ເອັດສະເທີ 5:1-14

  • ເອັດສະເທີ​ໄປ​ຫາ​ກະສັດ (1-​8)

  • ຮາມານ​ໃຈ​ຮ້າຍ​ແລະ​ເວົ້າ​ອວດ (9-​14)

5  ໃນ​ມື້​ທີ 3+ ເອັດສະເທີ​ນຸ່ງ​ຊຸດ​ລາຊີນີ​ຂອງ​ລາວ​ແລະ​ໄປ​ເດີ່ນ​ທາງ​ໃນ​ຂອງ​ວັງ​ກະສັດ. ເດີ່ນ​ນັ້ນ​ຢູ່​ຕໍ່​ໜ້າ​ຫ້ອງ​ໂຖງ​ໃຫຍ່​ຂອງ​ກະສັດ. ຕອນນັ້ນ ກະສັດ​ກຳລັງ​ນັ່ງ​ຢູ່​ເທິງ​ບັນລັງ​ຂອງ​ລາວ​ທີ່​ຢູ່​ຊື່​ກັບ​ທາງເຂົ້າ.  ເມື່ອ​ກະສັດ​ເຫັນ​ລາຊີນີ​ເອັດສະເທີ​ຢູ່​ເດີ່ນ​ກໍ​ດີ​ໃຈ​ຫຼາຍ. ລາວ​ຈຶ່ງ​ເດ່​ຄ້ອນ​ຄຳ+​ຂອງ​ລາວ​ໄປ​ຫາ​ເອັດສະເທີ ແລ້ວ​ເອັດສະເທີ​ກໍ​ຍ່າງ​ເຂົ້າ​ໄປ​ແລະ​ເອົາ​ມື​ແຕະ​ປາຍ​ຄ້ອນ​ຄຳ​ນັ້ນ.  ກະສັດ​ຖາມ​ລາວ​ວ່າ: “ລາຊີນີ​ເອັດສະເທີ ນ້ອງ​ມີ​ຫຍັງ​ບໍ? ນ້ອງ​ຢາກ​ໄດ້​ຫຍັງ? ເຖິງ​ວ່າ​ນ້ອງ​ຢາກ​ໄດ້ເຄິ່ງ​ໜຶ່ງ​ຂອງ​ປະເທດ​ນີ້ ອ້າຍ​ກໍ​ຈະ​ເອົາ​ໃຫ້​ນ້ອງ.”  ເອັດສະເທີ​ຕອບ​ວ່າ: “ຖ້າ​ກະສັດ​ເຫັນ​ດີ ມື້​ນີ້​ນ້ອງ​ຢາກ​ເຊີນ​ກະສັດ​ກັບ​ທ່ານ​ຮາມານ+​ມາ​ງານ​ລ້ຽງ​ທີ່​ນ້ອງ​ໄດ້​ກຽມ​ໄວ້​ໃຫ້​ກະສັດ.”  ກະສັດ​ຈຶ່ງ​ບອກ​ຄົນ​ຂອງ​ລາວ​ວ່າ: “ໃຫ້​ຟ້າວ​ໄປ​ເອີ້ນ​ຮາມານ​ມາ​ຕາມ​ທີ່​ເອັດສະເທີ​ຂໍ.” ແລ້ວ​ກະສັດ​ກັບ​ຮາມານ​ກໍ​ໄປ​ງານ​ລ້ຽງ​ທີ່​ເອັດສະເທີ​ໄດ້​ກຽມ​ໄວ້.  ຫຼັງ​ຈາກ​ທີ່​ເຂົາ​ເຈົ້າ​ກິນ​ເຂົ້າ​ແລ້ວ​ໆ​ແລະ​ກຳລັງ​ກິນ​ເຫຼົ້າແວງ​ນຳ​ກັນ ກະສັດ​ກໍ​ຖາມ​ເອັດສະເທີ​ວ່າ: “ນ້ອງ​ຢາກ​ຂໍ​ຫຍັງ? ບອກ​ອ້າຍ​ມາ​ໂລດ ອ້າຍ​ຊິ​ເອົາ​ໃຫ້. ນ້ອງ​ຢາກ​ໄດ້​ຫຍັງ? ເຖິງ​ວ່າ​ນ້ອງ​ຢາກ​ໄດ້ເຄິ່ງ​ໜຶ່ງ​ຂອງ​ປະເທດ​ນີ້ ອ້າຍ​ກໍ​ຈະ​ເອົາ​ໃຫ້​ນ້ອງ.”+  ເອັດສະເທີ​ຕອບ​ວ່າ: “ສິ່ງ​ທີ່​ນ້ອງ​ຢາກ​ໄດ້​ແມ່ນ  ຖ້າ​ກະສັດ​ພໍ​ໃຈ​ນ້ອງ​ແລະ​ຢາກ​ໃຫ້​ຕາມ​ທີ່​ນ້ອງ​ຂໍ ມື້​ອື່ນ​ນ້ອງ​ຈະ​ຈັດ​ງານ​ລ້ຽງ​ອີກ​ເທື່ອ​ໜຶ່ງ ນ້ອງ​ຢາກ​ຂໍ​ໃຫ້​ກະສັດ​ກັບ​ທ່ານ​ຮາມານ​ມາ​ອີກ ແລ້ວມື້​ອື່ນນ້ອງ​ຈະ​ບອກ​ກະສັດ​ວ່າ​ນ້ອງ​ຢາກ​ໄດ້​ຫຍັງ.”  ມື້​ນັ້ນ​ຮາມານ​ມ່ວນ​ຫຼາຍ​ແລະ​ອອກ​ມາ​ຈາກ​ວັງ​ດ້ວຍ​ຄວາມ​ດີໃຈ. ແຕ່​ເມື່ອ​ຮາມານ​ມາ​ຮອດ​ປະຕູ​ວັງ​ຂອງ​ກະສັດ​ແລະ​ເຫັນ​ວ່າ​ມໍເດກາຍ​ບໍ່​ໄດ້​ລຸກ​ຂຶ້ນ​ແລະ​ບໍ່​ໄດ້​ຢ້ານ​ລາວ ລາວ​ກໍ​ໃຈ​ຮ້າຍ​ໃຫ້​ມໍເດກາຍ​ຫຼາຍ.+ 10  ແຕ່​ຮາມານ​ຄວບຄຸມ​ອາລົມ​ໄວ້​ແລະ​ກັບ​ມາ​ເຮືອນ. ຈາກ​ນັ້ນ ລາວ​ກໍ​ໃຫ້​ຄົນ​ໄປ​ເອີ້ນ​ເຊເຣັດ+​ເມຍ​ຂອງ​ລາວ​ກັບ​ພວກ​ໝູ່​ໃຫ້​ມາ​ຫາ. 11  ຮາມານ​ເວົ້າ​ອວດ​ເຂົາເຈົ້າ​ວ່າ ລາວ​ລວຍ​ສ່ຳ​ໃດ ມີ​ລູກ​ຊາຍ​ຫຼາຍ​ສ່ຳ​ໃດ+ ແລະ​ເວົ້າ​ອວດ​ວ່າ​ກະສັດ​ໄດ້​ເລື່ອນ​ຕຳແໜ່ງ​ລາວ​ໃຫ້​ສູງ​ກວ່າ​ພວກ​ເຈົ້ານາຍ​ແລະ​ພວກ​ຂ້າລາຊະການ​ທຸກຄົນ​ຂອງ​ກະສັດ.+ 12  ຮາມານ​ຍັງ​ເວົ້າ​ອີກ​ວ່າ: “ບໍ່​ແມ່ນ​ແຕ່​ເທົ່າ​ນີ້​ໄດ໋. ງານ​ລ້ຽງ​ມື້​ນີ້​ທີ່​ລາຊີນີ​ເອັດສະເທີ​ຈັດ ລາວ​ບໍ່​ໄດ້​ເຊີນ​ຜູ້​ອື່ນ​ນອກ​ຈາກ​ຂ້ອຍ​ກັບ​ກະສັດ+ ແລະ​ງານລ້ຽງ​ມື້​ອື່ນ​ກໍ​ຈະ​ມີ​ແຕ່​ຂ້ອຍ​ຜູ້​ດຽວ​ເທົ່ານັ້ນ​ທີ່​ຈະ​ໄດ້​ໄປ​ຮ່ວມ​ກັບ​ກະສັດ​ແລະ​ລາຊີນີ.+ 13  ແຕ່​ຂ້ອຍ​ກໍ​ຍັງ​ບໍ່​ມີ​ຄວາມສຸກ​ຍ້ອນ​ມໍເດກາຍ​ຄົນ​ຢິວ​ຜູ້​ນັ້ນ​ຍັງ​ນັ່ງ​ຢູ່​ປະຕູ​ວັງ​ຂອງ​ກະສັດ.” 14  ເຊເຣັດ​ເມຍ​ຂອງ​ລາວ​ແລະ​ພວກ​ໝູ່​ກໍ​ບອກ​ລາວ​ວ່າ: “ເຈົ້າ​ໜ້າ​ຈະ​ໃຫ້​ຄົນ​ໄປ​ຕັ້ງ​ເສົາ​ຕົ້ນ​ໜຶ່ງ​ສູງ 50 ສອກ* ແລະ​ຕອນ​ເຊົ້າ​ກໍ​ໄປ​ບອກ​ກະສັດ​ໃຫ້​ແຂວນ​ມໍເດກາຍ​ໄວ້​ຢູ່​ຫັ້ນ.+ ຈາກ​ນັ້ນ ເຈົ້າ​ກໍ​ຈະ​ໄດ້​ໄປ​ງານລ້ຽງ​ກັບ​ກະສັດ​ຢ່າງ​ມີ​ຄວາມສຸກ.” ຮາມານ​ມັກ​ຂໍ້​ສະເໜີ​ນີ້ ລາວ​ຈຶ່ງ​ໃຫ້​ຄົນ​ໄປ​ຕັ້ງ​ເສົາ​ຕົ້ນ​ໜຶ່ງ​ໄວ້.

ຂໍຄວາມໄຂເງື່ອນ

22,3 ແມັດ. ເບິ່ງ​ພາກ​ຜະໜວກ ຂ14.