ເອັດຊະຣາ 10:1-44

  • ສັນຍາ​ວ່າ​ຈະ​ສົ່ງ​ເມຍ​ຄົນ​ຕ່າງ​ຊາດ​ກັບ​ຄືນ​ໄປ (1-​14)

  • ສົ່ງ​ເມຍ​ຄົນ​ຕ່າງ​ຊາດ​ກັບ​ຄືນ​ໄປ (15-​44)

10  ຕອນ​ທີ່​ເອັດຊະຣາ​ກຳລັງ​ອະທິດຖານ+​ສາລະພາບ​ຄວາມ​ຜິດ​ຂອງ​ປະຊາຊົນ ລາວ​ຮ້ອງ​ໄຫ້​ແລະ​ໝູບ​ລົງ​ຕໍ່​ໜ້າ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້ ແລ້ວ​ພວກ​ອິດສະຣາເອນ​ກຸ່ມ​ໃຫຍ່​ທີ່​ມີ​ທັງ​ຜູ້​ຊາຍ ຜູ້​ຍິງ ແລະ​ເດັກ​ນ້ອຍ​ກໍ​ມາ​ຢູ່​ອ້ອມ​ລາວ​ແລະ​ພາກັນ​ໄຫ້​ແທ້​ໄຫ້​ວ່າ.  ເຊການີອາ​ລູກ​ຊາຍ​ຂອງ​ເຢຮີເອນ+​ທີ່​ເປັນ​ລູກ​ຫຼານ​ຂອງ​ເອລາມ+​ເວົ້າ​ກັບ​ເອັດຊະຣາ​ວ່າ: “ພວກ​ເຮົາ​ບໍ່ເຊື່ອຟັງ​ພະເຈົ້າ​ໂດຍ​ເອົາ​ຜູ້​ຍິງ​ຈາກ​ຊາດ​ຕ່າງ​ໆ​ທີ່​ຢູ່ອ້ອມ​ຂ້າງມາ​ເປັນ​ເມຍ.+ ເຖິງ​ວ່າ​ຈະ​ເປັນ​ແນວ​ນີ້ ແຕ່​ກໍ​ຍັງ​ມີ​ຄວາມຫວັງ​ທີ່​ວ່າ​ພະເຈົ້າ​ຈະຍົກ​ໂທດ​ໃຫ້​ອິດສະຣາເອນ.  ຂໍ​ໃຫ້​ພວກ​ເຮົາ​ເຮັດ​ສັນຍາ​ກັບ​ພະເຈົ້າ​ຂອງ​ພວກ​ເຮົາ​ວ່າ+​ຈະ​ສົ່ງ​ພວກ​ເມຍ​ທີ່​ເປັນ​ຄົນຕ່າງຊາດ​ກັບ​ລູກ​ທີ່​ໄດ້​ນຳ​ເຂົາ​ເຈົ້າ​ກັບ​ຄືນ​ໄປ​ປະເທດ​ຂອງ​ເຂົາ​ເຈົ້າ​ຕາມ​ທີ່​ພະ​ເຢໂຫວາ​ແລະ​ຄົນ​ທີ່​ຢ້ານຢຳ​ຄຳ​ສັ່ງ​ຂອງ​ພະເຈົ້າ​ໄດ້​ສັ່ງ​ໄວ້.+ ຂໍ​ໃຫ້​ພວກ​ເຮົາ​ເຮັດ​ຕາມ​ກົດ​ໝາຍ​ນີ້.  ໃຫ້​ເຈົ້າ​ລຸກ​ຂຶ້ນ​ເພາະ​ເຈົ້າ​ເປັນ​ຜູ້​ທີ່​ຕ້ອງ​ຈັດ​ການ​ເລື່ອງ​ນີ້. ພວກ​ເຮົາ​ຈະ​ຢູ່​ຝ່າຍ​ເຈົ້າ. ໃຫ້​ເຈົ້າກ້າຫານແລະ​ລົງມື​ເຮັດ​ໂລດ.”  ເອັດຊະຣາ​ກໍ​ລຸກ​ຂຶ້ນ​ແລະ​ໃຫ້​ຫົວ​ໜ້າ​ພວກ​ປະໂລຫິດ ຫົວໜ້າ​ພວກ​ເລວີ ແລະ​ຫົວ​ໜ້າ​ພວກ​ອິດສະຣາເອນ​ທຸກ​ຄົນ​ສາບານ​ວ່າ​ເຂົາ​ເຈົ້າ​ຈະ​ເຮັດ​ຕາມ​ທີ່​ເຊການີອາ​ບອກ+ ແລ້ວ​ເຂົາ​ເຈົ້າ​ກໍ​ສາບານ.  ເອັດຊະຣາ​ລຸກ​ອອກ​ຈາກ​ໜ້າວິຫານຂອງ​ພະເຈົ້າ​ທ່ຽງແທ້​ແລ້ວ​ໄປ​ຫ້ອງ​ກິນ​ເຂົ້າ​ຂອງ​ເຢໂຮຮານັນ​ລູກ​ຊາຍ​ຂອງ​ເອລີຢາຊິບ. ເຖິງ​ວ່າ​ລາວ​ຈະ​ໄປ​ຫ້ອງ​ນັ້ນ ແຕ່​ລາວ​ກໍ​ບໍ່​ໄດ້​ກິນ​ເຂົ້າ​ກິນ​ນ້ຳ​ຍ້ອນ​ວ່າ​ເສຍໃຈ​ທີ່​ພວກ​ທີ່​ກັບ​ມາ​ຈາກ​ບາບີໂລນ​ໄດ້​ເຮັດ​ຜິດ.+  ຫຼັງ​ຈາກ​ນັ້ນ​ກໍ​ມີການ​ປະກາດ​ໄປ​ທົ່ວ​ຢູດາ​ແລະ​ທົ່ວ​ເມືອງ​ເຢຣູຊາເລັມ​ວ່າ ໃຫ້​ທຸກ​ຄົນ​ທີ່​ກັບ​ມາ​ຈາກ​ບາບີໂລນ​ມາ​ລວມ​ກັນ​ຢູ່​ເມືອງ​ເຢຣູຊາເລັມ  ຕາມ​ທີ່​ພວກ​ເຈົ້າ​ນາຍ​ກັບ​ພວກ​ຜູ້​ນຳ​ໄດ້​ສັ່ງ. ຖ້າ​ຜູ້​ໃດ​ບໍ່​ມາ​ພາຍ​ໃນ 3 ມື້​ກໍ​ຈະ​ຖືກ​ຍຶດ​ເຄື່ອງ​ຂອງ​ທັງ​ໝົດ​ແລະ​ຖືກ​ໄລ່​ອອກ​ຈາກ​ກຸ່ມ​ຄົນ​ທີ່​ກັບ​ມາ​ຈາກ​ບາບີໂລນ.+  ພາຍ​ໃນ 3 ມື້ ພວກ​ຜູ້​ຊາຍ​ຈາກ​ຕະກູນ​ຢູດາ​ແລະ​ຕະກູນ​ເບັນຢາມິນ​ກໍ​ມາ​ລວມ​ກັນ​ຢູ່​ເມືອງ​ເຢຣູຊາເລັມ​ໃນ​ວັນ​ທີ 20 ຂອງ​ເດືອນ​ທີ 9. ເຂົາ​ເຈົ້າ​ໄປ​ນັ່ງ​ຢູ່​ເດີ່ນ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້. ເຂົາ​ເຈົ້າ​ພາກັນ​ໂຕ​ສັ່ນ​ຍ້ອນ​ຢ້ານ​ທີ່​ໄດ້​ເຮັດ​ຜິດ​ແລະ​ຍ້ອນ​ຝົນ​ຕົກ​ແຮງ. 10  ປະໂລຫິດ​ເອັດຊະຣາ​ໄດ້​ລຸກ​ຂຶ້ນ​ແລະ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ພວກ​ເຈົ້າ​ບໍ່​ເຊື່ອ​ຟັງ​ພະເຈົ້າ ແລ້ວ​ໄປ​ເອົາ​ຜູ້​ຍິງ​ຕ່າງ​ຊາດ​ມາ​ເປັນ​ເມຍ+​ແລະ​ເຮັດ​ໃຫ້​ອິດສະຣາເອນ​ມີ​ຄວາມ​ຜິດ​ຫຼາຍ​ຂຶ້ນ. 11  ຕອນ​ນີ້ ໃຫ້​ພວກ​ເຈົ້າຍອມ​ຮັບ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ​ວ່າ​ພວກ​ເຈົ້າ​ໄດ້​ເຮັດ​ຜິດ ແລະ​ຈາກ​ນີ້​ໄປ​ໃຫ້​ພວກ​ເຈົ້າ​ຕັ້ງ​ໃຈ​ເຮັດ​ຕາມ​ທີ່​ເພິ່ນ​ຕ້ອງການ. ໃຫ້​ພວກ​ເຈົ້າ​ເຊົາ​ພົວພັນ​ກັບ​ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ​ແລະ​ໃຫ້​ເຊົາ​ພົວພັນ​ກັບ​ເມຍ​ຕ່າງ​ຊາດ​ຂອງ​ພວກ​ເຈົ້າ.”+ 12  ເມື່ອ​ໄດ້​ຍິນ​ແບບ​ນັ້ນ ທຸກ​ຄົນ​ກໍ​ຕອບ​ສຽງ​ດັງ​ວ່າ: “ພວກ​ເຮົາຈະເຮັດ​ທຸກ​ຢ່າງ​ຕາມ​ທີ່​ເຈົ້າ​ບອກ. 13  ແຕ່​ຍາມ​ນີ້​ເປັນ​ຍາມ​ຝົນ​ແລະ​ພວກ​ເຮົາ​ມີ​ຫຼາຍ​ຄົນ​ຢູ່​ນີ້ ຊິ​ໃຫ້​ພວກ​ເຮົາ​ຢືນ​ຢູ່​ທາງ​ນອກ​ແບບ​ນີ້​ຕໍ່​ໄປ​ບໍ່​ໄດ້​ດອກ. ຍ້ອນ​ພວກ​ເຮົາ​ຫຼາຍ​ຄົນ​ໄດ້​ເຮັດ​ຜິດ ຊິ​ແກ້ໄຂ​ເລື່ອງ​ນີ້​ໃນ​ມື້​ໜຶ່ງ​ຫຼື​ສອງ​ມື້​ກໍ​ຄື​ຊິ​ເປັນ​ໄປ​ບໍ່​ໄດ້. 14  ຄັນຊັ້ນ ຂໍ​ໃຫ້​ພວກເຈົ້ານາຍ​ຢູ່​ນີ້​ຕໍ່​ເພື່ອ​ວາງ​ແຜນ​ວ່າ​ຈະແກ້ໄຂ​ເລື່ອງ​ນີ້​ແນວ​ໃດ.+ ຈາກ​ນັ້ນ ໃຫ້​ທຸກ​ຄົນ​ທີ່​ເອົາ​ເມຍ​ຄົນ​ຕ່າງ​ຊາດ​ມາ​ນີ້​ຕາມ​ມື້​ທີ່​ນັດ​ໄວ້ ແລະ​ໃຫ້​ພວກ​ຜູ້​ນຳ​ກັບ​ພວກ​ຜູ້ຕັດສິນ​ໃນ​ເມືອງ​ຂອງ​ເຂົາ​ເຈົ້າ​ມາ​ນຳ. ພວກ​ເຮົາ​ຕ້ອງເຮັດແນວ​ນີ້​ເພື່ອ​ພະເຈົ້າ​ຈະເຊົາໃຈ​ຮ້າຍ​ໃຫ້​ພວກ​ເຮົາ.” 15  ແຕ່​ໂຢນາທານ​ລູກ​ຊາຍ​ຂອງ​ອາສາເຮນ​ກັບ​ຢາເຊ​ຢາລູກ​ຊາຍ​ຂອງ​ຕິກ​ວາ​ບໍ່​ເຫັນ​ດີ​ນຳ ແລະ​ຄົນ​ເລວີ​ທີ່​ຊື່​ເມຊຸນລຳ​ກັບ​ຊັບເບທາຍ+​ກໍ​ຢູ່​ຝ່າຍ​ເຂົາ​ເຈົ້າ. 16  ແຕ່​ໃນ​ທີ່​ສຸດ ທຸກ​ຄົນ​ທີ່​ກັບ​ມາ​ຈາກ​ບາບີໂລນ​ກໍຕົກ​ລົງ​ເຮັດ​ຕາມ​ທີ່​ລົມ​ກັນ. ໃນ​ວັນ​ທີ 1 ຂອງ​ເດືອນ​ທີ 10 ປະໂລຫິດ​ເອັດຊະຣາ​ກັບ​ພວກ​ຫົວ​ໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ໄດ້​ປະຊຸມ​ກັນ​ອີກ​ເທື່ອ​ໜຶ່ງ​ຕ່າງຫາກເພື່ອ​ວາງ​ແຜນ​ຈັດ​ການ​ເລື່ອງ​ນີ້. 17  ເມື່ອ​ຮອດ​ວັນ​ທີ 1 ຂອງ​ເດືອນ​ທີ 1 ເຂົາ​ເຈົ້າ​ກໍ​ຈັດ​ການເລື່ອງ​ຜູ້​ຊາຍ​ທຸກ​ຄົນ​ທີ່​ໄປ​ເອົາ​ເມຍ​ຄົນ​ຕ່າງ​ຊາດ​ແລ້ວ​ໆ​. 18  ຕອນ​ນັ້ນ ເຂົາ​ເຈົ້າ​ໄດ້​ຮູ້​ວ່າ​ມີ​ປະໂລຫິດ*​ບາງຄົນ​ເອົາ​ເມຍ​ຄົນ​ຕ່າງ​ຊາດ​ຄື​ກັນ.+ ໃນ​ພວກ​ລູກ​ຫຼານ​ແລະ​ອ້າຍນ້ອງ​ຂອງ​ເຢຊູອາ+​ລູກ​ຊາຍ​ຂອງ​ເຢໂຮຊາດັກ​ມີ: ມາອາເສຢາ ເອລີເອເຊ ຢາຣິບ ແລະ​ເກດາລີຢາ. 19  ເຂົາ​ເຈົ້າ​ສັນຍາ​ວ່າ​ຈະ​ສົ່ງ​ພວກ​ເມຍ​ຄົນ​ຕ່າງ​ຊາດ​ກັບ​ຄືນ​ເມືອ​ປະເທດ​ແລະແຕ່ລະຄົນ​ຈະ​ເຜົາ​ແກະ​ໂຕ​ໜຶ່ງ​ເພື່ອ​ໄຖ່​ຄວາມ​ຜິດ​ຂອງ​ໂຕເອງ.+ 20  ປະໂລຫິດຄົນ​ອື່ນ​ໆ​ທີ່​ເອົາ​ເມຍ​ຄົນ​ຕ່າງ​ຊາດ​ມີ: ຮານານີ​ກັບ​ເຊບາດີຢາ​ທີ່​ເປັນ​ລູກ​ຫຼານ​ຂອງ​ອິມເມ+ 21  ມາອາເສຢາ ເອລີຢາ ເຊມາຢາ ເຢຮີເອນ ແລະ​ອຸດຊີຢາ. ທັງ​ໝົດ​ນີ້​ເປັນລູກຫຼານ​ຂອງ​ຮາຣີມ.+ 22  ເອລີໂອນາຍ ມາອາເສຢາ ອິດຊະມາເອນ ເນທາເນນ ໂຢຊາບັດ ແລະ​ເອເລອາສາ. ທັງ​ໝົດ​ນີ້​ເປັນ​ລູກ​ຫຼານ​ຂອງ​ປັດຊູ.+ 23  ພວກເລວີ​ທີ່​ເອົາ​ເມຍ​ຄົນ​ຕ່າງ​ຊາດ​ມີ: ໂຢຊາບັດ ຊິເມອີ ເກລາ​ຢາ (ຫຼື​ເກລີຕາ) ເປທາຮີຢາ ຢູດາ ແລະ​ເອລີເອເຊ. 24  ພວກ​ນັກຮ້ອງ​ທີ່​ເອົາ​ເມຍ​ຄົນ​ຕ່າງ​ຊາດ​ມີ​ເອລີຢາຊິບ. ພວກ​ຄົນຍາມ​ປະຕູ​ທີ່​ເອົາ​ເມຍ​ຄົນ​ຕ່າງ​ຊາດ​ມີ: ຊາລຶມ ເຕເລັມ ແລະ​ອູຣີ. 25  ຕໍ່​ໄປ​ນີ້​ແມ່ນ​ພວກ​ອິດສະຣາເອນ​ທີ່​ເອົາ​ເມຍ​ຄົນ​ຕ່າງ​ຊາດ. ຈາກ​ລູກ​ຫຼານ​ຂອງ​ປາຣົດ​ມີ:+ ຣາມີຢາ ອິດຊີຢາ ມັນກີຢາ ມິຢາມິນ ເອເລອາຊາ ມັນກີຢາ ແລະ​ເບນາຢາ. 26  ຈາກ​ລູກ​ຫຼານ​ຂອງ​ເອລາມ​ມີ:+ ມັດຕານີຢາ ເຊຄາຣີຢາ ເຢຮີເອນ+ ອັບດີ ເຢເຣໂມດ ແລະ​ເອລີຢາ. 27  ຈາກ​ລູກ​ຫຼານ​ຂອງ​ຊັດຕຸ​ມີ:+ ເອລີໂອນາຍ ເອລີຢາຊິບ ມັດຕານີຢາ ເຢເຣໂມດ ຊາບາດ ແລະ​ອາຊີຊາ. 28  ຈາກ​ລູກ​ຫຼານ​ຂອງ​ເບບາຍ​ມີ:+ ເຢໂຮຮານັນ ຮານານີຢາ ຊັບ​ບາຍ ແລະ​ອັດລາຍ. 29  ຈາກ​ລູກ​ຫຼານ​ຂອງ​ບານີ​ມີ: ເມຊຸນລຳ ມັນລຸກ ອາດາຢາ ຢາຊຸບ ເຊອານ ແລະ​ເຢເຣໂມດ. 30  ຈາກ​ລູກ​ຫຼານ​ຂອງ​ປາຮາດໂມອາບ​ມີ:+ ອັດນາ ເກລານ ເບນາຢາ ມາອາເສຢາ ມັດຕານີຢາ ເບຊາເລນ ບິນນຸຍ ແລະ​ມານາເຊ. 31  ຈາກ​ລູກ​ຫຼານ​ຂອງ​ຮາຣີມ​ມີ:+ ເອລີເອເຊ ອິດສີຢາ ມັນກີຢາ+ ເຊມາຢາ ຊິເມໂອນ 32  ເບັນຢາມິນ ມັນລຸກ ແລະ​ເຊມາຣີຢາ. 33  ຈາກ​ລູກ​ຫຼານ​ຂອງ​ຮາຊຸມ​ມີ:+ ມັດເຕນາຍ ມັດຕາຕາ ຊາບາດ ເອລີເຟເລັດ ເຢເຣມາຍ ມານາເຊ ແລະ​ຊິເມອີ. 34  ຈາກ​ລູກ​ຫຼານ​ຂອງ​ບານີ​ມີ: ມາອາດາຍ ອຳຣາມ ອູເອນ 35  ເບນາຢາ ເບເດຢາ ເກລູຮີ 36  ວານີຢາ ເມເຣໂມດ ເອລີຢາຊິບ 37  ມັດຕານີຢາ ມັດເຕນາຍ ແລະ​ຢາອາສູ. 38  ຈາກ​ລູກ​ຫຼານ​ຂອງ​ບິນນຸຍ​ມີ: ຊິເມອີ 39  ເຊເລມີຢາ ນາທານ ອາດາຢາ 40  ມັກນາເດບາຍ ຊາຊາຍ ຊາຣາຍ 41  ອັດຊາເຣນ ເຊເລມີຢາ ເຊມາຣີຢາ 42  ຊາລຶມ ອາມາຣີຢາ ແລະ​ໂຢເຊັບ. 43  ຈາກ​ລູກ​ຫຼານ​ຂອງ​ເນໂບ​ມີ: ເຢອີເອນ ມັດຕີທີຢາ ຊາບາດ ເຊບີນາ ຢາດດາຍ ໂຢເອນ ແລະ​ເບນາຢາ. 44  ທັງ​ໝົດ​ນີ້​ແມ່ນ​ຄົນ​ທີ່​ໄດ້​ເອົາ​ເມຍ​ຄົນ​ຕ່າງ​ຊາດ.+ ເຂົາ​ເຈົ້າ​ໄດ້​ສົ່ງ​ລູກ​ສົ່ງ​ເມຍ​ກັບ​ຄືນ​ເມືອ​ປະເທດ.+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ລູກ​ຊາຍ​ຂອງ​ພວກ​ປະໂລຫິດ”