ເອເຊກຽນ 16:1-63

  • ພະເຈົ້າ​ຮັກ​ເມືອງ​ເຢຣູຊາເລັມ (1-​63)

    • ເຫັນ​ຕອນ​ທີ່​ເປັນ​ແອ​ນ້ອຍ​ຖືກ​ຖິ້ມ​ໄວ້ (1-​7)

    • ພະເຈົ້າ​ແຕ່ງ​ໂຕ​ໃຫ້​ລາວ​ແລະ​ເຮັດ​ສັນຍາ​ແຕ່ງດອງ​ກັບ​ລາວ (8-​14)

    • ລາວ​ບໍ່​ສັດຊື່ (15-​34)

    • ຖືກ​ລົງໂທດ​ຄື​ກັບ​ຜູ້​ຍິງ​ທີ່​ຫຼິ້ນ​ຊູ້ (35-​43)

    • ຖືກ​ປຽບ​ທຽບ​ຄື​ກັບ​ຊາມາເຣຍ​ແລະ​ໂຊໂດມ (44-​58)

    • ພະເຈົ້າ​ຈື່​ສັນຍາ​ທີ່​ເພິ່ນ​ເຮັດ (59-​63)

16  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ:  “ລູກ​ມະນຸດ ໃຫ້​ເຈົ້າ​ໄປ​ບອກ​ເມືອງ​ເຢຣູຊາເລັມ*​ໃຫ້​ຮູ້​ເລື່ອງ​ການ​ກະທຳ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ເມືອງ​ນັ້ນ.+  ເຈົ້າ​ຕ້ອງ​ເວົ້າ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ບອກ​ເມືອງ​ເຢຣູຊາເລັມ​ວ່າ “ເຈົ້າ​ເກີດ​ມາ​ໃນ​ແຜ່ນ​ດິນ​ຂອງ​ຄົນ​ການາອານ. ພໍ່​ຂອງ​ເຈົ້າ​ເປັນ​ຄົນ​ອາໂມ+​ແລະ​ແມ່​ຂອງ​ເຈົ້າ​ເປັນ​ຄົນ​ເຮດ.+  ໃນ​ມື້​ທີ່​ເຈົ້າ​ເກີດ​ບໍ່​ມີ​ໃຜ​ຕັດ​ສາຍແຮ່​ໃຫ້​ເຈົ້າ ບໍ່​ມີ​ໃຜ​ອາບ​ນ້ຳ​ໃຫ້​ເຈົ້າ ບໍ່​ມີ​ໃຜ​ເອົາ​ເກືອ​ຖູ​ໂຕ​ເຈົ້າ ແລະ​ບໍ່​ມີ​ໃຜ​ເອົາ​ຜ້າ​ຫໍ່​ເຈົ້າ.  ບໍ່​ມີ​ໃຜ​ອີ່ຕົນ​ເຈົ້າ​ຫຼາຍ​ພໍ​ທີ່​ຈະ​ເຮັດ​ສິ່ງ​ເຫຼົ່າ​ນີ້​ໃຫ້​ເຈົ້າ. ບໍ່​ມີ​ໃຜ​ອີ່ຕົນ​ເຈົ້າ​ເລີຍ ເຈົ້າ​ຈຶ່ງ​ຖືກ​ຖິ້ມ​ໄວ້​ຢູ່​ທົ່ງ​ຫຍ້າ​ຍ້ອນ​ມີ​ຄົນ​ຊັງ​ເຈົ້າ​ຕັ້ງ​ແຕ່​ມື້​ທີ່​ເຈົ້າ​ເກີດ.  ຕອນ​ທີ່​ເຮົາ​ກາຍ​ມາ ເຮົາ​ກໍ​ເຫັນ​ເຈົ້າ​ນອນ​ດີ້ນ​ຢູ່​ກອງ​ເລືອດ​ຂອງ​ໂຕ​ເອງ. ຕອນ​ທີ່​ເຈົ້າ​ນອນ​ຢູ່​ກອງ​ເລືອດ ເຮົາ​ເວົ້າ​ວ່າ ‘ເຈົ້າ​ຊິ​ບໍ່​ຕາຍ!’ ເຮົາ​ເວົ້າ​ກັບ​ເຈົ້າ​ຕອນ​ທີ່​ເຈົ້າ​ນອນ​ຢູ່​ກອງ​ເລືອດ​ວ່າ ‘ເຈົ້າ​ຊິ​ບໍ່​ຕາຍ!’  ເຮົາ​ເຮັດ​ໃຫ້​ເຈົ້າ​ມີ​ຫຼາຍ​ຂຶ້ນ​ຄື​ກັບ​ຫຍ້າ​ທີ່​ປົ່ງ​ຢູ່​ທົ່ງ​ຫຍ້າ. ເຈົ້າ​ໃຫຍ່​ຂຶ້ນ​ແລະ​ສູງ ແລະ​ໄດ້​ໃສ່​ເຄື່ອງ​ປະດັບ​ທີ່​ງາມ​ທີ່ສຸດ. ໜ້າ​ເອິກ​ເຈົ້າ​ກໍ​ຕຶ່ງ​ແລະ​ຜົມ​ຂອງ​ເຈົ້າ​ກໍ​ຍາວ​ແລະ​ງາມ ແຕ່​ເຈົ້າ​ຍັງ​ປະໂປ້​ຢູ່.”’  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ຕອນ​ທີ່​ເຮົາ​ກາຍ​ມາ ເຮົາ​ເຫັນ​ວ່າ​ເຈົ້າ​ໃຫຍ່​ເປັນ​ສາວ​ຮູ້ຈັກ​ມັກ​ຜູ້​ບ່າວ​ແລ້ວ ເຮົາ​ຈຶ່ງ​ພື​ເສື້ອ​ຄຸມ​ຂອງ​ເຮົາ​ອອກ​ໄປ​ຫົ່ມ​ເຈົ້າ+​ທີ່​ປະໂປ້​ຢູ່. ແລ້ວ​ເຮົາ​ກໍ​ເຮັດ​ສັນຍາ​ແລະ​ປະຕິຍານ​ກັບ​ເຈົ້າ ແລະ​ເຈົ້າ​ກໍ​ເປັນ​ຂອງ​ເຮົາ.  ເຮົາ​ອາບ​ນ້ຳ​ໃຫ້​ເຈົ້າ ລ້າງ​ເລືອດ​ຢູ່​ໂຕ​ເຈົ້າ ແລະ​ເອົາ​ນ້ຳມັນ​ທາ​ໂຕ​ໃຫ້​ເຈົ້າ.+ 10  ເຮົາ​ເອົາ​ເຄື່ອງ​ນຸ່ງ​ທີ່​ແສ່ວ​ງາມ​ໆ​ແລະ​ເອົາ​ເກີບ​ໜັງ​ທີ່​ດີ​ໆ​*​ໃຫ້​ເຈົ້າ​ໃສ່. ເຮົາ​ເອົາ​ຜ້າ​ລີນິນ​ເນື້ອ​ດີ​ຕຸ້ມ​ເຈົ້າ​ໄວ້​ແລະ​ໃຫ້​ເຈົ້າ​ໃສ່​ເຄື່ອງນຸ່ງ​ທີ່​ແພງ​ໆ​. 11  ເຮົາ​ເອົາ​ເຄື່ອງ​ປະດັບ ສາຍ​ແຂນ ແລະ​ສາຍ​ຄໍ​ໃຫ້​ເຈົ້າ​ໃສ່. 12  ເຮົາ​ຍັງ​ເອົາ​ບ້ວງ​ດັງ ຕຸ້ມ​ຫູ ແລະ​ມົງກຸດ​ທີ່​ງາມ​ໆ​ໃຫ້​ເຈົ້າ​ໃສ່​ນຳ. 13  ເຄື່ອງ​ປະດັບ​ຂອງ​ເຈົ້າ​ເປັນ​ເງິນ​ເປັນ​ຄຳ. ເຄື່ອງ​ນຸ່ງ​ຂອງ​ເຈົ້າ​ເປັນ​ຜ້າ​ລີນິນ​ເນື້ອ​ດີ​ທີ່​ລາຄາ​ແພງ​ແລະ​ຖັກ​ແສ່ວ​ຢ່າງ​ດີ. ຂອງກິນ​ຂອງ​ເຈົ້າ​ມີ​ແປ້ງ​ລະອຽດ ນ້ຳ​ເຜີ້ງ ແລະ​ນ້ຳມັນ​ໝາກກອກ. ເຈົ້າ​ໃຫຍ່​ຂຶ້ນ​ເປັນ​ຜູ້​ຍິງ​ທີ່​ງາມ​ຫຼາຍ+​ແລະ​ເໝາະ​ທີ່​ຈະ​ເປັນ​ລາຊີນີ.’” 14  “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ຍ້ອນ​ຄວາມ​ງາມ​ຂອງ​ເຈົ້າ ຊື່ສຽງ​ຂອງ​ເຈົ້າ​ຈຶ່ງ​ດັງ​ໄປ​ຮອດ​ຊາດ​ຕ່າງ​ໆ​.+ ເຈົ້າ​ງາມ​ບໍ່​ມີ​ບ່ອນ​ຕິ​ຍ້ອນ​ເຮົາ​ເຮັດ​ໃຫ້​ເຈົ້າ​ງາມ.’”+ 15  “‘ແຕ່​ເຈົ້າ​ໝັ້ນໃຈ​ໃນ​ຄວາມ​ງາມ​ຂອງ​ໂຕ​ເອງ+​ແລະ​ໃຊ້​ຊື່ສຽງ​ຂອງ​ເຈົ້າ​ເພື່ອ​ເປັນ​ໂສເພນີ.+ ເຈົ້າ​ນອນ​ກັບ​ທຸກ​ຄົນ​ທີ່​ກາຍ​ໄປ​ກາຍ​ມາ+ ແລະ​ເຈົ້າ​ກໍ​ມອບ​ໂຕ​ມອບ​ກາຍ​ໃຫ້​ທຸກ​ຄົນ​ທີ່​ຕ້ອງການ​ເຈົ້າ. 16  ເຈົ້າ​ເອົາ​ເຄື່ອງ​ນຸ່ງ​ສີ​ແຈດ​ໆ​ຂອງ​ເຈົ້າ​ໄປ​ຕົກ​ແຕ່ງ​ບ່ອນ​ນະມັດສະການ​ທີ່​ເຈົ້າ​ຂາຍ​ໂຕ.+ ບໍ່​ຄວນ​ມີ​ເລື່ອງ​ແບບ​ນີ້​ເກີດ​ຂຶ້ນ​ເລີຍ​ແລະ​ບໍ່​ຄວນ​ເກີດ​ຊ້ຳ​ອີກ​ຕໍ່​ໄປ. 17  ເຈົ້າ​ຍັງ​ເອົາ​ເຄື່ອງ​ປະດັບ​ທີ່​ງາມ​ໆ​ທີ່​ເປັນ​ເງິນ​ເປັນ​ຄຳ​ທີ່​ເຮົາ​ເອົາ​ໃຫ້​ເຈົ້າ​ໄປ​ເຮັດ​ຮູບ​ບູຊາ​ທີ່​ເປັນ​ຜູ້​ຊາຍ ແລ້ວ​ເຈົ້າ​ກໍ​ນອນ​ນຳ​ຮູບ​ເຫຼົ່າ​ນັ້ນ.+ 18  ເຈົ້າ​ເອົາ​ເຄື່ອງນຸ່ງ​ທີ່​ຖັກ​ແສ່ວ​ງາມ​ໆ​ໄປ​ປົກ​ຮູບ​ເຫຼົ່າ​ນັ້ນ*​ແລະ​ເອົາ​ນ້ຳມັນ​ກັບ​ເຄື່ອງ​ຫອມ​ຂອງ​ເຮົາ​ໄປ​ໃຫ້​ພວກ​ມັນ.+ 19  ເຂົ້າຈີ່​ທີ່​ເຮັດ​ຈາກ​ແປ້ງ​ລະອຽດ ນ້ຳມັນ​ໝາກກອກ ແລະ​ນ້ຳ​ເຜີ້ງ​ທີ່​ເຮົາ​ເອົາ​ໃຫ້​ເຈົ້າ​ໄວ້​ກິນ ເຈົ້າ​ກໍ​ເອົາ​ໄປ​ໃຫ້​ຮູບ​ບູຊາ​ເຫຼົ່າ​ນັ້ນ​ເພື່ອ​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ໃຫ້​ພວກ​ມັນ​ພໍໃຈ.*+ ເຈົ້າ​ເຮັດ​ແບບ​ນັ້ນ​ແທ້​ໆ​.’ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້.” 20  “‘ເຈົ້າ​ເອົາ​ລູກ​ຊາຍ​ລູກ​ສາວ​ທີ່​ໄດ້​ກັບ​ເຮົາ+​ໄປ​ເປັນ​ເຄື່ອງ​ບູຊາ​ໃຫ້​ຮູບ​ບູຊາ​ເຫຼົ່າ​ນັ້ນ.+ ເຈົ້າ​ເຮັດ​ໂຕ​ເປັນ​ໂສເພນີ​ແລ້ວ​ຍັງ​ບໍ່​ພໍ​ອີກ​ຫວະ? 21  ເຈົ້າ​ຍັງ​ຂ້າ​ລູກ​ຂອງ​ເຮົາ​ແລະ​ເຜົາ​ເຂົາເຈົ້າ​ເປັນ​ເຄື່ອງ​ບູຊາ.+ 22  ຕອນ​ທີ່​ເຈົ້າ​ເຮັດ​ທຸກ​ຢ່າງ​ທີ່​ເປັນ​ຕາ​ຂີ້ດຽດ​ແລະ​ເຮັດ​ໂຕ​ເປັນ​ໂສເພນີ ເຈົ້າ​ລືມ​ຕອນ​ທີ່​ເຈົ້າ​ຍັງ​ເປັນ​ແອນ້ອຍ​ນອນ​ປະໂປ້​ດີ້ນ​ຢູ່​ກອງ​ເລືອດ​ຂອງ​ໂຕ​ເອງ. 23  ເຈົ້າ​ຈະ​ຈິບຫາຍ. ເຈົ້າ​ຈະ​ຈິບຫາຍ​ແທ້​ໆ​ ຍ້ອນ​ເຈົ້າ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ຮ້າຍ​ທັງ​ໝົດ​ນີ້.’+ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້. 24  ‘ເຈົ້າ​ເຮັດ​ໂນນ​ແລະ​ເຮັດ​ບ່ອນ​ນະມັດສະການ​ສຳລັບ​ໂຕ​ເອງ​ຢູ່​ຕາມ​ເດີ່ນ​ຂອງ​ເມືອງ​ທຸກ​ບ່ອນ. 25  ເຈົ້າ​ສ້າງ​ບ່ອນ​ນະມັດສະການ​ໃນ​ບ່ອນ​ທີ່​ຄົນ​ແນມ​ເຫັນ​ໄດ້​ຕາມ​ຫົນ​ທາງ​ທຸກ​ເສັ້ນ. ເຈົ້າ​ເຮັດ​ໃຫ້​ຄວາມ​ງາມ​ຂອງ​ໂຕ​ເອງ​ກາຍ​ເປັນ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ ໂດຍ​ມອບ​ໂຕ​ມອບ​ກາຍ​ໃຫ້​ທຸກ​ຄົນ​ທີ່​ກາຍ​ໄປ​ກາຍ​ມາ+ ແລະ​ເຮັດ​ໂຕ​ເປັນ​ໂສເພນີ​ໜັກ​ຂຶ້ນ​ເລື້ອຍ​ໆ​.+ 26  ເຈົ້າ​ຂາຍ​ໂຕ​ໃຫ້​ພວກ​ເອຢິບ+​ເພື່ອນ​ບ້ານ​ຂອງ​ເຈົ້າ​ທີ່​ມີ​ຕັນຫາ​ຫຼາຍ. ເຈົ້າ​ເຮັດ​ໃຫ້​ເຮົາ​ໃຈຮ້າຍ​ຍ້ອນ​ເຈົ້າ​ເຮັດ​ໂຕ​ເປັນ​ໂສເພນີ​ນັບ​ເທື່ອ​ບໍ່​ຖ້ວນ. 27  ບັດ​ນີ້ ເຮົາ​ຈະ​ລົງໂທດ​ເຈົ້າ​ແລະ​ເຮັດ​ໃຫ້​ເຈົ້າ​ມີ​ຂອງກິນ​ໜ້ອຍ​ລົງ.+ ເຮົາ​ຈະ​ປ່ອຍ​ໃຫ້​ພວກ​ຜູ້ຍິງ​ທີ່​ຊັງ​ເຈົ້າ+​ຈັດການ​ເຈົ້າ​ຕາມ​ໃຈ. ພວກ​ນີ້​ແມ່ນ​ຄົນ​ຟີລິດສະຕີນ​ທີ່​ຮູ້ສຶກ​ອາຍ​ຍ້ອນ​ການ​ກະທຳ​ທີ່​ເປັນ​ຕາ​ໜ້າ​ລັງກຽດ​ຂອງ​ເຈົ້າ.+ 28  ຍ້ອນ​ເຈົ້າ​ບໍ່​ຮູ້ຈັກ​ພໍ ເຈົ້າ​ຈຶ່ງ​ຂາຍ​ໂຕ​ໃຫ້​ພວກ​ອັດຊີເຣຍ.+ ເຖິງ​ວ່າ​ຈະ​ຂາຍ​ໂຕ​ໃຫ້​ເຂົາເຈົ້າ​ແລ້ວ ແຕ່​ເຈົ້າ​ກໍ​ຍັງ​ບໍ່​ໜຳ​ໃຈ. 29  ເຈົ້າ​ຂາຍ​ໂຕ​ຫຼາຍ​ຂຶ້ນ​ອີກ​ໃນ​ແຜ່ນ​ດິນ​ຂອງ​ພວກ​ພໍ່​ຄ້າ*​ແລະ​ຂາຍ​ໂຕ​ໃຫ້​ພວກ​ການເດອາ+ ແຕ່​ປານ​ນັ້ນ​ເຈົ້າ​ກໍ​ຍັງ​ບໍ່​ໜຳ​ໃຈ.’ 30  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ຕອນ​ທີ່​ເຈົ້າ​ເຮັດ​ສິ່ງ​ເຫຼົ່ານີ້ ເຈົ້າ​ບໍ່​ໄດ້​ເຮັດ​ໃຫ້​ໃຈຂອງ​ເຈົ້າ​ເຂັ້ມແຂງ.* ເຈົ້າ​ເຮັດ​ໂຕ​ເປັນ​ໂສເພນີ​ທີ່​ບໍ່​ຮູ້ຈັກ​ອາຍ.+ 31  ຕອນ​ທີ່​ເຈົ້າ​ເຮັດ​ໂນນ​ໃນ​ບ່ອນ​ທີ່​ຄົນ​ແນມ​ເຫັນ​ໄດ້​ຕາມ​ຫົນ​ທາງ​ທຸກ​ເສັ້ນ​ແລະ​ເຮັດ​ບ່ອນ​ນະມັດສະການ​ຢູ່​ຕາມ​ເດີ່ນ​ຂອງ​ເມືອງ​ທຸກ​ບ່ອນ ທີ່​ຈິງ​ເຈົ້າ​ບໍ່​ໄດ້​ເປັນ​ໂສເພນີ ຍ້ອນ​ເຈົ້າ​ບໍ່​ໄດ້​ເອົາ​ເງິນ. 32  ແຕ່​ເຈົ້າ​ເປັນ​ເມຍ​ທີ່​ຫຼິ້ນ​ຊູ້​ທີ່​ນອນ​ກັບ​ຄົນ​ແປກ​ໜ້າ​ແທນ​ທີ່​ຈະ​ນອນ​ກັບ​ຜົວ​ຂອງ​ໂຕ​ເອງ.+ 33  ຕາມ​ທຳມະດາ​ຄົນ​ມັກ​ເອົາ​ຂອງຂວັນ​ໃຫ້​ໂສເພນີ+ ແຕ່​ເຈົ້າ​ພັດ​ເປັນ​ຜູ້​ເອົາ​ຂອງຂວັນ​ໃຫ້​ທຸກ​ຄົນ​ທີ່​ຢາກ​ນອນ​ນຳ​ເຈົ້າ.+ ເຈົ້າ​ເອົາ​ເງິນ​ຈ້າງ​ຄົນ​ຈາກ​ທຸກ​ບ່ອນ​ໃຫ້​ມາ​ນອນ​ນຳ​ເຈົ້າ.+ 34  ເຈົ້າ​ເຮັດ​ບໍ່​ຄື​ກັບ​ໂສເພນີ​ຄົນ​ອື່ນ​ໆ​ແລະ​ບໍ່​ມີ​ໃຜ​ເຮັດ​ຄື​ເຈົ້າ. ເຈົ້າ​ຈ່າຍ​ເງິນ​ໃຫ້​ຄົນອື່ນ ແທນ​ທີ່​ເຂົາເຈົ້າ​ຈະ​ຈ່າຍ​ໃຫ້​ເຈົ້າ. ເຈົ້າ​ເຮັດ​ກົງ​ກັນ​ຂ້າມ​ກັບ​ໂສເພນີ​ຄົນ​ອື່ນ.’ 35  ເຈົ້າ​ທີ່​ເປັນ​ໂສເພນີ+ ໃຫ້​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ. 36  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ເຈົ້າ​ມີ​ຕັນຫາ​ຫຼາຍ​ແລະ​ປະໂປ້​ຢູ່. ເຈົ້າ​ຂາຍ​ໂຕ​ໃຫ້​ຄົນ​ທີ່​ມັກ​ນອນ​ນຳ​ເຈົ້າ​ແລະ​ໃຫ້​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ.*+ ເຈົ້າ​ເຖິງຂັ້ນ​ວ່າ​ເອົາ​ເລືອດ​ຂອງ​ລູກ​ໂຕ​ເອງ​ໄປ​ເປັນ​ເຄື່ອງ​ບູຊາ.+ 37  ຍ້ອນ​ແນວ​ນີ້ ເຮົາ​ຈະ​ລວບລວມ​ທຸກ​ຄົນ​ທີ່​ມັກ​ນອນ​ນຳ​ເຈົ້າ ເຊິ່ງ​ມີ​ທັງ​ຜູ້​ທີ່​ເຈົ້າ​ຮັກ​ແລະ​ຜູ້​ທີ່​ເຈົ້າ​ຊັງ. ເຮົາ​ຈະ​ລວບລວມ​ເຂົາເຈົ້າ​ຈາກ​ທຸກ​ບ່ອນ​ໃຫ້​ມາ​ຕໍ່ສູ້​ເຈົ້າ. ເຮົາ​ຈະ​ຈີກ​ເຄື່ອງນຸ່ງ​ຂອງ​ເຈົ້າ​ຕໍ່​ໜ້າ​ເຂົາເຈົ້າ ແລ້ວ​ເຂົາເຈົ້າ​ຈະ​ເຫັນ​ເຈົ້າ​ປະໂປ້.+ 38  ເຮົາ​ຈະ​ໃຫ້​ເຈົ້າ​ຖືກ​ໂທດ​ແບບ​ດຽວ​ກັບ​ຜູ້ຍິງ​ທີ່​ຫຼິ້ນ​ຊູ້+​ແລະ​ຜູ້ຍິງ​ທີ່​ຂ້າ​ຄົນ.+ ເຮົາ​ຈະ​ໃຫ້​ເຈົ້າ​ຖືກ​ຂ້າ​ຍ້ອນ​ເຮົາ​ຄຽດ​ແລະ​ໃຈຮ້າຍ​ໃຫ້​ເຈົ້າ​ຫຼາຍ.+ 39  ເຮົາ​ຈະ​ໃຫ້​ຄົນ​ທີ່​ມັກ​ນອນ​ນຳ​ເຈົ້າ​ຈັດການ​ເຈົ້າ. ເຂົາເຈົ້າ​ຈະ​ທຳລາຍ​ໂນນ​ແລະ​ມ້າງ​ບ່ອນ​ນະມັດສະການ​ຂອງ​ເຈົ້າ.+ ເຂົາເຈົ້າ​ຈະ​ຈີກ​ເຄື່ອງ​ນຸ່ງ​ຂອງ​ເຈົ້າ+​ແລະ​ເອົາ​ເຄື່ອງ​ປະດັບ​ທີ່​ງາມ​ໆ​ຂອງ​ເຈົ້າ​ໄປ+ ແລ້ວ​ເຂົາເຈົ້າ​ຈະ​ປ່ອຍ​ໃຫ້​ເຈົ້າ​ປະໂປ້. 40  ເຂົາເຈົ້າ​ຈະ​ພາ​ຄົນ​ບັກ​ຫຼາຍ​ໆ​ມາ​ຕໍ່ສູ້​ເຈົ້າ+ ດຶກ​ກ້ອນ​ຫີນ​ໃສ່​ເຈົ້າ+ ແລະ​ເອົາ​ດາບ​ຂ້າ​ເຈົ້າ.+ 41  ເຂົາເຈົ້າ​ຈະ​ຈູດ​ເຮືອນ​ຂອງ​ເຈົ້າ+ ແລະ​ລົງໂທດ​ເຈົ້າ​ຕໍ່​ໜ້າ​ຜູ້​ຍິງ​ຫຼາຍ​ຄົນ. ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເຊົາ​ເປັນ​ໂສເພນີ+ ແລະ​ເຈົ້າ​ຈະ​ເຊົາ​ເອົາ​ເງິນ​ຈ້າງ​ຄົນ. 42  ເຮົາ​ຈະປ່ອຍຄວາມ​ໃຈຮ້າຍ​ຂອງ​ເຮົາ​ໃສ່​ເຈົ້າ​ຈົນ​ເຮົາ​ພໍໃຈ+ ແລ້ວ​ເຮົາ​ກໍ​ຈະ​ເຊົາ​ໃຈຮ້າຍ.+ ເຮົາ​ຈະ​ໃຈເຢັນ​ລົງ​ແລະ​ບໍ່​ໃຈຮ້າຍ​ໃຫ້​ເຈົ້າ​ອີກ.’ 43  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ຍ້ອນ​ເຈົ້າ​ລືມ​ຕອນ​ທີ່​ເຈົ້າ​ຍັງ​ເປັນ​ແອນ້ອຍ+ ແລະ​ຍ້ອນ​ເຈົ້າ​ໄດ້​ເຮັດ​ໃຫ້​ເຮົາ​ໃຈຮ້າຍ​ໂດຍ​ເຮັດ​ສິ່ງ​ເຫຼົ່ານີ້ ບັດ​ນີ້ ເຮົາ​ຈະ​ໃຫ້​ເຈົ້າ​ໄດ້​ຮັບ​ຜົນ​ຈາກ​ການ​ກະທຳ​ຂອງ​ໂຕ​ເອງ. ເຈົ້າ​ຈະ​ບໍ່​ໄດ້​ເຮັດ​ສິ່ງ​ທີ່​ໜ້າ​ລັງກຽດ​ແລະ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ອີກ​ຕໍ່​ໄປ. 44  ຖ້າ​ເບິ່ງ​ເດີ້ ຄົນ​ທີ່​ມັກ​ເວົ້າ​ຄຳ​ສຸພາສິດ​ກໍ​ຈະ​ໃຊ້​ຄຳ​ສຸພາສິດ​ນີ້​ກັບ​ເຈົ້າ​ທີ່​ວ່າ “ແມ່​ເປັນ​ແນວໃດ ລູກ​ສາວ​ກໍ​ຈະ​ເປັນ​ແນວ​ນັ້ນ!”+ 45  ເຈົ້າ​ກໍ​ເປັນ​ຄື​ກັບ​ແມ່​ຂອງ​ເຈົ້າ​ຫັ້ນ​ແຫຼະ​ທີ່​ດູຖູກ​ລູກ​ດູຖູກ​ຜົວ ແລະ​ເປັນ​ຄື​ກັບ​ເອື້ອຍ​ກັບ​ນ້ອງ​ສາວ​ຂອງ​ເຈົ້າ​ທີ່​ດູຖູກ​ລູກ​ດູຖູກ​ຜົວ​ຂອງ​ເຂົາເຈົ້າ. ແມ່​ຂອງ​ເຈົ້າ​ເປັນ​ຄົນ​ເຮດ​ແລະ​ພໍ່​ຂອງ​ເຈົ້າ​ເປັນ​ຄົນ​ອາໂມ.’”+ 46  “‘ເອື້ອຍ​ຂອງ​ເຈົ້າ​ແມ່ນ​ຊາມາເຣຍ+​ທີ່​ຢູ່​ທາງ​ເໜືອ​ຂອງ​ເຈົ້າ*​ກັບ​ພວກ​ລູກ​ສາວ*​ຂອງ​ລາວ+ ແລະ​ນ້ອງ​ສາວ​ຂອງ​ເຈົ້າ​ແມ່ນ​ໂຊໂດມ+​ທີ່​ຢູ່​ທາງ​ໃຕ້​ຂອງ​ເຈົ້າ*​ກັບ​ພວກ​ລູກ​ສາວ​ຂອງ​ລາວ.+ 47  ເຈົ້າ​ບໍ່​ພຽງ​ແຕ່​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຄື​ກັບ​ເຂົາເຈົ້າ ແຕ່​ໃນ​ເວລາ​ສັ້ນ​ໆ​ເຈົ້າ​ເຮັດ​ຊົ່ວ​ຫຼາຍ​ກວ່າ​ເຂົາເຈົ້າ​ອີກ.’+ 48  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ເຮົາ​ສາບານ​ວ່າ​ຕາບໃດ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່​ໂຊໂດມ​ນ້ອງ​ສາວ​ຂອງ​ເຈົ້າ​ກັບ​ພວກ​ລູກສາວ​ຂອງ​ລາວ​ບໍ່​ເຄີຍ​ເຮັດ​ຊົ່ວ​ສ່ຳ​ກັບ​ທີ່​ເຈົ້າ​ແລະ​ພວກ​ລູກສາວ​ຂອງ​ເຈົ້າ​ເຮັດ. 49  ໂຊໂດມ​ນ້ອງ​ສາວ​ຂອງ​ເຈົ້າ​ເຮັດ​ຜິດ​ຫຼາຍ​ຢ່າງ. ລາວ​ກັບ​ພວກ​ລູກ​ສາວ​ຂອງ​ລາວ+​ຍິ່ງ​ຫຼາຍ.+ ເຂົາເຈົ້າ​ມີ​ຂອງກິນ​ເຫຼືອ​ເຟືອ+ ຢູ່​ຢ່າງ​ປອດໄພ+ ແລະ​ບໍ່​ມີ​ແນວ​ກັງວົນ ແຕ່​ເຂົາເຈົ້າ​ບໍ່​ໄດ້​ຊ່ວຍ​ເຫຼືອ​ຄົນ​ທີ່​ທຸກຍາກ.+ 50  ເຂົາເຈົ້າ​ບໍ່​ເຊົາ​ຍິ່ງ​ຈອງຫອງ+​ແລະ​ຍັງ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຕໍ່​ໜ້າ​ເຮົາ.+ ສົມຄວນ​ແລ້ວ​ທີ່​ເຮົາ​ທຳລາຍ​ເຂົາເຈົ້າ.+ 51  ຊາມາເຣຍ+​ເຮັດ​ຜິດ​ບໍ່​ຮອດ​ເຄິ່ງ​ໜຶ່ງ​ຂອງ​ເຈົ້າ​ຊ້ຳ. ເຈົ້າ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້​ດຽດ​ຫຼາຍ​ກວ່າ​ເຂົາເຈົ້າ ແລະ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ທັງ​ໝົດ​ທີ່​ເຈົ້າ​ເຮັດ​ນັ້ນ​ເຮັດ​ໃຫ້​ເອື້ອຍ​ກັບ​ນ້ອງ​ສາວ​ຂອງ​ເຈົ້າ​ເບິ່ງ​ຄື​ວ່າ​ເປັນ​ຄົນ​ດີ​ໄປ​ເລີຍ.+ 52  ຕອນນີ້ ເຈົ້າ​ຕ້ອງ​ອັບອາຍ​ຂາຍໜ້າ​ຍ້ອນ​ເຈົ້າ​ເຮັດ​ໃຫ້​ການ​ກະທຳ​ຂອງ​ເອື້ອຍ​ກັບ​ນ້ອງ​ສາວ​ຂອງ​ເຈົ້າ​ກາຍ​ເປັນ​ເລື່ອງ​ທີ່​ຖືກຕ້ອງ. ຄວາມ​ຜິດ​ຂອງ​ເຈົ້າ​ເປັນ​ຕາ​ຂີ້ດຽດ​ຫຼາຍ​ກວ່າ​ຄວາມ​ຜິດ​ຂອງ​ເຂົາເຈົ້າ​ອີກ. ບັດ​ນີ້ ເຈົ້າ​ຕ້ອງ​ອັບອາຍ​ຂາຍໜ້າ​ຍ້ອນ​ເຈົ້າ​ເຮັດ​ໃຫ້​ເອື້ອຍ​ກັບ​ນ້ອງ​ສາວ​ຂອງ​ເຈົ້າ​ເບິ່ງ​ຄື​ວ່າ​ເປັນ​ຄົນ​ດີ.’ 53  ‘ເຮົາ​ຈະ​ລວບລວມ​ໂຊໂດມ​ກັບ​ພວກ​ລູກສາວ ແລະ​ຊາມາເຣຍ​ກັບ​ພວກ​ລູກ​ສາວ​ໃຫ້​ກັບຄືນມາ​ຈາກ​ການ​ເປັນ​ຊະເລີຍ. ເຮົາ​ຈະ​ລວບລວມ​ເຈົ້າ​ທີ່​ເປັນ​ຊະເລີຍ​ໃຫ້​ກັບຄືນມາ​ພ້ອມ​ກັບ​ເຂົາເຈົ້າ+ 54  ເພື່ອ​ໃຫ້​ເຈົ້າ​ອັບອາຍ​ຂາຍໜ້າ. ເຈົ້າ​ຈະ​ຮູ້ສຶກ​ອາຍ ຍ້ອນ​ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້​ເຮັດ​ໃຫ້​ເຂົາເຈົ້າ​ຮູ້ສຶກ​ດີ​ຂຶ້ນ. 55  ໂຊໂດມ​ກັບ​ພວກ​ລູກ​ສາວ ແລະ​ຊາມາເຣຍ​ກັບ​ພວກ​ລູກ​ສາວ​ທີ່​ເປັນ​ເອື້ອຍ​ນ້ອງ​ຂອງ​ເຈົ້າ​ຈະ​ກັບ​ມາ​ຢູ່​ໃນ​ສະພາບ​ເກົ່າ ແລະ​ເຈົ້າ​ກັບ​ພວກ​ລູກ​ສາວ​ກໍ​ຈະ​ກັບ​ມາ​ຢູ່​ໃນ​ສະພາບ​ເກົ່າ​ຄື​ກັນ.+ 56  ເຈົ້າ​ຄິດ​ວ່າ​ມັນບໍ່​ມີ​ປະໂຫຍດ​ຫຍັງ​ທີ່​ຈະ​ເວົ້າ​ເຖິງ​ໂຊໂດມ​ນ້ອງ​ສາວ​ຂອງ​ເຈົ້າ​ຕອນ​ທີ່​ເຈົ້າ​ຍັງ​ຍິ່ງ​ຢູ່ 57  ຕອນ​ທີ່​ຄວາມ​ຊົ່ວ​ຂອງ​ເຈົ້າ​ຍັງ​ບໍ່​ຖືກ​ເປີດເຜີຍ.+ ແຕ່​ຕອນ​ນີ້ ພວກ​ລູກ​ສາວ​ຂອງ​ຊີເຣຍ​ກັບ​ເພື່ອນ​ບ້ານ​ຂອງ​ເຂົາເຈົ້າ​ຈະ​ເຍາະເຍີ້ຍ​ເຈົ້າ ແລະ​ພວກ​ລູກສາວ​ຂອງ​ຟີລິດສະຕີນ+​ທີ່​ຢູ່​ອ້ອມ​ຂ້າງ​ເຈົ້າ​ຈະ​ດູຖູກ​ເຈົ້າ. 58  ເຈົ້າ​ຈະ​ຕ້ອງ​ຮັບ​ຜົນ​ຈາກ​ການ​ກະທຳ​ທີ່​ໜ້າ​ລັງກຽດ​ແລະ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ທີ່​ເຈົ້າ​ເຮັດ.’ ພະ​ເຢໂຫວາ​ເວົ້າ​ແບບ​ນີ້.” 59  “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ຕອນນີ້ ເຮົາ​ຈະ​ເຮັດ​ກັບ​ເຈົ້າ​ຄື​ກັບ​ທີ່​ເຈົ້າ​ເຄີຍ​ເຮັດ+ ຍ້ອນ​ເຈົ້າ​ດູຖູກ​ຄຳ​ປະຕິຍານ​ໂດຍ​ບໍ່​ເຮັດ​ຕາມ​ສັນຍາ​ຂອງ​ເຮົາ.+ 60  ແຕ່​ເຮົາ​ຈະ​ຈື່​ສັນຍາ​ທີ່​ເຮົາ​ເຮັດ​ກັບ​ເຈົ້າ​ຕອນ​ທີ່​ເຈົ້າ​ຍັງ​ເປັນ​ແອນ້ອຍ​ຢູ່ ແລະ​ເຮົາ​ຈະ​ເຮັດ​ສັນຍາ​ຕະຫຼອດໄປ​ກັບ​ເຈົ້າ.+ 61  ຕອນ​ທີ່​ເຈົ້າ​ຕ້ອນຮັບ​ເອື້ອຍ​ກັບ​ນ້ອງ​ສາວ​ຂອງ​ເຈົ້າ ເຈົ້າ​ຈະ​ຈື່​ສິ່ງ​ທີ່​ເຈົ້າ​ເຄີຍ​ເຮັດ​ແລະ​ຈະ​ຮູ້ສຶກ​ອາຍ.+ ເຮົາ​ຈະ​ໃຫ້​ເຂົາເຈົ້າ​ເປັນ​ລູກສາວ​ຂອງ​ເຈົ້າ ແຕ່​ບໍ່​ແມ່ນ​ຍ້ອນ​ສັນຍາ​ທີ່​ເຮົາ​ເຮັດ​ກັບ​ເຈົ້າ.’ 62  ‘ເຮົາ​ຈະ​ເຮັດ​ສັນຍາ​ກັບ​ເຈົ້າ ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ. 63  ເມື່ອ​ເຮົາ​ຍົກ​ໂທດ​ໃຫ້​ເຈົ້າ​ທັງ​ໆ​ທີ່​ເຈົ້າ​ເຮັດ​ຜິດ​ຂະໜາດ​ນີ້+ ເຈົ້າ​ກໍ​ຈະ​ຈື່​ສິ່ງ​ທີ່​ເຈົ້າ​ເຄີຍ​ເຮັດ​ແລະ​ຈະ​ອາຍ​ຫຼາຍ​ຈົນ​ບໍ່​ກ້າ​ເວົ້າ​ຫຍັງ.’+ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້.”

ຂໍຄວາມໄຂເງື່ອນ

ໃນ​ບົດ​ນີ້​ເວົ້າ​ເຖິງ​ເຢຣູຊາເລັມ ຊາມາເຣຍ ແລະ​ໂຊໂດມ​ວ່າ​ເປັນ​ຜູ້​ຍິງ
ຫຼື “ໜັງ​ແມວ​ນ້ຳ”
ໝາຍເຖິງ​ຮູບ​ບູຊາ​ທີ່​ເປັນ​ຜູ້​ຊາຍ
ຫຼື “ເຄື່ອງ​ບູຊາ​ທີ່​ມີ​ກິ່ນ​ຫອມ”
ແປ​ຕາມ​ໂຕ​ວ່າ “ແຜ່ນດິນ​ການາອານ”
ຫຼື​ອາດ​ແປ​ວ່າ “ເຮົາ​ໃຈ​ຮ້າຍ​ໃຫ້​ເຈົ້າ​ຫຼາຍ”
ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ກ່ຽວ​ຂ້ອງ​ກັບ​ຄຳ​ວ່າ “ຂີ້​ສັດ” ແລະ​ໃຊ້​ໃນ​ລັກສະນະ​ດູຖູກ
ແປ​ຕາມ​ໂຕ​ວ່າ “ເບື້ອງ​ຊ້າຍ​ຂອງ​ເຈົ້າ”
ອາດ​ໝາຍເຖິງ​ເມືອງ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ
ແປ​ຕາມ​ໂຕ​ວ່າ “ເບື້ອງ​ຂວາ​ຂອງ​ເຈົ້າ”