ເອເຊກຽນ 10:1-22

  • ເອົາ​ໄຟ​ທີ່​ຢູ່​ລະຫວ່າງ​ກົງ​ລໍ້ (1-​8)

  • ພັນລະນາ​ເຄຣູບ​ກັບ​ກົງ​ລໍ້ (9-​17)

  • ແສງ​ລັດສະໝີ​ຂອງ​ພະເຈົ້າ​ຍ້າຍ​ອອກ​ຈາກ​ວິຫານ (18-​22)

10  ຢູ່​ເທິງ​ແຜ່ນ​ທີ່​ຢູ່​ເທິງ​ຫົວ​ພວກ​ເຄຣູບ ຂ້ອຍ​ເຫັນ​ສິ່ງ​ໜຶ່ງ​ທີ່​ຄ້າຍຄື​ກັບ​ບັນລັງ​ທີ່​ເຮັດ​ຈາກ​ແກ້ວ​ໄພລິນ.+  ພະເຈົ້າ​ເວົ້າ​ກັບ​ຜູ້​ຊາຍ​ທີ່​ນຸ່ງ​ເຄື່ອງ​ທີ່​ເປັນ​ຜ້າ​ລີນິນ​ວ່າ:+ “ໃຫ້​ເຂົ້າ​ໄປ​ໃກ້​ໆ​ກົງ​ລໍ້+​ທີ່​ຢູ່​ກ້ອງ​ເຄຣູບ​ເຫຼົ່າ​ນັ້ນ ແລະ​ເອົາ​ຖ່ານ​ທີ່​ມີ​ໄຟ​ລຸກ​ຢູ່+​ທີ່​ຢູ່​ລະຫວ່າງ​ເຂົາເຈົ້າ​ໃສ່​ໃຫ້​ເຕັມ 2 ມື​ຂອງ​ເຈົ້າ ແລ້ວ​ເອົາ​ໄປ​ໂຍນ​ໃສ່​ເມືອງ.”+ ຈາກ​ນັ້ນ ຂ້ອຍ​ກໍ​ເຫັນ​ລາວ​ເຂົ້າ​ໄປ.  ຕອນ​ທີ່​ຜູ້​ຊາຍ​ຄົນ​ນັ້ນ​ເຂົ້າ​ໄປ ພວກ​ເຄຣູບ​ຢືນ​ຢູ່​ເບື້ອງ​ຂວາ​ຂອງ​ວິຫານ​ແລະ​ມີ​ຂີ້​ເຝື້ອ​ຢູ່​ເຕັມ​ເດີ່ນ​ທາງ​ໃນ.  ແລ້ວ​ແສງ​ລັດສະໝີ​ຂອງ​ພະ​ເຢໂຫວາ+​ທີ່​ຢູ່​ເທິງ​ພວກ​ເຄຣູບ​ກໍ​ຍ້າຍ​ໄປ​ຢູ່​ປະຕູ​ທາງ​ເຂົ້າ​ວິຫານ. ຂີ້ເຝື້ອ​ຄ່ອຍ​ໆ​ເຕັມ​ວິຫານ+​ແລະ​ຢູ່​ເດີ່ນ​ກໍ​ມີ​ແຕ່​ແສງ​ລັດສະໝີ​ຂອງ​ພະ​ເຢໂຫວາ​ທີ່​ເຫຼື້ອມ​ໆ​.  ສຽງ​ທີ່​ມາ​ຈາກ​ປີກ​ຂອງ​ເຄຣູບ​ເຫຼົ່ານີ້​ດັງ​ຄື​ກັບ​ສຽງ​ເວົ້າ​ຂອງ​ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸດ ແລະ​ດັງ​ໄປ​ຮອດ​ເດີ່ນ​ທາງ​ນອກ​ຂອງ​ວິຫານ.+  ຈາກ​ນັ້ນ ເພິ່ນ​ສັ່ງ​ຜູ້​ຊາຍ​ທີ່​ນຸ່ງ​ເຄື່ອງ​ທີ່​ເປັນ​ຜ້າ​ລີນິນ​ວ່າ: “ໃຫ້​ເອົາ​ໄຟ​ທີ່​ຢູ່​ລະຫວ່າງ​ກົງ​ລໍ້​ແລະ​ຢູ່​ລະຫວ່າງ​ພວກ​ເຄຣູບ​ມາ.” ແລ້ວ​ລາວ​ກໍ​ເຂົ້າ​ໄປ​ແລະ​ຢືນ​ຢູ່​ທາງ​ຂ້າງ​ກົງ​ລໍ້.  ເຄຣູບ​ອົງ​ໜຶ່ງ​ເດ່​ມື​ໄປ​ຈັບ​ເອົາ​ໄຟ​ທີ່​ຢູ່​ລະຫວ່າງ​ເຂົາເຈົ້າ+ ແລ້ວ​ເອົາ​ມາ​ໃສ່​ມື​ທັງ​ສອງ​ເບື້ອງ​ຂອງ​ຜູ້​ຊາຍ​ທີ່​ນຸ່ງ​ເຄື່ອງ​ທີ່​ເປັນ​ຜ້າ​ລີນິນ.+ ຜູ້​ຊາຍ​ຄົນ​ນັ້ນ​ເອົາ​ໄຟ ແລ້ວ​ກໍ​ອອກ​ມາ.  ເຄຣູບ​ເຫຼົ່ານີ້​ມີ​ມື​ຄື​ກັບ​ມື​ຄົນ​ຢູ່​ກ້ອງ​ປີກ.+  ຂ້ອຍ​ເຫັນ​ກົງ​ລໍ້ 4 ອັນ​ຢູ່​ທາງ​ຂ້າງ​ພວກ​ເຄຣູບ. ກົງ​ລໍ້​ແຕ່​ລະ​ອັນ​ຢູ່​ຂ້າງ​ເຄຣູບ​ແຕ່​ລະ​ອົງ. ກົງ​ລໍ້​ເຫຼົ່າ​ນີ້​ເຫຼື້ອມ​ຄື​ກັບ​ແກ້ວ​ຄຣິດໂຊໄລທ໌.+ 10  ທັງ​ສີ່​ກົງ​ມີ​ລັກສະນະ​ຄື​ກັນ ແລະ​ແຕ່​ລະ​ອັນ​ມີ​ກົງ​ລໍ້​ອີກ​ອັນ​ໜຶ່ງ​ຢູ່​ໄຂວ່​ກັນ.* 11  ມັນ​ເຄື່ອນ​ທີ່​ໄປ​ໄດ້​ທັງ​ສີ່​ທິດ​ໂດຍ​ທີ່​ບໍ່​ຕ້ອງ​ປິ່ນ​ໄປ​ທາງ​ນັ້ນ ຍ້ອນ​ມັນ​ໄປ​ໃນ​ທິດ​ທາງ​ດຽວ​ກັບ​ໜ້າ​ຂອງ​ເຄຣູບ. 12  ຢູ່​ຕາມ​ຕົນ​ໂຕ ຢູ່​ຫຼັງ ຢູ່​ມື ແລະ​ຢູ່​ປີກ​ຂອງ​ພວກ​ເຄຣູບ​ມີ​ຕາ​ຢູ່​ເຕັມ. ແຕ່​ລະ​ອົງ​ມີ​ກົງ​ລໍ້​ຢູ່​ທາງ​ຂ້າງ ແລະ​ກົງ​ລໍ້​ແຕ່​ລະ​ອັນ​ກໍ​ມີ​ຕາ​ຢູ່​ເຕັມ​ຄື​ກັນ.+ 13  ຂ້ອຍ​ໄດ້​ຍິນ​ສຽງ​ສັ່ງ​ກົງ​ລໍ້​ວ່າ: “ກົງ​ລໍ້​ທັງໝົດ ໄປ!” 14  ເຄຣູບ​ແຕ່​ລະ​ອົງ​ມີ​ໜ້າ 4 ໜ້າ. ໜ້າ​ທີ 1 ເປັນ​ໜ້າ​ເຄຣູບ ໜ້າ​ທີ 2 ເປັນ​ໜ້າ​ຄົນ ໜ້າ​ທີ 3 ເປັນ​ໜ້າ​ສິງ ແລະ​ໜ້າທີ 4 ເປັນ​ໜ້າ​ນົກ​ອິນຊີ.+ 15  ເຄຣູບ​ເຫຼົ່ານີ້​ແມ່ນ​ພວກ​ດຽວ​ກັບ​ສິ່ງ​ທີ່​ມີ​ຊີວິດ​ທີ່​ຂ້ອຍ​ເຄີຍ​ເຫັນ​ຢູ່​ແມ່​ນ້ຳ​ເກບາ.+ ເມື່ອ​ພວກ​ເຄຣູບ​ບິນ​ຂຶ້ນ 16  ແລະ​ເຄື່ອນ​ທີ່ ກົງ​ລໍ້​ກໍ​ລອຍ​ຂຶ້ນ​ໄປ​ນຳ​ເຂົາເຈົ້າ. ເມື່ອ​ພວກ​ເຄຣູບ​ບິນ​ຂຶ້ນ​ໄປ ກົງ​ລໍ້​ກໍ​ຢູ່​ທາງ​ຂ້າງ​ເຂົາເຈົ້າ​ຕະຫຼອດ.+ 17  ເມື່ອ​ເຂົາເຈົ້າ​ຢຸດ ມັນ​ກໍ​ຢຸດ ເມື່ອ​ເຂົາເຈົ້າ​ບິນ​ຂຶ້ນ​ໄປ ມັນ​ກໍ​ລອຍ​ຂຶ້ນ​ໄປ ຍ້ອນ​ພະລັງ​ຂອງ​ພະເຈົ້າ​ທີ່​ຢູ່​ນຳ​ສິ່ງ​ທີ່​ມີ​ຊີວິດ​ກໍ​ຢູ່​ນຳ​ກົງ​ລໍ້​ຄື​ກັນ. 18  ແລ້ວ​ແສງ​ລັດສະໝີ​ຂອງ​ພະ​ເຢໂຫວາ+​ກໍ​ຍ້າຍ​ຈາກ​ປະຕູ​ທາງ​ເຂົ້າ​ວິຫານ​ມາ​ຢູ່​ເທິງ​ພວກ​ເຄຣູບ.+ 19  ຂ້ອຍ​ເຫັນ​ເຄຣູບ​ເຫຼົ່ານີ້​ຍົກ​ປີກ​ຂຶ້ນ​ແລະ​ບິນ​ໄປ. ກົງ​ລໍ້​ກໍ​ລອຍ​ຂຶ້ນ​ໄປ​ນຳ​ເຂົາເຈົ້າ ແລ້ວ​ເຂົາເຈົ້າ​ກໍ​ຢຸດ​ຢູ່​ປະຕູ​ທິດ​ຕາເວັນ​ອອກ​ຂອງ​ວິຫານ​ຂອງ​ພະ​ເຢໂຫວາ. ແສງ​ລັດສະໝີ​ຂອງ​ພະເຈົ້າ​ຂອງ​ອິດສະຣາເອນ​ກໍ​ຢູ່​ເທິງ​ເຂົາເຈົ້າ.+ 20  ເຂົາເຈົ້າ​ແມ່ນ​ສິ່ງ​ທີ່​ມີ​ຊີວິດ​ທີ່​ຂ້ອຍ​ເຄີຍ​ເຫັນ​ຢູ່​ກ້ອງ​ບັນລັງ​ຂອງ​ພະເຈົ້າ​ຂອງ​ອິດສະຣາເອນ​ຢູ່​ແມ່​ນ້ຳ​ເກບາ+ ຂ້ອຍ​ຈຶ່ງ​ຮູ້​ວ່າ​ສິ່ງ​ທີ່​ມີ​ຊີວິດ​ທີ່​ຂ້ອຍ​ເຫັນ​ຕອນ​ນັ້ນ​ແມ່ນ​ພວກ​ເຄຣູບ. 21  ເຂົາເຈົ້າ​ມີ​ໜ້າ 4 ໜ້າ ມີ​ປີກ 4 ປີກ ແລະ​ມີ​ມື​ຄື​ກັບ​ມື​ຄົນ​ຢູ່​ກ້ອງ​ປີກ.+ 22  ໜ້າ​ຂອງ​ເຂົາເຈົ້າ​ຄື​ກັບ​ໜ້າ​ຂອງ​ສິ່ງ​ທີ່​ມີ​ຊີວິດ​ທີ່​ຂ້ອຍ​ເຄີຍ​ເຫັນ​ຢູ່​ແຄມ​ແມ່​ນ້ຳ​ເກບາ.+ ເມື່ອ​ເຂົາເຈົ້າ​ໄປ​ທິດ​ທາງ​ໃດ ເຂົາເຈົ້າ​ກໍ​ໄປ​ໄດ້​ໂດຍ​ທີ່​ບໍ່​ຕ້ອງ​ປິ່ນ​ໂຕ​ໄປ​ນຳ.+

ຂໍຄວາມໄຂເງື່ອນ

ເບິ່ງ​ຄື​ວ່າ​ເປັນ​ກົງ​ລໍ້ 2 ອັນ​ທີ່​ມີ​ຂະໜາດ​ສ່ຳ​ກັນ​ເຊິ່ງ​ຕັດ​ກັນ​ທາງ​ຂວາງ​ໃນ​ມຸມ​ຕັ້ງ​ສາກ