  ຕໍ່ໄປ​ນີ້​ແມ່ນ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ​ກັບ​ໄຊຣັດ​ຜູ້​ທີ່​ເພິ່ນ​ໄດ້​ເລືອກ.+ເພິ່ນ​ຈັບ​ມື​ຂວາ​ຂອງ​ລາວ​ໄວ້+ເພື່ອ​ໃຫ້​ປາບ​ຊາດ​ຕ່າງ​ໆ​ທີ່​ຢູ່​ຕໍ່​ໜ້າ​ລາວ.+ເພິ່ນ​ໃຫ້​ລາວ​ປົດ​ອາວຸດ​ຂອງ​ພວກ​ກະສັດໃຫ້​ລາວ​ເປີດ​ປະຕູ​ທີ່​ມີ​ສອງ​ບານ​ທີ່​ຢູ່​ຕໍ່​ໜ້າ​ລາວເພື່ອ​ປະຕູ​ເມືອງ​ນັ້ນ​ຈະ​ບໍ່​ປິດ. ເພິ່ນ​ເວົ້າ​ກັບ​ລາວ​ວ່າ:   “ເຮົາ​ຈະ​ນຳ​ໜ້າ​ເຈົ້າ​ໄປ.+ເຮົາ​ຈະ​ເຮັດ​ໃຫ້​ໂນນ​ພູ​ຕ່າງ​ໆ​ພຽງ. ເຮົາ​ຈະ​ທຳລາຍ​ປະຕູ​ທອງແດງ​ໃຫ້​ຂາດ​ເປັນ​ປ່ຽງແລະ​ເຮົາ​ຈະ​ຕັດ​ກອນ​ປະຕູ​ເຫຼັກ​ໃຫ້​ຂາດ.+   ເຮົາ​ຈະ​ເອົາ​ຊັບ​ສົມບັດ​ທີ່​ຢູ່​ໃນ​ບ່ອນ​ມືດກັບ​ຊັບ​ສົມບັດ​ທີ່​ເຊື່ອງ​ໄວ້​ໃນ​ບ່ອນ​ລັບ​ລີ້​ໃຫ້​ເຈົ້າ+ເພື່ອ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາພະເຈົ້າ​ຂອງ​ອິດສະຣາເອນ​ຜູ້​ທີ່​ເອີ້ນ​ຊື່​ຂອງ​ເຈົ້າ.+   ຍ້ອນ​ເຫັນ​ແກ່​ຢາໂຄບ​ຜູ້​ຮັບໃຊ້​ຂອງ​ເຮົາ​ແລະ​ອິດສະຣາເອນ​ຜູ້​ທີ່​ເຮົາ​ໄດ້​ເລືອກເຮົາ​ຈຶ່ງ​ເອີ້ນ​ຊື່​ເຈົ້າ. ເຮົາ​ຈະ​ເຮັດ​ໃຫ້​ຊື່​ຂອງ​ເຈົ້າ​ໄດ້​ຮັບ​ກຽດ ເຖິງ​ວ່າ​ເຈົ້າ​ບໍ່​ຮູ້ຈັກ​ເຮົາ.   ເຮົາ​ແມ່ນ​ເຢໂຫວາ. ບໍ່​ມີ​ພະເຈົ້າ​ອື່ນ​ນອກ​ຈາກ​ເຮົາ. ມີ​ແຕ່​ເຮົາ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ເປັນ​ພະເຈົ້າ.+ ເຮົາ​ຈະ​ໃຫ້​ເຈົ້າ​ມີ​ກຳລັງ ເຖິງ​ວ່າ​ເຈົ້າ​ບໍ່​ຮູ້ຈັກ​ເຮົາ.   ທຸກ​ຄົນ​ຕັ້ງແຕ່​ທິດ​ຕາເວັນ​ອອກ​ຈົນ​ຮອດ​ທິດຕາເວັນຕົກ​ຈະ​ຮູ້​ວ່າບໍ່​ມີ​ພະເຈົ້າ​ອື່ນ​ນອກ​ຈາກ​ເຮົາ.+ເຮົາ​ແມ່ນ​ເຢໂຫວາ​ແລະ​ມີ​ແຕ່​ເຮົາ​ເທົ່າ​ນັ້ນ​ທີ່​ເປັນ​ພະເຈົ້າ.+   ເຮົາ​ເປັນ​ຜູ້​ທີ່​ເຮັດ​ໃຫ້​ມີ​ແສງ​ສະຫວ່າງ+​ແລະ​ຄວາມ​ມືດ.+ເຮົາ​ເຮັດ​ໃຫ້​ມີ​ຄວາມ​ສະຫງົບສຸກ+​ແລະ​ຄວາມ​ຈິບຫາຍ.+ເຮົາ​ເຢໂຫວາ​ເປັນ​ຜູ້​ເຮັດ​ສິ່ງ​ເຫຼົ່ານີ້​ທັງໝົດ.   ຄື​ກັບ​ດິນ​ທີ່​ໄດ້​ຝົນ​ຫຼາຍ​ໆ​ຈາກ​ຟ້າ+ແລະ​ເກີດ​ດອກ​ອອກ​ໝາກ​ຢ່າງ​ອຸດົມ​ສົມບູນ ປະຊາຊົນ​ຂອງ​ເຮົາ​ກໍ​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດແລະ​ຊີວິດ​ຂອງ​ເຂົາເຈົ້າ​ຈະ​ມີ​ແຕ່​ສິ່ງ​ດີ​ໆ​.+ ເຮົາ​ເຢໂຫວາ​ເປັນ​ຜູ້​ເຮັດ​ສິ່ງ​ເຫຼົ່ານີ້.”   ຜູ້​ໃດ​ທີ່​ເວົ້າ​ໃຫ້*​ຜູ້​ທີ່​ສ້າງ*​ລາວ​ຂຶ້ນ​ມາ ຜູ້​ນັ້ນ​ຈະ​ຕ້ອງ​ຈິບຫາຍຍ້ອນ​ລາວ​ເປັນ​ແຕ່​ເສດ​ໝໍ້​ດິນ​ທີ່​ແຕກ​ແລ້ວ.ລາວ​ເປັນ​ພຽງ​ເສດ​ດຽວ​ໃນ​ກອງ​ເສດ​ໝໍ້​ແຕກ​ທີ່​ຖືກ​ຖິ້ມ​ໄວ້. ດິນ​ດາກ​ຈະ​ຖາມ​ຊ່າງ​ປັ້ນ​ບໍ​ວ່າ: “ເຈົ້າ​ປັ້ນ​ຫຍັງ?”+ ຫຼື​ຈະ​ເວົ້າ​ໃຫ້​ຊ່າງ​ປັ້ນ​ບໍ​ວ່າ: “ເຈົ້າ​ນິ ບໍ່​ມີ​ສີ​ມື”?* 10  ຜູ້​ທີ່​ເວົ້າ​ກັບ​ພໍ່​ວ່າ: “ເປັນຫຍັງ​ເຈົ້າ​ຕ້ອງ​ໃຫ້​ຂ້ອຍ​ເກີດ​ມາ?” ຈະ​ຕ້ອງ​ຈິບຫາຍ ແລະ​ຜູ້​ທີ່​ເວົ້າ​ກັບ​ແມ່​ວ່າ: “ເຈົ້າ​ເກີດ​ຂ້ອຍ​ມາ​ເຮັດ​ຫຍັງ?” ກໍ​ຈະ​ຕ້ອງ​ຈິບຫາຍ​ຄື​ກັນ. 11  ພະ​ເຢໂຫວາ​ພະເຈົ້າ​ອົງ​ບໍລິສຸດ​ຜູ້​ທີ່​ກໍ່​ຕັ້ງ​ອິດສະຣາເອນ+​ເວົ້າ​ວ່າ: “ເປັນຫຍັງ​ເຈົ້າ​ຄື​ກ້າ​ສົງໄສ​ໃນ​ສິ່ງ​ທີ່​ຂ້ອຍ​ຈະ​ເຮັດ​ໃນ​ອະນາຄົດແລະ​ກ້າ​ສັ່ງ​ຂ້ອຍ​ວ່າ​ຄວນ​ເຮັດ​ແນວໃດ​ກັບ​ພວກ​ລູກ​ຂອງ​ຂ້ອຍ+​ແລະ​ສິ່ງ​ທີ່​ຂ້ອຍ​ໄດ້​ສ້າງ? 12  ເຮົາ​ເປັນ​ຜູ້​ສ້າງ​ໂລກ+​ແລະ​ຄົນ​ທີ່​ຢູ່​ໃນ​ໂລກ.+ ເຮົາ​ເປັນ​ຜູ້​ພື​ທ້ອງຟ້າ​ອອກ+ແລະ​ຄວບຄຸມ​ດາວ​ທຸກ​ດວງ.”*+ 13  ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ​ເວົ້າ​ວ່າ: “ຍ້ອນ​ເຮົາ​ເປັນ​ພະເຈົ້າ​ທີ່​ຍຸຕິທຳ ເຮົາ​ຈຶ່ງ​ໄດ້​ກຽມ​ຜູ້​ໜຶ່ງ​ໄວ້​ແລ້ວ.+ເຮົາ​ຈະ​ບໍ່​ໃຫ້​ມີ​ຫຍັງ​ມາ​ຂວາງ​ທາງ​ລາວ. ລາວ​ຈະ​ເປັນ​ຜູ້​ທີ່​ສ້າງ​ເມືອງ​ຂອງ​ເຮົາ​ຄືນ​ໃໝ່+ແລະ​ປົດ​ປ່ອຍ​ປະຊາຊົນ​ຂອງ​ເຮົາ​ທີ່​ເປັນ​ຊະເລີຍ​ໃຫ້​ເປັນ​ອິດ​ສະຫຼະ+​ໂດຍ​ບໍ່​ເອົາ​ຄ່າ​ຈ້າງ​ຫຼື​ຮັບ​ສິນບົນ.”+ 14  ພະ​ເຢໂຫວາ​ເວົ້າ​ວ່າ: “ກຳໄລ*​ຂອງ​ເອຢິບ ສິນ​ຄ້າ*​ຂອງ​ເອທິໂອເປຍ ແລະ​ຄົນ​ຊາເບເອນ​ທີ່​ໂຕ​ສູງ​ໆ​ຈະ​ມາ​ເປັນ​ຂອງ​ເຈົ້າ.ເຂົາເຈົ້າ​ຈະ​ຍ່າງ​ນຳ​ຫຼັງ​ເຈົ້າ ເຖິງ​ວ່າ​ຖືກ​ໂສ້​ລ່າມ​ໄວ້. ເຂົາເຈົ້າ​ຈະ​ມາ​ຫາ​ເຈົ້າ​ແລະ​ກົ້ມ​ກາບ​ເຈົ້າ.+ ເຂົາເຈົ້າ​ຈະ​ເວົ້າ​ກັບ​ເຈົ້າ​ດ້ວຍ​ຄວາມ​ນັບ​ຖື​ວ່າ ‘ພະເຈົ້າ​ຢູ່​ກັບ​ເຈົ້າ​ແທ້​ໆ​.+ມີ​ແຕ່​ເພິ່ນ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ເປັນ​ພະເຈົ້າ ແລະ​ບໍ່​ມີ​ພະເຈົ້າ​ອື່ນ.’” 15  ພະເຈົ້າ​ຂອງ​ອິດສະຣາເອນ​ເປັນ​ຜູ້​ຊ່ວຍ​ໃຫ້​ລອດ.+ເພິ່ນ​ບໍ່​ໄດ້​ເປີດ​ເຜີຍ​ໃຫ້​ຮູ້ຈັກ​ເທື່ອ​ວ່າ​ເພິ່ນ​ກຳລັງ​ເຮັດ​ຫຍັງ​ຢູ່. 16  ຄົນ​ທີ່​ເຮັດ​ຮູບ​ບູຊາ​ຈະ​ເສຍ​ໜ້າ.ເຂົາເຈົ້າ​ຈະ​ຕ້ອງ​ອັບອາຍ​ຂາຍ​ໜ້າ.+ 17  ແຕ່​ພະ​ເຢໂຫວາ​ຈະ​ຊ່ວຍ​ອິດສະຣາເອນ​ໃຫ້​ລອດ​ສະເໝີ.+ ເຈົ້າ​ຈະ​ບໍ່​ຕ້ອງ​ອັບອາຍ​ຂາຍ​ໜ້າ​ຕະຫຼອດໄປ.+ 18  ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ຟ້າ.+ເພິ່ນ​ເປັນ​ພະເຈົ້າ​ທ່ຽງແທ້.ເພິ່ນ​ເປັນ​ຜູ້​ສ້າງ​ໂລກ​ແລະ​ເຮັດ​ໃຫ້​ໂລກ​ຕັ້ງ​ຢູ່​ຢ່າງ​ໝັ້ນຄົງ.+ເພິ່ນ​ບໍ່​ໄດ້​ສ້າງ​ໂລກ​ໄວ້​ຊື່​ໆ​* ແຕ່​ສ້າງ​ເພື່ອ​ໃຫ້​ຄົນ​ອາໄສ​ຢູ່.+ ເພິ່ນ​ເວົ້າ​ວ່າ: “ເຮົາ​ແມ່ນ​ເຢໂຫວາ. ບໍ່​ມີ​ພະເຈົ້າ​ອື່ນ​ນອກ​ຈາກ​ເຮົາ. 19  ເຮົາ​ບໍ່​ໄດ້​ເວົ້າ​ໃນ​ບ່ອນ​ທີ່​ລັບ​ລີ້+​ຫຼື​ໃນ​ບ່ອນ​ທີ່​ມືດ​ໆ​.ເຮົາ​ບໍ່​ໄດ້​ບອກ​ລູກ​ຫຼານ​ຂອງ​ຢາໂຄບ​ວ່າ‘ໃຫ້​ພວກເຈົ້າ​ຊອກ​ຫາ​ເຮົາ ແຕ່​ຄວາມ​ພະຍາຍາມ​ຂອງ​ພວກເຈົ້າ​ຈະ​ບໍ່​ມີ​ປະໂຫຍດ​ຫຍັງ.’ ເຮົາ​ແມ່ນ​ເຢໂຫວາ. ເຮົາ​ເວົ້າ​ແຕ່​ສິ່ງ​ທີ່​ຖືກຕ້ອງ​ແລະ​ບອກ​ແຕ່​ສິ່ງ​ທີ່​ເປັນ​ຄວາມຈິງ.+ 20  ພວກເຈົ້າ​ທີ່​ຖືກ​ປົດ​ປ່ອຍ​ຈາກ​ຊາດ​ຕ່າງ​ໆ​ ໃຫ້​ມາ​ລວມ​ກັນ​ແລະ​ມາ​ຫາ​ເຮົາ.+ ຄົນ​ທີ່​ຫາມ​ຮູບ​ບູຊາ​ແລະ​ອະທິດຖານ​ຫາ​ພະເຈົ້າ​ທີ່​ຊ່ວຍ​ເຂົາເຈົ້າ​ບໍ່​ໄດ້​ນັ້ນເປັນ​ຄົນ​ໂງ່​ແທ້​ໆ​.+ 21  ໃຫ້​ພວກເຈົ້າ​ລາຍງານ​ແລະ​ເອົາ​ຫຼັກ​ຖານ​ມາ​ຢັ້ງຢືນ. ໃຫ້​ພວກເຈົ້າ​ປຶກສາ​ກັນ. ໃຜ​ເປັນ​ຜູ້​ບອກ​ລ່ວງ​ໜ້າ​ມາ​ດົນ​ແລ້ວ​ໃນ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ?ແລະ​ໃຜ​ເປັນ​ຜູ້​ບອກ​ເລື່ອງ​ນີ້​ໃນ​ອະດີດ? ກໍ​ແມ່ນ​ເຮົາ​ເຢໂຫວາ ບໍ່​ມີ​ພະເຈົ້າ​ອື່ນ​ນອກ​ຈາກ​ເຮົາ.ເຮົາ​ເປັນ​ພະເຈົ້າ​ທີ່​ຍຸຕິທຳ​ແລະ​ເປັນ​ຜູ້​ຊ່ວຍ​ໃຫ້​ລອດ.+ ບໍ່​ມີ​ພະເຈົ້າ​ອື່ນ​ນອກ​ຈາກ​ເຮົາ.+ 22  ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ ໃຫ້​ມາ​ຫາ​ເຮົາ​ແລະ​ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ລອດ+ຍ້ອນ​ວ່າ​ເຮົາ​ເປັນ​ພະເຈົ້າ ແລະ​ບໍ່​ມີ​ພະເຈົ້າ​ອື່ນ​ນອກ​ຈາກ​ເຮົາ.+ 23  ເຮົາ​ໄດ້​ສາບານ​ດ້ວຍ​ຊື່​ຂອງ​ເຮົາ.ຄຳເວົ້າ​ທີ່​ອອກ​ຈາກ​ປາກ​ຂອງ​ເຮົາ​ເປັນ​ຄວາມຈິງແລະ​ເຮົາ​ຈະ​ບໍ່​ມີ​ທາງ​ປີ້ນ​ຄວາມ.+ ທຸກ​ຄົນ​ຈະ​ມາ​ຄູ້​ເຂົ່າ​ລົງ​ຕໍ່​ໜ້າ​ເຮົາແລະ​ສາບານ​ວ່າ​ຈະ​ສັດຊື່​ຕໍ່​ເຮົາ.+ 24  ເຂົາເຈົ້າ​ເວົ້າ​ວ່າ ‘ພະ​ເຢໂຫວາ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ​ແລະ​ເພິ່ນ​ມີ​ລິດເດດ​ຫຼາຍ. ທຸກ​ຄົນ​ທີ່​ໃຈຮ້າຍ​ໃຫ້​ເພິ່ນ​ຈະ​ຕ້ອງ​ມາ​ຫາ​ເພິ່ນ​ດ້ວຍ​ຄວາມ​ອັບອາຍ. 25  ພວກ​ລູກ​ຫຼານ​ຂອງ​ອິດສະຣາເອນ​ຈະ​ເຫັນ​ວ່າ​ເຂົາເຈົ້າ​ເຮັດ​ຖືກ​ແລ້ວ​ທີ່​ຮັບໃຊ້​ພະ​ເຢໂຫວາ+ແລະ​ເຂົາເຈົ້າ​ຈະ​ອວດ​ໃນ​ສິ່ງ​ທີ່​ເພິ່ນ​ໄດ້​ເຮັດ​ເພື່ອ​ເຂົາເຈົ້າ.’”

ຂໍຄວາມໄຂເງື່ອນ

ຫຼື “ຖຽງ”
ຫຼື “ປັ້ນ”
ຫຼື​ອາດ​ແປ​ວ່າ “ຫຼື​ດິນ​ດາກ​ຈະ​ເວົ້າ​ບໍ​ວ່າ ‘ໝໍ້​ທີ່​ເຈົ້າ​ປັ້ນ​ບໍ່​ມີ​ຫູ​ຈັບ’?”
ແປ​ຕາມ​ໂຕ​ວ່າ “ກອງທັບ​ທີ່​ຢູ່​ໃນ​ທ້ອງຟ້າ”
ຫຼື​ອາດ​ແປ​ວ່າ “ພວກ​ພໍ່​ຄ້າ”
ຫຼື​ອາດ​ແປ​ວ່າ “ພວກ​ກຳມະກອນ”
ຫຼື​ອາດ​ແປ​ວ່າ “ສ້າງ​ໄວ້​ໃຫ້​ຫວ່າງ​ເປົ່າ”