ເອຊາຢາ 54:1-17

  • ຊີໂອນ​ທີ່​ເປັນ​ໝັນ​ໄດ້​ລູກ​ຊາຍ​ຫຼາຍ​ຄົນ (1-​17)

    • ພະ​ເຢໂຫວາ​ເປັນ​ຄື​ກັບ​ຜົວ​ຂອງ​ຊີໂອນ (5)

    • ພວກ​ລູກ​ຊາຍ​ຂອງ​ຊີໂອນ​ຈະ​ໄດ້​ຮັບ​ການ​ສອນ​ຈາກ​ພະ​ເຢໂຫວາ (13)

    • ອາວຸດ​ໃດ​ກໍ​ຕາມ​ທີ່​ສ້າງ​ຂຶ້ນ​ມາ​ເພື່ອ​ທຳ​ຮ້າຍ​ຊີໂອນ​ຈະ​ເຮັດ​ຫຍັງ​ບໍ່​ໄດ້ (17)

54  ພະ​ເຢໂຫວາ​ເວົ້າ​ວ່າ: “ເຈົ້າ​ເຊິ່ງ​ເປັນ​ຜູ້ຍິງ​ທີ່​ເປັນ​ໝັນ​ແລະ​ບໍ່​ເຄີຍ​ເກີດ​ລູກ+ ໃຫ້​ຮ້ອງ​ດ້ວຍ​ຄວາມ​ຍິນດີ. ເຈົ້າ​ທີ່​ບໍ່​ເຄີຍ​ເຈັບ​ທ້ອງ​ເກີດ​ລູກ+ ໃຫ້​ເບີກບານ​ມ່ວນ​ຊື່ນ​ແລະ​ຮ້ອງ​ດ້ວຍ​ຄວາມ​ດີໃຈ+ເພາະ​ວ່າ​ຜູ້ຍິງ​ທີ່​ຖືກ​ຜົວ​ຖິ້ມກໍ​ມີ​ລູກ​ຫຼາຍ​ກວ່າ​ຜູ້ຍິງ​ທີ່​ຢູ່​ນຳ​ຜົວ.*+   ໃຫ້​ເຮັດ​ເຕັ້ນ​ຂອງ​ເຈົ້າ​ໃຫ້​ໃຫຍ່​ຂຶ້ນ+ ແລະ​ພື​ຜ້າ​ເຕັ້ນ​ຂອງ​ເຈົ້າ​ໃຫ້​ກວ້າງ​ອອກ. ຕໍ່​ເຊືອກ​ຄຶງ​ເຕັ້ນ​ໃຫ້​ຍາວ​ໆ​ໂລດ ຍາວ​ສ່ຳ​ໃດ​ກໍ​ໄດ້ແລະ​ຕອກ​ຫຼິ້ມ*​ຍຶດ​ເຕັ້ນ​ໃຫ້​ແໜ້ນ​ໆ​.+   ເຈົ້າ​ຈະ​ຂະຫຍາຍ​ອອກ​ໄປ​ທາງ​ເບື້ອງ​ຂວາ​ແລະ​ເບື້ອງ​ຊ້າຍ. ລູກ​ຫຼານ​ຂອງ​ເຈົ້າ​ຈະ​ປົກຄອງ​ຊາດ​ຕ່າງ​ໆ​ແລະ​ເຂົາເຈົ້າ​ຈະ​ໄປ​ຢູ່​ໃນ​ເມືອງ​ຕ່າງ​ໆ​ທີ່​ຮ້າງ.+   ບໍ່​ຕ້ອງ​ຢ້ານ+ ຍ້ອນ​ວ່າ​ຈະ​ບໍ່​ມີ​ໃຜ​ເຍາະເຍີ້ຍ​ເຈົ້າ.+ບໍ່​ຕ້ອງ​ຮູ້ສຶກ​ອັບອາຍ ຍ້ອນ​ວ່າ​ສິ່ງ​ທີ່​ເຈົ້າ​ຫວັງ​ໄວ້​ຈະ​ເປັນ​ຈິງ. ເຈົ້າ​ຈະ​ລືມ​ຄວາມ​ອັບອາຍ​ຕອນ​ທີ່​ເປັນ​ສາວແລະ​ຈະ​ບໍ່​ຈື່​ຄວາມ​ອັບອາຍ​ຕອນ​ທີ່​ເປັນ​ແມ່​ໝ້າຍ.   ຜູ້​ສ້າງ​ທີ່​ຍິ່ງໃຫຍ່+​ເປັນ​ຄື​ກັບ​ຜົວ​ຂອງ​ເຈົ້າ.+ພະ​ເຢໂຫວາ​ຜູ້​ບັນຊາ​ການ​ກອງທັບ​ແມ່ນ​ຊື່​ຂອງ​ເພິ່ນແລະ​ເພິ່ນ​ເປັນ​ພະເຈົ້າ​ອົງ​ບໍລິສຸດ​ຂອງ​ອິດສະຣາເອນ​ທີ່​ໄຖ່​ເຈົ້າ​ຄືນ​ມາ.+ ເພິ່ນ​ຈະ​ຖືກ​ເອີ້ນ​ວ່າ​ພະເຈົ້າ​ຂອງ​ຄົນ​ທົ່ວ​ໂລກ.+   ຕອນ​ທີ່​ພະ​ເຢໂຫວາ​ເອີ້ນ​ເຈົ້າ ເຈົ້າ​ເປັນ​ຄື​ກັບ​ຜູ້ຍິງ​ທີ່​ຖືກ​ຖິ້ມ​ແລະ​ເສຍໃຈ​ຫຼາຍ.+ເຈົ້າ​ເປັນ​ຄື​ກັບ​ຜູ້ຍິງ​ທີ່​ແຕ່ງດອງ​ຕັ້ງແຕ່​ຕອນ​ເປັນ​ສາວ​ແລ້ວ​ກໍ​ຖືກ​ຖິ້ມ.” ພະເຈົ້າເວົ້າ​ຈັ່ງ​ຊີ້.   “ເຮົາ​ຖິ້ມ​ເຈົ້າ​ໄດ້​ບຶດ​ດຽວແຕ່​ຍ້ອນ​ເຮົາ​ອີ່ຕົນ​ເຈົ້າ​ຫຼາຍ ເຮົາ​ຈຶ່ງ​ພາ​ເຈົ້າ​ກັບຄືນມາ.+   ເຮົາ​ໃຈຮ້າຍ​ໃຫ້​ເຈົ້າ​ຫຼາຍ ເຮົາ​ຈຶ່ງ​ປິ່ນ​ໜ້າ​ໜີ​ຈາກ​ເຈົ້າ​ໄລຍະ​ໜຶ່ງ.+ແຕ່​ຍ້ອນ​ເຮົາ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕະຫຼອດໄປ ເຮົາ​ຈຶ່ງ​ອີ່ຕົນ​ເຈົ້າ.”+ພະ​ເຢໂຫວາ​ຜູ້​ໄຖ່​ເຈົ້າ​ຄືນ​ມາ​ເວົ້າ​ຈັ່ງ​ຊີ້.+   “ມັນ​ຈະ​ເປັນ​ຄື​ກັບ​ສະໄໝ​ຂອງ​ໂນອາ.+ ຕອນ​ນັ້ນ ເຮົາ​ໄດ້​ສັນຍາ​ວ່າ​ຈະ​ບໍ່​ໃຫ້​ມີ​ນ້ຳຖ້ວມ​ໂລກ​ອີກ+ແລະ​ຕອນນີ້ ເຮົາ​ກໍ​ຈະ​ສັນຍາ​ຄື​ກັນ​ວ່າ​ເຮົາ​ຈະ​ບໍ່​ໃຈຮ້າຍ​ຫຼື​ລົງໂທດ​ເຈົ້າ​ອີກ.+ 10  ເຖິງ​ວ່າ​ພູ​ຈະ​ສູນ​ຫາຍ​ໄປແລະ​ໂນນ​ພູ​ຈະ​ຖືກ​ທຳລາຍ.ແຕ່​ເຮົາ​ຈະ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ເຈົ້າ​ຕະຫຼອດໄປ+ແລະ​ຄຳ​ສັນຍາ​ທີ່​ວ່າ​ເຮົາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ສະຫງົບສຸກ​ນັ້ນ​ຈະ​ໝັ້ນຄົງ.”+ ພະ​ເຢໂຫວາ​ຜູ້​ທີ່​ອີ່ຕົນ​ເຈົ້າ​ເວົ້າ​ແບບ​ນີ້.+ 11  “ຜູ້ຍິງ​ທີ່​ທຸກໃຈ+​ທີ່​ຖືກ​ພາຍຸ​ຊັດ​ໃສ່​ແລະ​ບໍ່​ມີ​ໃຜ​ປອບ​ໂຍນ+ເຮົາ​ຈະ​ເອົາ​ຫີນ​ກັບ​ປູນ​ມາ​ກໍ່​ເປັນ​ກຳແພງໃຫ້ເຈົ້າແລະ​ເຮົາ​ຈະ​ເອົາ​ແກ້ວ​ໄພລິນ​ມາ​ສ້າງ​ເປັນ​ຮາກ​ຖານໃຫ້ເຈົ້າ.+ 12  ເຮົາ​ຈະ​ເອົາ​ແກ້ວ​ພິລາ​ມາ​ສ້າງ​ປ້ອມ​ທີ່​ຢູ່​ກຳແພງ​ເມືອງໃຫ້ເຈົ້າເອົາ​ແກ້ວ​ທີ່​ມີຄ່າ​ມາ​ເຮັດ​ປະຕູ​ເມືອງແລະ​ຈະ​ເອົາ​ເພັດນິນຈິນດາ​ມາ​ເຮັດ​ເຂດ​ແດນໃຫ້ເຈົ້າ. 13  ພວກ​ລູກ​ຂອງ​ເຈົ້າ​ຈະ​ໄດ້​ຮັບ​ການສອນ​ຈາກ​ພະ​ເຢໂຫວາ+ແລະ​ຊີວິດ​ຂອງ​ເຂົາເຈົ້າ​ຈະ​ມີ​ແຕ່​ຄວາມ​ສະຫງົບສຸກ.+ 14  ເຈົ້າ​ຈະ​ຕັ້ງ​ຢູ່​ຢ່າງ​ໝັ້ນຄົງ​ຍ້ອນ​ເຈົ້າ​ເຮັດ​ສິ່ງ​ທີ່​ຖືກຕ້ອງ.+ ເຈົ້າ​ຈະ​ບໍ່​ຖືກ​ຂົ່ມເຫງ.+ເຈົ້າ​ຈະ​ບໍ່​ຢ້ານ​ຫຍັງ​ແລະ​ຈະ​ບໍ່​ມີ​ສິ່ງ​ໃດ​ເຮັດ​ໃຫ້​ເຈົ້າ​ຢ້ານ.ສິ່ງ​ທີ່​ເປັນ​ຕາ​ຢ້ານ​ຈະ​ບໍ່​ມາ​ໃກ້​ເຈົ້າ​ເລີຍ.+ 15  ຖ້າ​ມີ​ຄົນ​ມາ​ໂຈມຕີ​ເຈົ້າເຮົາ​ບໍ່​ໄດ້​ເປັນ​ຜູ້​ສົ່ງ​ລາວ​ມາ. ຜູ້​ໃດ​ກໍ​ຕາມ​ທີ່​ມາ​ໂຈມຕີ​ເຈົ້າ​ຈະ​ບໍ່​ຊະນະ.+ 16  ເຮົາ​ນິ​ແຫຼະ​ເປັນ​ຜູ້​ສ້າງ​ຊ່າງ​ຕີ​ເຫຼັກທີ່​ເປົ່າ​ຖ່ານ​ມີ​ໄຟ​ໃຫ້​ລຸກແລະ​ທີ່​ເຮັດ​ອາວຸດ. ເຮົາ​ນິ​ແຫຼະ​ເປັນ​ຜູ້​ສ້າງຄົນ​ທີ່​ມັກ​ໃຊ້​ອາວຸດນັ້ນ​ເພື່ອ​ທຳລາຍ.+ 17  ອາວຸດ​ໃດ​ກໍ​ຕາມ​ທີ່​ສ້າງ​ຂຶ້ນ​ມາ​ເພື່ອ​ທຳ​ຮ້າຍ​ເຈົ້າ​ຈະ​ເຮັດ​ຫຍັງ​ເຈົ້າ​ບໍ່​ໄດ້+ຄຳເວົ້າ​ໃດ​ກໍ​ຕາມ​ທີ່​ເວົ້າ​ໃສ່​ຮ້າຍ​ເຈົ້າ ເຈົ້າ​ຈະ​ພິສູດ​ໃຫ້​ເຫັນ​ວ່າ​ຄຳເວົ້າ​ນັ້ນ​ບໍ່​ແມ່ນ​ຄວາມ​ຈິງ. ການ​ປົກປ້ອງ​ແບບ​ນີ້​ເປັນ​ມໍລະດົກ​ທີ່​ເຮົາ​ເຢໂຫວາ​ເອົາ​ໃຫ້​ຜູ້​ຮັບໃຊ້​ຂອງ​ເຮົາແລະ​ເຮົາ​ຖື​ວ່າ​ເຂົາເຈົ້າ​ເປັນ​ຄົນ​ດີ​ສຳລັບ​ເຮົາ.” ພະ​ເຢໂຫວາ​ເວົ້າຈັ່ງ​ຊີ້.+

ຂໍຄວາມໄຂເງື່ອນ

ຫຼື “ນາຍ”
ເປັນ​ແນວ​ຕອກ​ໃສ່​ພື້ນ​ຄ້າຍຄື​ກັບ​ເຫຼັກ​ປັກ​ເຕັ້ນ