ເອເຊກຽນ 15:1-8

  • ເມືອງ​ເຢຣູຊາເລັມ​ເປັນ​ຕົ້ນ​ໝາກ​ລະແຊັງ​ທີ່​ບໍ່​ມີ​ປະໂຫຍດ (1-​8)

15  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ:  “ລູກ​ມະນຸດ ໄມ້​ຈາກ​ຕົ້ນ​ໝາກ​ລະແຊັງ​ຈະ​ດີ​ກວ່າ​ໄມ້​ຫຼື​ງ່າ​ຂອງ​ຕົ້ນ​ໄມ້​ແນວ​ອື່ນ​ທີ່​ຢູ່​ໃນ​ປ່າ​ບໍ?  ຈະ​ເອົາ​ໄມ້​ນັ້ນ​ມາ​ເຮັດ​ເປັນ​ເສົາ​ໄດ້​ບໍ? ຫຼື​ຄົນ​ຈະ​ເອົາ​ມັນ​ໄປ​ເຮັດ​ແນວ​ຫ້ອຍ​ເຄື່ອງ​ບໍ?  ມັນ​ຖືກ​ໂຍນ​ລົງ​ໄປ​ໃນ​ໄຟ​ເພື່ອ​ໃຊ້​ເປັນ​ຟືນ. ໄຟ​ໄໝ້​ມັນ​ທັງ​ສອງ​ສົ້ນ​ຈົນ​ຮອດ​ທາງ​ກາງ​ແລ້ວ​ມັນ​ກໍ​ກາຍ​ເປັນ​ຖ່ານ. ຈະ​ໃຊ້​ມັນ​ເຮັດ​ຫຍັງ​ໄດ້​ອີກ?  ຕອນ​ທີ່​ມັນ​ຍັງ​ບໍ່​ຖືກ​ໄຟ​ໄໝ້​ກໍ​ໃຊ້​ເຮັດ​ຫຍັງ​ບໍ່​ໄດ້​ຢູ່​ແລ້ວ ເມື່ອ​ມັນ​ຖືກ​ໄຟ​ໄໝ້​ກໍ​ແຮ່ງ​ໃຊ້​ເຮັດ​ຫຍັງ​ບໍ່​ໄດ້​ເລີຍ.”  “ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ຈຶ່ງ​ເວົ້າ​ວ່າ ‘ເຮົາ​ຈະ​ຈັດການ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ຄື​ກັບ​ທີ່​ເຮົາ​ເອົາ​ໄມ້​ຈາກ​ຕົ້ນ​ໝາກ​ລະແຊັງ​ທີ່​ຢູ່​ໃນ​ປ່າ​ມາ​ເຮັດ​ຟືນ.+  ເຮົາ​ໄດ້​ລົງໂທດ​ເຂົາເຈົ້າ​ແລະ​ເຂົາເຈົ້າ​ກໍ​ໜີ​ຈາກ​ໄຟ​ນັ້ນ​ໄດ້ ແຕ່​ຈັ່ງ​ໃດ​ໄຟ​ກໍ​ຈະ​ໄໝ້​ເຂົາເຈົ້າ. ເມື່ອ​ເຮົາ​ລົງໂທດ​ເຂົາເຈົ້າ ພວກ​ເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.’”+  “‘ເຮົາ​ຈະ​ເຮັດ​ໃຫ້​ແຜ່ນ​ດິນ​ຂອງ​ເຂົາເຈົ້າ​ຮ້າງ​ເປົ່າ+​ຍ້ອນ​ເຂົາເຈົ້າ​ບໍ່​ສັດຊື່​ຕໍ່​ເຮົາ.’+ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້.”

ຂໍຄວາມໄຂເງື່ອນ