ເອເຊກຽນ 11:1-25

  • ຕັດສິນ​ພວກ​ຜູ້​ນຳ​ທີ່​ຊົ່ວ (1-​13)

    • ປຽບ​ທຽບ​ເມືອງ​ກັບ​ໝໍ້​ແກງ (3-​12)

  • ສັນຍາ​ເລື່ອງ​ການ​ຟື້ນຟູ (14-​21)

    • ໄດ້​ຮັບ “ຄວາມ​ຄິດ​ໃໝ່” (19)

  • ແສງ​ລັດສະໝີ​ຂອງ​ພະ​ເຢໂຫວາ​ລອຍ​ຂຶ້ນ​ຈາກ​ເມືອງ​ເຢຣູຊາເລັມ (22, 23)

  • ເອເຊກຽນ​ກັບ​ໄປ​ການເດອາ​ໃນ​ນິມິດ (24, 25)

11  ພະລັງ​ຂອງ​ພະເຈົ້າ*​ພາ​ຂ້ອຍ​ໄປ​ປະຕູ​ທິດ​ຕາເວັນ​ອອກ​ຂອງ​ວິຫານ​ຂອງ​ພະ​ເຢໂຫວາ.+ ຢູ່​ທາງ​ເຂົ້າ​ປະຕູ ຂ້ອຍ​ເຫັນ​ພວກ​ຜູ້​ນຳ 25 ຄົນ. ໃນ​ກຸ່ມ​ນັ້ນ​ມີ​ຢາອາຊານີຢາ​ລູກ​ຊາຍ​ຂອງ​ອັດຊູເຣ​ກັບ​ເປລາຕີຢາ​ລູກ​ຊາຍ​ຂອງ​ເບນາຢາ​ຢູ່​ນຳ.+  ພະເຈົ້າ​ເວົ້າ​ກັບ​ຂ້ອຍ​ວ່າ: “ລູກ​ມະນຸດ ພວກ​ນີ້​ກຳລັງ​ວາງ​ແຜນ​ຊົ່ວ​ແລະ​ແນະນຳ​ແນວ​ຊົ່ວ​ໆ​ໃຫ້​ເມືອງ​ນີ້.  ເຂົາເຈົ້າ​ເວົ້າ​ວ່າ ‘ຕອນ​ນີ້​ເປັນ​ເວລາ​ປຸກ​ເຮືອນ​ປຸກ​ຊານ​ຕົ໋ວ.+ ເມືອງ​ນີ້*​ເປັນ​ໝໍ້​ແກງ+​ແລະ​ພວກ​ເຮົາ​ເປັນ​ຊີ້ນ​ທີ່​ຢູ່​ໃນ​ໝໍ້.’  ລູກ​ມະນຸດ ເຈົ້າ​ຕ້ອງ​ພະຍາກອນ​ກ່ຽວກັບ​ເຂົາເຈົ້າ.”+  ຈາກ​ນັ້ນ ພະລັງ​ຂອງ​ພະ​ເຢໂຫວາ​ກໍ​ມາ​ຢູ່​ນຳ​ຂ້ອຍ.+ ເພິ່ນ​ເວົ້າ​ກັບ​ຂ້ອຍ​ວ່າ: “ໃຫ້​ເຈົ້າ​ເວົ້າ​ແນວ​ນີ້ ‘ພະ​ເຢໂຫວາ​ເວົ້າ​ວ່າ “ພວກ​ອິດສະຣາເອນ ພວກ​ເຈົ້າ​ເວົ້າ​ຖືກ​ແລ້ວ​ແລະ​ເຮົາ​ກໍ​ຮູ້​ວ່າ​ພວກ​ເຈົ້າ​ຄິດ​ຫຍັງ​ຢູ່.  ພວກ​ເຈົ້າ​ເຮັດ​ໃຫ້​ຫຼາຍ​ຄົນ​ຕາຍ​ໃນ​ເມືອງ ແລະ​ເຮັດ​ໃຫ້​ຫົນ​ທາງ​ໃນ​ເມືອງເຕັມ​ແຕ່​ສົບ​ຄົນ​ຕາຍ.”’”+  “ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ຈຶ່ງ​ເວົ້າ​ວ່າ ‘ສົບ​ທີ່​ພວກ​ເຈົ້າ​ຖິ້ມ​ຕາມ​ຫົນ​ທາງ​ໃນ​ເມືອງ​ແມ່ນ​ຊີ້ນ​ແລະ​ເມືອງ​ນີ້​ແມ່ນ​ໝໍ້​ແກງ.+ ແຕ່​ພວກ​ເຈົ້າ​ຈະ​ຖືກ​ພາ​ອອກ​ໄປ​ຈາກ​ເມືອງ​ນີ້.’”  “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ພວກ​ເຈົ້າ​ຢ້ານ​ວ່າ​ຈະ​ຖືກ​ຂ້າ​ດ້ວຍ​ດາບ+ ເຮົາ​ກໍ​ຈະ​ໃຫ້​ພວກ​ເຈົ້າ​ເຈິ​ແບບ​ນັ້ນ​ແຫຼະ.  ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ຕ້ອງ​ອອກ​ຈາກ​ເມືອງ​ນີ້. ເຮົາ​ຈະ​ໃຫ້​ຄົນ​ຕ່າງ​ຊາດ​ຕໍ່ສູ້​ຊະນະ​ພວກ​ເຈົ້າ​ແລະ​ເຮົາ​ຈະ​ລົງໂທດ​ພວກ​ເຈົ້າ.+ 10  ພວກ​ເຈົ້າ​ຈະ​ຖືກ​ຂ້າ​ດ້ວຍ​ດາບ.+ ເຮົາ​ຈະ​ຕັດສິນ​ພວກ​ເຈົ້າ​ຢູ່​ຊາຍ​ແດນ​ຂອງ​ອິດສະຣາເອນ+ ແລ້ວ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.+ 11  ເມືອງ​ນີ້​ຈະ​ບໍ່​ເປັນ​ໝໍ້​ແກງ​ສຳລັບ​ພວກ​ເຈົ້າ ແລະ​ພວກ​ເຈົ້າ​ກໍ​ຈະ​ບໍ່​ໄດ້​ເປັນ​ຊີ້ນ​ຢູ່​ໃນ​ໝໍ້. ເຮົາ​ຈະ​ຕັດສິນ​ພວກ​ເຈົ້າ​ຢູ່​ຊາຍ​ແດນ​ຂອງ​ອິດສະຣາເອນ 12  ແລ້ວ​ພວກເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ. ພວກ​ເຈົ້າ​ບໍ່​ໄດ້​ເຮັດ​ຕາມ​ກົດໝາຍ​ແລະ​ການ​ຕັດສິນ​ຂອງ​ເຮົາ+ ແຕ່​ພວກ​ເຈົ້າ​ພັດ​ເຮັດ​ຕາມ​ກົດໝາຍ​ຂອງ​ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ.’”+ 13  ເມື່ອ​ຂ້ອຍ​ພະຍາກອນ​ແລ້ວ​ໆ​ ເປລາຕີຢາ​ລູກ​ຊາຍ​ຂອງ​ເບນາຢາ​ກໍ​ຕາຍ. ຂ້ອຍ​ຈຶ່ງ​ໝູບ​ໜ້າ​ລົງ​ພື້ນ​ແລ້ວ​ຮ້ອງ​ດັງ​ໆ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ ພະອົງ​ຈະ​ຂ້າ​ພວກ​ອິດສະຣາເອນ​ທີ່​ຍັງ​ເຫຼືອ​ຈົນ​ໝົດ​ເລີຍ​ບໍ?”+ 14  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 15  “ລູກ​ມະນຸດ ຄົນ​ທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ເວົ້າ​ກັບ​ພວກ​ພີ່ນ້ອງ​ຂອງ​ເຈົ້າ​ທີ່​ມີ​ສິດ​ໄຖ່​ຄືນ​ແລະ​ກັບ​ພວກ​ອິດສະຣາເອນ​ໝົດ​ທຸກ​ຄົນ​ວ່າ ‘ຢ່າ​ໄປ​ໃກ້​ພະ​ເຢໂຫວາ. ແຜ່ນ​ດິນ​ເປັນ​ຂອງ​ພວກ​ເຮົາ. ພວກ​ເຮົາ​ໄດ້​ຮັບ​ແຜ່ນດິນ​ນີ້​ເປັນ​ມໍລະດົກ.’ 16  ໃຫ້​ເຈົ້າ​ເວົ້າ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ “ເຖິງ​ວ່າ​ເຮົາ​ໄດ້​ໃຫ້​ເຂົາເຈົ້າ​ໄປ​ຢູ່​ນຳ​ຫຼາຍ​ໆ​ຊາດ​ທີ່​ຢູ່​ໄກ​ໆ​ ແລະ​ໃຫ້​ເຂົາເຈົ້າ​ກະຈັດ​ກະຈາຍ​ກັນ​ໄປ​ຢູ່​ແຜ່ນ​ດິນ​ຕ່າງ​ໆ​+ ເຮົາ​ຈະ​ເປັນ​ບ່ອນ​ທີ່​ປອດໄພ​ໃຫ້​ເຂົາເຈົ້າ​ໄລຍະ​ໜຶ່ງ​ໃນ​ແຜ່ນດິນ​ຕ່າງ​ໆ​ທີ່​ເຂົາເຈົ້າ​ໄປ​ຢູ່​ນັ້ນ.”’+ 17  “ໃຫ້​ເຈົ້າ​ເວົ້າ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ “ເຮົາ​ຈະ​ລວບລວມ​ເຂົາເຈົ້າ​ມາ​ຈາກ​ຫຼາຍ​ໆ​ຊາດ​ແລະ​ຈາກ​ແຜ່ນ​ດິນ​ຕ່າງ​ໆ​ທີ່​ເຂົາເຈົ້າ​ກະຈັດ​ກະຈາຍ​ກັນ​ໄປ​ຢູ່ ແລ້ວ​ເຮົາ​ຈະ​ເອົາ​ແຜ່ນດິນ​ອິດສະຣາເອນ​ໃຫ້​ເຂົາເຈົ້າ.+ 18  ເຂົາເຈົ້າ​ຈະ​ກັບ​ໄປ​ບ່ອນ​ນັ້ນ​ແລ້ວ​ຈັດການ​ກັບ​ການ​ນະມັດສະການ​ທີ່​ເປັນ​ຕາ​ຂີ້​ດຽດ​ທຸກ​ຢ່າງ.+ 19  ເຮົາ​ຈະ​ເຮັດ​ໃຫ້​ຫົວໃຈ​ຂອງ​ເຂົາເຈົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ+ ແລະ​ເຮົາ​ຈະ​ໃຫ້​ເຂົາເຈົ້າ​ມີ​ຄວາມ​ຄິດ​ໃໝ່.+ ເຮົາ​ຈະ​ເອົາ​ຫົວໃຈ​ທີ່​ແຂງ​ຄື​ຫີນ​ອອກ​ໄປ​ຈາກ​ໂຕ​ເຂົາເຈົ້າ+ ແລະ​ເອົາ​ຫົວໃຈ​ທີ່​ອ່ອນໂຍນ*​ມາ​ໃສ່​ແທນ.+ 20  ແລ້ວ​ເຂົາເຈົ້າ​ຈະ​ເຊື່ອຟັງ​ກົດໝາຍ​ຂອງ​ເຮົາ​ແລະ​ເຮັດ​ຕາມ​ການ​ຕັດສິນ​ຂອງ​ເຮົາ. ເຂົາເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ ແລະ​ເຮົາ​ຈະ​ເປັນ​ພະເຈົ້າ​ຂອງ​ເຂົາເຈົ້າ.”’ 21  ‘“ແຕ່​ສຳລັບ​ຄົນ​ທີ່​ຈັ່ງ​ໃດ​ກະ​ຍັງ​ຊິ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຕໍ່​ໄປ ເຮົາ​ຈະ​ໃຫ້​ເຂົາເຈົ້າ​ໄດ້​ຮັບ​ຜົນ​ຈາກ​ການ​ກະທຳ​ຂອງ​ໂຕ​ເອງ.” ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ໄວ້​ແນວ​ນີ້.’” 22  ຈາກ​ນັ້ນ ເຄຣູບ​ກໍ​ຍົກ​ປີກ​ຂຶ້ນ ກົງ​ລໍ້​ກໍ​ຢູ່​ທາງ​ຂ້າງ​ເຂົາເຈົ້າ+ ແລະ​ແສງ​ລັດສະໝີ​ຂອງ​ພະເຈົ້າ​ຂອງ​ອິດສະຣາເອນ​ກໍ​ຢູ່​ເທິງ​ເຂົາເຈົ້າ.+ 23  ແລ້ວ​ແສງ​ລັດສະໝີ​ຂອງ​ພະ​ເຢໂຫວາ+​ໄດ້​ລອຍ​ຂຶ້ນ​ຈາກ​ເມືອງ ແລະ​ໄປ​ຢຸດ​ຢູ່​ເທິງ​ພູ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ເມືອງ.+ 24  ໂດຍ​ທາງ​ນິມິດ ພະລັງ​ຂອງ​ພະເຈົ້າ*​ໄດ້​ພາ​ຂ້ອຍ​ໄປ​ຫາ​ປະຊາຊົນ​ທີ່​ເປັນ​ຊະເລີຍ​ຢູ່​ການເດອາ ແລ້ວ​ນິມິດ​ກໍ​ຈົບ. 25  ຈາກ​ນັ້ນ ຂ້ອຍ​ກໍ​ເລົ່າ​ໃຫ້​ປະຊາຊົນ​ທີ່​ເປັນ​ຊະເລີຍ​ຟັງ​ກ່ຽວກັບ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ໄດ້​ໃຫ້​ຂ້ອຍ​ເຫັນ.

ຂໍຄວາມໄຂເງື່ອນ

ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ອາດ​ໝາຍເຖິງ​ພະລັງ​ຂອງ​ພະເຈົ້າ​ຫຼື​ທູດສະຫວັນ
ໝາຍເຖິງ​ເມືອງ​ເຢຣູຊາເລັມ​ທີ່​ຄົນ​ຢິວ​ຄິດ​ວ່າ​ຈະ​ເປັນ​ບ່ອນ​ທີ່​ປົກປ້ອງ​ເຂົາເຈົ້າ​ໄດ້
ໝາຍເຖິງ​ຫົວໃຈ​ທີ່​ຍອມຮັບ​ຄຳ​ແນະນຳ​ຈາກ​ພະເຈົ້າ
ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ອາດ​ໝາຍເຖິງ​ພະລັງ​ຂອງ​ພະເຈົ້າ​ຫຼື​ທູດສະຫວັນ