ເອຊາຢາ 8:1-22

  • ພວກ​ອັດຊີເຣຍ​ມາ​ໂຈມຕີ (1-​8)

    • ມາເຮີຊາລານຫັດສະບັດ (1-​4)

  • ບໍ່​ຕ້ອງ​ຢ້ານ “ພະເຈົ້າ​ຢູ່​ກັບ​ພວກ​ເຮົາ!” (9-​17)

  • ເອຊາຢາ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ເປັນ​ສິ່ງ​ທີ່​ຢືນຢັນ (18)

  • ກັບ​ມາ​ຫາ​ກົດໝາຍ ບໍ່​ແມ່ນ​ກັບ​ມາ​ຫາ​ພວກ​ປີສາດ (19-​22)

8  ພະ​ເຢໂຫວາ​ບອກ​ຂ້ອຍ​ວ່າ: “ໃຫ້​ເຈົ້າ​ໄປ​ເອົາ​ກະດານ​ໄມ້​ໃຫຍ່​ໆ​ມາ​ແຜ່ນ​ໜຶ່ງ+​ແລ້ວ​ຂຽນ​ຄຳ​ວ່າ ‘ມາເຮີຊາລານຫັດສະບັດ’* ໃສ່​ຫັ້ນ.  ແລ້ວ​ໃຫ້​ປະໂລຫິດ​ອູຣີຢາ+​ກັບ​ເຊຄາຣີຢາ​ລູກ​ຊາຍ​ຂອງ​ເຢເບເຣກີຢາ​ເປັນ​ພະຍານ​ວ່າ​ເຈົ້າ​ໄດ້​ຂຽນ​ຄຳ​ນີ້​ແທ້​ໆ​.”  ຈາກ​ນັ້ນ ຂ້ອຍ​ກໍ​ໄປ​ນອນ​ກັບ​ເມຍ​ຂອງ​ຂ້ອຍ​ທີ່​ເປັນ​ຜູ້ພະຍາກອນ ແລ້ວ​ລາວ​ກໍ​ຖື​ພາ​ແລະ​ເກີດ​ລູກ​ຊາຍ.+ ພະ​ເຢໂຫວາ​ບອກ​ຂ້ອຍ​ວ່າ: “ໃຫ້​ຕັ້ງ​ຊື່​ລູກ​ຂອງ​ເຈົ້າ​ວ່າ​ມາເຮີຊາລານຫັດສະບັດ.  ເຈົ້າ​ຕ້ອງ​ຕັ້ງ​ຊື່​ນີ້​ໃຫ້​ລາວ ຍ້ອນ​ວ່າ​ກ່ອນ​ທີ່​ລາວ​ຈະ​ເວົ້າ​ຄຳ​ວ່າ ‘ພໍ່’ ແລະ ‘ແມ່’ ເປັນ ຄົນ​ຂອງ​ກະສັດ​ອັດຊີເຣຍ​ຈະ​ເອົາ​ຊັບ​ສົມບັດ​ຂອງ​ດາມາເຊ​ແລະເຄື່ອງ​ທີ່​ມີຄ່າ​ຂອງ​ຊາມາເຣຍໄປ.”+  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ:   “ຄົນ​ຊາດ​ນີ້​ບໍ່​ເອົາ​ນ້ຳ​ຈາກ​ຊີໂລອາ*​ທີ່​ໄຫຼ​ຄ່ອຍ​ໆ​.+ເຂົາເຈົ້າ​ຢາກ​ໄປ​ຢູ່​ຝ່າຍ​ເຣຊິນ​ກັບ​ເປກາ​ລູກ​ຊາຍ​ຂອງ​ເຣມາລີຢາ.+   ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ຈະ​ສົ່ງ​ກະສັດ​ອັດຊີເຣຍ+ກັບ​ກອງ​ທັບ​ທັງໝົດ​ຂອງ​ລາວ​ມາ​ໂຈມຕີ​ຄົນ​ຊາດ​ນີ້.ກອງ​ທັບ​ນີ້​ຈະ​ເປັນ​ຄື​ກັບ​ນ້ຳ​ທີ່​ໄຫຼ​ຊັດ​ມາ​ແຮງ​ໆ​ຈາກ​ແມ່​ນ້ຳ​ເອິຟາຣາດ. ມັນ​ຈະ​ຖ້ວມ​ແມ່​ນ້ຳ​ຕ່າງ​ໆ​ແລະ​ຖ້ວມ​ຕາຝັ່ງ.   ແລ້ວ​ມັນ​ກໍ​ໄຫຼ​ເຂົ້າ​ໄປ​ໃນແຜ່ນດິນ​ຢູດາ. ນ້ຳ​ນີ້​ຈະ​ຖ້ວມ​ສູງ​ຈົນ​ຮອດ​ຄໍ+ແລະ​ຖ້ວມທົ່ວ​ແຜ່ນດິນ.ເອມານູເອນ*​ເອີ້ຍ ມັນ​ຈະ​ເປັນ​ແບບ​ນີ້​ແຫຼະ!”+   ຊາດ​ຕ່າງ​ໆ​ເອີ້ຍ ທຳ​ຮ້າຍ​ເຂົາເຈົ້າ​ໂລດ ແຕ່​ພວກເຈົ້າ​ຫັ້ນ​ແຫຼະ​ຈະ​ຖືກ​ທຳລາຍ​ຈົນ​ບໍ່​ເຫຼືອ​ຫຍັງ. ຟັງ​ເດີ້ ພວກເຈົ້າທີ່ມາ​ຈາກບ່ອນ​ທີ່​ຢູ່​ໄກ​ໆ​! ໃຫ້​ກຽມ​ເຮັດ​ສົງຄາມ​ໂລດ* ແຕ່​ພວກເຈົ້າ​ຫັ້ນ​ແຫຼະ​ຈະ​ຖືກ​ທຳລາຍ​ຈົນ​ມຸ່ນ​ອຸ້ຍປຸ້ຍ.+ ໃຫ້​ກຽມ​ເຮັດ​ສົງຄາມ​ໂລດ ແຕ່​ພວກເຈົ້າ​ຫັ້ນ​ແຫຼະ​ຈະ​ຖືກ​ທຳລາຍ​ຈົນ​ມຸ່ນ​ອຸ້ຍປຸ້ຍ. 10  ວາງ​ແຜນ​ໂລດ ແຕ່​ມັນ​ຈະ​ບໍ່​ສຳເລັດ​ດອກ! ຢາກ​ເວົ້າ​ແນວໃດ​ກໍ​ເວົ້າ​ໂລດ ແຕ່​ມັນ​ຈະ​ບໍ່​ເປັນ​ຕາມ​ນັ້ນ​ດອກຍ້ອນ​ວ່າ​ພະເຈົ້າ​ຢູ່​ກັບ​ພວກ​ເຮົາ.*+ 11  ຕອນ​ທີ່​ພະ​ເຢໂຫວາ​ເວົ້າ​ນຳ​ຂ້ອຍ ມື​ທີ່​ມີ​ລິດເດດ​ຂອງ​ເພິ່ນ​ໄດ້​ຢູ່​ນຳ​ຂ້ອຍ ແລະ​ເພິ່ນ​ສັ່ງ​ຂ້ອຍ​ບໍ່​ໃຫ້​ເຮັດ​ຄື​ກັບ​ຄົນ​ຊາດ​ນີ້. ເພິ່ນ​ເວົ້າ​ວ່າ: 12  “ເຈົ້າ​ຢ່າ​ເວົ້າ​ວ່າ ‘ນີ້​ແມ່ນ​ແຜນ​ຮ້າຍ’ ຍ້ອນ​ຄົນ​ຊາດ​ນີ້​ເວົ້າ​ວ່າ ‘ນີ້​ແມ່ນ​ແຜນ​ຮ້າຍ.’ ບໍ່​ຕ້ອງ​ຢ້ານ​ໃນ​ສິ່ງ​ທີ່​ເຂົາເຈົ້າ​ຢ້ານແລະ​ບໍ່​ຕ້ອງ​ຕົກໃຈ​ຈົນ​ໂຕ​ສັ່ນ. 13  ພະ​ເຢໂຫວາ​ຜູ້​ບັນຊາການກອງທັບ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ພວກເຈົ້າ​ຄວນ​ຖື​ວ່າ​ເປັນ​ອົງ​ບໍລິສຸດ.+ເພິ່ນ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ພວກເຈົ້າ​ຄວນ​ຢ້ານຢຳແລະ​ເພິ່ນ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ພວກເຈົ້າ​ຄວນ​ຢ້ານ​ຈົນ​ໂຕ​ສັ່ນ.”+ 14  ເພິ່ນ​ເປັນ​ຄື​ກັບ​ບ່ອນ​ສັກສິດແຕ່​ສຳລັບ​ອິດສະຣາເອນ​ທັງ​ສອງ​ອານາຈັກເພິ່ນ​ຈະ​ເປັນ​ຄື​ກັບ​ກ້ອນຫີນ​ທີ່​ເຮັດ​ໃຫ້ສະດຸດ+ແລະເປັນ​ຄື​ກັບ​ກ້ອນ​ຫີນ​ທີ່​ເຮັດ​ໃຫ້​ລົ້ມ​ລົງ.ສຳລັບ​ຄົນ​ທີ່​ຢູ່​ເມືອງ​ເຢຣູຊາເລັມເພິ່ນ​ຈະ​ເປັນ​ຄື​ກັບ​ແຮ້ວ​ແລະ​ກັບດັກ. 15  ເຂົາເຈົ້າ​ຫຼາຍ​ຄົນ​ຈະ​ສະດຸດ​ລົ້ມ​ແລະ​ກະດູກ​ຫັກ.ເຂົາເຈົ້າ​ຈະ​ຕິດ​ກັບດັກ​ແລະ​ຖືກ​ຈັບ. 16  ໃຫ້ມ້ວນສິ່ງ​ທີ່​ຂຽນ*​ທັງໝົດ​ນີ້​ແລະ​ຈ້ຳກາ​ປິດ​ມັນ​ໄວ້ແລ້ວ​ໃຫ້​ພວກ​ລູກສິດ​ຂອງ​ຂ້ອຍ​ມ້ຽນ​ມັນ​ໄວ້​ດີ​ໆ​. 17  ຂ້ອຍ​ຈະ​ຕັ້ງໃຈ​ລໍ​ຖ້າ​ເພື່ອ​ເບິ່ງ​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ຫຍັງ.+ ເຖິງ​ວ່າ​ເພິ່ນ​ຈະ​ປິ່ນ​ໜ້າ​ໜີຈາກ​ລູກ​ຫຼານ​ຂອງ​ຢາໂຄບ+ ແຕ່​ຂ້ອຍ​ກໍ​ໝັ້ນໃຈ​ໃນ​ໂຕ​ເພິ່ນ. 18  ຂ້ອຍ​ກັບ​ພວກ​ລູກ​ຂອງ​ຂ້ອຍ​ທີ່​ພະ​ເຢໂຫວາ​ເອົາ​ໃຫ້​ນັ້ນ+​ເປັນ​ຄື​ກັບ​ການອັດສະຈັນ ແລະ​ເປັນ​ສິ່ງ​ທີ່​ພະ​ເຢໂຫວາ​ຜູ້​ບັນຊາການກອງທັບ​ທີ່​ຢູ່​ພູ​ຊີໂອນ​ເອົາ​ໃຫ້​ພວກ​ອິດສະຣາເອນ​ເພື່ອ​ຢືນຢັນ​ວ່າ​ສິ່ງ​ເຫຼົ່ານີ້​ຈະ​ເກີດ​ຂຶ້ນ​ແທ້.+ 19  ຖ້າ​ມີ​ຄົນ​ບອກ​ພວກເຈົ້າ​ວ່າ: “ໄປ​ຂໍ​ໃຫ້​ພວກ​ໝໍ​ຜີ​ຫຼື​ພວກ​ໝໍ​ດູ​ທີ່​ເຮັດ​ປາກ​ເໜັງ​ມຸບ​ໆ​ມິບ​ໆ​ແລະ​ເວົ້າ​ບໍ່​ເຂົ້າໃຈ​ຊ່ວຍ​ແມ້” ພວກເຈົ້າ​ຈະ​ໄປ​ບໍ? ມະນຸດ​ຄວນ​ຈະ​ໄປ​ຂໍ​ໃຫ້​ພະເຈົ້າ​ຂອງ​ໂຕເອງ​ຊ່ວຍ. ຄົນ​ເປັນ​ບໍ່​ຄວນ​ໄປ​ຂໍ​ໃຫ້​ຄົນ​ຕາຍ​ຊ່ວຍ.+ 20  ເຂົາເຈົ້າ​ຄວນ​ໄປ​ເບິ່ງ​ກົດໝາຍ​ແລະສິ່ງ​ຕ່າງ​ໆ​ທີ່​ພະເຈົ້າ​ສອນ. ຖ້າ​ເຂົາເຈົ້າ​ບໍ່​ໄດ້​ເວົ້າ​ຕາມ​ທີ່​ຂຽນ​ໄວ້ ເຂົາເຈົ້າ​ກໍ​ບໍ່​ມີ​ຄວາມ​ສະຫວ່າງ.*+ 21  ແຕ່​ລະ​ຄົນ​ຈະ​ກະຈັດກະຈາຍ​ໄປ​ທົ່ວ​ແຜ່ນດິນ. ເຂົາເຈົ້າ​ຈະ​ລຳບາກ​ແລະ​ອຶດ​ຫິວ.+ ເຂົາເຈົ້າ​ຈະ​ເງີຍ​ໜ້າ​ຂຶ້ນ​ຟ້າ​ປ້ອຍ​ດ່າ​ກະສັດ​ແລະ​ພະເຈົ້າ​ຂອງ​ເຂົາເຈົ້າ​ຍ້ອນ​ວ່າ​ຫິວ​ແຮງ​ແລະ​ໃຈຮ້າຍ​ຫຼາຍ. 22  ຈາກ​ນັ້ນ ເຂົາເຈົ້າ​ຈະ​ກົ້ມ​ໜ້າ​ແນມ​ເບິ່ງ​ດິນ ແລະ​ເຫັນ​ແຕ່​ຄວາມທຸກ​ລຳບາກ​ກັບ​ຄວາມ​ມືດ ຄວາມ​ສິ້ນ​ຫວັງ​ກັບ​ຄວາມ​ຫຍຸ້ງຍາກ ແລະ​ຄວາມ​ມືດ​ຄຶ້ມ.

ຂໍຄວາມໄຂເງື່ອນ

ອາດ​ແປ​ວ່າ “ໃຫ້​ຟ້າວ​ໄປ​ເອົາ​ເຄື່ອງ​ທີ່​ປຸ້ນ​ມາ​ໄດ້; ໃຫ້​ຟ້າວ​ໄປ​ຍຶດ​ເອົາ​ເຄື່ອງ​ທີ່​ຖືກ​ປຸ້ນ”
ນີ້​ແມ່ນ​ຊື່​ຂອງ​ຮ່ອງ​ນ້ຳ
ແປ​ວ່າ “ພະເຈົ້າ​ຢູ່​ກັບ​ພວກ​ເຮົາ”
ຫຼື “ເອົາ​ຜ້າ​ມັດ​ແອວ​ໄວ້”
ຄຳ​ວ່າ “ພະເຈົ້າ​ຢູ່​ກັບ​ພວກ​ເຮົາ” ໃນ​ພາສາ​ເຮັບເຣີ​ແມ່ນ​ເອມານູເອນ. ເບິ່ງ ອຊຢ 7:14; 8:8.
ຫຼື “ສິ່ງ​ທີ່​ຢືນຢັນ”
ແປ​ຕາມ​ໂຕ​ວ່າ “ແສງ​ຕອນ​ໃກ້​ຊິ​ແຈ້ງ”