ເອັດຊະຣາ 8:1-36

  • ລາຍຊື່​ຄົນ​ທີ່​ກັບ​ມາ​ນຳ​ເອັດຊະຣາ (1-​14)

  • ກຽມ​ການ​ເດີນ​ທາງ (15-​30)

  • ອອກ​ຈາກ​ບາບີໂລນ​ແລະ​ໄປ​ຮອດ​ເມືອງ​ເຢຣູຊາເລັມ (31-​36)

8  ໃນ​ຕອນ​ທີ່​ກະສັດ​ອາຕາເຊເຊັດ*+​ປົກຄອງ ຈຳນວນ​ຄົນ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ໃນ​ປຶ້ມ​ລາຍຊື່ຜູ້​ທີ່​ລົງ​ທະບຽນ​ແລະ​ຫົວ​ໜ້າ​ຂອງ​ແຕ່​ລະ​ກຸ່ມ​ທີ່​ອອກ​ຈາກ​ບາບີໂລນ​ແລະ​ກັບ​ໄປ​ເມືອງ​ເຢຣູຊາເລັມ​ນຳ​ຂ້ອຍ​ມີ:  ຈາກ​ລູກ​ຫຼານ​ຂອງ​ຟີເນຮາດ+ ເກໂຊມ​ເປັນ​ຫົວ​ໜ້າ; ຈາກ​ລູກ​ຫຼານ​ຂອງ​ອີທາມາ+ ດານີເອນ​ເປັນ​ຫົວ​ໜ້າ; ຈາກ​ລູກ​ຫຼານ​ຂອງ​ດາວິດ ຮັດຕຸຊະ​ເປັນ​ຫົວ​ໜ້າ;  ຈາກ​ລູກ​ຫຼານ​ຂອງ​ເຊການີອາ​ທີ່​ເປັນ​ລູກ​ຫຼານ​ຂອງ​ປາຣົດ​ມີ​ຜູ້​ຊາຍ 150 ຄົນ​ທີ່​ໄດ້​ລົງ​ທະບຽນ ແລະ​ເຊຄາຣີຢາ​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ;  ຈາກ​ລູກ​ຫຼານ​ຂອງ​ປາຮາດໂມອາບ+​ມີ​ຜູ້​ຊາຍ 200 ຄົນ​ທີ່​ໄດ້​ລົງ​ທະບຽນ ແລະ​ເອລີເອໂຮນາຍ​ລູກ​ຊາຍ​ຂອງ​ເຊຣາຮີຢາ​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ;  ຈາກ​ລູກ​ຫຼານ​ຂອງ​ຊັດຕຸ+​ມີ​ຜູ້​ຊາຍ 300 ຄົນ​ທີ່​ໄດ້​ລົງ​ທະບຽນ ແລະ​ເຊການີອາ​ລູກ​ຊາຍ​ຂອງ​ຢາຮາຊີເອນ​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ;  ຈາກ​ລູກ​ຫຼານ​ຂອງ​ອາດິນ+​ມີ​ຜູ້​ຊາຍ 50 ຄົນ​ທີ່​ໄດ້​ລົງ​ທະບຽນ ແລະ​ເອເບັດ​ລູກ​ຊາຍ​ຂອງ​ໂຢນາທານ​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ;  ຈາກ​ລູກ​ຫຼານ​ຂອງ​ເອລາມ+​ມີ​ຜູ້​ຊາຍ 70 ຄົນ​ທີ່​ໄດ້​ລົງ​ທະບຽນ ແລະ​ເຢຊາຢາ​ລູກ​ຊາຍ​ຂອງ​ອາທາລີຢາ​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ;  ຈາກ​ລູກ​ຫຼານ​ຂອງ​ເຊຟາຕີຢາ+​ມີ​ຜູ້​ຊາຍ 80 ຄົນ​ທີ່​ໄດ້​ລົງ​ທະບຽນ ແລະ​ເຊບາດີຢາ​ລູກ​ຊາຍ​ຂອງ​ມີກາເອນ​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ;  ຈາກ​ລູກ​ຫຼານ​ຂອງ​ໂຢອາບ​ມີ​ຜູ້​ຊາຍ 218 ຄົນ​ທີ່​ໄດ້​ລົງ​ທະບຽນ ແລະ​ໂອບາດີຢາ​ລູກ​ຊາຍ​ຂອງ​ເຢຮີເອນ​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ; 10  ຈາກ​ລູກ​ຫຼານ​ຂອງ​ບານີ​ມີ​ຜູ້​ຊາຍ 160 ຄົນ​ທີ່​ໄດ້​ລົງ​ທະບຽນ ແລະ​ເຊໂລມິດ​ລູກ​ຊາຍ​ຂອງ​ໂຢຊີຟີຢາ​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ; 11  ຈາກ​ລູກ​ຫຼານ​ຂອງ​ເບບາຍ+​ມີ​ຜູ້​ຊາຍ 28 ຄົນ​ທີ່​ໄດ້​ລົງ​ທະບຽນ ແລະ​ເຊຄາຣີຢາ​ລູກ​ຊາຍ​ຂອງ​ເບບາຍ​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ; 12  ຈາກ​ລູກ​ຫຼານ​ຂອງ​ອາຊາກາດ+​ມີ​ຜູ້​ຊາຍ 110 ຄົນ​ທີ່​ໄດ້​ລົງ​ທະບຽນ ແລະ​ໂຢຮານານ​ລູກ​ຊາຍ​ຂອງ​ຮັກກາຕານ​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ; 13  ຈາກ​ລູກ​ຫຼານ​ຂອງ​ອາໂດນີກາມ+​ມີ​ຜູ້​ຊາຍ 60 ຄົນ​ທີ່​ໄດ້​ລົງ​ທະບຽນ ແລະ​ເອລີເຟເລັດ ເຢອີເອນ​ກັບ​ເຊມາຢາ​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ເປັນ​ຄົນ​ກຸ່ມ​ສຸດທ້າຍ​ໃນ​ພວກ​ລູກ​ຫຼານ​ຂອງ​ອາໂດນີກາມ​ທີ່​ໄດ້​ກັບ​ມາ. 14  ຈາກ​ລູກ​ຫຼານ​ຂອງ​ບິກວາຍ+​ມີ​ຜູ້​ຊາຍ 70 ຄົນ​ທີ່​ໄດ້​ລົງ​ທະບຽນ ແລະ​ອຸທາຍ​ກັບ​ຊັບບຸດ​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ. 15  ຂ້ອຍ​ໃຫ້​ເຂົາ​ເຈົ້າ​ມາ​ລວມ​ກັນ​ຢູ່ແຄມ​ແມ່​ນ້ຳທີ່​ໄຫຼ​ໄປ​ອາຮາວາ.+ ພວກ​ເຮົາຕັ້ງ​ຄ້າຍ​ແລະ​ພັກ​ຢູ່​ຫັ້ນ 3 ມື້. ເມື່ອ​ຂ້ອຍ​ກວດ​ເບິ່ງ​ຄົນ​ຢູ່​ຫັ້ນ​ກໍ​ເຫັນ​ແຕ່​ປະຊາຊົນ​ກັບ​ພວກປະໂລຫິດ* ແຕ່​ບໍ່​ເຫັນ​ພວກເລວີ​ຈັກ​ຄົນ. 16  ຂ້ອຍ​ຈຶ່ງ​ໃຫ້​ຄົນ​ໄປ​ເອີ້ນ​ຫົວ​ໜ້າ​ທີ່​ຊື່​ເອລີເອເຊ ອາຣີເອນ ເຊມາຢາ ເອນນາທານ ຢາຣິບ ເອນນາທານ ນາທານ ເຊຄາຣີຢາ ແລະ​ເມຊຸນລຳ​ກັບ​ຜູ້​ສອນ​ທີ່​ຊື່​ໂຢຢາຣິບ​ແລະ​ເອນນາທານ​ໃຫ້​ມາ​ຫາ. 17  ຈາກ​ນັ້ນ ຂ້ອຍ​ສັ່ງ​ເຂົາ​ເຈົ້າ​ໃຫ້​ໄປ​ຫາ​ອິດໂດ​ທີ່​ເປັນ​ຫົວ​ໜ້າ​ຢູ່​ກາຊິເຟຍ ແລະ​ໃຫ້​ບອກ​ລາວ​ກັບ​ພວກ​ພີ່ນ້ອງ​ທີ່​ເປັນ​ຜູ້​ຮັບ​ໃຊ້​ໃນ​ວິຫານ*​ເຊິ່ງ​ອາໄສ​ຢູ່​ກາຊິເຟຍ​ວ່າ ພວກ​ເຮົາ​ຢາກ​ໃຫ້​ເຂົາ​ເຈົ້າ​ພາ​ຜູ້​ຮັບ​ໃຊ້​ໃນ​ວິຫານ​ຂອງ​ພະເຈົ້າ​ມາ​ນີ້. 18  ຍ້ອນ​ພະເຈົ້າ​ຊ່ວຍ​ພວກ​ເຮົາ ເຂົາ​ເຈົ້າ​ຈຶ່ງ​ພາ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ສຸຂຸມ​ມາ. ລາວ​ຊື່​ເຊເຣບີຢາ.+ (ລາວ​ເປັນ​ລູກ​ຫຼານ​ຂອງ​ມາລີ+ ມາລີ​ເປັນ​ຫຼານ​ຊາຍ​ຂອງ​ເລວີ ເລວີ​ເປັນ​ລູກ​ຊາຍ​ຂອງ​ອິດສະຣາເອນ.) ລາວ​ມາ​ກັບ​ພວກ​ລູກ​ຊາຍ​ແລະ​ພວກ​ພີ່ນ້ອງ​ຂອງ​ລາວ ລວມ​ທັງ​ໝົດ 18 ຄົນ. 19  ເຂົາ​ເຈົ້າ​ຍັງ​ໄດ້​ພາ​ຮາຊາບີຢາ​ກັບ​ເຢຊາຢາ​ທີ່​ເປັນ​ລູກ​ຫຼານ​ຂອງ​ເມຣາຣີ+​ກັບ​ພວກ​ອ້າຍນ້ອງ​ແລະ​ພວກ​ລູກ​ຊາຍ​ຂອງ​ເຂົາ​ເຈົ້າ​ມາ​ນຳ ລວມ​ທັງ​ໝົດ 20 ຄົນ. 20  ນອກ​ຈາກ​ນັ້ນ​ຍັງ​ມີ​ຄົນ​ຮັບ​ໃຊ້​ໃນ​ວິຫານ​ອີກ 220 ຄົນ. ເຂົາ​ເຈົ້າ​ມີ​ຊື່​ໃນປຶ້ມລາຍຊື່​ຜູ້​ທີ່​ລົງ​ທະບຽນ. ໃນ​ສະໄໝ​ແຕ່ກີ້ ດາວິດ​ກັບ​ພວກ​ເຈົ້າ​ນາຍ​ໄດ້​ເລືອກ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າໃຫ້​ຊ່ວຍ​ວຽກ​ພວກເລວີ. 21  ຈາກ​ນັ້ນ ຂ້ອຍ​ໄດ້​ປະກາດ​ຢູ່​ແຄມ​ແມ່​ນ້ຳ​ອາຮາວາ​ວ່າ ໃຫ້​ພວກ​ເຮົາ​ທຸກ​ຄົນອົດ​ເຂົ້າ. ພວກ​ເຮົາ​ໄດ້​ຖ່ອມ​ໂຕ​ຕໍ່​ພະເຈົ້າ​ເພື່ອ​ໃຫ້​ເພິ່ນ​ຊີ້ນຳ​ແລະປົກ​ປ້ອງພວກ​ເຮົາ​ກັບ​ພວກ​ລູກ​ຂອງ​ເຮົາ​ແລະ​ເຄື່ອງ​ຂອງ​ເງິນ​ຄຳ​ທຸກ​ຢ່າງ​ໃນ​ການ​ເດີນ​ທາງ​ເທື່ອ​ນີ້. 22  ຂ້ອຍ​ຮູ້ສຶກ​ອາຍ​ທີ່​ຈະ​ຂໍ​ນຳ​ກະສັດ​ວ່າ​ໃຫ້​ມີ​ພວກ​ທະຫານໄປ​ປົກ​ປ້ອງ​ພວກ​ເຮົາ​ຈາກ​ພວກ​ສັດຕູ​ທີ່​ຢູ່​ນຳ​ທາງ ຍ້ອນ​ພວກ​ເຮົາ​ບອກ​ກະສັດ​ວ່າ: “ພະເຈົ້າ​ຢູ່​ກັບ​ຄົນ​ທີ່​ຮັບ​ໃຊ້​ເພິ່ນ+ ແລະ​ເພິ່ນ​ຈະ​ໃຈ​ຮ້າຍ​ຫຼາຍ​ໃຫ້​ຄົນ​ທີ່​ປະຖິ້ມ​ເພິ່ນ.”+ 23  ພວກ​ເຮົາ​ຈຶ່ງ​ອົດ​ເຂົ້າ​ແລະ​ອ້ອນວອນ​ຫາ​ພະເຈົ້າ​ກ່ຽວ​ກັບ​ເລື່ອງ​ນີ້ ແລະ​ເພິ່ນ​ໄດ້​ຟັງ​ຄຳ​ອ້ອນວອນ​ຂອງ​ພວກ​ເຮົາ.+ 24  ຂ້ອຍໄດ້​ເລືອກ 12 ຄົນ​ໃຫ້​ເປັນ​ຫົວ​ໜ້າຂອງພວກ​ປະໂລຫິດ​ເຊິ່ງ​ກໍ​ຄື​ເຊເຣບີຢາ ຮາຊາບີຢາ+​ກັບ​ພວກພີ່ນ້ອງຂອງ​ເຂົາ​ເຈົ້າ 10 ຄົນ. 25  ຈາກ​ນັ້ນ ຂ້ອຍ​ກໍ​ຊັ່ງ​ເງິນ ຄຳ ແລະ​ເຄື່ອງໃຊ້​ຕ່າງ​ໆ​ທີ່​ກະສັດ ພວກ​ທີ່​ປຶກສາ​ກັບ​ພວກ​ເຈົ້າ​ນາຍ​ທີ່​ເຮັດ​ວຽກ​ໃຫ້​ກະສັດ ແລະ​ພວກ​ອິດສະຣາເອນ​ທຸກ​ຄົນ​ບໍລິຈາກ​ໃຫ້​ວິຫານ​ຂອງ​ພະເຈົ້າ.+ 26  ຫຼັງ​ຈາກທີ່​ຊັ່ງ​ເຄື່ອງ​ທັງ​ໝົດ​ແລ້ວ ຂ້ອຍ​ກໍ​ເອົາ​ໃຫ້​ພວກ​ຫົວ​ໜ້າຂອງປະໂລຫິດ. ຂ້ອຍ​ຊັ່ງ​ເງິນ​ໜັກ 650 ຕະລັນ;* ເຄື່ອງໃຊ້​ທີ່​ເປັນ​ເງິນ 100 ອັນ​ທີ່ມີ​ລາຄາ​ສ່ຳ​ກັບ 2 ຕະລັນ;* ຄຳ 100 ຕະລັນ;* 27  ຖ້ວຍ​ນ້ອຍ 20 ໃບ​ທີ່​ເປັນ​ຄຳ​ເຊິ່ງ​ມີ​ລາຄາ​ສ່ຳ​ກັບ 1.000 ດາຣິກ* ກັບ​ເຄື່ອງໃຊ້ 2 ອັນ​ທີ່​ເປັນ​ທອງແດງ​ຄຸນນະພາບ​ດີ ເຫຼື້ອມ ແລະມີ​ຄ່າ​ສ່ຳ​ກັບຄຳ. 28  ຈາກ​ນັ້ນ ຂ້ອຍ​ບອກ​ເຂົາ​ເຈົ້າ​ວ່າ: “ພວກ​ເຈົ້າ​ເປັນ​ຄົນ​ບໍລິສຸດ​ສຳລັບ​ພະ​ເຢໂຫວາ+ ເຄື່ອງໃຊ້​ຕ່າງ​ໆ​ກໍ​ບໍລິສຸດ ແລະ​ເງິນ​ກັບ​ຄຳ​ເປັນ​ສິ່ງ​ທີ່​ບໍລິຈາກ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າດ້ວຍ​ຄວາມ​ສະໝັກ​ໃຈ. 29  ໃຫ້​ພວກ​ເຈົ້າ​ເບິ່ງ​ເຄື່ອງ​ທັງ​ໝົດ​ນີ້​ດີ​ໆ​ຈົນ​ໄປຮອດ​ເມືອງ​ເຢຣູຊາເລັມ+​ແລະ​ຊັ່ງ​ເຄື່ອງ​ເຫຼົ່ານີ້​ຢູ່ຫ້ອງ​ມ້ຽນ​ເຄື່ອງ*​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ຕໍ່​ໜ້າ​ພວກ​ຫົວ​ໜ້າຂອງປະໂລຫິດ ພວກເລວີ ແລະ​ພວກຫົວ​ໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ຂອງ​ອິດສະຣາເອນ.” 30  ພວກ​ປະໂລຫິດ​ກັບ​ພວກເລວີ​ກໍ​ເອົາ​ເງິນ​ເອົາ​ຄຳ ແລະ​ເຄື່ອງໃຊ້​ຕ່າງ​ໆ​ທີ່​ຊັ່ງ​ຕໍ່​ໜ້າ​ເຂົາ​ເຈົ້າ​ໄປ​ວິຫານ​ຂອງ​ພະເຈົ້າ​ຢູ່​ເມືອງ​ເຢຣູຊາເລັມ. 31  ໃນ​ວັນ​ທີ 12 ຂອງ​ເດືອນ​ທີ 1+ ພວກ​ເຮົາ​ເດີນ​ທາງ​ອອກ​ຈາກ​ແຄມ​ແມ່​ນ້ຳ​ອາຮາວາ+​ເພື່ອ​ໄປ​ເມືອງ​ເຢຣູຊາເລັມ. ຍ້ອນພະເຈົ້າ​ຢູ່​ກັບ​ພວກ​ເຮົາແລະ​ປົກ​ປ້ອງ​ພວກ​ເຮົາ ພວກ​ເຮົາ​ຈຶ່ງ​ລອດ​ຈາກ​ສັດຕູ​ແລະ​ບໍ່​ຖືກ​ລັດ​ຂ້າ. 32  ແລ້ວ​ພວກ​ເຮົາ​ກໍ​ມາ​ຮອດ​ເມືອງ​ເຢຣູຊາເລັມ+ ແລະພັກຜ່ອນ​ຢູ່​ຫັ້ນ 3 ມື້. 33  ໃນ​ມື້​ທີ 4 ພວກ​ເຮົາ​ໄດ້​ເອົາ​ເງິນ​ເອົາ​ຄຳ​ກັບ​ເຄື່ອງໃຊ້​ຕ່າງ​ໆ​ທີ່​ຢູ່​ວິຫານ​ຂອງ​ພະເຈົ້າ+​ອອກ​ມາ​ຊັ່ງ​ແລະ​ເອົາ​ໃຫ້​ເມເຣໂມດ+​ລູກ​ຊາຍ​ຂອງ​ປະໂລຫິດ​ອຸຣີຢາ. ຢູ່​ກັບ​ເມເຣໂມດ​ມີ​ເອເລອາຊາ​ລູກ​ຊາຍ​ຂອງ​ຟີເນຮາດ ຄົນ​ເລວີທີ່​ຊື່​ໂຢຊາບັດ+​ລູກ​ຊາຍ​ຂອງ​ເຢຊູອາ ແລະ​ໂນອາດີ​ຢາ​ລູກ​ຊາຍ​ຂອງ​ບິນນຸຍ.+ 34  ພວກ​ເຮົາ​ນັບ ຊັ່ງ​ນ້ຳ​ໜັກ ແລະ​ຈົດ​ທຸກ​ຢ່າງ​ໄວ້. 35  ພວກ​ເຮົາ​ທີ່ກັບ​ມາ​ຈາກ​ບາບີໂລນ​ໄດ້​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ​ຂອງ​ອິດສະຣາເອນ. ພວກ​ເຮົາ​ເຜົາ​ງົວ​ໂຕ​ຜູ້+ 12 ໂຕ​ສຳລັບ​ພວກ​ອິດສະຣາເອນ​ທຸກ​ຄົນ ແກະ​ໂຕ​ຜູ້+ 96 ໂຕ ແລະ​ແກະ​ນ້ອຍ​ໂຕ​ຜູ້ 77 ໂຕ. ພວກ​ເຮົາ​ຍັງ​ໄດ້​ເຜົາ​ແບ້​ໂຕ​ຜູ້+ 12 ໂຕ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ. ພວກ​ເຮົາ​ເຜົາສັດ​ທັງ​ໝົດ​ນີ້​ເປັນ​ເຄື່ອງ​ບູຊາ​ເຜົາ​ໃຫ້​ພະ​ເຢໂຫວາ.+ 36  ຈາກ​ນັ້ນ ພວກ​ເຮົາ​ເອົາ​ຄຳ​ສັ່ງ​ຂອງ​ກະສັດ+​ໄປ​ໃຫ້ຕົວແທນ*​ຂອງ​ກະສັດ​ແລະ​ເຈົ້າ​ແຂວງ​ທີ່​ຢູ່​ເຂດ​ທາງ​ທິດຕາເວັນຕົກ​ຂອງ​ແມ່​ນ້ຳ​ເອິຟາຣາດ.+ ເຂົາ​ເຈົ້າ​ສະໜັບສະໜູນ​ປະຊາຊົນ​ແລະ​ເອົາສິ່ງ​ທີ່​ຈຳເປັນໃຫ້​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້.+

ຂໍຄວາມໄຂເງື່ອນ

ອາຕາເຊເຊັດ​ທີ 1
ໝາຍເຖິງ​ຄົນ​ເລວີ​ທີ່​ບໍ່​ໄດ້​ເປັນ​ປະໂລຫິດ. ເບິ່ງ​ຄຳ​ວ່າ “ເລວີ” ໃນ​ສ່ວນ​ອະທິບາຍ​ຄຳສັບ.
ຫຼື “ພວກ​ເນທິນິມ.” ແປ​ຕາມ​ໂຕ​ວ່າ “ຜູ້​ທີ່​ຖືກ​ມອບ​ໄວ້.”
22.230 ກິໂລກຣາມ. ເບິ່ງ​ພາກ​ຜະໜວກ ຂ14.
68,4 ກິໂລກຣາມ
3.420 ກິໂລກຣາມ
ຫຼຽນ​ຄຳ​ຂອງ​ເປີເຊຍ. ເບິ່ງ​ພາກ​ຜະໜວກ ຂ14.
ພາສາ​ເຮັບເຣີ​ແປ​ຄຳ​ນີ້​ວ່າ “ຫ້ອງ​ກິນ​ເຂົ້າ; ຫ້ອງ​ທີ່​ໃຊ້​ເຮັດ​ແນວ​ອື່ນ”
ໝາຍເຖິງ​ເຈົ້າແຂວງ​ທີ່​ປົກຄອງ​ແຂວງ​ຕ່າງ​ໆ​ຂອງ​ເປີເຊຍ