ເອັດຊະຣາ 4:1-24

  • ການ​ສ້າງ​ວິຫານ​ຄືນ​ໃໝ່​ຖືກ​ຕໍ່ຕ້ານ (1-​6)

  • ພວກ​ສັດຕູ​ຂຽນ​ຈົດ​ໝາຍ​ໄປ​ຫາ​ກະສັດ​ອາຕາເຊເຊັດ (7-​16)

  • ກະສັດ​ອາຕາເຊເຊັດ​ຕອບ​ຈົດ​ໝາຍ (17-​22)

  • ວຽກ​ສ້າງ​ວິຫານ​ໄດ້​ຢຸດ (23, 24)

4  ເມື່ອ​ສັດຕູ​ຂອງ​ພວກ​ຢູດາ​ແລະ​ພວກ​ເບັນຢາມິນ+​ຮູ້​ວ່າ​ພວກ​ຊະເລີຍ​ທີ່​ກັບ​ມາ+​ກຳລັງ​ສ້າງ​ວິຫານ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ  ເຂົາ​ເຈົ້າ​ຈຶ່ງ​ຟ້າວ​ໄປ​ຫາ​ເຊຣູບາເບນ​ແລະ​ພວກ​ຫົວ​ໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ ແລະ​ເວົ້າ​ວ່າ: “ໃຫ້​ພວກ​ເຮົາ​ສ້າງ​ນຳ​ແດ່​ດຸ ຍ້ອນ​ວ່າ​ພວກ​ເຮົາ​ກໍ​ນະມັດສະການ*​ພະເຈົ້າ​ຂອງ​ພວກ​ເຈົ້າ+​ແລະ​ເຜົາ​ເຄື່ອງ​ບູຊາ​ໃຫ້​ເພິ່ນ​ຄື​ກັນ ຕັ້ງ​ແຕ່​ຕອນ​ທີ່​ອາຊາຮັດໂດນ+​ກະສັດ​ຂອງ​ອັດຊີເຣຍ​ສັ່ງ​ໃຫ້​ພວກ​ເຮົາ​ມາ​ຢູ່​ນີ້.”+  ແຕ່​ເຊຣູບາເບນ ເຢຊູອາ​ກັບ​ພວກ​ຫົວ​ໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ບອກ​ເຂົາ​ເຈົ້າ​ວ່າ: “ພວກ​ເຈົ້າ​ບໍ່​ມີ​ສິດ​ສ້າງ​ວິຫານ​ໃຫ້​ພະເຈົ້າ​ຂອງ​ພວກ​ເຮົາ.+ ພວກ​ເຮົາ​ຈະ​ສ້າງ​ວິຫານ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ເອງ​ຕາມ​ທີ່​ໄຊຣັດ​ກະສັດ​ຂອງ​ເປີເຊຍ​ໄດ້​ສັ່ງ​ພວກ​ເຮົາ​ໄວ້.”+  ຄົນ​ທີ່​ຢູ່ອ້ອມແອ້ມພະຍາຍາມ​ເຮັດ​ໃຫ້​ພວກ​ຢູດາ​ຢ້ານ​ແລະ​ທໍ້ໃຈ​ເພື່ອ​ເຂົາ​ເຈົ້າ​ຈະ​ເຊົາ​ສ້າງ​ວິຫານ.+  ເຂົາ​ເຈົ້າ​ຈ້າງພວກ​ເປີເຊຍ​ທີ່​ມີ​ຕຳແໜ່ງໃຫ້​ຂັດ​ຂວາງ​ແຜນການ​ກໍ່​ສ້າງ+​ຕັ້ງ​ແຕ່​ສະໄໝ​ຂອງ​ໄຊຣັດ​ກະສັດ​ຂອງ​ເປີເຊຍ​ຈົນ​ຮອດ​ຕອນ​ທີ່​ດາຣິອຸດ+​ກະສັດ​ຂອງ​ເປີເຊຍ​ປົກຄອງ.  ຕອນ​ທີ່​ອາຫະສຸເອຣັດ​ເລີ່ມ​ປົກຄອງ ເຂົາ​ເຈົ້າ​ໄດ້​ຂຽນ​ຈົດ​ໝາຍ​ກ່າວ​ຫາ​ຄົນ​ຢູດາ​ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ.  ໃນ​ສະໄໝ​ຂອງ​ອາຕາເຊເຊັດ​ກະສັດ​ຂອງ​ເປີເຊຍ ບິດຊະລາມ ມິດເຣດາດ ຕາເບເອນ ແລະ​ພວກ​ທີ່​ຢູ່​ຝ່າຍ​ເຂົາ​ເຈົ້າ​ໄດ້​ຂຽນ​ຈົດ​ໝາຍ​ໄປ​ຫາ​ກະສັດ​ອາຕາເຊເຊັດ. ເຂົາ​ເຈົ້າ​ແປ​ຈົດ​ໝາຍ​ນັ້ນ​ເປັນ​ພາສາ​ອາຣາເມອິກ+ ແລະ​ຂຽນ​ເປັນ​ໂຕ​ໜັງສື​ອາຣາເມອິກ.*  * ເຣຮູມ​ທີ່​ເປັນ​ຂ້າລາຊະການ​ລະ​ດັບ​ສູງກັບ​ຊິມຊາຍ​ທີ່​ເປັນ​ເລຂາ​ໄດ້​ຂຽນ​ຈົດ​ໝາຍ​ໄປ​ຫາ​ກະສັດ​ອາຕາເຊເຊັດ​ເພື່ອ​ໃສ່​ຮ້າຍ​ຄົນ​ໃນ​ເມືອງ​ເຢຣູຊາເລັມ.  (ຈົດ​ໝາຍ​ສະບັບ​ນີ້​ມາ​ຈາກ​ເຣຮູມ​ທີ່​ເປັນ​ຂ້າລາຊະການ​ລະ​ດັບ​ສູງ ຊິມຊາຍ​ທີ່​ເປັນເລຂາ ພວກ​ໝູ່​ທີ່​ເຮັດ​ວຽກ​ນຳ​ເຂົາ​ເຈົ້າ ພວກ​ຜູ້ຕັດສິນ ຮອງ​ເຈົ້າ​ເມືອງ ພວກ​ເລຂາ​ຄົນ​ອື່ນ​ໆ​ ຄົນ​ເອເຣັກ+ ຄົນ​ບາບີໂລນ ຄົນ​ຊູຊາ+​ຫຼື​ທີ່​ເອີ້ນ​ວ່າ​ຄົນ​ເອລາມ+ 10  ຄົນ​ຊາດ​ອື່ນ​ໆ​ທີ່​ອາຊູບານີປານ​ຜູ້​ຍິ່ງ​ໃຫຍ່​ແລະ​ມີ​ອຳນາດໄດ້​ສົ່ງ​ໃຫ້​ໄປ​ຢູ່​ຕາມ​ເມືອງ​ຕ່າງ​ໆ​ຂອງ​ຊາມາເຣຍ+ ແລະ​ຄົນ​ທີ່​ຢູ່​ເຂດ​ທາງ​ທິດ​ຕາເວັນ​ຕົກ​ຂອງແມ່​ນ້ຳ​ເອິຟາຣາດ.) 11  ນີ້​ແມ່ນ​ເນື້ອ​ໃນ​ຂອງ​ຈົດ​ໝາຍ​ທີ່​ເຂົາ​ເຈົ້າ​ສົ່ງ​ໄປ​ໃຫ້​ກະສັດ​ອາຕາເຊເຊັດ: “ເຖິງ​ກະສັດ​ອາຕາເຊເຊັດ ຈົດ​ໝາຍ​ສະບັບ​ນີ້​ແມ່ນ​ຈາກ​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ທີ່​ຢູ່​ເຂດ​ທາງ​ທິດ​ຕາເວັນ​ຕົກ​ຂອງ​ແມ່​ນ້ຳ​ເອິຟາຣາດ. 12  ພວກ​ເຮົາ​ຢາກ​ບອກ​ໃຫ້​ກະສັດ​ຮູ້​ວ່າ​ພວກ​ຢິວ​ທີ່​ທ່ານ​ສົ່ງ​ມາ​ຫາ​ພວກ​ເຮົາ​ໄດ້​ມາ​ຮອດ​ເມືອງ​ເຢຣູຊາເລັມ​ແລ້ວ. ເຂົາເຈົ້າ​ກຳລັງ​ແປງ​ເມືອງ​ນີ້​ຄືນ​ໃໝ່. ຕອນ​ນີ້​ເຂົາ​ເຈົ້າ​ແປງ​ກຳແພງ+​ໃກ້​ຊິ​ແລ້ວ​ໆ​ແລະ​ກຳລັງ​ແປງ​ບ່ອນ​ອື່ນ​ໆ​ໃນ​ເມືອງ. ຄົນ​ໃນ​ເມືອງ​ນີ້ເປັນ​ຄົນ​ຊົ່ວ​ຮ້າຍ​ແລະ​ເປັນ​ຄົນ​ກະບົດ. 13  ພວກ​ເຮົາ​ຢາກ​ບອກ​ໃຫ້ກະສັດ​ຮູ້​ວ່າຖ້າ​ເຂົາ​ເຈົ້າແປງ​ກຳແພງແລະ​ສ້າງ​ເມືອງ​ແລ້ວ​ໆ​ ເຂົາ​ເຈົ້າ​ຈະ​ບໍ່​ເສຍ​ພາສີ ບໍ່​ເສຍສ່ວຍ+ ແລະ​ບໍ່​ເສຍ​ຄ່າ​ທຳນຽມ​ຕ່າງ​ໆ​ເຊິ່ງ​ຈະ​ເຮັດ​ໃຫ້​ກະສັດ​ໄດ້​ເງິນ​ໜ້ອຍ​ລົງ. 14  ຍ້ອນ​ພວກ​ເຮົາ​ໄດ້​ຮັບ​ເງິນ​ເດືອນ​ຈາກ​ວັງ​ຂອງກະ​ສັດ* ພວກ​ເຮົາ​ຈຶ່ງ​ບໍ່​ຢາກ​ໃຫ້​ກະສັດເສຍ​ຜົນ​ປະໂຫຍດ. ພວກ​ເຮົາ​ຈຶ່ງ​ຢາກ​ແຈ້ງ​ໃຫ້​ກະສັດ​ຮູ້. 15  ຂໍ​ໃຫ້​ທ່ານ​ຄົ້ນ​ເບິ່ງ​ບັນທຶກ​ຕ່າງ​ໆ​ທີ່​ປູ່ຍ່າຕານາຍ​ຂອງ​ທ່ານ​ໄດ້​ຂຽນ​ໄວ້+ ແລ້ວ​ທ່ານ​ກໍ​ຈະ​ເຫັນ​ວ່າ​ຄົນ​ໃນ​ເມືອງ​ນີ້​ມັກ​ກະບົດ​ແລະ​ເປັນ​ອັນຕະລາຍ​ຕໍ່​ກະສັດ​ອົງ​ກ່ອນ​ໆ​ແລະ​ຕໍ່​ເຂດ​ທີ່​ກະສັດ​ເຫຼົ່າ​ນັ້ນ​ປົກຄອງ. ຕັ້ງ​ແຕ່​ສະໄໝ​ແຕ່​ກີ້ ຄົນ​ໃນ​ເມືອງ​ນີ້​ມັກ​ຍົວະ​ໃຫ້​ຜູ້​ອື່ນ​ກະບົດ ຍ້ອນ​ແນວ​ນີ້​ເມືອງ​ນີ້​ຈຶ່ງ​ຖືກ​ທຳລາຍ.+ 16  ພວກ​ເຮົາ​ຢາກ​ບອກ​ໃຫ້​ທ່ານ​ຮູ້​ວ່າ​ຖ້າ​ເຂົາ​ເຈົ້າ​ແປງ​ກຳແພງ​ແລະ​ສ້າງ​ເມືອງ​ແລ້ວ ທ່ານ​ຈະ​ບໍ່​ສາມາດ​ຄວບຄຸມ​ເຂດ​ທີ່​ຢູ່​ທາງ​ທິດຕາເວັນຕົກ​ຂອງ​ແມ່​ນ້ຳ​ເອິຟາຣາດ​ໄດ້.”+ 17  ກະສັດ​ໄດ້​ຂຽນ​ຈົດ​ໝາຍ​ໄປ​ຫາ​ເຣຮູມ​ທີ່​ເປັນ​ຂ້າລາຊະການ​ລະ​ດັບ​ສູງ ຊິມຊາຍ​ທີ່​ເປັນ​ເລຂາ​ກັບ​ພວກ​ໝູ່​ທີ່​ເຮັດ​ວຽກ​ນຳ​ເຂົາ​ເຈົ້າ​ແລະ​ຄົນ​ທີ່​ຢູ່​ເຂດ​ທາງ​ທິດ​ຕາເວັນ​ຕົກ​ຂອງ​ແມ່​ນ້ຳ​ເອິຟາຣາດ. ຈົດ​ໝາຍ​ນັ້ນ​ຂຽນ​ວ່າ: “ສະບາຍ​ດີ. 18  ຈົດ​ໝາຍທີ່​ພວກ​ເຈົ້າ​ສົ່ງ​ມາ​ໃຫ້​ຂ້ອຍ​ນັ້ນ ມີ​ຄົນ​ອ່ານ​ໃຫ້​ຂ້ອຍ​ຟັງ​ແລະ​ຂ້ອຍ​ເຂົ້າ​ໃຈ​ແຈ້ງ​ແລ້ວ.* 19  ຂ້ອຍ​ໃຫ້​ຄົນ​ຄົ້ນ​ເບິ່ງ​ແລະ​ເຫັນ​ວ່າ ແຕ່​ກີ້​ຄົນ​ໃນ​ເມືອງ​ນັ້ນ​ໄດ້ຕໍ່ຕ້ານ​ແລະ​ກະບົດຕໍ່​ກະສັດ​ອົງ​ກ່ອນ​ໆ​.+ 20  ເມືອງ​ເຢຣູຊາເລັມ​ເຄີຍ​ມີ​ກະສັດ​ຫຼາຍ​ອົງ​ທີ່​ມີ​ອຳນາດ​ຫຼາຍ​ເຊິ່ງ​ປົກຄອງ​ຢູ່​ທົ່ວ​ເຂດ​ທາງ​ທິດ​ຕາເວັນ​ຕົກ​ຂອງ​ແມ່​ນ້ຳ​ເອິຟາຣາດ. ຄົນ​ທີ່​ຢູ່​ເຂດ​ນັ້ນ​ໄດ້​ເສຍ​ພາສີ ເສຍສ່ວຍ ແລະ​ເສຍ​ຄ່າ​ທຳນຽມ​ຕ່າງ​ໆ​ໃຫ້​ກະສັດ​ເຫຼົ່າ​ນັ້ນ. 21  ຄັນຊັ້ນ ພວກ​ເຈົ້າ​ຕ້ອງ​ໄປ​ບອກ​ພວກ​ນັ້ນ​ໃຫ້​ເຊົາ​ແປງ​ເມືອງ. ຫ້າມ​ບໍ່​ໃຫ້​ເຂົາ​ເຈົ້າ​ແປງ​ເດັດຂາດ​ຈົນ​ກວ່າ​ຂ້ອຍ​ຈະ​ອະນຸຍາດ. 22  ພວກ​ເຈົ້າ​ຕ້ອງ​ເຮັດ​ຕາມ​ທີ່​ຂ້ອຍ​ບອກ​ເພື່ອ​ບໍ່​ໃຫ້​ຂ້ອຍ​ເສຍ​ຜົນ​ປະໂຫຍດ​ຫຼາຍ​ກວ່າ​ນີ້.”+ 23  ຫຼັງ​ຈາກ​ທີ່​ມີ​ຄົນ​ອ່ານ​ຈົດ​ໝາຍ​ຂອງ​ກະສັດ​ອາຕາເຊເຊັດ​ໃຫ້​ເຣຮູມ​ກັບ​ຊິມຊາຍ​ທີ່​ເປັນ​ເລຂາ ແລະ​ພວກ​ໝູ່​ທີ່​ເຮັດ​ວຽກ​ນຳ​ເຂົາ​ເຈົ້າ​ຟັງ ພວກ​ນີ້​ກໍ​ຟ້າວ​ໄປ​ຫາ​ພວກ​ຢິວ​ຢູ່​ເມືອງ​ເຢຣູຊາເລັມ​ແລະ​ບັງຄັບ​ໃຫ້​ພວກ​ຢິວ​ເຊົາ​ເຮັດ​ວຽກ​ກໍ່​ສ້າງ. 24  ວຽກ​ກໍ່​ສ້າງ​ວິຫານ​ຂອງ​ພະເຈົ້າ​ຢູ່​ເມືອງ​ເຢຣູຊາເລັມ​ຈຶ່ງ​ຢຸດ​ຈົນ​ຮອດ​ປີ​ທີ 2 ທີ່​ດາຣິອຸດ​ກະສັດ​ຂອງ​ເປີເຊຍ​ປົກຄອງ.+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຊອກຫາ”
ຫຼື​ອາດ​ແປ​ວ່າ “ຂຽນ​ຈົດໝາຍ​ນັ້ນ​ເປັນ​ພາສາ​ອາຣາເມອິກ​ແລ້ວ​ຈຶ່ງ​ແປ​ເປັນ​ພາສາ​ອື່ນ”
ໃນ​ຕົ້ນ​ສະບັບ​ຕັ້ງແຕ່ ອຊຣ 4:8 ຫາ 6:18 ຂຽນ​ເປັນ​ພາສາ​ອາຣາເມອິກ
ແປ​ຕາມ​ໂຕ​ວ່າ “ພວກເຮົາ​ກິນ​ເກືອ​ຈາກ​ວັງ​ຂອງ​ກະສັດ”
ຫຼື​ອາດ​ແປ​ວ່າ “ມີ​ຄົນ​ແປ​ແລະ​ອ່ານ​ໃຫ້​ຂ້ອຍ​ຟັງ​ແລ້ວ”