ເອັດສະເທີ 2:1-23

  • ຊອກ​ຫາ​ລາຊີນີ​ຄົນ​ໃໝ່ (1-​14)

  • ເອັດສະເທີ​ໄດ້​ເປັນ​ລາຊີນີ (15-​20)

  • ມໍເດກາຍ​ຮູ້​ເລື່ອງ​ແຜນການ​ຂ້າ​ກະສັດ (21-​23)

2  ຕໍ່ມາ ເມື່ອ​ກະສັດ​ອາຫະສຸເອຣັດ+​ເຊົາ​ໃຈຮ້າຍ​ແລ້ວ ກະສັດ​ກໍ​ຄິດເຖິງ​ສິ່ງ​ທີ່​ວາຊາຕີ​ໄດ້​ເຮັດ+​ແລະ​ຄິດເຖິງ​ການ​ລົງໂທດ​ລາວ​ໃນ​ເທື່ອ​ນັ້ນ.+  ຄົນ​ທີ່​ຮັບໃຊ້​ກະສັດ​ບອກ​ກະສັດ​ວ່າ: “ກະສັດ​ໜ້າ​ຈະ​ໃຫ້​ຄົນ​ໄປຊອກ​ຜູ້​ສາວ​ບໍລິສຸດ​ທີ່​ງາມ​ໆ​ມາ​ໃຫ້​ທ່ານ.  ຂໍ​ໃຫ້​ກະສັດ​ເລືອກ​ຄົນ​ຈາກ​ທຸກ​ແຂວງ​ທີ່​ທ່ານ​ປົກຄອງ+​ເພື່ອ​ເຮັດ​ໜ້າ​ທີ່​ຊອກ​ຫາ​ຜູ້ສາວ​ບໍລິສຸດ​ທີ່​ງາມ​ໆ​ມາ​ໄວ້​ຢູ່​ເຮືອນ​ພັກ​ຂອງ​ພວກ​ຜູ້​ຍິງ*​ຢູ່​ວັງ​ໃນ​ເມືອງ​ຊູຊາ ແລະ​ໃຫ້​ເຮກາຍ+​ທີ່​ເປັນ​ຂັນທີ*​ເບິ່ງ​ແຍງ​ແລະບຳລຸງ​ຄວາມ​ງາມໃຫ້​ເຂົາ​ເຈົ້າ.  ຜູ້ຍິງ​ຄົນ​ໃດ​ທີ່​ກະສັດ​ມັກ​ຫຼາຍ​ທີ່​ສຸດ​ກໍ​ຈະ​ໄດ້​ເປັນ​ລາຊີນີ​ແທນ​ວາຊາຕີ.”+ ກະສັດ​ມັກ​ຂໍ້​ສະເໜີ​ນີ້​ຫຼາຍ​ແລະ​ໄດ້​ອອກ​ຄຳ​ສັ່ງ​ຕາມ​ນັ້ນ.  ຢູ່​ວັງ​ໃນ​ເມືອງ​ຊູຊາ+​ມີ​ຜູ້ຊາຍ​ຄົນ​ຢິວ​ຄົນ​ໜຶ່ງ​ຊື່​ມໍເດກາຍ.+ ລາວ​ເປັນ​ລູກຊາຍ​ຂອງ​ຢາອີ​ເປັນ​ຫຼານ​ຂອງ​ຊິເມອີ​ແລະ​ເປັນ​ເຫຼນ​ຂອງ​ກີເຊ​ຄົນ​ເບັນຢາມິນ.+  ຕອນ​ທີ່​ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ​ຈັບ​ເຢໂກນີຢາ*+​ກະສັດ​ຂອງ​ຢູດາ​ແລະ​ພວກ​ປະຊາຊົນ​ຈາກ​ເມືອງ​ເຢຣູຊາເລັມ​ມາ​ເປັນ​ຊະເລີຍ ມໍເດກາຍ​ກໍ​ຖືກ​ຈັບ​ມາ​ນຳ.  ມໍເດກາຍ​ໄດ້​ເອົາ​ຮາດາສາ*​ເຊິ່ງ​ມີ​ອີກ​ຊື່​ໜຶ່ງ​ວ່າ​ເອັດສະເທີ​ທີ່​ເປັນ​ລູກສາວ​ຂອງລຸງ​ມາ​ລ້ຽງ+ ຍ້ອນວ່າ​ລາວ​ເປັນ​ລູກ​ກຳພ້າ. ເອັດສະເທີ​ເປັນ​ຄົນ​ງາມ​ຫຼາຍ. ຫຼັງຈາກ​ທີ່​ພໍ່​ແມ່​ລາວ​ຕາຍ ມໍເດກາຍ​ກໍ​ເອົາ​ລາວ​ມາ​ລ້ຽງ.  ຕອນ​ທີ່​ຄຳສັ່ງ​ແລະ​ກົດໝາຍ​ຂອງ​ກະສັດ​ຖືກ​ປະກາດ​ອອກ​ໄປ ມີ​ຜູ້​ສາວ​ຫຼາຍ​ແທ້​ຫຼາຍ​ວ່າ​ຖືກ​ພາ​ມາ​ວັງ​ໃນ​ເມືອງ​ຊູຊາ​ແລະ​ເຮກາຍ​ເປັນ​ຜູ້​ເບິ່ງ​ແຍງ​ເຂົາເຈົ້າ.+ ເອັດສະເທີ​ກໍ​ຖືກ​ພາ​ມາ​ວັງ​ຂອງ​ກະສັດ​ແລະ​ເຮກາຍ​ທີ່​ເບິ່ງແຍງ​ພວກ​ຜູ້ຍິງ​ກໍ​ເບິ່ງແຍງ​ເອັດສະເທີ​ຄື​ກັນ.  ເຮກາຍ​ມັກ​ແລະ​ຖືກ​ໃຈ​ເອັດສະເທີ​ຫຼາຍ* ລາວ​ຈຶ່ງ​ຟ້າວ​ກຽມ​ເຄື່ອງ​ບຳລຸງ​ຄວາມ​ງາມ+​ແລະ​ຂອງກິນ​ໃຫ້​ເອັດສະເທີ​ເປັນ​ພິເສດ. ລາວ​ໄດ້​ເລືອກ​ຜູ້ຍິງ 7 ຄົນ​ຈາກ​ວັງ​ຂອງ​ກະສັດ​ໃຫ້​ມາ​ຮັບ​ໃຊ້​ເອັດສະເທີ. ເຮກາຍ​ຍັງ​ໄດ້​ຍ້າຍ​ເອັດສະເທີ​ກັບ​ຄົນ​ຮັບໃຊ້​ຂອງ​ລາວ​ໄປ​ຢູ່​ບ່ອນ​ທີ່​ດີ​ທີ່​ສຸດ​ໃນ​ເຮືອນ​ພັກ​ຂອງ​ພວກ​ຜູ້​ຍິງ. 10  ເອັດສະເທີ​ບໍ່​ໄດ້​ບອກ​ໃຫ້​ໃຜ​ຮູ້​ວ່າ​ລາວ​ເປັນ​ຄົນ​ຊາດ​ໃດ+​ແລະ​ພີ່ນ້ອງ​ຂອງ​ລາວ​ແມ່ນ​ໃຜ ຍ້ອນ​ມໍເດກາຍ+​ບໍ່​ໃຫ້​ລາວ​ບອກ.+ 11  ທຸກ​ໆ​ມື້​ມໍເດກາຍ​ຈະ​ໄປ​ໜ້າ​ເດີ່ນ​ເຮືອນພັກ​ຂອງ​ພວກ​ຜູ້ຍິງ​ແລະຍ່າງ​ໄປ​ຍ່າງ​ມາ​ຢູ່​ແຖວ​ນັ້ນ ເພື່ອ​ຈະ​ຮູ້​ວ່າ​ເອັດສະເທີ​ເປັນ​ແນວ​ໃດ​ແລະ​ສະ​ບາຍ​ດີ​ບໍ່. 12  ຫຼັງ​ຈາກ​ບຳລຸງ​ຄວາມ​ງາມ​ຈົນ​ຄົບ 12 ເດືອນ​ແລ້ວ ຈະ​ມີ​ມື້​ກຳນົດ​ໄວ້​ສຳລັບ​ຜູ້ສາວ​ແຕ່​ລະ​ຄົນ​ວ່າ​ລາວ​ຈະ​ໄດ້​ເຂົ້າ​ພົບ​ກະສັດ​ອາຫະສຸເອຣັດ​ມື້​ໃດ. ໃນ 1 ປີ​ທີ່​ເຂົາເຈົ້າ​ບຳລຸງ​ຄວາມ​ງາມ* ເຂົາເຈົ້າ​ໃຊ້​ນ້ຳມັນ​ມົດຍອບ*+ 6 ເດືອນ​ແລະ​ໃຊ້​ນ້ຳມັນ​ຫອມ​ທີ່​ສະກັດ​ຈາກ​ພືດ+​ແລະ​ນ້ຳມັນ​ຊະນິດ​ອື່ນ​ໆ​ອີກ 6 ເດືອນ. 13  ຈາກນັ້ນ ຜູ້ສາວ​ແຕ່​ລະ​ຄົນ​ກໍ​ພ້ອມ​ທີ່​ຈະ​ເຂົ້າ​ພົບ​ກະສັດ. ຕອນ​ທີ່​ເຂົາເຈົ້າ​ອອກ​ຈາກ​ເຮືອນພັກ​ຂອງ​ພວກ​ຜູ້ຍິງ​ໄປ​ວັງ​ຂອງ​ກະສັດ ເຂົາເຈົ້າ​ຈະ​ຂໍ​ຫຍັງ​ກໍ​ໄດ້. 14  ຜູ້ສາວ​ແຕ່​ລະ​ຄົນ​ຈະ​ເຂົ້າ​ພົບ​ກະສັດ​ໃນ​ຕອນ​ແລງ ແລະ​ໃນ​ຕອນ​ເຊົ້າ​ເຂົາເຈົ້າ​ຈະ​ຕ້ອງ​ໄປ​ຢູ່​ເຮືອນພັກ​ຂອງ​ພວກ​ຜູ້ຍິງ​ຫຼັງ​ທີ 2. ຊາອັດຊະກັດ​ທີ່​ເປັນ​ຂັນທີ+​ເຊິ່ງ​ເບິ່ງແຍງ​ພວກ​ເມຍ​ນ້ອຍ*​ຈະ​ເປັນ​ຜູ້​ເບິ່ງແຍງ​ພວກ​ຜູ້ສາວ​ເຫຼົ່ານີ້. ຖ້າ​ກະສັດ​ບໍ່​ຖືກ​ໃຈ​ເຂົາເຈົ້າ​ແລະ​ບໍ່​ໄດ້​ເອີ້ນ​ໃຫ້​ກັບ​ໄປ​ຫາ ເຂົາເຈົ້າ​ກໍ​ຈະ​ບໍ່​ໄດ້​ໄປ​ພົບ​ກະສັດ​ອີກ.+ 15  ເອັດສະເທີ​ທີ່​ເປັນ​ລູກສາວ​ຂອງ​ອາບີຮາຍ​ລຸງ​ຂອງ​ມໍເດກາຍ ເຊິ່ງ​ມໍເດກາຍ​ໄດ້​ເອົາ​ລາວ​ມາ​ລ້ຽງ​ເປັນ​ລູກ+​ກໍ​ຕ້ອງ​ໄດ້​ເຮັດ​ຄື​ກັບ​ຜູ້ສາວ​ຄົນ​ອື່ນ​ໆ​ຄືກັນ. ໃນ​ມື້​ທີ່​ເອັດສະເທີ​ເຂົ້າ​ໄປ​ພົບ​ກະສັດ ລາວ​ບໍ່​ໄດ້​ຂໍ​ຫຍັງ​ຕື່ມ. ເຮກາຍທີ່​ເປັນ​ຂັນທີ​ຂອງ​ກະສັດແລະ​ເປັນ​ຜູ້​ເບິ່ງແຍງ​ພວກ​ຜູ້ຍິງ​ຈັດ​ຫຍັງ​ໃຫ້​ເອັດສະເທີ ລາວ​ກໍ​ໃຊ້​ແຕ່​ເທົ່ານັ້ນ. ໃນ​ໄລຍະ​ນັ້ນ ທຸກຄົນ​ທີ່​ເຫັນ​ເອັດສະເທີ​ກໍ​ຖືກ​ໃຈ​ໂລດ. 16  ເອັດສະເທີ​ຖືກ​ພາ​ໄປ​ຫາ​ກະສັດ​ອາຫະສຸເອຣັດ​ຢູ່​ວັງ​ໃນ​ເດືອນ​ທີ 10 ເຊິ່ງ​ເປັນ​ເດືອນ​ເຕເບັດ* ໃນ​ປີ​ທີ 7 +​ທີ່​ກະສັດ​ປົກຄອງ. 17  ກະສັດ​ຮັກ​ເອັດສະເທີ​ຫຼາຍ​ກວ່າ​ເມຍ​ທຸກຄົນ​ຂອງ​ລາວ ແລະ​ກະສັດ​ຍັງມັກ​ແລະ​ຖືກ​ໃຈ​ເອັດສະເທີ*​ຫຼາຍ​ກວ່າ​ພວກ​ຜູ້ສາວ​ບໍລິສຸດ​ທັງໝົດ. ກະສັດ​ຈຶ່ງ​ເອົາ​ຜ້າຄຽນຫົວ​ສຳລັບ​ລາຊີນີ​ມາ​ສຸບ​ໃສ່​ຫົວ​ຂອງ​ເອັດສະເທີ​ແລະ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ລາຊີນີ+​ແທນ​ວາຊາຕີ.+ 18  ຈາກນັ້ນ ກະສັດ​ກໍ​ຈັດ​ງານ​ລ້ຽງ​ໃຫຍ່​ໃຫ້​ເອັດສະເທີ​ແລະ​ໄດ້​ເຊີນ​ພວກ​ເຈົ້າແຂວງ​ແລະ​ພວກ​ຂ້າລາຊະການ​ທຸກຄົນ​ໃຫ້​ມາ​ຮ່ວມ​ງານ. ຕໍ່ມາ​ລາວ​ຍັງ​ໄດ້​ປະກາດ​ໃຫ້​ມີການ​ປົດປ່ອຍ*​ຢູ່​ທຸກ​ແຂວງ​ແລະ​ແຈກຂອງຂວັນ​ຫຼາຍແທ້ຫຼາຍວ່າ. 19  ຕອນ​ທີ່​ມີການ​ລວບລວມ​ຜູ້ສາວ​ບໍລິສຸດ+​ເທື່ອ​ທີ 2 ມໍເດກາຍ​ເປັນຂ້າລາຊະການຢູ່​ປະຕູ​ວັງ​ຂອງ​ກະສັດ. 20  ເອັດສະເທີ​ບໍ່​ໄດ້​ບອກ​ໃຫ້​ໃຜ​ຮູ້​ວ່າ​ພີ່ນ້ອງ​ຂອງ​ລາວ​ແມ່ນ​ໃຜ​ແລະ​ລາວ​ເປັນ​ຄົນ​ຊາດ​ໃດ+​ຕາມ​ທີ່​ມໍເດກາຍ​ເຄີຍ​ບອກ​ໄວ້. ເອັດສະເທີ​ຍັງ​ເຊື່ອຟັງ​ມໍເດກາຍ​ຄື​ກັບ​ຕອນ​ທີ່​ລາວ​ຢູ່​ນຳ​ມໍເດກາຍ.+ 21  ໃນ​ໄລຍະ​ທີ່​ມໍເດກາຍ​ເປັນ​ຂ້າລາຊະການ​ຢູ່​ປະຕູ​ວັງຂອງກະສັດ ບິກທານ​ແລະ​ເຕເຣັດ​ທີ່​ເປັນ​ຂ້າລາຊະການ​ຍາມ​ປະຕູ​ຫ້ອງ​ຂອງ​ກະສັດ​ໄດ້​ຄຽດ​ແຄ້ນ​ໃຫ້​ກະສັດ​ອາຫະສຸເອຣັດ​ຫຼາຍ ເຂົາເຈົ້າ​ຈຶ່ງພະຍາຍາມວາງ​ແຜນ​ຂ້າ​ກະສັດ. 22  ແຕ່​ມໍເດກາຍ​ບັງເອີນ​ຮູ້​ເລື່ອງ​ນີ້ ລາວ​ຈຶ່ງ​ຟ້າວ​ໄປ​ບອກ​ລາຊີນີ​ເອັດສະເທີ ແລ້ວ​ເອັດສະເທີ​ກໍ​ເອົາ​ເລື່ອງ​ນີ້​ໄປ​ບອກ​ກະສັດ​ແທນ​ມໍເດກາຍ. 23  ເມື່ອ​ມີການ​ສືບສວນ​ເລື່ອງ​ນີ້​ກໍ​ເຫັນ​ວ່າ​ເປັນ​ຄວາມ​ຈິງ ຂ້າລາຊະການ 2 ຄົນ​ນັ້ນ​ຈຶ່ງ​ຖືກ​ແຂວນໄວ້​ເທິງ​ເສົາ. ເລື່ອງ​ນີ້​ຖືກ​ຂຽນ​ໄວ້​ໃນ​ປຶ້ມ​ບັນທຶກ​ເຫດການ​ໃນ​ສະໄໝ​ນັ້ນ​ເຊິ່ງ​ຂຽນ​ຢູ່​ຕໍ່​ໜ້າ​ກະສັດ.+

ຂໍຄວາມໄຂເງື່ອນ

ຫຼື “ຮາເຣັມ”
ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ເຢໂຮຢາກິນ ໃນ 2ກສ 24:8
ຮາດາສາ​ແມ່ນ​ຊື່​ພາສາ​ເຮັບເຣີ​ຂອງ​ເອັດສະເທີ​ເຊິ່ງ​ແປ​ວ່າ “ຕົ້ນໄມ້​ຫອມ”
ຫຼື “ແລະ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ເອັດສະເທີ”
ຫຼື “ນວດ​ບຳລຸງ​ຜິວ”
ຫຼື “ແລະ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ເອັດສະເທີ”
ນີ້​ອາດ​ໝາຍເຖິງ​ການ​ຍົກເວັ້ນ​ການ​ເສຍສ່ວຍ ການ​ຍົກເວັ້ນ​ຈາກ​ການ​ເປັນ​ທະຫານ ຫຼື​ການ​ປ່ອຍ​ນັກໂທດ​ອອກ​ຈາກ​ຄຸກ