ເອເຊກຽນ 12:1-28

  • ເຮັດ​ທ່າທາງ​ເພື່ອ​ບອກ​ເລື່ອງ​ການ​ໄປ​ເປັນ​ຊະເລີຍ (1-​20)

    • ກຽມ​ພົກ​ເຄື່ອງ​ຄື​ກັບ​ຈະ​ໄປ​ເປັນ​ຊະເລີຍ (1-​7)

    • ຫົວໜ້າ​ຈະ​ອອກ​ໄປ​ຕອນ​ຄ່ຳ (8-​16)

    • ກິນ​ເຂົ້າຈີ່​ດ້ວຍ​ຄວາມ​ຢ້ານ​ຈົນ​ໂຕ​ສັ່ນ​ແລະ​ກິນ​ນ້ຳ​ດ້ວຍ​ຄວາມ​ອຸກໃຈ (17-​20)

  • ຄຳ​ເວົ້າ​ຫຼອກລວງ​ບໍ່​ເປັນ​ຈິງ (21-​28)

    • ‘ທຸກ​ສິ່ງ​ທີ່​ເຮົາ​ເວົ້າ​ມັນ​ຈະ​ບໍ່​ຊ້າ​ເລີຍ’ (28)

12  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ:  “ລູກ​ມະນຸດ ເຈົ້າ​ຢູ່​ກັບ​ຊາດ​ທີ່​ມັກ​ກະບົດ. ເຂົາເຈົ້າ​ມີ​ຕາ​ແຕ່​ເບິ່ງ​ບໍ່​ເຫັນ ມີ​ຫູ​ແຕ່​ບໍ່​ໄດ້​ຍິນ+ ຍ້ອນ​ເຂົາເຈົ້າ​ເປັນ​ຊາດ​ທີ່​ມັກ​ກະບົດ.+  ລູກ​ມະນຸດ ໃຫ້​ເຈົ້າ​ກຽມ​ພົກ​ເຄື່ອງ​ຄື​ກັບ​ຈະ​ໄປ​ເປັນ​ຊະເລີຍ. ໃນ​ຕອນ​ກາງເວັນ ຕອນ​ທີ່​ເຂົາເຈົ້າ​ແນມ​ເບິ່ງ​ຢູ່ ເຈົ້າ​ຕ້ອງ​ເຮັດ​ຄື​ກັບ​ວ່າ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ ແລະ​ຕອນ​ທີ່​ເຂົາເຈົ້າ​ເບິ່ງ​ຢູ່​ນັ້ນ ໃຫ້​ເຈົ້າ​ເຮັດ​ຄື​ກັບ​ວ່າ​ເຈົ້າ​ຖືກ​ຈັບ​ຈາກ​ເຮືອນ​ໄປ​ເປັນ​ຊະເລີຍ​ຢູ່​ບ່ອນ​ອື່ນ. ບາງເທື່ອ​ເຂົາເຈົ້າ​ຈະ​ເຂົ້າໃຈ​ໃນ​ເລື່ອງ​ນີ້ ເຖິງ​ວ່າ​ເຂົາເຈົ້າ​ເປັນ​ຊາດ​ທີ່​ມັກ​ກະບົດ.  ໃນ​ຕອນ​ກາງເວັນ ຕອນ​ທີ່​ເຂົາເຈົ້າ​ເບິ່ງ​ຢູ່​ນັ້ນ ໃຫ້​ເຈົ້າ​ເອົາ​ພົກ​ເຄື່ອງ​ທີ່​ກຽມ​ໄວ້​ສຳລັບ​ໄປ​ເປັນ​ຊະເລີຍ​ອອກ​ມາ ແລະ​ໃນ​ຕອນ​ແລງ ຕອນ​ທີ່​ເຂົາເຈົ້າ​ເບິ່ງ​ຢູ່ ໃຫ້​ເຈົ້າ​ອອກ​ໄປ​ຄື​ກັບ​ຄົນ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.+  ຕອນ​ທີ່​ເຂົາເຈົ້າ​ແນມ​ເບິ່ງ​ຢູ່ ໃຫ້​ເຈົ້າ​ເຈາະ​ຝາ​ເຮືອນ​ເປັນ​ປ່ອງ ແລ້ວ​ເອົາ​ພົກ​ເຄື່ອງ​ອອກ​ໄປ​ທາງ​ນັ້ນ.+  ຕອນ​ທີ່​ເຂົາເຈົ້າ​ແນມ​ເບິ່ງ​ຢູ່​ນັ້ນ ໃຫ້​ເຈົ້າ​ເອົາ​ພົກ​ເຄື່ອງ​ພາດ​ໃສ່​ບ່າ​ອອກ​ໄປ​ຕອນ​ທີ່​ມືດ​ໆ​. ໃຫ້​ເຈົ້າ​ເອົາ​ຜ້າ​ປົກ​ໜ້າ​ເພື່ອ​ເຈົ້າ​ຈະ​ບໍ່​ເຫັນ​ພື້ນ. ເຮົາ​ໃຫ້​ເຈົ້າ​ເຮັດ​ແບບ​ນີ້​ເພື່ອ​ເປັນ​ສິ່ງ​ທີ່​ຈະ​ເຕືອນ​ພວກ​ອິດສະຣາເອນ.”+  ຂ້ອຍ​ເຮັດ​ຕາມ​ທີ່​ເພິ່ນ​ສັ່ງ. ຕອນ​ກາງເວັນ ຂ້ອຍ​ເອົາ​ພົກ​ເຄື່ອງ​ທີ່​ກຽມ​ໄວ້​ສຳລັບ​ໄປ​ເປັນ​ຊະເລີຍ​ອອກ​ມາ ແລະ​ຕອນ​ແລງ ຂ້ອຍ​ເຈາະ​ຝາ​ເຮືອນ​ໃຫ້​ເປັນ​ປ່ອງ. ເມື່ອ​ຮອດ​ຕອນ​ຄ່ຳ ຂ້ອຍ​ກໍ​ເອົາ​ພົກ​ເຄື່ອງ​ພາດ​ໃສ່​ບ່າ​ອອກ​ໄປ​ຕໍ່​ໜ້າ​ເຂົາເຈົ້າ.  ໃນ​ຕອນ​ເຊົ້າ ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ:  “ລູກ​ມະນຸດ ພວກ​ອິດສະຣາເອນ​ທີ່​ມັກ​ກະບົດ​ຖາມ​ເຈົ້າ​ແມ່ນ​ບໍ​ວ່າ​ກຳລັງ​ເຮັດ​ຫຍັງ​ຢູ່? 10  ໃຫ້​ເຈົ້າ​ບອກ​ເຂົາເຈົ້າ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ “ນີ້​ແມ່ນ​ຂ່າວ​ສານ​ສຳລັບ​ຫົວໜ້າ+​ໃນ​ເມືອງ​ເຢຣູຊາເລັມ​ແລະ​ສຳລັບ​ພວກ​ອິດສະຣາເອນ​ທຸກ​ຄົນ​ທີ່​ຢູ່​ເມືອງ​ນັ້ນ.”’ 11  ໃຫ້​ເຈົ້າ​ເວົ້າ​ວ່າ ‘ເຈົ້າ​ເຮັດ​ແບບ​ນີ້​ເພື່ອ​ເປັນ​ສິ່ງ​ທີ່​ຈະ​ເຕືອນ​ເຂົາເຈົ້າ.+ ສິ່ງ​ທີ່​ເຈົ້າ​ເຮັດ​ຈະ​ເກີດ​ຂຶ້ນ​ກັບ​ເຂົາເຈົ້າ​ແທ້​ໆ​. ເຂົາເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.+ 12  ຫົວໜ້າ​ທີ່​ຢູ່​ນຳ​ເຂົາເຈົ້າ​ຈະ​ເອົາ​ພົກ​ເຄື່ອງ​ພາດ​ໃສ່​ບ່າ​ອອກ​ໄປ​ຕອນ​ທີ່​ມືດ​ໆ​. ລາວ​ຈະ​ເຈາະ​ຝາ​ເຮືອນ​ໃຫ້​ເປັນ​ປ່ອງ​ແລະ​ເອົາ​ພົກ​ເຄື່ອງ​ອອກ​ໄປ​ທາງ​ນັ້ນ.+ ລາວ​ຈະ​ເອົາ​ຜ້າ​ປົກ​ໜ້າ​ເພື່ອ​ຈະ​ບໍ່​ເຫັນ​ພື້ນ.’ 13  ເຮົາ​ຈະ​ໂຍນ​ຕານ່າງ​ສຳລັບ​ລ່າ​ສັດ​ງວມ​ລາວ ແລະ​ລາວ​ຈະ​ຄາ​ຢູ່​ຕານ່າງ​ຂອງ​ເຮົາ.+ ເຮົາ​ຈະ​ເອົາ​ລາວ​ໄປ​ບາບີໂລນ​ທີ່​ເປັນ​ແຜ່ນ​ດິນ​ຂອງ​ພວກ​ການເດອາ ແຕ່​ລາວ​ຈະ​ເບິ່ງ​ບໍ່​ເຫັນ​ແຜ່ນ​ດິນ​ນັ້ນ​ແລະ​ຈະ​ຕາຍ​ຢູ່​ຫັ້ນ.+ 14  ສ່ວນ​ທຸກ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ລາວ​ເຊິ່ງ​ແມ່ນ​ພວກ​ຜູ້​ຊ່ວຍ​ກັບ​ພວກ​ທະຫານ​ຂອງ​ລາວ ເຮົາ​ກໍ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ກະຈັດ​ກະຈາຍ​ໄປ​ທຸກຈອກ​ທຸກແຈ+ ແລະ​ເຮົາ​ຈະ​ເອົາ​ດາບ​ໄລ່​ນຳ​ເຂົາເຈົ້າ.+ 15  ເຂົາເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ​ເມື່ອ​ເຮົາ​ໄລ່​ເຂົາເຈົ້າ​ໃຫ້​ໜີ​ໄປ​ຢູ່​ນຳ​ຊາດ​ຕ່າງ​ໆ​ ແລະ​ເຮັດ​ໃຫ້​ເຂົາເຈົ້າ​ກະຈັດ​ກະຈາຍ​ກັນ​ໄປ​ຢູ່​ແຜ່ນ​ດິນ​ຕ່າງ​ໆ​. 16  ແຕ່​ເຮົາ​ຈະ​ໃຫ້​ມີ​ບາງຄົນ​ລອດ​ຈາກ​ການ​ຖື​ກ​ຂ້າ​ດ້ວຍ​ດາບ ຈາກ​ຄວາມ​ອຶດຢາກ ແລະ​ຈາກ​ໂລກລະບາດ ເພື່ອ​ເຂົາເຈົ້າ​ຈະ​ເລົ່າ​ໃຫ້​ຊາດ​ຕ່າງ​ໆ​ທີ່​ເຂົາເຈົ້າ​ຈະ​ໄປ​ຢູ່​ນຳ​ນັ້ນ​ຟັງ​ກ່ຽວ​ກັບ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ທີ່​ເຂົາເຈົ້າ​ໄດ້​ເຮັດ ແລ້ວ​ເຂົາເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.” 17  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 18  “ລູກ​ມະນຸດ ໃຫ້​ເຈົ້າ​ກິນ​ເຂົ້າຈີ່​ດ້ວຍ​ຄວາມ​ຢ້ານ​ຈົນ​ໂຕ​ສັ່ນ​ແລະ​ກິນ​ນ້ຳ​ດ້ວຍ​ຄວາມ​ອຸກໃຈ.+ 19  ໃຫ້​ເຈົ້າ​ບອກ​ປະຊາຊົນ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ບອກ​ຄົນ​ຢູ່​ເມືອງ​ເຢຣູຊາເລັມ​ໃນ​ອິດສະຣາເອນ​ວ່າ “ເຂົາເຈົ້າ​ຈະ​ກິນ​ເຂົ້າຈີ່​ດ້ວຍ​ຄວາມ​ອຸກໃຈ​ແລະ​ຈະ​ກິນ​ນ້ຳ​ດ້ວຍ​ຄວາມ​ຢ້ານ ເພາະ​ແຜ່ນ​ດິນ​ຈະ​ຮ້າງ​ເປົ່າ​ແທ້​ໆ​+​ຍ້ອນ​ຄວາມ​ຮຸນແຮງ​ທີ່​ຄົນ​ໃນ​ເມືອງ​ນີ້​ເຮັດ.+ 20  ເມືອງ​ຕ່າງ​ໆ​ທີ່​ຄົນ​ອາໄສ​ຢູ່​ຈະ​ຖືກ​ທຳລາຍ​ແລະ​ແຜ່ນດິນ​ຈະ​ຮ້າງ​ເປົ່າ+ ແລ້ວ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.”’”+ 21  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 22  “ລູກ​ມະນຸດ ໃນ​ອິດສະຣາເອນ​ຄົນ​ມັກ​ເວົ້າ​ວ່າ ‘ເວລາ​ກໍ​ຜ່ານ​ໄປ​ດົນ​ແລ້ວ ແຕ່​ນິມິດ​ກໍ​ຍັງ​ບໍ່​ເກີດ​ຂຶ້ນ​ຈັກ​ເລື່ອງ.’+ 23  ໃຫ້​ເຈົ້າ​ບອກ​ເຂົາເຈົ້າ​ຈັ່ງ​ຊີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ “ເຮົາ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ເຊົາ​ເວົ້າ​ແບບ​ນີ້ ແລະ​ເຂົາເຈົ້າ​ຈະ​ບໍ່​ເວົ້າ​ເຍາະເຍີ້ຍ​ແບບ​ນີ້​ໃນ​ອິດສະຣາເອນ​ອີກ​ຕໍ່​ໄປ.”’ ແຕ່​ໃຫ້​ບອກ​ເຂົາເຈົ້າ​ວ່າ ‘ມື້​ນັ້ນ​ໃກ້​ຈະ​ມາ​ຮອດ​ແລ້ວ+ ແລະ​ນິມິດ​ທຸກ​ເລື່ອງ​ຈະ​ເກີດ​ຂຶ້ນ​ແທ້.’ 24  ໃນ​ອິດສະຣາເອນ​ຈະ​ບໍ່​ມີ​ຜູ້​ພະຍາກອນ​ທີ່​ເວົ້າ​ຕົວະ​ຫຼື​ໝໍ​ມໍ​ທີ່​ເວົ້າ​ຫຼອກ​ລວງ*​ອີກ​ຕໍ່ໄປ.+ 25  ‘“ເຮົາ​ເຢໂຫວາ​ເວົ້າ​ໄວ້​ແນວໃດ ມັນ​ກໍ​ຈະ​ເປັນ​ແນວ​ນັ້ນ ແລະ​ມັນ​ຈະ​ບໍ່​ຊ້າ​ເລີຍ.+ ຊາດ​ທີ່​ມັກ​ກະບົດ ເຮົາ​ຈະ​ເຮັດ​ໃຫ້​ສິ່ງ​ທີ່​ເຮົາ​ເວົ້າ​ເກີດ​ຂຶ້ນ​ແທ້​ໃນ​ສະໄໝ​ຂອງ​ພວກ​ເຈົ້າ.”+ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້.’” 26  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 27  “ລູກ​ມະນຸດ ຄົນ​ອິດສະຣາເອນ​ເວົ້າ​ວ່າ ‘ນິມິດ​ທີ່​ລາວ​ເຫັນ​ຍັງ​ອີກ​ດົນ​ຈຶ່ງ​ຈະ​ເກີດ​ຂຶ້ນ ແລະ​ລາວ​ພະຍາກອນ​ເລື່ອງ​ໃນ​ອະນາຄົດ​ທີ່​ຢູ່​ໄກ​ໆ​ພຸ້ນ.’+ 28  ໃຫ້​ເຈົ້າ​ບອກ​ເຂົາເຈົ້າ​ຈັ່ງ​ຊີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ “‘ທຸກ​ສິ່ງ​ທີ່​ເຮົາ​ເວົ້າ​ຈະ​ເກີດ​ຂຶ້ນ​ແທ້ ແລະ​ມັນ​ຈະ​ບໍ່​ຊ້າ​ເລີຍ.’ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້.”’”

ຂໍຄວາມໄຂເງື່ອນ

ຫຼື “ເວົ້າ​ປະຈົບປະແຈງ”