ເອຊາຢາ 63:1-19

  • ພະ​ເຢໂຫວາ​ແກ້ແຄ້ນ​ຊາດ​ຕ່າງໆ (1-​6)

  • ພະ​ເຢໂຫວາ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕະຫຼອດ (7-​14)

  • ຄຳ​ອະທິດຖານ​ຂອງ​ຄົນ​ທີ່​ກັບໃຈ (15-​19)

63  ແມ່ນ​ໃຜ​ທີ່​ກຳລັງ​ມາ​ຈາກ​ເອໂດມ+ມາ​ຈາກ​ເມືອງ​ໂບຊະຣາ+ແລະ​ຍ່າງ​ມາ​ຄື​ກັບ​ຄົນ​ທີ່​ມີ​ອຳນາດ​ຫຼາຍ?ແມ່ນ​ໃຜ​ທີ່​ໃສ່​ເຄື່ອງນຸ່ງ​ສີ​ແຈ້ງ​ໆ​*​ແລະ​ງາມ​ຫຼາຍ? “ກໍ​ແມ່ນ​ເຮົາ​ນິ​ແຫຼະ. ເຮົາ​ເວົ້າ​ສິ່ງ​ທີ່​ຖືກຕ້ອງ​ສະເໝີແລະ​ມີ​ລິດເດດ​ທີ່​ຈະ​ຊ່ວຍ​ໃຫ້​ລອດ.”   ເປັນຫຍັງ​ເຄື່ອງນຸ່ງ​ຂອງ​ພະອົງ​ຈຶ່ງ​ແດງຄື​ກັບ​ເຄື່ອງນຸ່ງ​ຂອງ​ຄົນ​ທີ່​ຢຽບ​ໝາກ​ລະແຊັງ​ຢູ່​ໃນ​ອ່າງ?+   “ເຮົາ​ຢຽບ​ໝາກ​ລະແຊັງ​ຢູ່​ໃນ​ອ່າງ​ຜູ້​ດຽວ. ບໍ່​ມີ​ຄົນ​ຊາດ​ໃດ​ຢູ່​ນຳ​ເຮົາ​ເລີຍ. ເຮົາຢຽບສັດຕູ​ຂອງ​ເຮົາ​ບໍ່​ຢຸດ​ບໍ່​ເຊົາ​ດ້ວຍ​ຄວາມ​ຄຽດແລະ​ຢຽບ​ເຂົາເຈົ້າ​ໄປ​ມາ​ດ້ວຍ​ຄວາມ​ໃຈຮ້າຍ.+ ເຮົາ​ຢຽບ​ເຂົາເຈົ້າ​ຈົນ​ເລືອດ​ຟົ້ງ​ໃສ່​ເຄື່ອງນຸ່ງ.ເຄື່ອງນຸ່ງ​ຂອງ​ເຮົາ​ເປື້ອນ​ແຕ່​ເລືອດ.   ເຮົາ​ໄດ້​ກຳນົດ​ມື້​ທີ່​ຈະ​ແກ້ແຄ້ນ​ໄວ້​ແລ້ວ+ແລະ​ເວລາ​ທີ່​ເຮົາ​ຈະ​ໄຖ່​ປະຊາຊົນ​ຂອງ​ເຮົາ​ຄືນ​ມາ​ກໍ​ມາ​ຮອດ​ແລ້ວ.   ເຮົາ​ຊອກ​ຫາ ແຕ່​ກໍ​ບໍ່​ມີ​ໃຜ​ທີ່​ຈະ​ຊ່ວຍ.ເຮົາ​ແປກ​ໃຈ​ທີ່​ບໍ່​ມີ​ໃຜ​ສະເໜີ​ທີ່​ຈະ​ຊ່ວຍ​ເຮົາ​ເລີຍ. ເຮົາ​ຈຶ່ງ​ໃຊ້​ລິດເດດ​ຂອງ​ເຮົາ​ເພື່ອ​ເຮັດ​ໃຫ້​ມີ​ຄວາມ​ລອດ*+ເຮົາ​ເຮັດ​ແບບ​ນີ້​ຍ້ອນ​ວ່າ​ໃຈຮ້າຍ​ຫຼາຍ.   ເຮົາ​ຢຽບ​ຊາດ​ຕ່າງ​ໆ​ດ້ວຍ​ຄວາມ​ໃຈຮ້າຍ.ເຮົາ​ເຮັດ​ໃຫ້​ເຂົາເຈົ້າ​ກິນ​ຄວາມ​ໃຈຮ້າຍ​ຂອງ​ເຮົາ​ຈົນ​ເມົາ+ແລະ​ເຮົາ​ຖອກ​ເລືອດ​ຂອງ​ເຂົາເຈົ້າ​ລົງ​ດິນ.”   ຂ້ອຍ​ຈະ​ເວົ້າ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ດ້ວຍ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຂອງ​ເພິ່ນແລະ​ຈະ​ສັນລະເສີນ​ພະ​ເຢໂຫວາຍ້ອນ​ພະ​ເຢໂຫວາ​ໄດ້​ເຮັດ​ທຸກ​ສິ່ງ​ເພື່ອ​ພວກ​ເຮົາ.+ເພິ່ນ​ເຮັດ​ສິ່ງ​ທີ່​ດີ​ຫຼາຍ​ຢ່າງ​ເພື່ອ​ລູກ​ຫຼານ​ຂອງ​ອິດສະຣາເອນຍ້ອນ​ເພິ່ນ​ມີ​ຄວາມ​ເມດຕາ​ແລະ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ທີ່​ຍິ່ງໃຫຍ່.   ພະເຈົ້າ​ເວົ້າ​ວ່າ: “ເຂົາເຈົ້າ​ເປັນ​ປະຊາຊົນ​ຂອງ​ເຮົາ ແລະ​ເຮົາ​ໝັ້ນໃຈ​ວ່າ​ເຂົາເຈົ້າ​ຈະ​ເປັນ​ລູກ​ທີ່​ສັດຊື່​ຕໍ່​ເຮົາ​ແທ້​ໆ​.”+ ເພິ່ນ​ຈຶ່ງ​ຊ່ວຍ​ເຂົາເຈົ້າ​ໃຫ້​ລອດ.+   ຕອນ​ທີ່​ເຂົາເຈົ້າ​ທຸກໃຈ ພະເຈົ້າ​ກໍ​ທຸກໃຈ​ນຳ+ ແລະ​ຜູ້​ສົ່ງ​ຂ່າວ​ຂອງ​ເພິ່ນ*​ໄດ້​ຊ່ວຍ​ເຂົາເຈົ້າ​ໃຫ້​ລອດ.+ ເພິ່ນ​ໄຖ່​ເຂົາເຈົ້າ​ຄືນ​ມາ​ຍ້ອນ​ເພິ່ນ​ຮັກ​ແລະ​ອີ່ຕົນ​ເຂົາເຈົ້າ.+ເພິ່ນ​ໂຈມ​ເຂົາເຈົ້າ​ຂຶ້ນ​ແລະ​ອູ້ມ​ເຂົາເຈົ້າ​ມາ​ຕະຫຼອດ.+ 10  ແຕ່​ເຂົາເຈົ້າ​ພັດ​ກະບົດ​ຕໍ່​ພະເຈົ້າ+​ແລະ​ເຮັດ​ໃຫ້​ເພິ່ນ​ເສຍໃຈ​ຫຼາຍ+ ເພິ່ນ​ຈຶ່ງ​ເປັນ​ສັດຕູ​ກັບ​ເຂົາເຈົ້າ+ແລະ​ຕໍ່ສູ້​ເຂົາເຈົ້າ.+ 11  ເຂົາເຈົ້າ​ໄດ້​ຄິດເຖິງ​ອະດີດຄິດເຖິງ​ສະໄໝ​ຂອງ​ໂມເຊ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ແລະ​ເວົ້າ​ວ່າ: “ພະເຈົ້າ​ທີ່​ພາ​ປະຊາຊົນ​ຂອງ​ເພິ່ນ​ກັບ​ພວກ​ທີ່​ເບິ່ງແຍງ​ເຂົາເຈົ້າ+​ອອກ​ມາ​ຈາກ​ທະເລ ເພິ່ນ​ຢູ່​ໃສ?+ ພະເຈົ້າ​ທີ່​ເອົາ​ພະລັງບໍລິສຸດ​ຂອງ​ເພິ່ນ​ໃຫ້​ໂມເຊ* ຕອນນີ້​ຢູ່​ໃສ​ແລ້ວ?+ 12  ພະເຈົ້າ​ທີ່​ຊ່ວຍ​ໂມເຊ​ດ້ວຍ​ລິດເດດ​ທີ່​ຍິ່ງໃຫຍ່​ຂອງ​ເພິ່ນ​ໄປ​ໃສ​ແລ້ວ?+ພະເຈົ້າ​ທີ່​ແຍກ​ນ້ຳ​ອອກ​ຈາກ​ກັນ​ຕໍ່​ໜ້າ​ເຂົາເຈົ້າ+ເພື່ອ​ໃຫ້​ຄົນ​ຈື່​ຊື່​ເພິ່ນ​ຕະຫຼອດໄປ ເພິ່ນ​ຢູ່​ໃສ?+ 13  ພະເຈົ້າ​ທີ່​ຊ່ວຍ​ເຂົາເຈົ້າ​ໃຫ້​ຍ່າງ​ຜ່ານ​ນ້ຳ​ທີ່​ເລິກ​ໆ​ເພື່ອ​ເຂົາເຈົ້າ​ຈະ​ຍ່າງ​ໄປ​ໂດຍ​ບໍ່​ເຕະ​ສະດຸດຄື​ກັບ​ມ້າ​ທີ່​ແລ່ນ​ຢູ່​ທົ່ງພຽງ* ເພິ່ນ​ໄປ​ໃສ​ແລ້ວ? 14  ຄື​ກັບ​ຝູງ​ສັດ​ທີ່​ຍ່າງ​ລົງ​ໄປ​ທົ່ງພຽງ​ເພື່ອ​ພັກຜ່ອນພະລັງ​ຂອງ​ພະ​ເຢໂຫວາ​ກໍ​ພາ​ເຂົາເຈົ້າ​ໄປ​ບ່ອນ​ທີ່​ຈະ​ໄດ້​ພັກຜ່ອນ.”+ ພະອົງ​ຈະ​ຊີ້ນຳ​ປະຊາຊົນ​ຂອງ​ພະອົງ​ແບບ​ນີ້ເພື່ອ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ຍິ່ງໃຫຍ່.*+ 15  ຂໍ​ພະອົງ​ແນມ​ລົງ​ມາ​ຈາກ​ສະຫວັນແນມ​ລົງ​ມາ​ຈາກ​ບ່ອນ​ຢູ່​ຂອງ​ພະອົງ​ທີ່​ຢູ່​ບ່ອນ​ທີ່​ສູງ​ໆ​ ບໍລິສຸດ ແລະ​ງົດງາມ. ເປັນຫຍັງ​ພະອົງ​ບໍ່​ສົນໃຈ​ພວກ​ເຮົາ​ແລ້ວ?ເປັນຫຍັງ​ພະອົງ​ບໍ່​ໃຊ້​ລິດເດດ​ຂອງ​ພະອົງ​ອີກ? ເປັນຫຍັງ​ພະອົງ​ເຊົາ​ສະແດງ​ຄວາມ​ຮັກ+​ແລະ​ຄວາມ​ເມດຕາ​ຕໍ່​ພວກ​ເຮົາ?+ 16  ພະອົງ​ເປັນ​ພໍ່​ຂອງ​ພວກ​ເຮົາ.+ເຖິງ​ວ່າ​ອັບຣາຮາມ​ຈະ​ບໍ່​ຮູ້ຈັກ​ພວກ​ເຮົາແລະ​ເຖິງ​ວ່າ​ອິດສະຣາເອນ​ຈະ​ບໍ່​ຮູ້ຈັກ​ພວກ​ເຮົາແຕ່​ພະ​ເຢໂຫວາ ພະອົງ​ເປັນ​ພໍ່​ຂອງ​ພວກ​ເຮົາ ແລະ​ເປັນ​ຜູ້​ໄຖ່​ພວກ​ເຮົາ​ຄືນ​ມາ​ຕັ້ງແຕ່​ອະດີດ.+ 17  ພະ​ເຢໂຫວາ​ເອີ້ຍ ເປັນຫຍັງ​ພະອົງ​ຍອມ​ໃຫ້*​ພວກ​ເຮົາ​ອອກ​ຈາກ​ທາງ​ຂອງ​ພະອົງ? ເປັນຫຍັງ​ພະອົງ​ຍອມ​ໃຫ້​ໃຈ​ຂອງ​ພວກ​ເຮົາ​ແຂງ​ກະດ້າງ​ຈົນ​ບໍ່​ຢ້ານຢຳ​ພະອົງ?+ ເພື່ອ​ເຫັນ​ແກ່​ຜູ້​ຮັບໃຊ້​ຂອງ​ພະອົງ​ທີ່​ເປັນ​ປະຊາຊົນ​ຂອງ​ພະອົງຂໍ​ໃຫ້​ພະອົງ​ກັບ​ມາ​ສົນໃຈ​ພວກ​ເຮົາ​ອີກ​ແດ່.+ 18  ປະຊາຊົນ​ທີ່​ບໍລິສຸດ​ຂອງ​ພະອົງ​ເປັນ​ເຈົ້າ​ຂອງ​ແຜ່ນດິນ​ໄດ້​ບໍ່​ດົນ ພວກ​ສັດຕູ​ກໍ​ມາ​ຢຽບ​ບ່ອນ​ນະມັດສະການ​ຂອງ​ພະອົງ​ຈົນ​ເພ.+ 19  ຕັ້ງແຕ່​ດົນ​ມາ​ແລ້ວ ພວກ​ເຮົາ​ເປັນ​ຄື​ກັບ​ຄົນ​ທີ່​ພະອົງ​ບໍ່​ເຄີຍ​ປົກຄອງແລະ​ເປັນ​ຄື​ກັບ​ຄົນ​ທີ່​ບໍ່​ເຄີຍ​ຖືກ​ເອີ້ນ​ຕາມ​ຊື່​ຂອງ​ພະອົງ.

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ສີ​ແດງ​ສົດ”
ຫຼື “ໄຊ​ຊະນະ”
ຫຼື “ທູດສະຫວັນ​ທີ່​ຢູ່​ກັບ​ເພິ່ນ”
ແປ​ຕາມ​ໂຕ​ວ່າ “ລາວ”
ຫຼື “ບ່ອນ​ກັນດານ”
ຫຼື “ງົດງາມ”
ຫຼື “ເຮັດ​ໃຫ້”