ເອເຊກຽນ 17:1-24
17 ພະເຢໂຫວາເວົ້າກັບຂ້ອຍອີກວ່າ:
2 “ລູກມະນຸດ ໃຫ້ເຈົ້າເລົ່າເລື່ອງປິດສະໜາທີ່ເປັນຕົວຢ່າງປຽບທຽບໃຫ້ພວກອິດສະຣາເອນຟັງ.+
3 ເຈົ້າຕ້ອງເວົ້າແບບນີ້ ‘ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ “ມີນົກອິນຊີໂຕໃຫຍ່ໆໂຕໜຶ່ງ.+ ມັນມີປີກໃຫຍ່ແລະຍາວ. ມັນມີຂົນຫຼາຍໆສີເຕັມໂຕ. ມັນມາເລບານອນ+ແລະຈິກເອົາຍອດຕົ້ນຊີດ້າ*ໄປ.+
4 ມັນຈິກເອົາຍອດທີ່ຢູ່ເທິງສຸດແລະຄາບໄປແຜ່ນດິນຂອງພວກພໍ່ຄ້າ.* ມັນເອົາຍອດນັ້ນໄປໄວ້ຢູ່ເມືອງໜຶ່ງຂອງພວກພໍ່ຄ້າ.+
5 ແລ້ວມັນກໍຄາບເອົາເມັດພືດຈາກແຜ່ນດິນນັ້ນ+ໄປປູກໃນບ່ອນທີ່ມີດິນດີ. ມັນປູກເມັດພືດນັ້ນຄືກັບປູກຕົ້ນໄມ້*ຢູ່ແຄມນ້ຳທີ່ມີນ້ຳຫຼາຍໆ.
6 ເມັດພືດນັ້ນປົ່ງຂຶ້ນເປັນຕົ້ນໝາກລະແຊັງເຕ້ຍໆ+ທີ່ແຕກກິ່ງແລະປົ່ງຮາກ. ມັນກາຍເປັນຕົ້ນໄມ້ທີ່ມີງ່າແຜ່ອອກໄປ.+
7 ແລ້ວກໍມີນົກອິນຊີໃຫຍ່ອີກໂຕໜຶ່ງບິນມາ.+ ມັນມີປີກໃຫຍ່ແລະຍາວ.+ ຕົ້ນໝາກລະແຊັງຕົ້ນນີ້ກໍຟ້າວເດ່ຮາກຂອງມັນອອກຈາກບ່ອນທີ່ປູກມັນໄວ້ໄປຫານົກໂຕນັ້ນ ແລະເດ່ງ່າກັບໃບອອກໄປເພື່ອໃຫ້ນົກຫົດນ້ຳໃສ່+
8 ທັງໆທີ່ຕົ້ນໝາກລະແຊັງຕົ້ນນີ້ຖືກປູກໄວ້ໃນບ່ອນທີ່ມີດິນດີແລະໃກ້ແມ່ນ້ຳທີ່ມີນ້ຳຫຼາຍເພື່ອໃຫ້ມັນແຕກກິ່ງ ເປັນໝາກ ແລະເປັນຕົ້ນໝາກລະແຊັງທີ່ໃຫຍ່ໆງາມໆ.”’+
9 ໃຫ້ເຈົ້າເວົ້າແບບນີ້ ‘ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ “ຕົ້ນໄມ້ນີ້ຈະໃຫຍ່ຂຶ້ນອີກຢູ່ບໍ? ຈະມີຄົນດຶງຮາກມັນອອກ+ແລ້ວໝາກຂອງມັນຈະເນົ່າແລະຍອດຂອງມັນກໍຈະຫ່ຽວແມ່ນບໍ?+ ມັນຈະເປັນຕົ້ນແຫ້ງໆຈົນບໍ່ຕ້ອງໃຫ້ຄົນທີ່ມີແຂນແຂງແຮງຫຼືໃຫ້ຫຼາຍໆຄົນມາຫຼົກມັນອອກ.
10 ເຖິງວ່າຈະຍ້າຍມັນໄປປູກຢູ່ບ່ອນອື່ນ ມັນຈະໃຫຍ່ບໍ? ເມື່ອລົມຈາກທິດຕາເວັນອອກພັດມາ ມັນກໍຈະແຫ້ງຕາຍແມ່ນບໍ? ມັນຈະແຫ້ງຕາຍຢູ່ບ່ອນທີ່ມັນປົ່ງຂຶ້ນມາຫັ້ນແຫຼະ.”’”
11 ພະເຢໂຫວາເວົ້າກັບຂ້ອຍອີກວ່າ:
12 “ໃຫ້ຖາມຊາດທີ່ມັກກະບົດວ່າ ‘ພວກເຈົ້າບໍ່ເຂົ້າໃຈບໍວ່າເລື່ອງນີ້ໝາຍຄວາມວ່າແນວໃດ?’ ໃຫ້ບອກເຂົາເຈົ້າແບບນີ້ ‘ຖ້າເບິ່ງເດີ້ ກະສັດບາບີໂລນຈະມາເຢຣູຊາເລັມແລະຈະຈັບກະສັດ*ແລະພວກຜູ້ນຳຂອງເມືອງນີ້ກັບໄປບາບີໂລນນຳລາວ.+
13 ນອກຈາກນັ້ນ ກະສັດບາບີໂລນໄດ້ເຮັດສັນຍາກັບລູກຫຼານຄົນໜຶ່ງຂອງກະສັດ+ແລະໃຫ້ລາວສາບານ.+ ແລ້ວກະສັດບາບີໂລນກໍຈັບພວກຄົນສຳຄັນໃນແຜ່ນດິນນີ້ໄປ+
14 ເພື່ອເຮັດໃຫ້ອານາຈັກນີ້ຕົກຕ່ຳແລະບໍ່ສາມາດຟື້ນໂຕໄດ້. ອານາຈັກນີ້ຈະຢູ່ຕໍ່ໄປໄດ້ກໍຕໍ່ເມື່ອເຮັດຕາມສັນຍາທີ່ໃຫ້ໄວ້ເທົ່ານັ້ນ.+
15 ແຕ່ໃນທີ່ສຸດ ກະສັດຂອງຢູດາໄດ້ກະບົດຕໍ່ກະສັດບາບີໂລນ+ໂດຍສົ່ງຄົນໄປຂໍມ້າ+ກັບກອງທະຫານໃຫຍ່ຈາກເອຢິບໃຫ້ມາຊ່ວຍ.+ ລາວຈະເຮັດສຳເລັດບໍ? ຄົນທີ່ເຮັດແບບນີ້ຈະລອດຈາກການລົງໂທດບໍ? ຄົນທີ່ເຮັດຜິດສັນຍາຈະໜີລອດໄດ້ບໍ?’+
16 ‘ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ “ເຮົາສາບານວ່າຕາບໃດທີ່ເຮົາຍັງມີຊີວິດຢູ່ ລາວຈະຕາຍຢູ່ບາບີໂລນໃນແຜ່ນດິນຂອງກະສັດ*ທີ່ແຕ່ງຕັ້ງລາວ*ໃຫ້ເປັນກະສັດ. ລາວດູຖູກຄຳສາບານແລະບໍ່ເຮັດຕາມສັນຍາ.+
17 ເມື່ອທະຫານຂອງບາບີໂລນມາເຮັດໂນນແລະກຳແພງອ້ອມເມືອງເພື່ອຂ້າຫຼາຍຄົນ ກອງທັບໃຫຍ່ຂອງຟາໂຣ*ທີ່ມີທະຫານບັກຫຼາຍໆຈະຊ່ວຍລາວບໍ່ໄດ້.+
18 ລາວດູຖູກຄຳສາບານແລະບໍ່ເຮັດຕາມສັນຍາ. ລາວເຮັດສິ່ງເຫຼົ່ານີ້ທັງໆທີ່ສັນຍາໄວ້ແລ້ວ. ຍ້ອນແນວນີ້ ລາວຈະບໍ່ລອດ.”’
19 ‘ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ “ເຮົາສາບານວ່າຕາບໃດທີ່ເຮົາຍັງມີຊີວິດຢູ່ ເຮົາຈະລົງໂທດລາວຍ້ອນລາວດູຖູກຄຳສາບານ+ແລະບໍ່ເຮັດຕາມສັນຍາຂອງເຮົາ.
20 ເຮົາຈະໂຍນຕານ່າງສຳລັບລ່າສັດງວມລາວ ແລະລາວຈະຄາຢູ່ຕານ່າງຂອງເຮົາ.+ ເຮົາຈະເອົາລາວໄປບາບີໂລນແລະຕັດສິນລາວຢູ່ຫັ້ນ ຍ້ອນລາວບໍ່ສັດຊື່ຕໍ່ເຮົາ.+
21 ພວກທະຫານຂອງລາວທີ່ໜີໄປຈະຖືກຂ້າດ້ວຍດາບ ແລະຄົນທີ່ຍັງເຫຼືອກໍຈະກະຈັດກະຈາຍໄປທຸກຈອກທຸກແຈ+ ແລ້ວພວກເຈົ້າຈະຮູ້ວ່າເຮົາເຢໂຫວາໄດ້ເວົ້າໄວ້ແລ້ວ.”’+
22 ‘ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ “ເຮົາຈະເອົາຍອດຂອງຕົ້ນຊີດ້າ+ທີ່ສູງໆໄປປູກ ແລະເຮົາຈະເດັດເອົາຍອດອ່ອນທີ່ຢູ່ເທິງສຸດຈາກງ່າຂອງມັນ+ໄປປູກຢູ່ເທິງພູທີ່ສູງໆ.+
23 ເຮົາຈະປູກມັນໄວ້ຢູ່ເທິງພູທີ່ສູງໆຂອງອິດສະຣາເອນ. ມັນຈະແຕກກິ່ງ ເປັນໝາກ ແລະເປັນຕົ້ນຊີດ້າທີ່ໃຫຍ່ໆງາມໆ. ນົກທຸກຊະນິດຈະມາຢູ່ກ້ອງມັນແລະອາໄສຢູ່ຮົ່ມຂອງມັນ.
24 ແລ້ວຕົ້ນໄມ້ທຸກຕົ້ນໃນທົ່ງຫຍ້າຈະຮູ້ວ່າ ເຮົາເຢໂຫວາໄດ້ເຮັດໃຫ້ຕົ້ນໄມ້ທີ່ສູງໆອັບອາຍຂາຍໜ້າ ແລະເຮັດໃຫ້ຕົ້ນໄມ້ທີ່ເຕ້ຍໆ+ໄດ້ຮັບການຍົກຍ້ອງ. ເຮົາໄດ້ເຮັດໃຫ້ຕົ້ນໄມ້ທີ່ຂຽວໆຫ່ຽວແຫ້ງ ແລະເຮັດໃຫ້ຕົ້ນໄມ້ທີ່ຫ່ຽວແຫ້ງອອກດອກ.+ ເຮົາເຢໂຫວາໄດ້ເວົ້າໄວ້ແບບນີ້ແລະເຮົາໄດ້ເຮັດຕາມທີ່ໄດ້ເວົ້າໄວ້ແລ້ວ.”’”
ຂໍ ຄວາມ ໄຂ ເງື່ອນ
^ ຕົ້ນແປກຊະນິດໜຶ່ງ
^ ແປຕາມໂຕວ່າ “ແຜ່ນດິນການາອານ”
^ ໝາຍເຖິງຕົ້ນຫຼິວທີ່ມີງ່າຍາວໆແລະໃບແຫຼມໆຍາວໆຢ່ອນລົງພື້ນ
^ ໝາຍເຖິງກະສັດຂອງຢູດາ
^ ໝາຍເຖິງເນບູກາດເນັດຊາ
^ ໝາຍເຖິງເຊເດກີຢາ
^ ນີ້ແມ່ນຕຳແໜ່ງກະສັດຂອງເອຢິບ