ເອຊາຢາ 50:1-11

  • ອິດສະຣາເອນ​ເຮັດ​ຜິດ​ຈຶ່ງ​ເຮັດ​ໃຫ້​ເກີດ​ບັນຫາ (1-​3)

  • ຜູ້​ຮັບໃຊ້​ທີ່​ເຊື່ອຟັງ​ພະ​ເຢໂຫວາ (4-​11)

    • ຖືກ​ສອນ​ໃຫ້​ຮູ້​ວ່າ​ຄວນ​ເວົ້າ​ແນວໃດ​ແລະ​ໃຫ້​ພ້ອມ​ທີ່​ຈະ​ຕັ້ງໃຈ​ຟັງ (4)

50  ພະ​ເຢໂຫວາ​ບອກ​ວ່າ: “ຕອນ​ທີ່​ເຮົາ​ໄລ່​ແມ່​ພວກ​ເຈົ້າ​ໜີ ເຮົາ​ໄດ້​ເຮັດ​ໃບ​ຢ່າ​ຮ້າງ+​ໃຫ້​ລາວ​ບໍ? ເຮົາ​ຂາຍ​ພວກ​ເຈົ້າ​ເພື່ອ​ໄຊ້​ໜີ້​ໃຫ້​ເຮົາ​ບໍ? ທີ່ຈິງ​ແລ້ວ​ພວກ​ເຈົ້າ​ຖືກ​ຂາຍ​ກໍ​ຍ້ອນ​ຄວາມ​ຜິດ​ຂອງ​ພວກ​ເຈົ້າ​ເອງ+ແລະ​ແມ່​ຂອງ​ພວກ​ເຈົ້າ​ຖືກ​ໄລ່​ໜີ​ກໍ​ຍ້ອນ​ຄວາມ​ຜິດ​ຂອງ​ພວກ​ເຈົ້າ​ຄື​ກັນ.+   ເປັນ​ຫຍັງ​ຄື​ບໍ່​ມີ​ໃຜ​ຢູ່ ຕອນ​ທີ່​ເຮົາ​ມາ? ເປັນ​ຫຍັງ​ຄື​ບໍ່​ມີ​ໃຜ​ຕອບ ຕອນ​ທີ່​ເຮົາ​ເອີ້ນ?+ ເຮົາ​ບໍ່​ມີ​ຄວາມ​ສາມາດ​ໄຖ່​ພວກ​ເຈົ້າ​ບໍ?ເຮົາ​ບໍ່​ມີ​ລິດເດດ​ຫຼາຍ​ພໍ​ທີ່​ຈະ​ຊ່ວຍ​ພວກ​ເຈົ້າ​ບໍ?+ ເມື່ອ​ເຮົາ​ສັ່ງ ນ້ຳ​ທະເລ​ກໍ​ແຫ້ງ+ແລະ​ແມ່​ນ້ຳ​ກໍ​ກາຍ​ເປັນ​ທະເລ​ຊາຍ.+ ປາ​ຢູ່​ຫັ້ນ​ກໍ​ຕາຍ​ຍ້ອນ​ບໍ່​ມີ​ນ້ຳແລະ​ມັນ​ເນົ່າ​ໝົດ.   ເຮົາ​ເອົາ​ຄວາມ​ມືດ​ມາ​ຫົ່ມ​ທ້ອງຟ້າ+ແລະ​ເອົາ​ຜ້າ​ເນື້ອ​ຫຍາບ​ມາ​ປົກ​ໄວ້.”   ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ສອນ​ຂ້ອຍ​ໃຫ້​ຮູ້​ວ່າ​ຄວນ​ເວົ້າ​ແນວ​ໃດ+ເພື່ອ​ຂ້ອຍ​ຈະ​ຮູ້​ໃຊ້​ຄຳເວົ້າ​ທີ່​ຖືກຕ້ອງ​ກັບ​ຄົນ​ທີ່​ທໍ້ໃຈ.+ ເພິ່ນ​ປຸກ​ຂ້ອຍ​ທຸກ​ໆ​ເຊົ້າ.ເພິ່ນ​ເຮັດ​ໃຫ້​ຂ້ອຍ​ພ້ອມ​ທີ່​ຈະ​ຟັງ* ຄື​ກັບ​ນັກຮຽນ​ທີ່​ຕັ້ງໃຈ​ຟັງ.+   ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ໃຫ້​ຂ້ອຍ​ມີ​ຄວາມ​ເຂົ້າ​ໃຈ.ຂ້ອຍ​ເຊື່ອຟັງ​ເພິ່ນ+ ແລະ​ບໍ່​ໄດ້​ເຮັດ​ຂັດ​ກັບ​ສິ່ງ​ທີ່​ເພິ່ນ​ສອນ.+   ຂ້ອຍ​ຍອມ​ປິ່ນ​ຫຼັງ​ເພື່ອ​ໃຫ້​ຄົນ​ເອົາ​ໄມ້​ແສ້​ຟາດ​ຂ້ອຍແລະ​ຍອມ​ປິ່ນ​ແກ້ມ​ໃຫ້​ຄົນ​ທີ່​ຈະ​ຫຼົກ​ໜວດ​ຂ້ອຍ. ຂ້ອຍ​ບໍ່​ໄດ້​ປິ່ນ​ໜ້າ​ໜີ​ຈາກ​ຄົນ​ທີ່​ດູຖູກ​ຂ້ອຍ​ແລະ​ຖົ່ມ​ນ້ຳລາຍ​ໃສ່​ຂ້ອຍ.+   ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ຈະ​ຊ່ວຍ​ຂ້ອຍ+ ຂ້ອຍ​ຈຶ່ງ​ບໍ່​ຮູ້ສຶກ​ອາຍ ແລະ​ຂ້ອຍ​ກໍ​ຕັ້ງໃຈ​ທີ່​ຈະ​ເປັນ​ຄົນ​ເຂັ້ມແຂງ*​ເພື່ອ​ຈະ​ຕ້ານ​ທານ​ເຂົາເຈົ້າ​ໄດ້.+ຂ້ອຍ​ຮູ້​ວ່າ​ຂ້ອຍ​ຈະ​ບໍ່​ຕ້ອງ​ອັບອາຍ.   ພະເຈົ້າ​ທີ່​ບອກ​ວ່າ​ຂ້ອຍ​ເປັນ​ຄົນ​ດີ​ບໍ່​ມີ​ບ່ອນ​ຕິ​ກໍ​ຢູ່​ໃກ້​ຂ້ອຍ. ໃຜ​ຈະ​ກ່າວ​ຫາ*​ຂ້ອຍ​ໄດ້?+ ໃຫ້​ພວກ​ເຮົາ​ມາ​ເຈິ​ກັນ​ໂລດ. ໃຜ​ມີ​ຄະດີ​ທີ່​ຈະ​ຟ້ອງ​ຂ້ອຍ? ໃຫ້​ລາວ​ເຂົ້າ​ມາ​ຫາ​ຂ້ອຍ​ແມ້.   ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ຈະ​ຊ່ວຍ​ຂ້ອຍ. ໃຜ​ຈະ​ເວົ້າ​ວ່າ​ຂ້ອຍ​ມີ​ຄວາມ​ຜິດ? ເຂົາເຈົ້າ​ຈະ​ເປັນ​ຄື​ກັບ​ເຄື່ອງນຸ່ງ​ທີ່​ໂດກ​ແລ້ວ ແລະ​ຖືກ​ໂຕ​ແມງ​ກິນ. 10  ໃນ​ພວກ​ເຈົ້າ​ມີ​ໃຜ​ຢ້ານຢຳ​ພະ​ເຢໂຫວາແລະ​ຟັງ​ສິ່ງ​ທີ່​ຜູ້​ຮັບໃຊ້​ຂອງ​ເພິ່ນ​ເວົ້າ​ບໍ?+ ມີ​ໃຜ​ເຄີຍ​ຍ່າງ​ຢູ່​ບ່ອນ​ມືດ​ໆ​ທີ່​ບໍ່​ມີ​ແສງ​ສະຫວ່າງ​ບໍ? ໃຫ້​ລາວ​ໄວ້​ວາງໃຈ​ໃນ​ຊື່​ຂອງ​ພະ​ເຢໂຫວາ​ແລະ​ໝັ້ນ​ໃຈ​ວ່າ​ເພິ່ນ​ຈະ​ຊ່ວຍ​ລາວ.* 11  ພະເຈົ້າ​ເວົ້າ​ວ່າ:“ພວກ​ເຈົ້າ​ທຸກ​ຄົນ​ທີ່​ດັງ​ໄຟ​ແລະ​ເຮັດ​ໃຫ້​ໝັດໄຟ​ຟົ້ງ​ອອກ​ມາໃຫ້​ພວກ​ເຈົ້າ​ຍ່າງ​ໄປ​ຕາມ​ແສງ​ໄຟ​ນັ້ນຕາມ​ໝັດໄຟ​ທີ່​ພວກ​ເຈົ້າ​ເຮັດ​ໃຫ້​ເກີດ​ຂຶ້ນ. ພວກ​ເຈົ້າ​ຈະ​ຖືກ​ເຮົາ​ລົງໂທດ​ແນວ​ນີ້. ພວກ​ເຈົ້າ​ຈະ​ຕ້ອງ​ນອນ​ລົງ​ຢ່າງ​ເຈັບ​ປວດ​ທໍລະມານ.”

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ເພິ່ນ​ປຸກ​ຫູ​ຂ້ອຍ​ໃຫ້​ຕື່ນ​ຂຶ້ນ​ມາ​ຟັງ”
ແປ​ຕາມ​ໂຕ​ວ່າ “ເຮັດ​ໃຫ້​ໜ້າ​ຂ້ອຍ​ເປັນ​ຄື​ກັບ​ຫີນ.” ຫີນ​ຊະນິດ​ນີ້​ແຂງ​ກວ່າ​ເຫຼັກ. ຖ້າ​ເອົາ 2 ກ້ອນ​ມາ​ຂີດ​ໃສ່​ກັນ​ມັນ​ຈະ​ເກີດ​ເປັນ​ປະ​ກາຍ​ໄຟ​ແລະ​ໃຊ້​ດັງ​ໄຟ​ໄດ້.
ຫຼື “ຕໍ່ສູ້”
ຫຼື “ເພິ່ງ​ເພິ່ນ”