ເອເຊກຽນ 14:1-23

  • ຕຳໜິ​ພວກ​ທີ່​ນະມັດສະການ​ຮູບ​ບູຊາ (1-​11)

  • ເມືອງ​ເຢຣູຊາເລັມ​ຈະ​ໜີ​ບໍ່​ລອດ​ຈາກ​ການ​ຕັດສິນ (12-​23)

    • ໂນອາ ດານີເອນ ແລະ​ໂຢບ​ເປັນ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ (14, 20)

14  ພວກ​ຜູ້​ນຳ​ບາງ​ຄົນ​ຂອງ​ອິດສະຣາເອນ​ມາ​ນັ່ງ​ຢູ່​ຕໍ່​ໜ້າ​ຂ້ອຍ.+  ແລ້ວ​ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ຂ້ອຍ​ວ່າ:  “ລູກ​ມະນຸດ ພວກ​ນີ້​ຕັ້ງໃຈ​ນະມັດສະການ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ*​ຂອງ​ເຂົາເຈົ້າ ແລະ​ເຂົາເຈົ້າ​ເປັນ​ຕົ້ນເຫດ​ພາ​ໃຫ້​ປະຊາຊົນ​ເຮັດ​ຜິດ. ເຮົາ​ຄວນ​ຈະ​ຕອບ​ຄຳຖາມ​ຂອງ​ເຂົາເຈົ້າ​ບໍ?+  ໃຫ້​ເຈົ້າ​ບອກ​ເຂົາເຈົ້າ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ “ຖ້າ​ຄົນ​ອິດສະຣາເອນ​ຄົນ​ໜຶ່ງ​ຕັ້ງໃຈ​ນະມັດສະການ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ໂຕ​ເອງ ແລະ​ເປັນ​ຕົ້ນເຫດ​ພາ​ໃຫ້​ປະຊາຊົນ​ເຮັດ​ຜິດ ແລ້ວ​ລາວ​ມາ​ຖາມ​ເຮົາ​ໂດຍ​ທາງ​ຜູ້ພະຍາກອນ ເຮົາ​ເຢໂຫວາ​ຈະ​ຕອບ​ລາວ​ໃຫ້​ສົມ​ກັບ​ທີ່​ລາວ​ມີ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຫຼາຍ​ໆ​ນັ້ນ.  ເຮົາ​ຈະ​ເຮັດ​ໃຫ້​ພວກ​ອິດສະຣາເອນ​ຢ້ານ ຍ້ອນ​ເຂົາເຈົ້າ​ທຸກ​ຄົນ​ປະຖິ້ມ​ເຮົາ​ແລະ​ໄປ​ນະມັດສະການ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ເຂົາເຈົ້າ.”’+  ໃຫ້​ເຈົ້າ​ໄປ​ບອກ​ພວກ​ອິດສະຣາເອນ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ “ໃຫ້​ກັບ​ມາ​ຫາ​ເຮົາ. ໃຫ້​ພວກ​ເຈົ້າ​ຖິ້ມ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ພວກ​ເຈົ້າ ແລະ​ເຊົາ​ເຮັດ​ທຸກ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ.+  ຖ້າ​ຄົນ​ອິດສະຣາເອນ​ຫຼື​ຄົນ​ຕ່າງ​ຊາດ​ຜູ້​ໃດ​ຜູ້​ໜຶ່ງ​ທີ່​ຢູ່​ອິດສະຣາເອນ​ປະຖິ້ມ​ເຮົາ ແລະ​ຕັ້ງໃຈ​ນະມັດສະການ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ໂຕ​ເອງ ແລະ​ເປັນ​ຕົ້ນເຫດ​ພາ​ໃຫ້​ຄົນອື່ນ​ເຮັດ​ຜິດ ແລ້ວ​ລາວ​ມາ​ຖາມ​ເຮົາ​ໂດຍ​ທາງ​ຜູ້​ພະຍາກອນ+ ເຮົາ​ເຢໂຫວາ​ຈະ​ເປັນ​ຜູ້​ຕອບ​ລາວ​ເອງ.  ເຮົາ​ຈະ​ເປັນ​ສັດຕູ​ກັບ​ລາວ. ສິ່ງ​ທີ່​ເຮົາ​ເຮັດ​ກັບ​ລາວ​ຈະ​ເປັນ​ຕົວຢ່າງ​ເຕືອນ​ຄົນ​ອື່ນ ແລະ​ເຂົາເຈົ້າ​ຈະ​ເຍາະເຍີ້ຍ​ລາວ. ເຮົາ​ຈະ​ກຳຈັດ​ລາວ​ອອກ​ໄປ​ຈາກ​ປະຊາຊົນ​ຂອງ​ເຮົາ+ ແລ້ວ​ພວກເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.”’  ‘ແຕ່​ຖ້າ​ຕອນ​ທີ່​ຕອບ​ລາວ ຜູ້​ພະຍາກອນ​ຄົນ​ນັ້ນ​ຖືກ​ຕົວະ ເຮົາ​ເຢໂຫວາ​ນິ​ແຫຼະ​ທີ່​ຕົວະ​ຜູ້ພະຍາກອນ.+ ແລ້ວ​ເຮົາ​ຈະ​ລົງໂທດ​ແລະ​ກຳຈັດ​ຜູ້​ພະຍາກອນ​ຄົນ​ນັ້ນ​ໄປ​ຈາກ​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ. 10  ເຂົາເຈົ້າ​ຈະ​ຕ້ອງ​ຮັບ​ຜົນ​ໃນ​ຄວາມ​ຜິດ​ທີ່​ເຂົາເຈົ້າ​ເຮັດ. ຄົນ​ທີ່​ມາ​ຖາມ​ແລະ​ຜູ້ພະຍາກອນ​ກໍ​ຈະ​ມີ​ຄວາມ​ຜິດ​ຄື​ກັນ. 11  ແລ້ວ​ພວກ​ອິດສະຣາເອນ​ຈະ​ບໍ່​ປະຖິ້ມ​ເຮົາ​ອີກ ແລະ​ເຂົາເຈົ້າ​ຈະ​ເຊົາ​ເຮັດ​ສິ່ງ​ທີ່​ບໍ່​ສະອາດ​ທຸກ​ຢ່າງ​ທີ່​ເຄີຍ​ເຮັດ. ເຂົາເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ ແລະ​ເຮົາ​ຈະ​ເປັນ​ພະເຈົ້າ​ຂອງ​ເຂົາເຈົ້າ.’+ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້.” 12  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 13  “ລູກ​ມະນຸດ ສົມມຸດ​ວ່າ​ປະຊາຊົນ​ເຮັດ​ຜິດ​ໂດຍ​ບໍ່​ສັດຊື່​ຕໍ່​ເຮົາ ເຮົາ​ຈະ​ລົງໂທດ​ເຂົາເຈົ້າ​ແລະ​ທຳລາຍ​ບ່ອນ​ມ້ຽນ​ຂອງ​ກິນ*​ຂອງ​ເຂົາເຈົ້າ.+ ເຮົາ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ອຶດຢາກ​ຢູ່​ແຜ່ນດິນ​ຂອງ​ເຂົາເຈົ້າ+ ແລະ​ເຮົາ​ຈະ​ທຳລາຍ​ຄົນ​ກັບ​ສັດ​ທີ່​ຢູ່​ຫັ້ນ.+ 14  ‘ເຖິງ​ວ່າ​ໂນອາ+ ດານີເອນ+ ແລະ​ໂຢບ+​ເຊິ່ງ​ເປັນ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຈະ​ຢູ່​ແຜ່ນ​ດິນ​ນັ້ນ ທັງ​ສາມ​ຄົນ​ກໍ​ຈະ​ຊ່ວຍ​ໄດ້​ແຕ່​ຊີວິດ​ຂອງ​ໂຕ​ເອງ​ເທົ່າ​ນັ້ນ.’+ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້.” 15  “‘ຫຼື​ສົມມຸດ​ວ່າ​ເຮົາ​ໃຫ້​ມີ​ສັດ​ປ່າ​ທີ່​ດຸ​ຮ້າຍ​ເຂົ້າ​ມາ​ໃນ​ແຜ່ນດິນ​ແລະ​ໃຫ້​ພວກ​ມັນ​ຂ້າ​ຄົນ​ຕາຍ​ບັກ​ຫຼາຍ​ໆ​ຈົນ​ແຜ່ນດິນ​ຮ້າງ​ເປົ່າ ແລະ​ບໍ່​ມີ​ໃຜ​ກາຍ​ໄປ​ກາຍ​ມາ​ຍ້ອນ​ຢ້ານ​ສັດ​ປ່າ​ເຫຼົ່າ​ນັ້ນ+ 16  ເຮົາ​ສາບານ​ວ່າ​ຕາບໃດ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່ ເຖິງ​ວ່າ​ທັງ​ສາມ​ຄົນ​ຈະ​ຢູ່​ໃນ​ແຜ່ນດິນ ເຂົາເຈົ້າ​ກໍ​ຈະ​ຊ່ວຍ​ໄດ້​ແຕ່​ໂຕ​ເອງ​ເທົ່າ​ນັ້ນ ແຕ່​ຈະ​ຊ່ວຍ​ລູກ​ຊາຍ​ຫຼື​ລູກ​ສາວ​ບໍ່​ໄດ້. ແຜ່ນ​ດິນ​ນັ້ນ​ຈະ​ຮ້າງ​ເປົ່າ.’ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້.” 17  “‘ຫຼື​ສົມມຸດ​ວ່າ​ເຮົາ​ຊີ້​ດາບ​ໄປ​ໃສ່​ແຜ່ນ​ດິນ​ນັ້ນ+​ແລະ​ບອກ​ວ່າ: “ໃຫ້​ດາບ​ໄປ​ທົ່ວ​ແຜ່ນດິນ” ແລະ​ເຮົາ​ໄດ້​ຂ້າ​ທັງ​ຄົນ​ແລະ​ສັດ+ 18  ເຮົາ​ສາບານ​ວ່າ​ຕາບໃດ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່ ເຖິງ​ວ່າ​ທັງ​ສາມ​ຄົນ​ຈະ​ຢູ່​ໃນ​ແຜ່ນດິນ ເຂົາເຈົ້າ​ກໍ​ຈະ​ຊ່ວຍ​ໄດ້​ແຕ່​ໂຕ​ເອງ​ເທົ່າ​ນັ້ນ ແຕ່​ຈະ​ຊ່ວຍ​ລູກ​ຊາຍ​ຫຼື​ລູກ​ສາວ​ບໍ່​ໄດ້.’ ເຮົາ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້.” 19  “‘ຫຼື​ສົມມຸດ​ວ່າ​ເຮົາ​ໃຫ້​ມີ​ໂລກລະບາດ​ໃນ​ແຜ່ນ​ດິນ​ນັ້ນ+ ແລະ​ປ່ອຍ​ຄວາມ​ໃຈຮ້າຍ​ຂອງ​ເຮົາ​ໃສ່​ແຜ່ນ​ດິນ​ນັ້ນ​ເພື່ອ​ໃຫ້​ຄົນ​ແລະ​ສັດ​ຕາຍ 20  ເຮົາ​ສາບານ​ວ່າ​ຕາບໃດ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່ ເຖິງ​ວ່າ​ໂນອາ+ ດານີເອນ+ ແລະ​ໂຢບ+​ເຊິ່ງ​ເປັນ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຈະ​ຢູ່​ແຜ່ນ​ດິນ​ນັ້ນ ເຂົາເຈົ້າ​ກໍ​ຈະ​ຊ່ວຍ​ໄດ້​ແຕ່​ໂຕ​ເອງ​ເທົ່າ​ນັ້ນ ແຕ່​ຈະ​ຊ່ວຍ​ລູກ​ຊາຍ​ຫຼື​ລູກ​ສາວ​ບໍ່​ໄດ້.’ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້.”+ 21  “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ມັນ​ຈະ​ເປັນ​ແບບ​ນີ້ ເມື່ອ​ເຮົາ​ລົງໂທດ​ເມືອງ​ເຢຣູຊາເລັມ​ໂດຍ​ໃຊ້​ດາບ ຄວາມ​ອຶດຢາກ ສັດ​ປ່າ​ທີ່​ດຸ​ຮ້າຍ ແລະ​ໂລກລະບາດ.+ ທັງ​ສີ່​ຢ່າງ​ນີ້+​ຈະ​ເຮັດ​ໃຫ້​ຄົນ​ແລະ​ສັດ​ໃນ​ເມືອງ​ນັ້ນ​ຕາຍ.+ 22  ແຕ່​ຈະ​ມີ​ບາງຄົນ​ໃນ​ເມືອງ​ນັ້ນ​ລອດ. ເຂົາເຈົ້າ​ຈະ​ຖືກ​ພາ​ອອກ​ມາ+​ພ້ອມ​ກັບ​ລູກ​ຊາຍ​ແລະ​ລູກ​ສາວ. ເຂົາເຈົ້າ​ຈະ​ມາ​ຫາ​ພວກ​ເຈົ້າ ແລະ​ເມື່ອ​ພວກ​ເຈົ້າ​ເຫັນ​ການ​ກະທຳ​ຂອງ​ເຂົາເຈົ້າ ພວກ​ເຈົ້າ​ກໍ​ຈະ​ເຂົ້າໃຈ​ເຫດຜົນ​ທີ່​ເຮົາ​ເຮັດ​ທຸກ​ຢ່າງ​ເພື່ອ​ໃຫ້​ເມືອງ​ເຢຣູຊາເລັມ​ຈິບຫາຍ.’” 23  “‘ພວກ​ເຈົ້າ​ຈະ​ເຂົ້າໃຈ​ເມື່ອ​ພວກ​ເຈົ້າ​ເຫັນ​ການ​ກະທຳ​ຂອງ​ເຂົາເຈົ້າ ແລ້ວ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ມີ​ເຫດຜົນ​ແທ້​ໆ​ທີ່​ທຳລາຍ​ເມືອງ​ນັ້ນ.’+ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້.”

ຂໍຄວາມໄຂເງື່ອນ

ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ກ່ຽວ​ຂ້ອງ​ກັບ​ຄຳ​ວ່າ “ຂີ້​ສັດ” ແລະ​ໃຊ້​ໃນ​ລັກສະນະ​ດູຖູກ
ແປ​ຕາມ​ໂຕ​ວ່າ “ຫັກ​ທ່ອນ​ໄມ້.” ອາດ​ໝາຍເຖິງ​ທ່ອນ​ໄມ້​ທີ່​ເອົາ​ໄວ້​ສອດ​ເຂົ້າຈີ່​ເພື່ອ​ຫ້ອຍ​ມ້ຽນ​ໄວ້.