ເອຊາຢາ 5:1-30

  • ເພງ​ກ່ຽວກັບ​ສວນ​ໝາກ​ລະແຊັງ​ຂອງ​ພະ​ເຢໂຫວາ (1-​7)

  • ສວນ​ໝາກ​ລະແຊັງ​ຂອງ​ພະ​ເຢໂຫວາ​ຈະ​ຕ້ອງ​ຈິບຫາຍ (8-​24)

  • ພະເຈົ້າ​ໃຈຮ້າຍ​ໃຫ້​ປະຊາຊົນ​ຂອງ​ເພິ່ນ (25-​30)

5  ຂ້ອຍ​ຈະ​ຮ້ອງ​ເພງ​ໃຫ້​ຄົນ​ທີ່​ຂ້ອຍ​ຮັກ​ຟັງ.ເພງ​ນີ້​ກ່ຽວກັບ​ຜູ້​ທີ່​ຂ້ອຍ​ຮັກ​ແລະ​ສວນ​ໝາກ​ລະແຊັງ​ຂອງ​ລາວ.+ ລາວ​ມີ​ສວນ​ໝາກ​ລະແຊັງ​ຢູ່​ໂນນພູ​ທີ່​ເປັນ​ດິນ​ດີ​ດິນ​ງາມ.   ລາວ​ຊ່າວ​ດິນ​ແລະ​ເກັບ​ກ້ອນຫີນ​ຖິ້ມ. ລາວ​ປູກ​ໝາກ​ລະແຊັງ​ສີ​ແດງ​ພັນ​ທີ່​ດີ​ໆ​ໃສ່.ລາວ​ສ້າງ​ຫໍຄອຍ​ໄວ້​ກາງ​ສວນແລະ​ເອົາ​ຫີນ​ມາ​ເຮັດ​ອ່າງ​ຢຽບ​ໝາກ​ລະແຊັງ​ຢູ່​ໃນ​ສວນ​ນັ້ນ.+ ລາວ​ຫວັງ​ຕະຫຼອດ​ວ່າ​ມັນ​ຈະ​ເກີດ​ໝາກ​ລະແຊັງ​ພັນ​ທີ່​ດີ​ໆ​ແຕ່​ມັນ​ພັດ​ເກີດ​ເປັນ​ພັນ​ທີ່​ບໍ່​ດີຄື​ກັບ​ໝາກ​ລະແຊັງ​ປ່າ.+   ລາວ​ຈຶ່ງ​ເວົ້າ​ວ່າ: “ຄົນ​ໃນ​ຢູດາ​ແລະ​ຄົນ​ໃນ​ເຢຣູຊາເລັມ​ເອີ້ຍ!ຂໍ​ໃຫ້​ພວກ​ເຈົ້າ​ຕັດສິນ​ເລື່ອງ​ລະຫວ່າງ​ເຮົາ​ກັບ​ສວນ​ໝາກ​ລະແຊັງ​ຂອງ​ເຮົາ​ໃຫ້​ແດ່.+   ເຮົາ​ເຮັດ​ທຸກ​ຢ່າງ​ແລ້ວ​ກັບ​ສວນ​ໝາກ​ລະແຊັງ​ຂອງ​ເຮົາມີ​ຫຍັງ​ອີກ​ບໍ​ທີ່​ເຮົາ​ຍັງ​ບໍ່​ໄດ້​ເຮັດ?+ ເປັນ​ຫຍັງ​ສວນ​ນີ້​ຈຶ່ງ​ບໍ່​ເກີດ​ໝາກ​ລະແຊັງ​ທີ່​ດີ?ມັນ​ຄື​ເກີດ​ເປັນ​ໝາກ​ລະແຊັງ​ປ່າ?   ເຮົາ​ຈະ​ບອກ​ພວກ​ເຈົ້າ​ໃຫ້​ຮູ້​ວ່າເຮົາ​ຈະ​ເຮັດ​ຫຍັງ​ກັບ​ສວນ​ນີ້. ເຮົາ​ຈະ​ຫຼົກ​ຮົ້ວທີ່​ເປັນ​ຕົ້ນໄມ້​ອອກແລະ​ຈູດ​ສວນ​ນີ້​ຖິ້ມ.+ ເຮົາ​ຈະ​ທຸບ​ກຳແພງ​ຫີນ​ທີ່​ອ້ອມ​ສວນ​ນີ້ແລະ​ຢຽບ​ມັນ​ໃຫ້​ມຸ່ນ.   ເຮົາ​ຈະ​ເຮັດ​ໃຫ້​ສວນ​ນີ້​ຮ້າງ​ເປົ່າ+ຈະ​ບໍ່​ມີ​ໃຜ​ພູນດິນ​ແລະ​ຕັດ​ກິ່ງ​ໃຫ້​ມັນ ຈະ​ມີ​ຫຍ້າ​ກັບ​ຕົ້ນ​ໜາມ​ຂຶ້ນ​ເຕັມ+ແລະ​ເຮົາ​ຈະ​ສັ່ງ​ຂີ້ເຝື້ອ​ວ່າ ຢ່າ​ໃຫ້​ຝົນ​ຕົກ​ໃສ່ສວນ​ນີ້.+   ພວກ​ອິດສະຣາເອນເປັນ​ສວນ​ໝາກ​ລະແຊັງ​ຂອງ​ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ.+ພວກ​ຢູດາ​ເປັນ​ຕົ້ນ​ໝາກ​ລະແຊັງ​ທີ່​ເພິ່ນ​ເຄີຍ​ມັກ​ຫຼາຍ.* ເພິ່ນ​ຫວັງ​ຕະຫຼອດ​ວ່າ​ເຂົາເຈົ້າ​ຈະ​ເປັນ​ຄົນ​ຍຸຕິທຳ+ແຕ່​ເຂົາເຈົ້າ​ພັດ​ເຮັດ​ສິ່ງ​ທີ່​ບໍ່​ຍຸຕິທຳ.ເພິ່ນ​ຫວັງ​ຕະຫຼອດ​ວ່າ​ເຂົາເຈົ້າ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງແຕ່​ເພິ່ນ​ພັດ​ໄດ້​ຍິນ​ສຽງ​ຮ້ອງ​ຂອງຄົນ​ທີ່​ຖືກ​ເຂົາເຈົ້າ​ຂົ່ມເຫງ.”+   ຜູ້​ໃດ​ທີ່ຊື້​ເຮືອນ​ຫຼາຍ​ໆ​ຫຼັງ+ແລະ​ຊື້​ນາ​ຫຼາຍ​ໆ​ທົ່ງ ຈົນ​ບໍ່​ມີ​ຫຍັງ​ເຫຼືອ​ໃຫ້​ຜູ້​ອື່ນ+ຜູ້​ນັ້ນ​ຈະ​ຕ້ອງ​ຈິບຫາຍແລະ​ລາວ​ຈະ​ຕ້ອງ​ຢູ່​ໃນ​ແຜ່ນດິນ​ນັ້ນ​ຜູ້​ດຽວ.   ເຮົາໄດ້​ຍິນ​ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ​ເວົ້າ​ວ່າເຖິງ​ວ່າ​ເຮືອນ​ເຫຼົ່າ​ນັ້ນ​ຈະ​ໃຫຍ່​ແລະ​ງາມແຕ່​ກໍ​ຈະ​ບໍ່​ມີ​ໃຜ​ຢູ່.ມັນ​ຈະ​ເປັນ​ເຮືອນ​ຮ້າງ​ແລະ​ເປັນ​ຕາຢ້ານ.+ 10  ສວນ​ໝາກ​ລະແຊັງ​ທີ່ໃຫຍ່​ໆ​*​ຈະ​ໄດ້​ເຫຼົ້າແວງ​ແຕ່ 1 ບັດ*ແລະ​ເຂົ້າວີດ*​ທີ່​ຫວ່ານ 1 ໂຮເມີ*​ຈະ​ໄດ້​ຜົນ​ຜະລິດ​ແຕ່ 1 ເອຟາ.*+ 11  ຜູ້​ທີ່​ຕື່ນ​ແຕ່​ເຊົ້າ​ໆ​ມາ​ກິນ​ເຫຼົ້າ​ຈະ​ຕ້ອງ​ຈິບຫາຍ.+ເຂົາເຈົ້າ​ບໍ່​ເຮັດຫຍັງ ມີ​ແຕ່​ນັ່ງ​ກິນ​ເຫຼົ້າແວງ​ຈົນ​ຮອດ​ຄ່ຳ. 12  ເຂົາເຈົ້າ​ໄດ້​ກຽມ​ພິນ ເຄື່ອງ​ດົນຕີ​ທີ່​ມີ​ສາຍກອງ​ແທມບູຣິນ* ຂຸ່ຍ ແລະ​ເຫຼົ້າແວງ​ຢູ່​ງານ​ລ້ຽງ​ຂອງ​ເຂົາເຈົ້າ.ແຕ່​ເຂົາເຈົ້າ​ບໍ່​ຄິດ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ໄດ້​ເຮັດແລະ​ບໍ່​ສົນໃຈ​ຜົນ​ງານ​ຂອງ​ເພິ່ນ. 13  ປະຊາຊົນ​ຂອງ​ເຮົາ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍຍ້ອນ​ເຂົາເຈົ້າບໍ່​ຮູ້ຈັກ​ເຮົາ.+ຄົນ​ທີ່​ມີ​ຕຳແໜ່ງ​ສູງ​ຈະ​ອຶດຢາກ+ແລະ​ທຸກ​ຄົນ​ຈະ​ຫິວນ້ຳ​ແຮງ. 14  ບ່ອນ​ຝັງສົບ*​ຈະ​ໃຫຍ່​ຂຶ້ນແລະ​ມັນ​ຈະ​ອ້າ​ປາກ​ກວ້າງ​ແທ້​ກວ້າງ​ວ່າ.+ພວກ​ເຈົ້ານາຍ​ໃນ​ເມືອງ​ເຢຣູຊາເລັມ​ແລະ​ພວກ​ປະຊາຊົນ​ທີ່​ມັກ​ຊຸມແຊວຈະ​ຕ້ອງ​ລົງ​ໄປ​ໃນ​ບ່ອນ​ຝັງສົບ​ນັ້ນ​ແນ່ນອນ. 15  ມະນຸດ​ຈະ​ໝູບໜ້າ​ລົງ.ເຂົາເຈົ້າ​ຈະ​ຖືກ​ກົດ​ໃຫ້​ຕ່ຳລົງແລະ​ຄົນ​ທີ່​ຍິ່ງ​ຈອງຫອງ​ກໍ​ຈະ​ຖືກ​ກົດ​ໃຫ້​ຕ່ຳລົງ​ຄືກັນ. 16  ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ​ຈະ​ຖືກ​ຍົກ​ໃຫ້​ສູງ​ຂຶ້ນ​ຍ້ອນ​ຄວາມ​ຍຸຕິທຳ​ຂອງ​ເພິ່ນ.ພະເຈົ້າ​ທ່ຽງແທ້​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ+​ເພື່ອ​ສະແດງ​ວ່າເພິ່ນ​ບໍລິສຸດ.+ 17  ແກະ​ນ້ອຍ​ຈະ​ໄປ​ກິນ​ຫຍ້າ​ຢູ່​ເມືອງ​ທີ່​ຮ້າງ​ເປົ່າ​ນັ້ນ​ຄື​ກັບ​ກິນ​ຢູ່​ທົ່ງຫຍ້າ​ຂອງ​ມັນ.ຄົນ​ຕ່າງ​ຊາດ​ຈະ​ກິນ​ຜົນລະປູກ​ທີ່​ເກີດ​ໃນ​ບ່ອນ​ທີ່ເຄີຍ​ລ້ຽງ​ສັດ​ທີ່​ຕຸ້ຍ​ພີ​ດີ​ງາມ. 18  ຄົນ​ຂີ້ຕົວະ​ຈະ​ຈິບຫາຍ. ເຂົາເຈົ້າ​ຖືກ​ມັດ​ຕິດ​ກັບ​ຄວາມ​ຜິດ​ຂອງ​ໂຕ​ເອງ​ຄື​ກັບ​ສັດ​ທີ່​ຖືກ​ມັດ​ໃສ່​ກວຽນ.ເຂົາເຈົ້າ​ໄປ​ທາງ​ໃດ​ກໍ​ຈະ​ແກ່​ຄວາມ​ຜິດ​ນັ້ນ​ໄປ​ນຳ. 19  ຄົນ​ເຫຼົ່ານີ້​ເວົ້າ​ວ່າ: “ປານ​ໃດ​ເພິ່ນ​ຊິ​ເຮັດ​ວຽກ​ຂອງ​ເພິ່ນ​ໃຫ້​ແລ້ວ?ພວກ​ເຮົາ​ຢາກ​ເຫັນ​ໃຈ​ຊິ​ຂາດ​ລະ​ນິ. ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ອົງ​ບໍລິສຸດ​ຂອງ​ອິດສະຣາເອນ​ຍັງ​ບໍ່​ເກີດ​ຂຶ້ນ​ເທື່ອ​ຫວະ!ກະ​ຟ້າວ​ເຮັດ​ໄວ​ໆ​ທະແມ້ ພວກ​ເຮົາ​ຈຶ່ງ​ຊິ​ຮູ້!”+ 20  ຜູ້​ທີ່​ເວົ້າ​ວ່າ​ດີ​ເປັນ​ຊົ່ວ ແລະ​ເວົ້າ​ວ່າ​ຊົ່ວ​ເປັນ​ດີ​ຈະ​ຈິບຫາຍ.+ຜູ້​ທີ່​ເວົ້າ​ວ່າ​ແຈ້ງ​ເປັນ​ມືດ ແລະ​ເວົ້າ​ວ່າ​ມືດ​ເປັນ​ແຈ້ງ​ກໍ​ຈະ​ຈິບຫາຍແລະ​ຜູ້​ທີ່​ເວົ້າ​ວ່າ​ຫວານ​ເປັນ​ຂົມ ແລະ​ເວົ້າ​ວ່າ​ຂົມ​ເປັນ​ຫວານ​ກໍ​ຈະ​ຈິບຫາຍ​ຄືກັນ. 21  ຜູ້​ທີ່ຄິດ​ວ່າ​ໂຕ​ເອງ​ສະຫຼາດແລະ​ຜູ້​ທີ່​ຄິດ​ວ່າ​ໂຕ​ເອງ​ສຸຂຸມ​ຮອບຄອບ​ຈະ​ຈິບຫາຍ.+ 22  ພວກ​ຄໍ​ທອງແດງແລະ​ພວກ​ທີ່​ປະສົມ​ເຫຼົ້າ​ເກັ່ງ​ໆ​ຈະ​ຈິບຫາຍ.+ 23  ຜູ້​ທີ່​ຮັບ​ສິນບົນ​ເພື່ອ​ປ່ອຍ​ຄົນ​ຊົ່ວ+ແລະ​ຜູ້​ທີ່​ບໍ່​ໃຫ້​ຄວາມ​ຍຸຕິທຳ​ຕໍ່​ຄົນ​ທີ່​ເຮັດ​ດີ​ກໍ​ຈະ​ຈິບຫາຍ​ຄືກັນ.+ 24  ເຂົາເຈົ້າ​ຈະ​ຖືກ​ທຳລາຍຄື​ກັບ​ຕໍເຟືອງ​ແລະ​ຫຍ້າ​ແຫ້ງ​ທີ່​ຖືກ​ໄຟ​ໄໝ້.ຮາກ​ຂອງ​ເຂົາເຈົ້າ​ຈະ​ເນົ່າແລະ​ດອກ​ຂອງ​ເຂົາເຈົ້າ​ຈະ​ແຕກ​ຊະ​ອອກ​ຄື​ກັບ​ຂີ້ຝຸ່ນຍ້ອນ​ເຂົາເຈົ້າ​ບໍ່​ເຮັດ​ຕາມ​ກົດໝາຍ*​ຂອງ​ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບແລະ​ບໍ່​ນັບຖື​ຄຳ​ສອນ​ຂອງ​ພະເຈົ້າ​ອົງ​ບໍລິສຸດ​ຂອງ​ອິດສະຣາເອນ.+ 25  ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ຈຶ່ງ​ໃຈຮ້າຍ​ໃຫ້​ປະຊາຊົນ​ຂອງ​ເພິ່ນແລະ​ເພິ່ນ​ຈະ​ເດ່​ມື​ອອກ​ເພື່ອ​ລົງໂທດ​ເຂົາເຈົ້າ.+ ພູ​ຈະ​ສັ່ນສະເທືອນແລະ​ສົບ​ຄົນ​ຕາຍ​ຈະ​ເປັນ​ຄື​ກັບ​ຂີ້ເຫຍື້ອ​ຢູ່​ຫົນທາງ+ ແຕ່​ເພິ່ນ​ກໍ​ຈະ​ບໍ່​ເຊົາ​ໃຈຮ້າຍ.ເພິ່ນ​ຈະ​ເດ່​ມື​ອອກ​ເພື່ອ​ລົງໂທດ​ເຂົາເຈົ້າ​ອີກ. 26  ເພິ່ນ​ປັກທຸງ*​ເພື່ອ​ໃຫ້​ຊາດ​ໜຶ່ງ​ທີ່​ຢູ່ໄກ​ໆ​ມາ.+ເພິ່ນ​ຈະ​ຜິວປາກ​ເພື່ອ​ເອີ້ນ​ເຂົາເຈົ້າ​ຈາກ​ບ່ອນ​ທີ່​ຢູ່​ໄກ​ທີ່ສຸດ​ໃນ​ໂລກ.+ເບິ່ງ​ແມ້! ເຂົາເຈົ້າ​ກຳລັງ​ມາ​ບັກໄວ​ໆ​.+ 27  ເຂົາເຈົ້າ​ບໍ່​ເມື່ອຍ​ແລະ​ບໍ່​ສະດຸດ​ຫຍັງ. ເຂົາເຈົ້າ​ບໍ່​ເຫງົານອນ. ສາຍ​ແອວ​ຂອງ​ເຂົາເຈົ້າ​ກໍ​ຮັດ​ແໜ້ນ​ໆ​ແລະ​ສາຍ​ມັດ​ເກີບ​ຂອງ​ເຂົາເຈົ້າ​ກໍ​ບໍ່​ຂາດ. 28  ລູກ​ທະນູ​ຂອງ​ເຂົາເຈົ້າ​ແຫຼມ​ທຸກ​ລູກ.ຄັນທະນູ​ຂອງ​ເຂົາເຈົ້າ​ທຸກ​ຄັນ​ກໍ​ກົ່ງ​ແລະ​ພ້ອມ​ທີ່​ຈະ​ຍິງ. ກີບຕີນ​ມ້າ​ຂອງ​ເຂົາເຈົ້າ​ແຂງ​ຄື​ກັບ​ຫີນ.*ຕີນ​ລົດຮົບ​ຂອງ​ເຂົາເຈົ້າ​ໝູນ​ໄວ​ຄື​ກັບ​ພາຍຸ.+ 29  ສຽງ​ຮ້ອງ​ຂອງ​ເຂົາເຈົ້າ​ຄື​ກັບ​ສຽງແຜດ​ຂອງ​ໂຕສິງ.ເຂົາເຈົ້າ​ແຜດສຽງ​ຄື​ກັບ​ໂຕສິງ.+ ເຂົາເຈົ້າ​ຍິ່ງ​ແຂ້ວ ແລ້ວ​ຄຸບ​ເອົາ​ເຫຍື່ອ.ເຂົາເຈົ້າ​ຄາບ​ເຫຍື່ອ​ນັ້ນ​ໄປ ແລະ​ບໍ່​ມີ​ໃຜ​ຊ່ວຍ​ເຫຍື່ອ​ນັ້ນ​ໄດ້. 30  ຫຼັງ​ຈາກ​ທີ່​ຄຸບ​ເຫຍື່ອ​ໄດ້​ແລ້ວ ເຂົາເຈົ້າ​ຈະ​ຍິ່ງ​ແຂ້ວ​ໃສ່​ເຫຍື່ອ​ອີກ.ສຽງ​ຕອນ​ທີ່​ຍິ່ງ​ແຂ້ວ​ເປັນ​ຄື​ກັບ​ສຽງ​ຄື້ນ​ໃນ​ທະເລ.+ ຜູ້​ທີ່​ແນມ​ເບິ່ງ​ແຜ່ນດິນ​ນັ້ນ​ຈະ​ເຫັນ​ແຕ່​ຄວາມ​ມືດແມ່ນ​ແຕ່​ຕາເວັນ​ກໍ​ບໍ່​ມີ​ແສງ ຍ້ອນ​ມີ​ຂີ້ເຝື້ອ​ມາ​ບັງ.+

ຂໍຄວາມໄຂເງື່ອນ

ຫຼື “ປູກ”
4 ເຮັກຕ້າ ຫຼື 25,3 ໄລ່
22 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
ເຂົ້າ​ຊະນິດ​ໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້
220 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
22 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
ກອງ​ນ້ອຍ​ທີ່​ມີ​ແສ່ງ​ຕິດ​ນຳ
ຫຼື “ຄຳ​ສອນ”
ຫຼື “ເສົາ​ໃຫ້​ສັນຍານ”
ຫີນ​ຊະນິດ​ນີ້​ແຂງ​ກວ່າ​ເຫຼັກ. ຖ້າ​ເອົາ 2 ກ້ອນ​ມາ​ຂີດ​ໃສ່​ກັນ​ມັນ​ຈະ​ເກີດ​ເປັນ​ປະ​ກາຍ​ໄຟ​ແລະ​ໃຊ້​ດັງ​ໄຟ​ໄດ້.