ເອຊາຢາ 47:1-15

  • ເມືອງ​ບາບີໂລນ​ຖືກ​ທຳລາຍ (1-​15)

    • ພວກ​ທີ່​ທຳ​ນາຍ​ໂດຍ​ເບິ່ງ​ດວງ​ດາວ​ຖືກ​ເປີດໂປງ (13-​15)

47  ລູກສາວ​ຂອງ​ບາບີໂລນ​ທີ່​ເປັນ​ສາວ​ບໍລິສຸດໃຫ້​ລົງ​ມາ​ນັ່ງ​ຢູ່​ດິນ.+ ລູກສາວ​ຂອງ​ພວກ​ການເດອາໃຫ້​ລົງ​ມາ​ນັ່ງ​ຢູ່​ພື້ນ​ທີ່​ບໍ່​ມີ​ບັນລັງ+ຍ້ອນ​ຈະ​ບໍ່​ມີ​ໃຜ​ເອົາ​ໃຈ​ເຈົ້າ​ແລະ​ເອີ້ນ​ເຈົ້າ​ວ່າ​ເຈົ້າ​ຍິງ​ອີກ​ຕໍ່ໄປ.   ໃຫ້​ເອົາ​ຫີນໂມ້​ມາ​ບົດ​ແປ້ງ ເອົາ​ຜ້າປົກໜ້າ​ອອກ ຈ້ອນ​ກະໂປ່ງ​ຂຶ້ນ​ໃຫ້​ເຫັນ​ຂາ ແລະ​ຍ່າງ​ຂ້າມ​ແມ່ນ້ຳ.   ຄົນ​ຈະ​ເຫັນ​ເຈົ້າ​ປະໂປ້ ແລະ​ເຈົ້າ​ຈະ​ຕ້ອງ​ອັບອາຍ. ເຮົາ​ຈະ​ແກ້ແຄ້ນ​ເຈົ້າ+​ແລະ​ຈະ​ບໍ່​ມີ​ໃຜ​ມາ​ຂວາງ​ທາງ​ເຮົາ​ໄດ້.*   “ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ​ແມ່ນ​ຊື່​ຂອງ​ເພິ່ນ.ເພິ່ນ​ເປັນ​ຜູ້ໄຖ່​ພວກ​ເຮົາ​ຄືນ​ມາ.ເພິ່ນ​ເປັນ​ພະເຈົ້າ​ອົງ​ບໍລິສຸດ​ຂອງ​ອິດສະຣາເອນ.”+   ລູກສາວ​ຂອງ​ພວກ​ການເດອາໃຫ້​ໄປ​ນັ່ງ​ມິດ​ໆ​ຢູ່​ບ່ອນ​ທີ່​ມືດ​ໆ​.+ຈະ​ບໍ່​ມີ​ໃຜ​ເອີ້ນ​ເຈົ້າ​ວ່າ​ລາຊີນີ*​ຂອງ​ຊາດ​ຕ່າງ​ໆ​ອີກ​ຕໍ່ໄປ.+   ເຮົາ​ໃຈຮ້າຍ​ໃຫ້​ປະຊາຊົນ​ຂອງ​ເຮົາ​ຫຼາຍ.+ ເຮົາ​ຍອມ​ໃຫ້​ປະຊາຊົນ​ຂອງ​ເຮົາ​ເສຍກຽດ​ແລະ​ເສຍຊື່ສຽງ+ແລະ​ຍອມ​ໃຫ້​ເຈົ້າ​ຈັບ​ເຂົາເຈົ້າ​ໄປ.+ ແຕ່​ເຈົ້າ​ບໍ່​ໄດ້​ອີ່ຕົນ​ເຂົາເຈົ້າ.+ ແມ່ນ​ແຕ່​ຜູ້ເຖົ້າ ເຈົ້າ​ກໍ​ໃຫ້​ແບກແອກທີ່​ໜັກ​ໆ​.+   ເຈົ້າ​ເຄີຍ​ເວົ້າ​ວ່າ: “ຂ້ອຍ​ຈະ​ເປັນ​ລາຊີນີ​ຕະຫຼອດໄປ.”+ ເຈົ້າ​ບໍ່​ໄດ້​ສຳນຶກ​ເລີຍ​ວ່າ​ໂຕເອງ​ກຳລັງ​ເຮັດ​ຫຍັງແລະ​ບໍ່​ໄດ້​ຄິດເຖິງ​ຜົນ​ທີ່​ຈະ​ເກີດຂຶ້ນ​ຊ້ຳ.   ເຈົ້າ​ທີ່​ເປັນ​ຜູ້ຍິງມັກ​ຫຼິ້ນ​ມັກ​ກິນ+ທີ່​ຄິດ​ວ່າ​ໂຕເອງ​ນັ່ງ​ຢູ່​ບ່ອນ​ທີ່​ປອດໄພ​ແລະ​ຄິດ​ໃນ​ໃຈ​ວ່າ: “ຂ້ອຍ​ໃຫຍ່​ສຸດ ບໍ່​ມີ​ໃຜ​ໃຫຍ່​ກວ່າ​ຂ້ອຍ​ອີກ​ແລ້ວ.+ ຂ້ອຍ​ຈະ​ບໍ່​ມີ​ທາງ​ເປັນ​ແມ່ໝ້າຍ ແລະ​ຈະ​ບໍ່​ມີ​ທາງ​ໄດ້​ໂສກເສົ້າ​ຍ້ອນ​ລູກ​ຕາຍ​ປະ.”+   ຕອນນີ້​ໃຫ້​ເຈົ້າ​ຟັງ​ສິ່ງ​ທີ່​ເຮົາ​ເວົ້າ. ເຈົ້າ​ຈະ​ເປັນ​ໝ້າຍ​ແລະ​ລູກ​ເຈົ້າ​ຈະ​ຕາຍ​ປະ. ສອງ​ເລື່ອງ​ນີ້​ຈະ​ເກີດ​ຂຶ້ນ​ກັບ​ເຈົ້າ​ແບບ​ກະທັນຫັນ​ພາຍ​ໃນ​ມື້ດຽວ.+ ສິ່ງ​ທີ່​ເຈັບປວດ​ທັງໝົດ​ນີ້​ຈະ​ເກີດ​ຂຶ້ນ​ກັບ​ເຈົ້າ+ຍ້ອນ*​ເຈົ້າ​ຫຼິ້ນມົນ​ແລະ​ຄາຖາ​ອາຄົມ​ຫຼາຍ​ຢ່າງ.+ 10  ເຈົ້າ​ເຮັດ​ຊົ່ວ ແຕ່​ບໍ່​ໄດ້​ຄິດ​ວ່າ​ແນວ​ຊົ່ວ​ຈະ​ເກີດຂຶ້ນ​ກັບ​ໂຕເອງ. ເຈົ້າ​ຈຶ່ງ​ເວົ້າ​ວ່າ: “ບໍ່​ມີ​ໃຜ​ເຫັນ​ດອກ​ວ່າ​ຂ້ອຍ​ເຮັດ​ຫຍັງ.” ຄວາມ​ຮູ້​ແລະ​ສະຕິປັນຍາ​ຂອງ​ເຈົ້າ​ພາ​ເຈົ້າ​ໄປ​ຜິດ​ທາງແລະ​ເຈົ້າ​ຄິດໃນໃຈ​ວ່າ: “ຂ້ອຍ​ໃຫຍ່​ສຸດ ບໍ່​ມີ​ໃຜ​ໃຫຍ່​ກວ່າ​ຂ້ອຍ​ອີກ​ແລ້ວ.” 11  ແຕ່​ຄວາມ​ຈິບຫາຍ​ຈະ​ເກີດຂຶ້ນ​ກັບ​ເຈົ້າແລະ​ບໍ່​ມີ​ຄາຖາອາຄົມ​ອັນ​ໃດ​ຂອງ​ເຈົ້າ​ຈະ​ຢຸດ​ມັນ​ໄດ້. ເຈົ້າ​ຈະ​ເຈິ​ຄວາມ​ລຳບາກ​ທີ່​ບໍ່​ມີ​ທາງ​ຫຼີກລ່ຽງ​ໄດ້. ຄວາມ​ຈິບຫາຍ​ທີ່​ເຈົ້າ​ບໍ່​ເຄີຍ​ເຈິ​ຈະ​ເກີດຂຶ້ນ​ກັບ​ເຈົ້າ​ແບບ​ກະທັນຫັນ.+ 12  ມົນ​ກັບ​ຄາຖາອາຄົມ​ຫຼາຍ​ຢ່າງ+​ທີ່​ເຈົ້າ​ຫຼິ້ນ​ຕັ້ງແຕ່​ຕອນ​ເປັນ​ສາວເອົາ​ອອກ​ມາ​ໃຊ້​ແມ້. ບາງເທື່ອ​ມັນ​ອາດຈະ​ຊ່ວຍ​ເຈົ້າ​ໄດ້ແລະ​ບາງເທື່ອ​ມັນ​ອາດຈະ​ເຮັດ​ໃຫ້​ຄົນ​ຢ້ານ​ກະ​ໄດ້. 13  ພວກ​ທີ່​ປຶກສາ​ຫຼາຍ​ຄົນ​ທີ່​ເຈົ້າ​ຊອກຫາ​ຈົນ​ເມື່ອຍ ໃຫ້​ເຂົາເຈົ້າ​ອອກ​ມາ​ຊ່ວຍ​ເຈົ້າ​ໃຫ້​ລອດ​ແມ້.ພວກ​ທີ່​ນະມັດສະການ​ສິ່ງ​ຕ່າງ​ໆ​ທີ່​ຢູ່​ໃນ​ທ້ອງຟ້າ*​ກັບ​ພວກ​ທີ່​ທຳນາຍ​ໂດຍ​ເບິ່ງ​ດວງດາວ+ແລະ​ພວກ​ທີ່​ທຳນາຍ​ໃນ​ມື້​ເດືອນອອກໃໝ່ກ່ຽວກັບ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ກັບ​ເຈົ້າ ໃຫ້​ເຂົາເຈົ້າ​ມາ​ຊ່ວຍ​ເຈົ້າ​ຄືກັນ​ແມ້. 14  ເຂົາເຈົ້າ​ຈະ​ເປັນ​ຄື​ກັບ​ເຟືອງ ແລະ​ຈະ​ຖືກ​ໄຟ​ຈູດ. ເຂົາເຈົ້າ​ຊ່ວຍ​ໂຕເອງ​ໃຫ້​ລອດ​ຈາກ​ແປວໄຟ​ທີ່​ລຸກ​ແຮງ​ໆ​ກໍ​ບໍ່​ໄດ້. ໄຟ​ນີ້​ບໍ່​ແມ່ນ​ຖ່ານ​ທີ່​ຈະ​ເຮັດ​ໃຫ້​ອຸ່ນແລະ​ບໍ່​ແມ່ນ​ໄຟ​ສຳລັບ​ໃຊ້​ຝີງ. 15  ພວກ​ໝໍ​ຄາຖາ​ອາຄົມທີ່​ເຈົ້າ​ເພິ່ງ​ຕັ້ງແຕ່​ຕອນ​ເປັນ​ສາວ​ກໍ​ຈະ​ຕ້ອງ​ເຈິ​ແບບ​ນີ້​ແຫຼະ. ເຂົາເຈົ້າ​ຈະ​ແຕກຊະ​ແຕກຊາຍ​ໄປ​ທາງ​ໃຜ​ທາງ​ມັນ ແລະ​ຈະ​ບໍ່​ມີ​ໃຜ​ຊ່ວຍ​ເຈົ້າ​ໄດ້​ເລີຍ.+

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ເຮົາ​ຈະ​ບໍ່​ອີ່ຕົນ​ໃຜ”
ຫຼື “ນາງ​ພະຍາ”
ຫຼື​ອາດ​ແປ​ວ່າ “ທັງ​ໆ​ທີ່”
ຫຼື​ອາດ​ແປ​ວ່າ “ພວກ​ທີ່​ແບ່ງ​ທ້ອງຟ້າ”