ເອຊາຢາ 61:1-11

  • ຖືກ​ແຕ່ງຕັ້ງ​ໃຫ້​ປະກາດ​ຂ່າວ​ດີ (1-​11)

    • “ເວລາ​ທີ່​ພະ​ເຢໂຫວາ​ຈະ​ສະແດງ​ຄວາມ​ເມດຕາ” (2)

    • “ຕົ້ນ​ໄມ້​ໃຫຍ່​ທີ່​ດີ” (3)

    • ຄົນ​ຕ່າງ​ຊາດ​ຈະ​ມາ​ຊ່ວຍ (5)

    • “ປະໂລຫິດ​ຂອງ​ພະ​ເຢໂຫວາ” (6)

61  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເອົາ​ພະລັງ​ຂອງ​ເພິ່ນ​ໃຫ້​ຂ້ອຍ.+ພະ​ເຢໂຫວາ​ແຕ່ງຕັ້ງ​ຂ້ອຍ​ໃຫ້​ປະກາດ​ຂ່າວດີ​ກັບ​ຄົນຖ່ອມ.+ ເພິ່ນ​ໃຫ້​ຂ້ອຍ​ປິ່ນປົວ​ຄົນ​ທີ່​ຫົວໃຈ​ແຕກ​ສະຫຼາຍໃຫ້​ປະກາດ​ເລື່ອງ​ການ​ປົດປ່ອຍ​ກັບ​ພວກ​ຊະເລີຍແລະ​ໃຫ້​ປະກາດ​ວ່າ​ພວກ​ນັກໂທດ​ຈະ​ເຫັນຮຸ່ງ​ອີກ​ເທື່ອ​ໜຶ່ງ.+   ເພິ່ນ​ໃຫ້​ຂ້ອຍ​ປະກາດ​ວ່າ​ເວລາ​ທີ່​ພະ​ເຢໂຫວາ​ຈະ​ສະແດງ​ຄວາມ​ເມດຕາ*​ຕໍ່​ຄົນຖ່ອມແລະ​ເວລາ​ທີ່​ພະເຈົ້າ​ຈະ​ແກ້ແຄ້ນ​ສັດຕູ​ຂອງ​ເພິ່ນ​ມາ​ຮອດ​ແລ້ວ.+ເພິ່ນ​ໃຫ້​ຂ້ອຍ​ປອບໂຍນ​ຄົນ​ທີ່​ໂສກເສົ້າ+   ແລະ​ໃຫ້​ເບິ່ງແຍງ​ຄົນ​ທີ່​ໂສກເສົ້າ​ເສຍໃຈ​ໃນ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ຊີໂອນ.ເພິ່ນ​ໃຫ້​ຂ້ອຍ​ເອົາ​ຄວາມສຸກ​ທີ່​ເປັນ​ຄື​ກັບ​ຜ້າຄຽນຫົວ​ມາ​ແທນ​ຂີ້ເທົ່າໃຫ້​ເອົາ​ຄວາມ​ຍິນດີ​ທີ່​ເປັນ​ຄື​ກັບ​ນ້ຳມັນ​ມາ​ແທນ​ຄວາມ​ໂສກເສົ້າແລະ​ໃຫ້​ເອົາ​ຄຳ​ຊົມເຊີຍ​ທີ່​ເປັນ​ຄື​ກັບ​ເຄື່ອງນຸ່ງ​ມາ​ແທນ​ຄວາມ​ທໍ້ໃຈ. ເຂົາເຈົ້າ​ຈະ​ຖືກ​ເອີ້ນ​ວ່າ​ຕົ້ນໄມ້​ໃຫຍ່​ທີ່​ດີເປັນ​ຕົ້ນໄມ້​ທີ່​ພະ​ເຢໂຫວາ​ປູກ​ເພື່ອ​ໃຫ້​ເພິ່ນ​ໄດ້​ຮັບ​ກຽດ.*+   ເຂົາເຈົ້າ​ຈະ​ສ້າງ​ເມືອງ​ທີ່​ເປັນ​ຊາກຫັກພັງ​ເກົ່າແກ່​ຄືນໃໝ່.ເຂົາເຈົ້າ​ຈະ​ສ້າງ​ບ່ອນ​ທີ່​ຮ້າງ​ໆ​ແຕ່ກີ້​ຄືນ​ອີກ+ແລະ​ຟື້ນຟູ​ເມືອງ​ຕ່າງ​ໆ​ທີ່​ຖືກ​ທຳລາຍ.+ບ່ອນ​ເຫຼົ່ານີ້​ຖືກ​ປະຖິ້ມ​ໄວ້​ໃຫ້​ຮ້າງ​ດົນ​ແລ້ວ.+   “ຄົນ​ຕ່າງ​ຖິ່ນ​ຈະ​ລ້ຽງ​ຝູງ​ແກະ​ໃຫ້​ເຈົ້າແລະ​ຄົນ​ຕ່າງ​ຊາດ+​ຈະ​ເຮັດ​ໄຮ່​ເຮັດ​ນາ​ແລະ​ເຮັດ​ສວນ​ໝາກ​ລະແຊັງ​ໃຫ້​ເຈົ້າ.+   ຄົນ​ຈະ​ເອີ້ນ​ເຈົ້າ​ວ່າ​ປະໂລຫິດ​ຂອງ​ພະ​ເຢໂຫວາ+ແລະ​ຈະ​ເອີ້ນ​ເຈົ້າ​ວ່າ​ຜູ້ຮັບໃຊ້​ຂອງ​ພະເຈົ້າ​ນຳ. ເຈົ້າ​ຈະ​ໃຊ້​ຊັບສົມບັດ​ຂອງ​ຊາດ​ຕ່າງ​ໆ​+ແລະ​ອວດ​ກ່ຽວກັບ​ຄວາມ​ຮັ່ງມີ​ຂອງ​ເຂົາເຈົ້າ.   ປະຊາຊົນ​ຂອງ​ເຮົາ​ເຄີຍ​ອັບອາຍ ແຕ່​ຕອນນີ້​ເຂົາເຈົ້າ​ຈະ​ໄດ້​ສ່ວນ​ແບ່ງ 2 ເທົ່າແລະ​ແທນ​ທີ່​ຈະ​ຂາຍໜ້າ ເຂົາເຈົ້າ​ຈະ​ຮ້ອງ​ຢ່າງ​ມີ​ຄວາມສຸກ​ທີ່​ໄດ້​ສ່ວນ​ແບ່ງ​ນັ້ນ. ເຂົາເຈົ້າ​ຈະ​ໄດ້​ສ່ວນ​ແບ່ງ 2 ເທົ່າ​ໃນ​ແຜ່ນດິນ​ຂອງ​ໂຕເອງ+ ແລະ​ເຂົາເຈົ້າ​ຈະ​ມີ​ຄວາມສຸກ​ຕະຫຼອດໄປ.+   ເຮົາ​ເຢໂຫວາ​ຮັກ​ຄວາມ​ຍຸຕິທຳ.+ເຮົາ​ຊັງ​ການ​ລັກ​ແລະ​ຄວາມ​ຊົ່ວ.+ ເຮົາ​ຈະ​ຕອບແທນ​ເຂົາເຈົ້າ​ຢ່າງ​ຍຸຕິທຳແລະ​ຈະ​ເຮັດ​ສັນຍາ​ທີ່​ຢູ່​ຕະຫຼອດໄປ​ກັບ​ເຂົາເຈົ້າ.+   ຊາດ​ຕ່າງ​ໆ​ຈະ​ຮູ້ຈັກ​ລູກຫຼານ​ຂອງ​ເຂົາເຈົ້າ+ແລະ​ທຸກຄົນ​ກໍ​ຈະ​ຮູ້​ເລື່ອງ​ລູກຫຼານ​ຂອງ​ເຂົາເຈົ້າ. ໃຜ​ກໍ​ຕາມ​ທີ່​ເຫັນ​ເຂົາເຈົ້າ​ກໍ​ຈະ​ຈື່​ໄດ້​ວ່າເຂົາເຈົ້າ​ເປັນ​ລູກຫຼານ​ທີ່​ພະ​ເຢໂຫວາ​ອວຍພອນ.”+ 10  ຂ້ອຍ​ຈະ​ຮ້ອງ​ດ້ວຍ​ຄວາມ​ຍິນດີ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ໄດ້​ເຮັດ. ຂ້ອຍ​ຈະ​ມີ​ຄວາມສຸກ​ຫຼາຍ​ຍ້ອນ​ພະເຈົ້າ​ຂອງ​ຂ້ອຍ.+ ເພິ່ນ​ເອົາ​ຄວາມ​ລອດ​ທີ່​ເປັນ​ຄື​ກັບ​ເຄື່ອງນຸ່ງ​ມາ​ນຸ່ງ​ໃຫ້​ຂ້ອຍ+ແລະ​ເອົາ​ຄວາມ​ຍຸຕິທຳ​ທີ່​ເປັນ​ຄື​ກັບ​ເສື້ອຄຸມ​ມາ​ໃສ່​ໃຫ້​ຂ້ອຍ.ຂ້ອຍ​ເປັນ​ຄື​ກັບ​ເຈົ້າບ່າວ​ທີ່​ໃສ່ຜ້າຄຽນຫົວຄື​ກັບ​ທີ່​ປະໂລຫິດ​ໃສ່+ແລະ​ເປັນ​ຄື​ກັບ​ເຈົ້າສາວ​ທີ່​ໃສ່​ເຄື່ອງ​ປະດັບ​ງາມ​ໆ​. 11  ຄື​ກັບ​ທີ່​ດິນ​ເຮັດ​ໃຫ້​ເມັດພືດ​ປົ່ງ​ຂຶ້ນແລະ​ສວນ​ທີ່​ອຸດົມ​ສົມບູນ​ກໍ​ເຮັດ​ໃຫ້​ເມັດພືດ​ທີ່​ຫວ່ານ​ປົ່ງ​ຂຶ້ນພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດກໍ​ຈະ​ເຮັດ​ໃຫ້​ຄວາມ​ຍຸຕິທຳປົ່ງ​ຂຶ້ນ+​ຕໍ່​ໜ້າ​ທຸກຊາດ ແລະ​ເພິ່ນ​ຈະ​ເຮັດ​ໃຫ້​ຄົນ​ສັນລະເສີນ​ເພິ່ນ.+

ຂໍຄວາມໄຂເງື່ອນ

ຫຼື “ຄວາມ​ພໍໃຈ”
ຫຼື “ງົດງາມ”