ເອັດຊະຣາ 7:1-28

  • ເອັດຊະຣາ​ກັບ​ມາ​ເມືອງ​ເຢຣູຊາເລັມ (1-​10)

  • ກະສັດ​ອາຕາເຊເຊັດ​ຂຽນ​ຈົດ​ໝາຍ​ໃຫ້​ເອັດຊະຣາ (11-​26)

  • ເອັດຊະຣາ​ສັນລະເສີນ​ພະ​ເຢໂຫວາ (27, 28)

7  ຕອນ​ທີ່ອາຕາເຊເຊັດ*+​ກະສັດ​ຂອງ​ເປີເຊຍ​ປົກຄອງ ເອັດຊະຣາ*+​ໄດ້​ກັບ​ມາ​ເມືອງເຢຣູຊາເລັມ. ເອັດຊະຣາ​ເປັນ​ລູກ​ຊາຍ​ຂອງ​ເສຣາຢາ+ ເສຣາຢາ​ເປັນ​ລູກ​ຊາຍ​ຂອງ​ອາຊາຣີຢາ ອາຊາຣີຢາ​ເປັນ​ລູກ​ຊາຍ​ຂອງ​ຮິນກີຢາ+  ຮິນກີຢາ​ເປັນ​ລູກ​ຊາຍ​ຂອງ​ຊາລຶມ ຊາລຶມ​ເປັນ​ລູກ​ຊາຍ​ຂອງ​ຊາໂດກ ຊາໂດກ​ເປັນ​ລູກ​ຊາຍ​ຂອງ​ອາຮີຕຸບ  ອາຮີຕຸບ​ເປັນ​ລູກ​ຊາຍ​ຂອງ​ອາມາຣີຢາ ອາມາຣີຢາ​ເປັນ​ລູກ​ຊາຍ​ຂອງ​ອາຊາຣີຢາ+ ອາຊາຣີຢາ​ເປັນ​ລູກ​ຊາຍ​ຂອງ​ເມຣາໂຢດ  ເມຣາໂຢດ​ເປັນ​ລູກ​ຊາຍ​ຂອງ​ເຊຣາຮີຢາ ເຊຣາຮີຢາ​ເປັນ​ລູກ​ຊາຍ​ຂອງ​ອຸດຊີ ອຸດຊີ​ເປັນ​ລູກ​ຊາຍ​ຂອງ​ບຸກກີ  ບຸກກີ​ເປັນ​ລູກ​ຊາຍ​ຂອງ​ອາບີຊູອາ ອາບີຊູອາ​ເປັນ​ລູກ​ຊາຍ​ຂອງ​ຟີເນຮາດ+ ຟີເນຮາດ​ເປັນ​ລູກ​ຊາຍ​ຂອງ​ເອເລອາຊາ+ ເອເລອາຊາ​ເປັນ​ລູກ​ຊາຍ​ຂອງ​ປະໂລຫິດ​ໃຫຍ່​ອາໂຣນ.+  ເອັດຊະຣາ​ມາ​ຈາກ​ບາບີໂລນ. ລາວ​ຊຳນານ​ໃນ​ການ​ຄັດ​ລອກ​ກົດ​ໝາຍ​ຂອງ​ໂມເຊ+​ເຊິ່ງ​ເປັນ​ກົດໝາຍ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ເອົາ​ໃຫ້ປະຊາຊົນຂອງ​ເພິ່ນ. ເອັດຊະຣາ​ຂໍ​ຫຍັງ​ນຳ​ກະສັດ​ກໍ​ໄດ້​ໝົດ ຍ້ອນ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລາວ​ຢູ່​ກັບ​ລາວ.  ໃນ​ປີ​ທີ 7 ທີ່​ກະສັດ​ອາຕາເຊເຊັດ​ປົກຄອງ ບາງຄົນ​ທີ່​ເປັນ​ຄົນ​ອິດສະຣາເອນ ເປັນ​ປະໂລຫິດ ຄົນ​ເລວີ+ ນັກຮ້ອງ+ ຄົນຍາມ​ປະຕູ+ ແລະ​ຄົນ​ຮັບ​ໃຊ້​ໃນ​ວິຫານ*+​ໄດ້​ກັບ​ໄປ​ເມືອງ​ເຢຣູຊາເລັມ.  ເອັດຊະຣາ​ກັບ​ໄປ​ເມືອງ​ເຢຣູຊາເລັມ​ໃນ​ເດືອນ​ທີ 5 ຂອງ​ປີ​ທີ 7 ທີ່​ກະສັດ​ອາຕາເຊເຊັດ​ປົກຄອງ.  ເອັດຊະຣາ​ເລີ່ມ​ເດີນ​ທາງ​ອອກ​ຈາກ​ບາບີໂລນ​ໃນ​ວັນ​ທີ 1 ຂອງ​ເດືອນ​ທີ 1 ແລະ​ຍ້ອນ​ວ່າ​ພະເຈົ້າ​ຢູ່​ກັບ​ລາວຕະຫຼອດ​ການ​ເດີນ​ທາງນັ້ນ+ ລາວ​ຈຶ່ງ​ໄປ​ຮອດ​ເມືອງ​ເຢຣູຊາເລັມ​ໃນ​ວັນ​ທີ 1 ຂອງ​ເດືອນ​ທີ 5. 10  ເອັດຊະຣາກຽມໂຕ*​ເພື່ອ​ຈະ​ສຶກສາແລະ​ເຮັດ​ຕາມ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ+ ແລະສອນ​ຂໍ້​ກຳນົດແລະ​ການ​ຕັດສິນ​ທີ່​ຢູ່​ໃນ​ກົດ​ໝາຍ​ນັ້ນ​ໃຫ້​ພວກ​ອິດສະຣາເອນ.+ 11  ນີ້​ແມ່ນ​ຈົດ​ໝາຍ​ທີ່​ກະສັດ​ອາຕາເຊເຊັດ​ເອົາ​ໃຫ້​ເອັດຊະຣາ​ທີ່​ເປັນ​ປະໂລຫິດ ເປັນ​ຜູ້​ຄັດ​ລອກ ແລະ​ເປັນ​ຜູ້​ທີ່​ຊຳນານ​ໃນ​ເລື່ອງ​ກົດ​ໝາຍ​ແລະ​ຂໍ້​ກຳນົດ​ຕ່າງ​ໆ​ທີ່​ພະ​ເຢໂຫວາ​ໃຫ້​ພວກ​ອິດສະຣາເອນ. ຈົດ​ໝາຍ​ນັ້ນ​ຂຽນ​ວ່າ: 12  * “ຈາກ​ອາຕາເຊເຊັດ+​ກະສັດ​ຜູ້​ຍິ່ງ​ໃຫຍ່ ເຖິງ​ເອັດຊະຣາ​ທີ່​ເປັນ​ປະໂລຫິດ​ແລະ​ເປັນ​ຜູ້​ຄັດ​ລອກ​ກົດ​ໝາຍ​ຂອງ​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ. ຂໍ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ. 13  ຂ້ອຍ​ອອກ​ຄຳ​ສັ່ງ​ວ່າ ຖ້າ​ປະໂລຫິດ ຫຼື​ຄົນ​ເລວີ ຫຼື​ຄົນ​ອິດສະຣາເອນ​ຜູ້​ໃດ​ກໍ​ຕາມ​ທີ່​ຢູ່​ໃນ​ແຜ່ນດິນ​ຂອງ​ຂ້ອຍ​ຢາກ​ກັບ​ໄປ​ເຢຣູຊາເລັມ​ນຳ​ກັນ​ກັບ​ເຈົ້າ ເຂົາ​ເຈົ້າ​ກໍ​ໄປ​ໄດ້.+ 14  ຂ້ອຍ​ກັບ​ທີ່​ປຶກສາ 7 ຄົນ​ສົ່ງ​ເຈົ້າ​ໄປ​ເມືອງ​ເຢຣູຊາເລັມ​ເພື່ອ​ເບິ່ງ​ວ່າ​ຄົນ​ຢູດາ​ກັບ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ກຳລັງ​ເຮັດ​ຕາມ​ກົດ​ໝາຍ​ຂອງ​ພະເຈົ້າ​ຂອງ​ເຈົ້າ*​ຫຼື​ບໍ່. 15  ໃຫ້​ເຈົ້າ​ເອົາ​ເງິນ​ເອົາ​ຄຳ​ທີ່​ຂ້ອຍ​ກັບ​ພວກ​ທີ່​ປຶກສາ​ຂອງ​ຂ້ອຍ​ບໍລິຈາກ​ໃຫ້​ໄປ​ນຳ​ເພື່ອ​ເອົາ​ໄປ​ໃຫ້​ພະເຈົ້າ​ຂອງ​ອິດສະຣາເອນ​ທີ່​ຢູ່​ເມືອງ​ເຢຣູຊາເລັມ. 16  ເງິນ​ຄຳ​ທັງ​ໝົດ​ທີ່​ໄດ້​ຈາກ​ທົ່ວ​ແຂວງ​ບາບີໂລນ​ກັບ​ເຄື່ອງ​ທຸກ​ຢ່າງ​ທີ່​ຄົນ​ບໍລິຈາກ​ໃຫ້​ພະເຈົ້າ​ທີ່​ຢູ່​ເມືອງ​ເຢຣູຊາເລັມ​ກໍ​ໃຫ້​ເຈົ້າ​ເອົາ​ໄປ​ນຳ​ຄື​ກັນ.+ 17  ໃຫ້​ເຈົ້າ​ເອົາ​ເງິນ​ນີ້​ໄປ​ຊື້​ງົວ​ໂຕ​ຜູ້+ ແກະ​ໂຕ​ຜູ້+ ແກະ​ນ້ອຍ​ໂຕ​ຜູ້+ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ ແລະ​ເຄື່ອງ​ບູຊາ​ດື່ມ+ ແລ້ວ​ເອົາ​ໄປ​ເຜົາ​ເທິງ​ແທ່ນ​ບູຊາ​ຢູ່​ວິຫານ​ຂອງ​ພະເຈົ້າ​ຂອງ​ເຈົ້າ​ໃນ​ເມືອງ​ເຢຣູຊາເລັມ. 18  ເຈົ້າ​ກັບ​ພວກ​ພີ່ນ້ອງ​ຂອງ​ເຈົ້າ​ຢາກ​ເຮັດ​ແນວ​ໃດ​ກັບ​ເງິນ​ຄຳ​ທີ່​ເຫຼືອ​ກໍ​ເຮັດ​ໄດ້​ຕາມ​ທີ່​ພະເຈົ້າ​ຂອງ​ພວກ​ເຈົ້າ​ຕ້ອງການ. 19  ເຄື່ອງໃຊ້​ທຸກ​ຢ່າງ​ທີ່​ເອົາ​ໃຫ້​ເຈົ້າ​ເຊິ່ງ​ໃຊ້​ໃນ​ການ​ນະມັດສະການ​ຢູ່​ວິຫານ​ພະເຈົ້າ​ຂອງ​ເຈົ້າ ໃຫ້​ເຈົ້າ​ເອົາ​ໄປ​ໃຫ້​ເພິ່ນ​ຢູ່​ເມືອງ​ເຢຣູຊາເລັມ.+ 20  ສຳລັບ​ເຄື່ອງໃຊ້​ອື່ນ​ໆ​ທີ່​ຈຳເປັນ​ຕ້ອງ​ໃຊ້​ໃນ​ວິຫານ​ພະເຈົ້າ​ຂອງ​ເຈົ້າ ໃຫ້​ເຈົ້າ​ເອົາ​ຈາກ​ຄັງ​ຊັບສິນ​ໃນ​ວັງ​ຂອງ​ກະສັດ.+ 21  ຂ້ອຍ​ກະສັດ​ອາຕາເຊເຊັດ​ອອກ​ຄຳ​ສັ່ງ​ໃຫ້​ທຸກ​ຄົນ​ທີ່​ເປັນ​ຜູ້​ເບິ່ງ​ແຍງ​ຄັງ​ຊັບສິນ​ທີ່​ຢູ່​ເຂດ​ທາງ​ທິດຕາເວັນຕົກ​ຂອງ​ແມ່​ນ້ຳ​ເອິຟາຣາດ​ວ່າ ຖ້າ​ເອັດຊະຣາ+​ທີ່​ເປັນ​ປະໂລຫິດ​ແລະ​ເປັນ​ຜູ້​ຄັດ​ລອກ​ກົດ​ໝາຍ​ຂອງ​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ຂໍ​ຫຍັງ​ຈາກ​ພວກ​ເຈົ້າ ພວກ​ເຈົ້າ​ກໍ​ຕ້ອງ​ເຮັດ​ຕາມ​ທັນທີ. 22  ຖ້າ​ລາວ​ຢາກ​ໄດ້​ເກືອ+ ເຖິງ​ວ່າ​ຈະ​ຫຼາຍ​ສ່ຳ​ໃດ​ກໍ​ໃຫ້​ລາວ​ໂລດ. ເຖິງ​ວ່າ​ລາວ​ຂໍ​ເງິນ 100 ຕະລັນ* ເຂົ້າວີດ* 100 ໂຄເຣ* ເຫຼົ້າແວງ+ 100 ບັດ* ແລະ​ນ້ຳມັນ​ໝາກກອກ+ 100 ບັດ ພວກ​ເຈົ້າ​ກໍ​ຕ້ອງ​ເອົາ​ໃຫ້​ລາວ. 23  ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ສັ່ງ​ໃຫ້​ເຮັດ​ຫຍັງ​ສຳລັບ​ວິຫານ​ຂອງ​ເພິ່ນ+ ພວກ​ເຈົ້າ​ກໍ​ຕ້ອງ​ຕັ້ງ​ໃຈ​ເຮັດ​ເພື່ອ​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ຈະ​ບໍ່​ໃຈ​ຮ້າຍ​ໃຫ້​ຂ້ອຍ​ກັບ​ພວກ​ລູກ​ຂອງ​ຂ້ອຍແລະ​ປະຊາຊົນ.+ 24  ຂ້ອຍ​ຍັງ​ອອກ​ຄຳ​ສັ່ງ​ບໍ່​ໃຫ້​ເກັບ​ພາສີ ເງິນ​ເສຍ​ສ່ວຍ+ ຫຼື​ຄ່າ​ທຳນຽມ​ຕ່າງ​ໆ​ນຳ​ພວກ​ປະໂລຫິດ​ກັບ​ພວກເລວີ ພວກ​ນັກ​ດົນຕີ+ ພວກ​ຄົນຍາມ​ປະຕູ ພວກ​ຄົນ​ຮັບ​ໃຊ້​ໃນ​ວິຫານ+ ແລະ​ຄົນ​ອື່ນ​ໆ​ທີ່​ເຮັດ​ວຽກ​ຢູ່​ວິຫານ​ຂອງ​ພະເຈົ້າ. 25  ສຳລັບ​ເຈົ້າ ເອັດຊະຣາ ໃຫ້​ເຈົ້າ​ໃຊ້​ສະຕິປັນຍາ​ທີ່​ໄດ້​ຮັບ​ຈາກ​ພະເຈົ້າ​ຂອງ​ເຈົ້າ​ເພື່ອ​ແຕ່ງຕັ້ງ​ພວກ​ຜູ້ປົກຄອງ​ແລະ​ພວກ​ຜູ້ຕັດສິນ ແລ້ວ​ໃຫ້​ເຂົາ​ເຈົ້າ​ຕັດສິນ​ທຸກ​ຄົນ​ທີ່​ຢູ່​ເຂດ​ທາງ​ທິດຕາເວັນຕົກ​ຂອງ​ແມ່​ນ້ຳເອິຟາຣາດ​ທີ່​ຮູ້ຈັກ​ກົດ​ໝາຍ​ຂອງ​ພະເຈົ້າ​ຂອງ​ເຈົ້າ. ແຕ່​ຖ້າຜູ້​ໃດ​ບໍ່​ຮູ້ຈັກກົດ​ໝາຍ​ນັ້ນ​ກໍ​ໃຫ້​ເຈົ້າ​ສອນ​ເຂົາ​ເຈົ້າ.+ 26  ຜູ້​ໃດ​ທີ່​ບໍ່​ເຮັດ​ຕາມ​ກົດ​ໝາຍ​ຂອງ​ພະເຈົ້າ​ຂອງ​ເຈົ້າ​ແລະ​ບໍ່​ເຮັດ​ຕາມກົດ​ໝາຍ​ຂອງ​ກະສັດ ລາວ​ຕ້ອງ​ຖືກ​ຕັດສິນ​ລົງໂທດ​ທັນທີ. ຜູ້​ນັ້ນ​ອາດ​ຖືກ​ຂ້າ​ຖິ້ມ ຖືກ​ເນລະເທດ ຖືກ​ປັບ​ໄໝ ຫຼື​ຖືກ​ຂັງ​ຄຸກ.” 27  ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ໄດ້​ຮັບ​ການ​ສັນລະເສີນ ຍ້ອນ​ເພິ່ນ​ໄດ້​ກະຕຸ້ນ​ກະສັດ​ໃຫ້​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ຢູ່​ເມືອງ​ເຢຣູຊາເລັມ​ໃຫ້​ງາມ.+ 28  ພະອົງ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ຂ້ອຍ ເພິ່ນ​ຈຶ່ງ​ໃຫ້​ກະສັດ+ ພວກ​ທີ່​ປຶກສາ+ ແລະ​ພວກ​ເຈົ້າ​ນາຍ​ທຸກ​ຄົນ​ຂອງ​ກະສັດມັກ​ຂ້ອຍ​ແລະ​ຢາກ​ຊ່ວຍ​ຂ້ອຍ. ຍ້ອນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ຂ້ອຍ​ຢູ່​ນຳ​ຂ້ອຍ ຂ້ອຍ​ຈຶ່ງ​ກ້າຫານ ແລະ​ຂ້ອຍ​ໄດ້​ພາ​ຫົວ​ໜ້າ​ບາງຄົນຂອງ​ພວກ​ອິດສະຣາເອນ​ກັບ​ໄປ​ເມືອງເຢຣູຊາເລັມນຳ.

ຂໍຄວາມໄຂເງື່ອນ

ແປ​ວ່າ “ຊ່ວຍເຫຼືອ”
ອາຕາເຊເຊັດ​ທີ 1
ຫຼື “ພວກ​ເນທິນິມ.” ແປ​ຕາມ​ໂຕ​ວ່າ “ຜູ້​ທີ່​ຖືກ​ມອບ​ໄວ້.”
ແປ​ຕາມ​ໂຕ​ວ່າ “ກຽມ​ຫົວໃຈ”
ໃນ​ຕົ້ນ​ສະບັບ​ຕັ້ງແຕ່ ອຊຣ 7:12 ຫາ 7:26 ຂຽນ​ເປັນ​ພາສາ​ອາຣາເມອິກ
ແປ​ຕາມ​ໂຕ​ວ່າ “ກົດໝາຍ​ຂອງ​ພະເຈົ້າ​ຂອງ​ເຈົ້າ​ທີ່​ຢູ່​ໃນ​ມື​ເຈົ້າ”
ເຂົ້າ​ຊະນິດໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້
2.200 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
22.000 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
3.420 ກິໂລກຣາມ. ເບິ່ງ​ພາກ​ຜະໜວກ ຂ14.