ເອັດສະເທີ 1:1-22

  • ກະສັດ​ອາຫະສຸເອຣັດ​ໄດ້​ຈັດ​ງານ​ລ້ຽງ​ໃຫຍ່​ຢູ່​ເມືອງ​ຊູຊາ (1-​9)

  • ລາຊີນີ​ວາຊາຕີ​ບໍ່​ຍອມ​ມາ​ຕາມ​ທີ່​ກະສັດ​ສັ່ງ (10-​12)

  • ກະສັດ​ປຶກສາ​ກັບ​ຄົນ​ທີ່​ຮູ້​ດີ​ກ່ຽວ​ກັບ​ເລື່ອງ​ກົດ​ໝາຍ (13-​20)

  • ກະສັດ​ສົ່ງ​ຄຳ​ສັ່ງ​ອອກ​ໄປ (21, 22)

1  ເລື່ອງ​ນີ້​ເກີດ​ຂຶ້ນໃນ​ສະໄໝ​ຂອງ​ອາຫະສຸເອຣັດ.* ອາຫະສຸເອຣັດ​ຜູ້​ນີ້​ປົກ​ຄອງ 127 ແຂວງ+​ຕັ້ງ​ແຕ່​ອິນເດຍ​ຈົນຮອດ​ເອທິໂອເປຍ.*  ລາວ​ປົກ​ຄອງຢູ່​ວັງ​ໃນ​ເມືອງ​ຊູຊາ.+  ໃນ​ປີ​ທີ 3 ທີ່​ລາວ​ປົກ​ຄອງ ລາວ​ໄດ້​ຈັດ​ງານ​ລ້ຽງ​ໃຫຍ່​ໃຫ້​ພວກ​ເຈົ້າ​ນາຍ​ແລະ​ພວກ​ຂ້າລາຊະການ​ຂອງ​ລາວ. ພວກ​ຫົວ​ໜ້າ​ກອງ​ທັບ​ເປີເຊຍ+​ແລະ​ເມເດຍ+ ພວກ​ຜູ້​ນຳ ແລະ​ພວກ​ເຈົ້າ​ແຂວງ​ທັງໝົດ​ໄດ້​ມາ​ງານ​ລ້ຽງ​ນີ້.  ເປັນ​ເວລາ 180 ມື້​ທີ່​ລາວ​ໄດ້​ໃຫ້​ເຂົາ​ເຈົ້າ​ເຫັນ​ຄວາມ​ຮັ່ງ​ມີ​ໃນ​ປະເທດ​ຂອງ​ລາວ​ທີ່​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ເຫັນ​ຄວາມ​ຍິ່ງ​ໃຫຍ່​ແລະ​ກຽດ​ຕິຍົດ​ຂອງ​ລາວ.  ຫຼັງ​ຈາກ​ນັ້ນ ກະສັດ​ອາຫະສຸເອຣັດ​ໄດ້​ຈັດ​ງານ​ລ້ຽງ​ໃຫຍ່ 7 ມື້​ໃຫ້​ທຸກ​ຄົນ​ທີ່​ຢູ່​ວັງ​ໃນ​ເມືອງ​ຊູຊາ​ໃນ​ຕອນ​ນັ້ນ ເຊິ່ງ​ມີ​ທັງ​ຜູ້​ທີ່​ມີ​ຕຳ​ແໜ່ງ​ນ້ອຍ​ແລະ​ຕຳ​ແໜ່ງ​ໃຫຍ່. ງານ​ລ້ຽງ​ນີ້​ຈັດ​ຢູ່​ເດີ່ນ​ທີ່​ຢູ່​ສວນ​ໃນ​ວັງ​ຂອງ​ກະສັດ.  ເຂົາ​ເຈົ້າ​ຕົກ​ແຕ່ງ​ເດີ່ນ​ນັ້ນ​ດ້ວຍ​ຜ້າ​ກັ້ງ​ສີ​ຂາວ​ກັບ​ສີ​ຟ້າ​ທີ່​ມັດ​ດ້ວຍ​ດ້າຍ​ຂົນ​ແກະ​ທີ່​ຍ້ອມ​ສີ​ມ່ວງ​ກັບ​ເຊືອກ​ທີ່​ເຮັດ​ຈາກ​ຜ້າ​ສີ​ຂາວ. ເຂົາເຈົ້າ​ເອົາ​ຜ້າ​ກັ້ງ​ນີ້​ຫ້ອຍ​ໃສ່​ຕ່ອງ​ມົນ​ໆ​ທີ່​ເປັນ​ເງິນ​ແລ້ວ​ມັດ​ໃສ່​ເສົາ​ຫີນ​ອ່ອນ ແລະ​ເອົາຕັ່ງ​ຍາວທີ່​ເປັນ​ເງິນ​ເປັນ​ຄຳ​ຫຼາຍ​ໆ​ໜ່ວຍ​ໄປ​ຕັ້ງ​ໄວ້​ຢູ່​ພື້ນ​ທີ່​ປູ​ດ້ວຍ​ຫີນ​ພໍເຟີຣີ* ຫີນ​ອ່ອນ​ສີ​ຂາວ ຫີນ​ທີ່​ເປັນ​ຄື​ກັບ​ມຸກ ແລະ​ຫີນ​ອ່ອນ​ສີ​ດຳ.  ໃນ​ງານ​ລ້ຽງ​ນັ້ນ​ມີການ​ເສີບ​ເຫຼົ້າແວງ​ດ້ວຍ​ຈອກ​ຄຳ ເຊິ່ງຈອກ​ແຕ່​ລະ​ໜ່ວຍ​ກໍ​ງາມ​ບໍ່​ຄືກັນ. ກະສັດ​ມີ​ເຫຼົ້າແວງ​ໃຫ້​ກິນ​ແບບ​ບໍ່​ອັ້ນ​ຍ້ອນ​ວ່າ​ລາວ​ຮັ່ງ​ຫຼາຍ.  ກະສັດ​ບອກ​ຫົວ​ໜ້າ​ພວກ​ຄົນ​ຮັບ​ໃຊ້​ໃນ​ວັງ​ວ່າ​ໃຜ​ຢາກກິນ​ເຫຼົ້າແວງ​ຫຼາຍ​ສ່ຳ​ໃດ​ກໍ​ໄດ້​ຕາມ​ໃຈ​ມັກ. ຄົນ​ທີ່​ຢູ່​ໃນ​ງານລ້ຽງ​ຈຶ່ງ​ກິນເຫຼົ້າແວງ​ຕາມ​ໃຈ​ໂດຍ​ບໍ່​ມີ​ໃຜ​ຫ້າມ.  ໃນ​ວັງ​ຂອງ​ກະສັດ​ອາຫະສຸເອຣັດ ລາຊີນີ​ວາຊາຕີ+​ກໍ​ຈັດ​ງານລ້ຽງ​ສຳລັບ​ພວກ​ຜູ້​ຍິງ​ຄືກັນ. 10  ໃນ​ມື້​ທີ 7 ຕອນ​ທີ່​ກະສັດ​ອາຫະສຸເອຣັດ​ກຳລັງ​ກິນ​ເຫຼົ້າແວງ​ຢ່າງ​ມີ​ຄວາມສຸກ ລາວ​ໄດ້​ເອີ້ນ​ຂ້າລາຊະການ 7 ຄົນ​ທີ່​ເຮັດ​ວຽກ​ໃກ້ຊິດ​ກັບ​ລາວ​ໃຫ້​ມາ​ຫາ ເຊິ່ງ​ມີ​ເມຮຸມານ ບິດຊະທາ ຮາໂບນາ+ ບິກທາ ອາບັກທາ ເຊທາ ແລະ​ກາກັດ. 11  ແລ້ວ​ກະສັດ​ກໍ​ບອກ​ເຂົາເຈົ້າ​ໄປ​ເຊີນ​ລາຊີນີ​ວາຊາຕີ​ໃຫ້​ມາ​ຫາ​ແລະ​ໃຫ້​ລາວ​ໃສ່​ຜ້າ​ຄຽນ​ຫົວ​ສຳລັບ​ລາຊີນີ​ມາ​ນຳ ເພື່ອ​ພວກ​ເຈົ້າ​ແຂວງກັບ​ຄົນ​ອື່ນ​ໆ​ຈະ​ໄດ້​ເຫັນ​ຄວາມ​ງາມ​ຂອງ​ລາວ​ຍ້ອນວ່າ​ລາວ​ເປັນ​ຄົນ​ງາມ​ຫຼາຍ. 12  ເຖິງ​ວ່າ​ພວກ​ຂ້າລາຊະການ​ຈະ​ເວົ້າ​ແນວໃດ ລາຊີນີ​ວາຊາຕີ​ກໍ​ບໍ່​ຍອມ​ມາ​ຕາມ​ທີ່​ກະສັດ​ສັ່ງ ກະສັດ​ຈຶ່ງ​ໃຈ​ຮ້າຍ​ຫຼາຍ. 13  ກະສັດ​ໄດ້​ເວົ້າ​ກັບ​ຄົນ​ທີ່​ຮູ້​ດີ​ກ່ຽວ​ກັບ​ເລື່ອງ​ກົດໝາຍ​ໃນ​ສະໄໝ​ນັ້ນ. (ເປັນ​ເລື່ອງ​ປົກກະຕິ​ທີ່​ກະສັດ​ຈະ​ປຶກສາ​ກັບ​ຄົນ​ທີ່​ຮູ້​ດີ​ກ່ຽວກັບ​ເລື່ອງ​ກົດໝາຍ 14  ແລະ​ປຶກສາ​ກັບ​ພວກ​ຂ້າລາຊະການ 7 ຄົນ​ທີ່​ໃກ້ຊິດ​ກັບ​ລາວ​ທີ່​ສຸດ ເຊິ່ງ​ມີກາເຊນາ ເຊດຖາ ອັດມາທາ ຕາຊິດ ເມເຣັດ ມາ​ເສນາ ແລະ​ເມມູການ. ທັງ 7 ຄົນ​ນີ້​ເປັນ​ຂ້າລາຊະການ+​ຂອງ​ເປີເຊຍ​ແລະ​ເມເດຍ​ທີ່​ມີ​ຕຳແໜ່ງ​ສູງ​ທີ່​ສຸດ​ໃນ​ແຜ່ນ​ດິນ​ແລະ​ສາມາດ​ເຂົ້າ​ໄປ​ລົມ​ນຳ​ກະສັດ​ໄດ້​ຕະຫຼອດ.) 15  ກະສັດ​ຖາມ​ເຂົາເຈົ້າ​ວ່າ: “ລາຊີນີ​ວາຊາຕີ​ບໍ່​ເຮັດ​ຕາມ​ຄຳສັ່ງ​ຂອງ​ຂ້ອຍ​ທີ່​ບອກ​ຜ່ານ​ທາງ​ພວກ​ຂ້າລາຊະການ ຕາມ​ກົດໝາຍ​ແລ້ວ​ຂ້ອຍ​ຄວນ​ເຮັດ​ແນວໃດ​ກັບ​ລາວ?” 16  ເມມູການ​ຕອບ​ກະສັດ​ແລະ​ພວກ​ຂ້າລາຊະການ​ວ່າ: “ລາຊີນີ​ວາຊາຕີ​ບໍ່​ໄດ້​ເຮັດ​ຜິດ​ຕໍ່​ກະສັດ​ອາຫະສຸເອຣັດ​ເທົ່າ​ນັ້ນ+ ແຕ່​ລາວ​ຍັງ​ໄດ້​ເຮັດ​ຜິດ​ຕໍ່​ພວກ​ຂ້າລາຊະການ​ແລະ​ຕໍ່​ທຸກຄົນ​ທີ່​ຢູ່​ໃນ​ແຂວງ​ຕ່າງ​ໆ​ທີ່​ກະສັດ​ປົກຄອງ​ນຳ​ອີກ. 17  ຖ້າ​ພວກ​ເມຍ​ທັງ​ຫຼາຍ​ຮູ້​ສິ່ງ​ທີ່​ລາຊີນີ​ເຮັດ ເຂົາເຈົ້າ​ກໍ​ຈະ​ບໍ່​ຟັງຜົວແລະ​ເວົ້າ​ວ່າ ‘ຂະໜາດ​ກະສັດ​ອາຫະສຸເອຣັດ​ສັ່ງ​ໃຫ້​ລາຊີນີ​ວາຊາຕີ​ໄປ​ຫາ ລາວ​ກໍ​ຍັງ​ບໍ່​ຍອມ​ໄປ.’ 18  ພວກ​ເມຍ​ຂອງ​ພວກ​ຂ້າລາຊະການ​ເປີເຊຍ​ແລະ​ເມເດຍ​ທີ່​ຮູ້​ວ່າ​ລາຊີນີ​ໄດ້​ເຮັດ​ຫຍັງ​ກໍ​ຈະ​ເອົາ​ເລື່ອງ​ນີ້​ໄປ​ເລົ່າ​ໃຫ້​ຜົວ​ຂອງ​ເຂົາ​ເຈົ້າ​ຟັງ​ໃນ​ມື້​ນີ້ ເຊິ່ງ​ຈະ​ເຮັດ​ໃຫ້​ເຂົາເຈົ້າບໍ່​ນັບ​ຖື​ກັນ​ແລະ​ຜິດ​ຖຽງ​ກັນຫຼາຍ. 19  ຖ້າ​ກະສັດ​ເຫັນ​ດີ ຂໍ​ໃຫ້​ກະສັດ​ອອກ​ຄຳ​ສັ່ງ​ແລະ​ຂຽນ​ໄວ້​ໃນ​ກົດໝາຍ​ຂອງ​ເປີເຊຍ​ແລະ​ເມເດຍ​ທີ່​ຍົກ​ເລີກ​ບໍ່​ໄດ້+​ວ່າ ຫ້າມ​ບໍ່​ໃຫ້​ນາງ​ວາຊາຕີ​ເຂົ້າ​ມາ​ຫາ​ກະສັດ​ອາຫະສຸເອຣັດ​ອີກ. ຂໍ​ໃຫ້​ກະສັດ​ຍົກ​ຕຳແໜ່ງ​ຂອງ​ລາວ​ໃຫ້​ຜູ້​ຍິງ​ຄົນ​ອື່ນ​ທີ່​ດີ​ກວ່າ​ລາວ. 20  ເມື່ອ​ຄຳສັ່ງ​ນີ້​ຖືກ​ປະກາດ​ອອກ​ໄປ​ທົ່ວ​ທຸກແຂວງ​ທີ່​ກະສັດ​ປົກຄອງ ຜູ້​ເປັນ​ເມຍ​ທຸກຄົນ​ກໍ​ຈະ​ໃຫ້​ກຽດ​ຜົວ ບໍ່​ວ່າ​ຜົວ​ຂອງ​ລາວ​ຈະ​ເປັນຄົນ​ສຳຄັນ​ຫຼື​ຄົນ​ທຳມະດາ.” 21  ກະສັດ​ກັບ​ພວກ​ຂ້າລາຊະການ​ເຫັນ​ດີ​ກັບ​ຂໍ້​ສະເໜີ​ນີ້ ກະສັດ​ຈຶ່ງ​ເຮັດ​ຕາມ​ທີ່​ເມມູການ​ບອກ. 22  ກະສັດ​ສົ່ງ​ຈົດ​ໝາຍ​ໄປ​ທົ່ວ​ທຸກ​ແຂວງ​ທີ່​ລາວ​ປົກຄອງ.+ ຈົດ​ໝາຍ​ນັ້ນ​ຂຽນ​ເປັນ​ໂຕ​ໜັງສື​ແລະ​ພາສາ​ທີ່​ຄົນ​ໃນ​ແຕ່​ລະ​ແຂວງ​ໃຊ້. ຈົດ​ໝາຍ​ນັ້ນ​ຂຽນ​ວ່າ ຜົວ​ເປັນ​ຫົວໜ້າ​ຄອບຄົວ​ແລະທຸກຄົນ​ໃນ​ຄອບຄົວ​ຕ້ອງ​ໃຊ້​ພາສາ​ທີ່​ລາວ​ເວົ້າ.

ຂໍຄວາມໄຂເງື່ອນ

ເຂົ້າໃຈ​ວ່າ​ເປັນ​ເຊີຊິດ​ທີ 1 ເຊິ່ງ​ເປັນ​ລູກ​ຊາຍ​ຂອງ​ດາຣິອຸດ​ຜູ້​ຍິ່ງໃຫຍ່ (ດາຣິອຸດ ຮິດສ໌ຕາພິດສ໌)
ຫຼື “ກູເຊ”
ເປັນ​ຫີນ​ທີ່​ແຂງ​ຫຼາຍ ເປັນ​ສີ​ແດງ​ຊ້ຳ​ຈຸດ​ສີ​ຂາວ​ແລະ​ມີ​ລາຄາ​ແພງ​ຫຼາຍ