ເອຊາຢາ 49:1-26

  • ວຽກ​ທີ່​ພະ​ເຢໂຫວາ​ໃຫ້​ຜູ້​ຮັບໃຊ້​ຂອງ​ເພິ່ນ​ເຮັດ (1-​12)

    • ແສງ​ສະຫວ່າງ​ຂອງ​ຊາດ​ຕ່າງໆ (6)

  • ອິດສະຣາເອນ​ໄດ້​ຮັບ​ການ​ປອບ​ໂຍນ (13-​26)

49  ເກາະ​ຕ່າງ​ໆ​ ໃຫ້​ຟັງ​ຂ້ອຍ.ຊາດ​ຕ່າງ​ໆ​ທີ່​ຢູ່​ໄກ​ໆ​ ໃຫ້​ຟັງ​ເດີ້.+ ຕັ້ງ​ແຕ່​ຂ້ອຍ​ຍັງ​ບໍ່​ໄດ້​ເກີດ ພະ​ເຢໂຫວາ​ໄດ້​ເອີ້ນ​ຂ້ອຍ.+ ຕັ້ງ​ແຕ່​ຂ້ອຍ​ຍັງ​ຢູ່​ໃນ​ທ້ອງ​ແມ່ ເພິ່ນ​ໄດ້​ເວົ້າ​ເຖິງ​ຊື່​ຂ້ອຍ.   ເພິ່ນ​ເຮັດ​ໃຫ້​ລີ້ນ*​ຂ້ອຍ​ຄົມ​ຄື​ດາບ.ເພິ່ນ​ເອົາ​ມື​ປົກປ້ອງ​ຂ້ອຍ​ໄວ້.+ ເພິ່ນ​ເຮັດ​ໃຫ້​ຂ້ອຍ​ເປັນ​ຄື​ກັບ​ລູກ​ທະນູ​ທີ່​ຝົນ​ແລ້ວແລະ​ເພິ່ນ​ເອົາ​ຂ້ອຍ​ໄວ້​ໃນ​ບັ້ງ​ລູກ​ທະນູ​ຂອງ​ເພິ່ນ.   ເພິ່ນ​ເວົ້າ​ກັບ​ຂ້ອຍ​ວ່າ: “ອິດສະຣາເອນ ເຈົ້າ​ເປັນ​ຜູ້​ຮັບໃຊ້​ຂອງ​ເຮົາ.+ຄົນ​ຈະ​ເຫັນ​ຄວາມ​ສະຫງ່າ​ງາມ​ຂອງ​ເຮົາ​ໂດຍ​ທາງ​ເຈົ້າ.”+   ແຕ່​ຂ້ອຍ​ເວົ້າ​ວ່າ: “ຂ້ອຍ​ເຮັດ​ວຽກ​ເມື່ອຍ​ລ້າ​ໆ​. ຂ້ອຍ​ເສຍ​ແຮງ​ໄປ​ລ້າ​ໆ​ແລະ​ບໍ່​ໄດ້​ປະໂຫຍດ​ຫຍັງ. ແຕ່​ທີ່​ຈິງ​ແລ້ວ ພະ​ເຢໂຫວາ​ເປັນ​ຜູ້​ຕັດສິນ​ຂ້ອຍ*ແລະ​ເພິ່ນ​ເປັນ​ຜູ້​ໃຫ້​ລາງວັນ​ຂ້ອຍ.”+   ຕອນນີ້ ພະ​ເຢໂຫວາ​ຜູ້​ທີ່​ໃຫ້​ຂ້ອຍ​ເປັນ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ຕັ້ງແຕ່​ຍັງ​ຢູ່​ໃນ​ທ້ອງ​ແມ່ໄດ້​ບອກ​ຂ້ອຍ​ໃຫ້​ພາ​ຢາໂຄບ​ກັບ​ມາ​ຫາ​ເພິ່ນເພື່ອ​ອິດສະຣາເອນ​ຈະ​ຖືກ​ລວບລວມ​ໃຫ້​ມາ​ຢູ່​ນຳ​ເພິ່ນ.+ ພະ​ເຢໂຫວາ​ຈະ​ເບິ່ງ​ວ່າ​ຂ້ອຍ​ເປັນ​ຄົນ​ມີ​ກຽດແລະ​ເພິ່ນ​ຈະ​ເປັນ​ກຳລັງ​ຂອງ​ຂ້ອຍ.   ເພິ່ນ​ເວົ້າ​ກັບ​ຂ້ອຍ​ວ່າ: “ເຮົາ​ໃຫ້​ເຈົ້າ​ເປັນ​ຜູ້​ຮັບໃຊ້​ຂອງ​ເຮົາເປັນ​ຜູ້​ຟື້ນຟູ​ຕະກູນ​ຕ່າງ​ໆ​ຂອງ​ຢາໂຄບ​ຂຶ້ນ​ໃໝ່ແລະ​ເປັນ​ຜູ້​ພາ​ອິດສະຣາເອນ​ທີ່​ຍັງ​ເຫຼືອ​ຢູ່​ໃຫ້​ກັບຄືນມາ. ແຕ່​ເທົ່າ​ນີ້​ຍັງ​ບໍ່​ພໍ ເຮົາ​ຈະ​ໃຫ້​ເຈົ້າ​ເປັນ​ແສງ​ສະຫວ່າງ​ຂອງ​ຊາດ​ຕ່າງ​ໆ​ນຳ​ອີກ+ເພື່ອ​ການ​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ຈະ​ໄປ​ຮອດ​ສຸດ​ຂອບ​ໂລກ.”+  ພະ​ເຢໂຫວາ​ຜູ້​ທີ່​ໄຖ່​ອິດສະຣາເອນ​ຄືນ​ມາ ພະເຈົ້າ​ອົງ​ບໍລິສຸດ​ຂອງ​ອິດສະຣາເອນ+​ເວົ້າ​ກັບ​ຜູ້​ໜຶ່ງ​ທີ່​ຖືກ​ດູຖູກ+ ທີ່​ຖືກ​ຊາດ​ໜຶ່ງ​ລັງກຽດ ແລະ​ເປັນ​ຄົນ​ຮັບໃຊ້​ຂອງ​ພວກ​ຜູ້​ປົກຄອງ​ວ່າ: “ພວກ​ກະສັດ​ຈະ​ລຸກ​ຂຶ້ນ​ຍ້ອນ​ສິ່ງ​ທີ່​ເຂົາເຈົ້າ​ເຫັນແລະ​ພວກ​ເຈົ້ານາຍ​ກໍ​ຈະ​ກົ້ມ​ລົງ​ສະແດງ​ຄວາມ​ນັບຖືຍ້ອນ​ເຂົາເຈົ້າ​ນັບຖື​ພະ​ເຢໂຫວາ​ຜູ້​ທີ່​ສັດຊື່.+ເພິ່ນ​ເປັນ​ພະເຈົ້າ​ອົງ​ບໍລິສຸດ​ຂອງ​ອິດສະຣາເອນ​ແລະ​ເປັນ​ຜູ້​ທີ່​ໄດ້​ເລືອກ​ເຈົ້າ.”+   ພະ​ເຢໂຫວາ​ເວົ້າ​ວ່າ: “ໃນ​ຕອນ​ທີ່​ເຮົາ​ພໍໃຈ​ເຈົ້າ ເຮົາ​ໄດ້​ຟັງ​ແລະ​ຕອບ​ເຈົ້າ.+ໃນ​ມື້​ທີ່​ຊ່ວຍ​ໃຫ້​ລອດ ເຮົາ​ໄດ້​ຊ່ວຍ​ເຈົ້າ.+ເຮົາ​ໄດ້​ປົກປ້ອງ​ເຈົ້າ​ຕະຫຼອດ​ເພື່ອ​ເຈົ້າ​ຈະ​ເປັນ​ແນວ​ຄ້ຳ​ປະກັນ*​ລະຫວ່າງ​ເຮົາ​ກັບ​ທຸກ​ຄົນ+ເພື່ອ​ໃຫ້​ເຈົ້າ​ຟື້ນຟູ​ແຜ່ນດິນເພື່ອ​ໃຫ້​ເຈົ້າ​ຊ່ວຍ​ປະຊາຊົນ​ໃຫ້​ໄດ້​ຮັບ​ມູນ​ມໍລະດົກ​ທີ່​ຖືກ​ປະຖິ້ມ​ໄວ້+   ເພື່ອ​ເວົ້າ​ກັບ​ພວກ​ນັກໂທດ​ທີ່​ຢູ່​ໃນ​ຄຸກ​ວ່າ ‘ອອກ​ມາ​ໂລດ!’+ ແລະ​ເພື່ອ​ເວົ້າ​ກັບ​ຄົນ​ທີ່​ຢູ່​ບ່ອນ​ມືດ​ໆ​+​ວ່າ ‘ອອກ​ມາ​ໃຫ້​ຄົນອື່ນ​ເຫັນ​ແມ້!’ ເຂົາເຈົ້າ​ຈະ​ເປັນ​ຄື​ກັບ​ແກະ​ທີ່​ກິນ​ຫຍ້າ​ຢູ່​ຕາມ​ຫົນ​ທາງ.ຫົນ​ທາງ​ທີ່​ມີ​ຄົນ​ທຽວ​ໄປ​ທຽວ​ມາ*​ຈະ​ເປັນ​ຄື​ກັບ​ທົ່ງ​ຫຍ້າ​ສຳລັບ​ເຂົາເຈົ້າ. 10  ເຂົາເຈົ້າ​ຈະ​ບໍ່​ຫິວ​ເຂົ້າ​ບໍ່​ຫິວ​ນ້ຳ.+ຄວາມ​ຮ້ອນ​ແລະ​ແສງ​ແດດ​ຈະ​ບໍ່​ໄໝ້​ເຂົາເຈົ້າ.+ ຍ້ອນ​ພະເຈົ້າ​ຜູ້​ທີ່​ອີ່ຕົນ​ເຂົາເຈົ້າ​ຈະ​ນຳ​ໜ້າ​ເຂົາເຈົ້າ+ແລະ​ເພິ່ນ​ຈະ​ພາ​ເຂົາເຈົ້າ​ໄປ​ບ່ອນ​ທີ່​ມີ​ນ້ຳ​ອອກ​ບໍ່.+ 11  ເຮົາ​ຈະ​ເຮັດ​ໃຫ້​ພູ​ທັງ​ໝົດ​ຂອງ​ເຮົາ​ເປັນ​ຫົນ​ທາງ.ເຮົາ​ຈະ​ເຮັດ​ໃຫ້​ເສັ້ນ​ທາງ​ຫຼັກ​ຂອງ​ເຮົາ​ພຽງ​ແລະ​ຍົກ​ມັນ​ໃຫ້​ສູງ​ຂຶ້ນ.+ 12  ເບິ່ງ​ແມ້! ມີ​ຄົນ​ກຳລັງ​ມາ​ຈາກ​ບ່ອນ​ທີ່​ໄກ​ໆ​.+ບາງ​ຄົນ​ມາ​ຈາກ​ທິດເໜືອ ບາງ​ຄົນ​ມາ​ຈາກ​ທິດ​ຕາເວັນຕົກແລະ​ຄົນອື່ນ​ໆ​ກໍ​ມາ​ຈາກ​ແຜ່ນດິນ​ສີນີມ.”+ 13  ໃຫ້​ທ້ອງຟ້າ​ຮ້ອງ​ດ້ວຍ​ຄວາມ​ດີໃຈ ແລະ​ໃຫ້​ແຜ່ນດິນ​ເບີກບານ​ມ່ວນຊື່ນ.+ ໃຫ້​ພູ​ຕ່າງ​ໆ​ຮ້ອງ​ຢ່າງ​ມີ​ຄວາມ​ສຸກ.+ ຍ້ອນ​ພະ​ເຢໂຫວາ​ໄດ້​ປອບໂຍນ​ປະຊາຊົນ​ຂອງ​ເພິ່ນ​ແລ້ວ+ແລະ​ເພິ່ນ​ໄດ້​ອີ່ຕົນ​ປະຊາຊົນ​ຂອງ​ເພິ່ນ​ທີ່​ທຸກຍາກ​ລຳບາກ​ຫຼາຍ.+ 14  ແຕ່​ຊີໂອນ​ເວົ້າ​ຕະຫຼອດ​ວ່າ: “ພະ​ເຢໂຫວາ​ປະຖິ້ມ​ຂ້ອຍ​ແລ້ວ.+ ພະ​ເຢໂຫວາ​ລືມ​ຂ້ອຍ​ແລ້ວ.”+ 15  ແມ່​ຈະ​ລືມ​ລູກ​ທີ່​ຍັງ​ກິນ​ນົມ​ຢູ່​ບໍແລະ​ຈະ​ບໍ່​ອີ່ຕົນ​ລູກ​ທີ່​ລາວ​ເກີດ​ອອກ​ມາ​ບໍ? ເຖິງ​ວ່າ​ແມ່​ຈະ​ລືມ​ລູກ​ໄດ້ ແຕ່​ເຮົາ​ຈະ​ບໍ່​ມີ​ທາງ​ລືມ​ເຈົ້າ.+ 16  ເບິ່ງ​ແມ້! ເຮົາ​ໄດ້​ຂຽນ​ຊື່​ຂອງ​ເຈົ້າ​ໄວ້​ຢູ່​ຝາມື​ຂອງ​ເຮົາ. ກຳແພງ​ເມືອງ​ຂອງ​ເຈົ້າ​ຢູ່​ຕໍ່​ໜ້າ​ເຮົາ​ສະເໝີ. 17  ພວກ​ລູກ​ຊາຍ​ຂອງ​ເຈົ້າ​ໄດ້​ພາກັນ​ກັບ​ມາ​ໄວ​ໆ​ ແລະ​ຄົນ​ທີ່​ທຳລາຍ​ເຈົ້າ​ກໍ​ຈະ​ໜີ​ໄປ​ຈາກ​ເຈົ້າ. 18  ໃຫ້​ເງີຍ​ໜ້າ​ຂຶ້ນ​ແລະ​ແນມ​ເບິ່ງ​ອ້ອມ​ຂ້າງ​ເຈົ້າ​ແມ້. ເຂົາເຈົ້າ​ທັງ​ໝົດ​ມາ​ລວມ​ກັນ​ແລ້ວ+ ແລະ​ກຳລັງ​ມາ​ຫາ​ເຈົ້າ. ພະ​ເຢໂຫວາ​ບອກ​ວ່າ: “ຕາບ​ໃດ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່ເຈົ້າ​ຈະ​ເອົາ​ເຂົາເຈົ້າ​ມາ​ໃສ່​ເປັນ​ເຄື່ອງ​ປະດັບແລະ​ເຈົ້າ​ຈະ​ໃສ່​ເຂົາເຈົ້າ​ຄື​ກັບ​ເຈົ້າ​ສາວ​ໃສ່​ສາຍ​ຄໍ. 19  ເຖິງ​ວ່າ​ບ່ອນ​ຢູ່​ຂອງ​ເຈົ້າ​ຖືກ​ທຳລາຍ​ແລະ​ຖືກ​ປະຖິ້ມ​ໄວ້​ໃຫ້​ຮ້າງ​ເປົ່າ ແລະ​ແຜ່ນດິນ​ຂອງ​ເຈົ້າ​ເຫຼືອ​ແຕ່​ຊາກ​ຫັກ​ພັງ+ແຕ່​ຕອນ​ນີ້ ມັນ​ຈະ​ແຄບ​ໂພດ​ສຳລັບ​ຄົນ​ທີ່​ຢູ່​ຫັ້ນ+ແລະ​ພວກ​ທີ່​ທຳລາຍ​ເຈົ້າ+​ກໍ​ຈະ​ຢູ່​ໄກ​ໆ​.+ 20  ຫຼັງ​ຈາກ​ທີ່​ລູກ​ເຈົ້າ​ຕາຍ​ແລ້ວ ພວກ​ລູກ​ທີ່​ເກີດ​ມາ​ນຳ​ຫຼັງ​ຈະ​ເວົ້າ​ວ່າ‘ບ່ອນ​ນີ້​ແຄບ​ໂພດ​ສຳລັບ​ພວກ​ລູກ. ຈັດ​ບ່ອນ​ຢູ່​ກວ້າງ​ໆ​ໃຫ້​ພວກ​ລູກ​ແດ່.’+ 21  ເຈົ້າ​ຈະ​ຄິດ​ໃນ​ໃຈ​ວ່າ‘ເອົາ​ລູກ​ໃຜ​ມາ​ໃຫ້​ຂ້ອຍ?ລູກ​ຂ້ອຍ​ກໍ​ຕາຍ​ແລ້ວ ແລະ​ຂ້ອຍ​ກໍ​ມີ​ລູກ​ບໍ່​ໄດ້​ອີກ​ແລ້ວ.ຂ້ອຍ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ແລະ​ກໍ​ເປັນ​ນັກໂທດ. ໃຜ​ລ້ຽງ​ເດັກນ້ອຍ​ເຫຼົ່ານີ້?+ ຂ້ອຍ​ຖືກ​ຖິ້ມ​ໃຫ້​ຢູ່​ຜູ້​ດຽວ​ຕົ໋ວ.+ຄັນຊັ້ນ ເດັກນ້ອຍ​ເຫຼົ່ານີ້​ມາ​ແຕ່​ໃສ?’”+ 22  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ: “ເຮົາ​ຈະ​ຍົກ​ມື​ຂຶ້ນ​ໃຫ້​ຊາດ​ຕ່າງ​ໆ​ເຫັນແລະ​ຈະ​ຍົກທຸງ*​ໃຫ້​ເຂົາເຈົ້າ​ເຫັນ​ຄື​ກັນ.+ ເຂົາເຈົ້າ​ຈະ​ອູ້ມ​ພວກ​ລູກ​ຊາຍ​ຂອງ​ເຈົ້າ​ມາແລະ​ຈະ​ໃຫ້​ພວກ​ລູກສາວ​ຂອງ​ເຈົ້າ​ຂີ່​ຄໍ​ມາ.+ 23  ພວກ​ກະສັດ​ຈະ​ຮັບໃຊ້​ເຈົ້າ+ແລະ​ພວກ​ລູກສາວ​ຂອງ​ເຂົາເຈົ້າ​ຈະ​ເບິ່ງແຍງ​ເຈົ້າ. ເຂົາເຈົ້າ​ຈະ​ໝູບ​ໜ້າ​ລົງ​ພື້ນ​ເພື່ອ​ສະແດງ​ຄວາມ​ນັບຖື​ເຈົ້າ+ແລະ​ຈະ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ເຈົ້າ.*+ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.ຜູ້​ທີ່​ເພິ່ງ​ເຮົາ​ຈະ​ບໍ່​ອັບອາຍ.”+ 24  ຄົນ​ທີ່​ຖືກ​ຄົນ​ມີ​ອຳນາດ​ຈັບ​ໄປ​ຈະ​ໜີ​ໄດ້​ບໍ?ຫຼື​ຊະເລີຍ​ທີ່​ຖືກ​ຈັບ​ໂຕ​ໄປ​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ​ບໍ? 25  ແຕ່​ພະ​ເຢໂຫວາ​ເວົ້າ​ວ່າ: “ຜູ້​ທີ່​ຖືກ​ຄົນ​ມີ​ອຳນາດ​ຈັບ​ໄປ​ຈະ​ໜີ​ໄປ​ໄດ້+ແລະ​ຜູ້​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ກໍ​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ.+ ເຮົາ​ຈະ​ຕໍ່ຕ້ານ​ຜູ້​ທີ່​ຕໍ່ຕ້ານ​ເຈົ້າ+ແລະ​ເຮົາ​ຈະ​ຊ່ວຍ​ພວກ​ລູກ​ຊາຍ​ຂອງ​ເຈົ້າ​ໃຫ້​ລອດ. 26  ເຮົາ​ຈະ​ເຮັດ​ໃຫ້​ຜູ້​ທີ່​ຂົ່ມເຫງ​ເຈົ້າ​ກິນ​ຊີ້ນ​ຂອງ​ໂຕເອງ.ເຂົາເຈົ້າ​ຈະ​ເມົາ​ເລືອດ​ຂອງ​ໂຕເອງ​ຄື​ກັບ​ເມົາ​ເຫຼົ້າແວງ​ທີ່​ຫວານ​ໆ​. ທຸກ​ຄົນ​ຈະ​ຕ້ອງ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.+ເຮົາ​ເປັນ​ຜູ້​ຊ່ວຍ​ເຈົ້າ​ໃຫ້​ລອດ+ ເປັນ​ຜູ້​ໄຖ່​ເຈົ້າ​ຄືນ​ມາ+ແລະ​ເປັນ​ພະເຈົ້າ​ຜູ້​ມີ​ລິດເດດ​ຂອງ​ຢາໂຄບ.”+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ປາກ”
ຫຼື “ພະ​ເຢໂຫວາ​ຈະ​ໃຫ້​ຄວາມ​ຍຸຕິທຳ​ກັບ​ຂ້ອຍ”
ແປ​ຕາມ​ໂຕ​ວ່າ “ສັນຍາ”
ຫຼື​ອາດ​ແປ​ວ່າ “ໂນນ​ພູ​ຫົວ​ໂລ້ນ”
ຫຼື “ເສົາ​ໃຫ້​ສັນຍານ”
ແປ​ຕາມ​ໂຕ​ວ່າ “ເລຍ​ຂີ້ຝຸ່ນ​ຢູ່​ຕີນ​ເຈົ້າ”