ເອັດສະເທີ 10:1-3

  • ມໍເດກາຍ​ມີ​ຕຳແໜ່ງ​ສູງ (1-​3)

10  ກະສັດ​ອາຫະສຸເອຣັດ​ໄດ້​ເກນ​ຄົນຈາກ​ທຸກ​ແຂວງ​ທີ່​ລາວ​ປົກຄອງໃຫ້​ມາ​ເຮັດ​ວຽກ ທັງ​ຄົນ​ທີ່​ຢູ່​ໃນ​ແຜ່ນດິນ​ແລະ​ຢູ່​ຕາມ​ເກາະ​ຕ່າງ​ໆ​ໃນ​ທະເລ.  ອຳນາດ​ແລະຄວາມ​ສຳເລັດຕ່າງ​ໆ​ຂອງ​ລາວ ລວມ​ທັງ​ລາຍ​ລະອຽດ​ກ່ຽວ​ກັບ​ເລື່ອງ​ທີ່​ກະສັດ​ໃຫ້​ມໍເດກາຍ+​ມີຕຳແໜ່ງ​ສູງ+​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ+​ຂອງ​ພວກ​ກະສັດ​ເມເດຍ​ແລະ​ເປີເຊຍ.+  ມໍເດກາຍ​ຄົນ​ຢິວ​ເປັນ​ຮອງ​ແຕ່​ຈາກ​ກະສັດ​ອາຫະສຸເອຣັດ​ເທົ່ານັ້ນ. ລາວເປັນ​ຄົນ​ສຳຄັນຫຼາຍ​ສຳລັບ​ຄົນ​ຢິວ​ແລະ​ເຂົາເຈົ້າ​ທຸກຄົນ​ກໍ​ນັບຖື​ລາວ. ລາວ​ເຮັດ​ສິ່ງ​ທີ່​ດີ​ເພື່ອ​ຄົນ​ຢິວ​ແລະ​ຊ່ວຍ​ໃຫ້​ລູກຫຼານ​ຂອງ​ເຂົາເຈົ້າ​ໄດ້ຢູ່​ດີ​ມີ​ສຸກ.

ຂໍຄວາມໄຂເງື່ອນ