ເອັດຊະຣາ 9:1-15

  • ຄົນ​ອິດສະຣາເອນ​ແຕ່ງດອງ​ກັບ​ຄົນ​ຕ່າງ​ຊາດ (1-​4)

  • ເອັດຊະຣາ​ອະທິດຖານ​ສາລະພາບ​ຄວາມ​ຜິດ (5-​15)

9  ຫຼັງ​ຈາກ​ທີ່​ພວກ​ເຮົາ​ເຮັດ​ສິ່ງ​ເຫຼົ່ານີ້​ແລ້ວ ພວກ​ຫົວ​ໜ້າ​ໄດ້​ມາ​ຫາ​ຂ້ອຍ​ແລະ​ບອກ​ວ່າ: “ພວກ​ອິດສະຣາເອນ ພວກ​ປະໂລຫິດ ແລະ​ພວກເລວີ​ບໍ່​ໄດ້​ແຍກ​ໂຕ​ຢູ່​ຕ່າງ​ຫາກ​ຈາກ​ຊາດ​ຕ່າງ​ໆ​ທີ່​ຢູ່ອ້ອມ​ຂ້າງ. ເຂົາ​ເຈົ້າ​ເຮັດ​ສິ່ງ​ທີ່​ພະເຈົ້າ​ຂີ້ດຽດ+​ຄື​ກັບ​ພວກ​ການາອານ ພວກ​ເຮດ ພວກ​ເປຣິຊີ ພວກ​ເຢບຸດ ພວກ​ອຳໂມນ ພວກ​ໂມອາບ ພວກ​ເອຢິບ+ ແລະ​ພວກ​ອາໂມ.+  ເຂົາ​ເຈົ້າ​ເອົາ​ຜູ້​ຍິງ​ຈາກ​ຊາດ​ເຫຼົ່ານີ້​ມາ​ເປັນ​ເມຍ​ແລະ​ມາ​ເປັນ​ລູກໃພ້.+ ຍ້ອນ​ແນວ​ນີ້ ເຂົາ​ເຈົ້າ​ຈຶ່ງ​ເຮັດ​ໃຫ້​ໂຕເອງ​ເຊິ່ງ​ເປັນ​ລູກ​ຫຼານ​ທີ່​ບໍລິສຸດ+​ໄປ​ປົນ​ກັບ​ຄົນ​ຂອງ​ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ.+ ພວກ​ເຈົ້າ​ນາຍ​ກັບ​ພວກ​ຜູ້ປົກຄອງເປັນ​ຜູ້​ທີ່​ເຮັດ​ຜິດກ່ອນໝູ່ ແລ້ວ​ເຂົາ​ເຈົ້າ​ກໍ​ພາ​ຄົນ​ອື່ນ​ເຮັດ​ຜິດ​ຄື​ກັນ.”  ເມື່ອ​ໄດ້​ຍິນ​ແນວ​ນັ້ນ ຂ້ອຍ​ກໍຈີກເສື້ອ ດຶງ​ຜົມ ແລະ​ດຶງ​ໜວດ​ດຶງເຄົາຂອງ​ໂຕເອງ ແລ້ວ​ກໍ​ນັ່ງ​ຊຶງ​ຢູ່​ຍ້ອນ​ວ່າ​ຕົກ​ໃຈ​ຫຼາຍ.  ທຸກ​ຄົນ​ທີ່​ຢ້ານຢຳ​ຄຳ​ສັ່ງ​ຂອງ​ພະເຈົ້າ​ຂອງ​ອິດສະຣາເອນ​ກໍ​ມາ​ນັ່ງອ້ອມ​ຂ້ອຍ ຍ້ອນເຂົາ​ເຈົ້າ​ກໍ​ເສຍໃຈ​ທີ່​ໄດ້​ຍິນ​ວ່າ​ພວກ​ທີ່​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ​ໄດ້ເຮັດຜິດ. ຂ້ອຍ​ນັ່ງ​ຊຶງ​ຈົນ​ຮອດ​ຕອນ​ແລງ​ເຊິ່ງ​ເປັນ​ເວລາ​ທີ່​ຕ້ອງ​ເຜົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ.+  ຂ້ອຍ​ນຸ່ງ​ເສື້ອ​ທີ່​ຈີກ​ແລ້ວ ແລະນັ່ງ​ເສົ້າ​ຢູ່​ບ່ອນ​ນັ້ນຈົນ​ຮອດ​ຕອນ​ແລງ​ເຊິ່ງ​ເປັນ​ເວລາ​ທີ່​ຕ້ອງ​ເຜົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ.+ ຈາກ​ນັ້ນ ຂ້ອຍ​ກໍ​ຄູ້​ເຂົ່າ​ລົງ​ແລະ​ຍໍ​ມື​ຂຶ້ນ​ຟ້າ ແລ້ວ​ອະທິດຖານ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ຂ້ອຍ.  ຂ້ອຍ​ອະທິດຖານ​ວ່າ: “ພະເຈົ້າ​ເອີ້ຍ ລູກ​ຮູ້ສຶກ​ອາຍ​ຫຼາຍ ລູກ​ຄິດ​ວ່າບໍ່ສົມຄວນ​ທີ່​ຈະ​ອະທິດຖານ​ຫາ​ພະອົງ. ພະເຈົ້າ​ເອີ້ຍ ຄວາມ​ຜິດ​ຂອງ​ພວກ​ເຮົາມີຫຼາຍ​ແທ້​ໆ​ຈົນ​ກອງ​ສູງ​ສ່ຳ​ຟ້າ.+  ພວກ​ເຮົາ​ເຮັດ​ຜິດ​ຫຼາຍ​ຕັ້ງ​ແຕ່​ສະໄໝ​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ຈົນ​ຮອດ​ທຸກ​ມື້​ນີ້.+ ຍ້ອນ​ແນວ​ນີ້ ພະອົງ​ຈຶ່ງ​ໃຫ້​ພວກ​ເຮົາ ພວກ​ກະສັດ ແລະ​ພວກ​ປະໂລຫິດ​ຖືກ​ມອບ​ໄວ້​ໃນ​ມື​ຂອງ​ພວກ​ກະສັດ​ຕ່າງ​ຊາດ ຖືກຂ້າດ້ວຍ​ດາບ+ ຖືກ​ຈັບ​ໄປ​ເປັນ​ຊະເລີຍ+ ຖືກ​ປຸ້ນ+ ແລະ​ຖືກ​ເຮັດ​ໃຫ້​ອັບອາຍ​ຄື​ກັບ​ທີ່​ເປັນ​ຢູ່​ໃນ​ທຸກ​ມື້​ນີ້.+  ແຕ່​ພະ​ເຢໂຫວາ​ພະເຈົ້າ ພະອົງ​ໄດ້​ອີ່ຕົນ​ພວກ​ເຮົາ​ໄລຍະ​ໜຶ່ງ​ໂດຍ​ໃຫ້​ຄົນ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ລອດ​ກັບ​ມາ​ຢ່າງ​ປອດໄພ​ແລະ​ໄດ້​ມາ​ຢູ່​ໃນ​ບ່ອນ​ທີ່​ບໍລິສຸດ+​ແລະ​ເຮັດ​ໃຫ້​ພວກ​ເຮົາ​ມີຄວາມ​ສຸກ. ພະເຈົ້າ​ເອີ້ຍ ພະອົງ​ໄດ້​ຊ່ວຍ​ພວກ​ເຮົາ​ບໍ່​ໃຫ້​ເປັນ​ທາດ​ໜັກ​ສ່ຳ​ເກົ່າ.  ເຖິງ​ວ່າ​ພວກ​ເຮົາ​ຍັງ​ເປັນ​ທາດ​ຢູ່+ ແຕ່​ພະອົງ​ກໍ​ບໍ່​ໄດ້​ປະຖິ້ມ​ພວກ​ເຮົາ. ພະອົງ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ພວກ​ເຮົາ​ໂດຍ​ເຮັດ​ໃຫ້​ພວກ​ກະສັດ​ເປີເຊຍມັກພວກ​ເຮົາ.+ ພະອົງ​ໃຫ້​ພວກ​ເຮົາ​ມີກຳລັງທີ່​ຈະ​ສ້າງ​ວິຫານ​ຂອງ​ພະເຈົ້າ+​ທີ່​ຖືກ​ທຳລາຍ​ແລ້ວຄືນ​ໃໝ່​ແລະປົກ​ປ້ອງ​ພວກ​ເຮົາ*​ໃນ​ຢູດາ​ແລະ​ໃນ​ເມືອງ​ເຢຣູຊາເລັມ. 10  ພະເຈົ້າ​ເອີ້ຍ ພວກ​ເຮົາ​ບໍ່​ມີ​ຫຍັງ​ຊິ​ແກ້​ໂຕ​ແລ້ວ ຍ້ອນ​ພວກ​ເຮົາ​ບໍ່​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະອົງ. 11  ພະອົງ​ໃຫ້​ຄຳ​ສັ່ງ​ພວກ​ເຮົາ​ຜ່ານ​ທາງ​ພວກ​ຜູ້ພະຍາກອນ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພະອົງ​ວ່າ ‘ແຜ່ນດິນ​ທີ່​ພວກ​ເຈົ້າ​ກຳລັງ​ຈະ​ໄປ​ຍຶດ​ເອົາ​ນັ້ນ​ເປັນ​ແຜ່ນດິນ​ທີ່​ບໍ່​ສະອາດ ຍ້ອນ​ຄົນ​ທີ່​ຢູ່​ຫັ້ນ​ເປັນ​ຄົນ​ທີ່​ບໍ່​ສະອາດ. ເຂົາ​ເຈົ້າ​ເຮັດ​ແຕ່​ສິ່ງ​ທີ່​ພະເຈົ້າ​ຂີ້ດຽດ​ຈຶ່ງ​ເຮັດ​ໃຫ້​ທົ່ວ​ແຜ່ນດິນ​ນັ້ນ​ບໍ່​ສະອາດ.+ 12  ຍ້ອນ​ແນວ​ນີ້ ຢ່າ​ໃຫ້​ລູກສາວ​ຂອງ​ພວກ​ເຈົ້າ​ໄປ​ເປັນ​ເມຍ​ລູກ​ຊາຍ​ຂອງ​ເຂົາ​ເຈົ້າ ແລະ​ຢ່າ​ໃຫ້​ລູກສາວ​ຂອງ​ເຂົາ​ເຈົ້າ​ມາ​ເປັນ​ເມຍ​ລູກ​ຊາຍ​ຂອງ​ພວກ​ເຈົ້າ.+ ຢ່າ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ໄດ້​ຢູ່​ສຸກສະບາຍ​ແລະ​ຈະເລີນ​ຮຸ່ງເຮືອງ.+ ຖ້າ​ພວກ​ເຈົ້າ​ເຊື່ອ​ຟັງ​ເຮົາ ພວກ​ເຈົ້າ​ຈະ​ເຂັ້ມແຂງ​ແລະ​ໄດ້​ກິນ​ຜົນລະ​ປູກ​ທີ່​ດີ​ຂອງ​ແຜ່ນດິນ​ນັ້ນ​ແລະ​ໄດ້​ແຜ່ນດິນ​ນັ້ນ​ເປັນ​ມໍລະດົກ​ໃຫ້​ລູກ​ຫຼານ​ຂອງ​ພວກ​ເຈົ້າ​ຕະຫຼອດໄປ.’ 13  ພະເຈົ້າ​ເອີ້ຍ ຍ້ອນ​ພວກ​ເຮົາ​ເຮັດ​ຊົ່ວ​ແລະ​ເຮັດ​ຜິດ​ຮ້າຍແຮງ​ຫຼາຍ ພວກ​ເຮົາ​ຈຶ່ງ​ເຈິ​ກັບ​ຄວາມ​ລຳບາກ​ຫຼາຍ​ຢ່າງ. ເຖິງ​ວ່າ​ຈະ​ເປັນ​ແນວ​ນັ້ນ ພະອົງ​ກໍ​ບໍ່​ໄດ້​ລົງໂທດ​ພວກ​ເຮົາ​ໃຫ້​ສົມ​ກັບ​ຄວາມ​ຜິດ​ທີ່​ພວກ​ເຮົາ​ໄດ້​ເຮັດ+ ແຕ່​ພະອົງ​ໄດ້​ຊ່ວຍ​ພວກ​ເຮົາ​ທີ່​ຢູ່​ນີ້​ໃຫ້​ໜີ​ລອດ​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ.+ 14  ຂະໜາດ​ພະອົງ​ເຮັດ​ດີ​ກັບ​ພວກ​ເຮົາ​ສ່ຳ​ນີ້ ພວກ​ເຮົາ​ກໍ​ຍັງ​ບໍ່​ຫຼາບ ບໍ່​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະອົງ​ແລະ​ໄປ​ແຕ່ງດອງ​ກັບ​ຄົນ​ຕ່າງ​ຊາດ​ທີ່​ເຮັດ​ສິ່ງ​ທີ່​ພະອົງ​ຂີ້​ດຽດ+ ກໍ​ສົມ​ແລ້ວ​ທີ່​ພະອົງ​ໃຈ​ຮ້າຍ​ໃຫ້​ພວກ​ເຮົາ​ຫຼາຍ​ແລະ​ຢາກ​ທຳລາຍ​ພວກ​ເຮົາ​ບໍ່​ໃຫ້​ເຫຼືອ​ຈັກ​ຄົນ. 15  ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ ພະອົງ​ດີ​ແທ້​ໆ​+ ພະອົງ​ຊ່ວຍ​ພວກ​ເຮົາ​ບາງຄົນ​ໃຫ້​ມີ​ຊີວິດ​ລອດ​ຈົນ​ຮອດທຸກມື້​ນີ້. ຕອນ​ນີ້​ພວກ​ເຮົາ​ທີ່​ເປັນ​ຄົນ​ເຮັດ​ຜິດ​ມາ​ຢືນ​ຢູ່​ຕໍ່​ໜ້າ​ພະອົງ​ທັງ​ໆ​ທີ່​ພວກ​ເຮົາ​ບໍ່​ມີສິດທີ່​ຈະ​ເຮັດ​ແບບ​ນີ້.”+

ຂໍຄວາມໄຂເງື່ອນ

ຫຼື “ໃຫ້​ພວກເຮົາ​ມີ​ກຳແພງ​ຫີນ”