ເອຊາຢາ 64:1-12

  • ຄຳ​ອະທິດຖານ​ຂອງ​ຄົນ​ທີ່​ກັບໃຈ​ຕໍ່​ຈາກ​ບົດ​ກ່ອນ (1-​12)

    • ພະ​ເຢໂຫວາ​ເປັນ “ຊ່າງ​ປັ້ນ​ໝໍ້” (8)

64  ຖ້າ​ພະອົງ​ຈີກ​ທ້ອງຟ້າ​ໃຫ້​ຂາດ​ແລ້ວ​ລົງ​ມາແລະ​ເຮັດ​ໃຫ້​ພູ​ຕ່າງ​ໆ​ສັ່ນ​ສະເທືອນ   ຫຼື​ຖ້າ​ພະອົງ​ລົງ​ມາ​ຄື​ກັບ​ໄຟ​ທີ່​ໄໝ້​ຟຸ່ມ​ໄມ້ແລະ​ຄື​ກັບ​ໄຟ​ທີ່​ເຮັດ​ໃຫ້​ນ້ຳ​ຟົດພວກ​ສັດຕູ​ກໍ​ຈະ​ຮູ້ຈັກ​ຊື່​ຂອງ​ພະອົງແລະ​ຊາດ​ຕ່າງ​ໆ​ກໍ​ຈະ​ຢ້ານ​ພະອົງ​ຈົນ​ໂຕ​ສັ່ນ.   ເມື່ອ​ພະອົງ​ລົງ​ມາ ພະອົງ​ໄດ້​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຢ້ານ​ທີ່​ພວກ​ເຮົາ​ຄາດ​ບໍ່​ເຖິງ+ແລະ​ເຮັດ​ໃຫ້​ພູ​ຕ່າງ​ໆ​ສັ່ນ​ສະເທືອນ​ຕໍ່​ໜ້າ​ພະອົງ.+   ຕັ້ງແຕ່​ດົນ​ມາ​ແລ້ວ ບໍ່​ເຄີຍ​ມີ​ໃຜ​ໄດ້​ຍິນ​ເລື່ອງ​ຂອງ​ພະເຈົ້າ​ອົງ​ອື່ນແລະ​ບໍ່​ເຄີຍ​ມີ​ໃຜ​ເຫັນ​ວ່າ​ມີ​ພະເຈົ້າ​ອົງ​ອື່ນ​ນອກ​ຈາກ​ພະອົງທີ່​ເຮັດ​ສິ່ງ​ຕ່າງ​ໆ​ເພື່ອ​ຄົນ​ທີ່​ລໍ​ຖ້າ​ພະອົງ​ດ້ວຍ​ຄວາມ​ອົດທົນ.+   ພະອົງ​ມາ​ຊ່ວຍ​ຄົນ​ທີ່​ມີ​ຄວາມສຸກ​ໃນ​ການ​ເຮັດ​ສິ່ງ​ທີ່​ຖືກຕ້ອງ+ມາ​ຊ່ວຍ​ຄົນ​ທີ່​ບໍ່​ລືມ​ພະອົງ​ແລະ​ເຮັດ​ຕາມ​ແນວ​ທາງ​ຂອງ​ພະອົງ. ແຕ່​ພະອົງ​ໃຈຮ້າຍ​ຍ້ອນ​ວ່າ​ພວກ​ເຮົາ​ເຮັດ​ຜິດ​ຕະຫຼອດ.+ພວກ​ເຮົາ​ເຮັດ​ຜິດ​ແບບ​ນີ້​ມາ​ດົນ​ແລ້ວ. ຖ້າ​ເປັນ​ແນວ​ນີ້ ພວກ​ເຮົາ​ສົມຄວນ​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ​ບໍ?   ພວກ​ເຮົາ​ເປັນ​ຄື​ກັບ​ຄົນ​ທີ່​ບໍ່​ສະອາດແລະ​ຄວາມ​ດີ​ທີ່​ພວກ​ເຮົາ​ເຮັດ​ກໍ​ເປັນ​ຄື​ກັບ​ຜ້າ​ທີ່​ເປື້ອນ​ເລືອດ.*+ ພວກ​ເຮົາ​ຈະ​ເປັນ​ຄື​ກັບ​ໃບ​ໄມ້​ທີ່ຫ່ຽວ​ແຫ້ງແລະ​ຄວາມ​ຜິດ​ຂອງ​ພວກ​ເຮົາ​ຈະ​ພັດ​ເອົາ​ພວກ​ເຮົາ​ໄປ​ຄື​ກັບ​ລົມ​ພັດ.   ບໍ່​ມີ​ໃຜ​ຮ້ອງ​ອອກ​ຊື່​ພະອົງ.ບໍ່​ມີ​ໃຜ​ພະຍາຍາມ​ຊອກ​ຫາ​ຄວາມ​ຊ່ວຍເຫຼືອ​ຈາກ​ພະອົງ.ພະອົງ​ປິ່ນ​ໜ້າ​ໜີ​ຈາກ​ພວກ​ເຮົາ+ແລະ​ພະອົງ​ເຮັດ​ໃຫ້​ພວກ​ເຮົາ​ໝົດ​ແຮງ*​ຍ້ອນ​ຄວາມ​ຜິດ​ຂອງ​ພວກ​ເຮົາ.   ແຕ່​ພະ​ເຢໂຫວາ​ເອີ້ຍ ພະອົງ​ເປັນ​ພໍ່​ຂອງ​ພວກ​ເຮົາ.+ ພວກ​ເຮົາ​ເປັນ​ດິນ​ດາກ​ແລະ​ພະອົງ​ເປັນ​ຊ່າງ​ປັ້ນ​ໝໍ້.+ພວກ​ເຮົາ​ທຸກ​ຄົນ​ເປັນ​ຜົນ​ງານ​ຈາກ​ມື​ຂອງ​ພະອົງ.   ພະ​ເຢໂຫວາ ຂໍ​ພະອົງ​ຢ່າ​ໃຈຮ້າຍ​ໃຫ້​ພວກ​ເຮົາ​ຫຼາຍ​ໂພດ+ແລະ​ຂໍ​ພະອົງ​ຢ່າ​ຈື່​ຄວາມ​ຜິດ​ຂອງ​ພວກ​ເຮົາ​ຕະຫຼອດໄປ. ຂໍ​ພະອົງ​ຢ່າ​ລືມ​ວ່າ​ພວກ​ເຮົາ​ເປັນ​ປະຊາຊົນ​ຂອງ​ພະອົງ. 10  ເມືອງ​ບໍລິສຸດ​ຂອງ​ພະອົງ​ກາຍ​ເປັນ​ບ່ອນ​ກັນດານ​ແລ້ວ. ຊີໂອນ​ກາຍ​ເປັນ​ບ່ອນ​ກັນດານ.ເຢຣູຊາເລັມ​ກາຍ​ເປັນ​ບ່ອນ​ຮ້າງ​ເປົ່າ.+ 11  ວິຫານ​ທີ່​ບໍລິສຸດ​ແລະ​ງົດງາມ​ຂອງ​ພວກ​ເຮົາບ່ອນ​ທີ່​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ໃຊ້​ເພື່ອ​ສັນລະເສີນ​ພະອົງຖືກ​ໄຟ​ໄໝ້​ແລ້ວ+ແລະ​ສິ່ງ​ຕ່າງ​ໆ​ທີ່​ມີຄ່າ​ຂອງ​ພວກ​ເຮົາ​ກໍ​ຖືກ​ທຳລາຍ​ແລ້ວ. 12  ພະ​ເຢໂຫວາ​ເອີ້ຍ ເມື່ອ​ເປັນ​ແນວ​ນີ້ ພະອົງ​ຈະ​ບໍ່​ເຮັດ​ຫຍັງ​ເລີຍ​ບໍ? ພະອົງ​ຈະ​ມິດ​ຢູ່​ແລະ​ປ່ອຍ​ໃຫ້​ພວກ​ເຮົາ​ເຈິ​ຄວາມ​ລຳບາກ​ຫຼາຍ​ສ່ຳ​ນີ້​ບໍ?+

ຂໍຄວາມໄຂເງື່ອນ

ຫຼື “ຜ້າ​ທີ່​ເປື້ອນ​ເລືອດ​ປະຈຳ​ເດືອນ”
ແປ​ຕາມ​ໂຕ​ວ່າ “ເປື່ອຍ”