ເອເຊກຽນ 18:1-32

  • ແຕ່​ລະ​ຄົນ​ຕ້ອງ​ຮັບ​ຜົນ​ຈາກ​ຄວາມ​ຜິດ​ຂອງ​ໂຕເອງ (1-​32)

    • ຜູ້​ໃດ​ເຮັດ​ຜິດ​ຜູ້​ນັ້ນ​ຈະ​ຕາຍ (4)

    • ລູກ​ບໍ່​ຕ້ອງ​ຖືກ​ໂທດ​ຍ້ອນ​ຄວາມ​ຜິດ​ຂອງ​ພໍ່ (19, 20)

    • ບໍ່​ດີໃຈ​ທີ່​ເຫັນ​ຄົນ​ຊົ່ວ​ຕາຍ (23)

    • ຖ້າ​ເຊົາ​ເຮັດ​ຜິດ​ແລ້ວ​ຈະ​ມີ​ຊີວິດ (27, 28)

18  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ:  “ຄົນ​ໃນ​ອິດສະຣາເອນ​ມັກ​ເວົ້າ​ວ່າ ‘ພໍ່​ກິນ​ໝາກ​ລະແຊັງ​ສົ້ມ ແຕ່​ລູກ​ພັດ​ເຂັດ​ແຂ້ວ.’ ສຸພາສິດ​ຂໍ້​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ?+  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຮົາ​ສາບານ​ວ່າ​ຕາບໃດ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່ ພວກ​ເຈົ້າ​ຈະ​ບໍ່​ເວົ້າ​ສຸພາສິດ​ນີ້​ໃນ​ອິດສະຣາເອນ​ອີກ​ຕໍ່ໄປ.  ທຸກ​ຊີວິດ​ເປັນ​ຂອງ​ເຮົາ ທັງ​ຊີວິດ​ຂອງ​ພໍ່​ແລະ​ຊີວິດ​ຂອງ​ລູກ​ກໍ​ເປັນ​ຂອງ​ເຮົາ. ຜູ້​ໃດ​ເຮັດ​ຜິດ​ຜູ້​ນັ້ນ​ຈະ​ຕາຍ.  ສົມມຸດ​ວ່າ​ມີ​ຜູ້​ໜຶ່ງ​ເປັນ​ຄົນ​ດີ. ລາວ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸຕິທຳ.  ລາວ​ບໍ່​ກິນ​ເຄື່ອງ​ບູຊາ​ທີ່​ເອົາ​ໃຫ້​ຮູບ​ບູຊາ​ຢູ່​ເທິງ​ພູ+ ແລະ​ບໍ່​ເພິ່ງ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ*​ຂອງ​ພວກ​ອິດສະຣາເອນ. ລາວ​ບໍ່​ຫຼິ້ນຊູ້​ກັບ​ເມຍ​ຂອງຄົນ​ອື່ນ+ ແລະ​ບໍ່​ນອນ​ນຳ​ຜູ້​ຍິງ​ທີ່​ເປັນ​ປະຈຳເດືອນ.+  ລາວ​ບໍ່​ຂົ່ມເຫງ​ຜູ້​ໃດ+ ແຕ່​ລາວ​ເອົາ​ເຄື່ອງ​ທີ່​ລູກ​ໜີ້​ມາ​ຈຳ​ສົ່ງ​ຄືນ.+ ລາວ​ບໍ່​ປຸ້ນ​ເອົາ​ເຄື່ອງ​ຂອງ​ຄົນ​ອື່ນ+ ແຕ່​ລາວ​ແບ່ງ​ຂອງກິນ​ໃຫ້​ຜູ້​ທີ່​ຫິວ+​ແລະ​ເອົາ​ເຄື່ອງ​ນຸ່ງ​ໃຫ້​ຄົນ​ທີ່​ບໍ່​ມີ​ເຄື່ອງ​ນຸ່ງ​ໃສ່.+  ລາວ​ໃຫ້​ຢືມ​ເງິນ​ໂດຍ​ບໍ່​ເອົາ​ດອກເບ້ຍ​ແລະ​ບໍ່​ຊອກຫາ​ກຳໄລ+​ຈາກຜູ້​ທີ່​ມາ​ຢືມ. ລາວ​ບໍ່​ເຮັດ​ສິ່ງ​ທີ່​ບໍ່​ຍຸຕິທຳ+ ແລະ​ເມື່ອ​ຄົນ​ມີ​ເລື່ອງ​ກັນ​ລາວ​ກໍ​ຕັດສິນ​ແບບ​ຍຸຕິທຳ​ສະເໝີ.+  ລາວ​ເຊື່ອຟັງ​ກົດໝາຍ​ແລະ​ເຮັດ​ຕາມ​ຄຳ​ຕັດສິນ​ຂອງ​ເຮົາ​ເພື່ອ​ເຮັດ​ສິ່ງ​ຕ່າງ​ໆ​ຢ່າງ​ຖືກຕ້ອງ. ຄົນ​ແບບ​ນີ້​ເປັນ​ຄົນ​ດີແລະ​ລາວ​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ​ແນ່ນອນ.’+ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ແບບ​ນີ້. 10  ‘ແຕ່​ສົມມຸດ​ວ່າ​ລາວ​ພັດ​ມີ​ລູກ​ຊາຍ​ເປັນ​ຂີ້​ລັກ+ ຫຼື​ເປັນ​ຄົນ​ທີ່​ຂ້າ​ຄົນ+ ຫຼື​ເປັນ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ບໍ່​ດີ​ແນວ​ອື່ນ. 11  (ລາວ​ເອງ​ບໍ່​ເຄີຍ​ເຮັດ​ສິ່ງ​ເຫຼົ່ານີ້.) ລູກ​ຊາຍ​ຜູ້​ນັ້ນ​ກິນ​ເຄື່ອງ​ບູຊາ​ທີ່​ເອົາ​ໄປ​ໃຫ້​ຮູບ​ບູຊາ​ຢູ່​ເທິງ​ພູ ແລະ​ຫຼິ້ນຊູ້​ກັບ​ເມຍ​ຂອງ​ຄົນ​ອື່ນ. 12  ລາວ​ຂົ່ມເຫງ​ຄົນ​ທຸກຍາກ+ ປຸ້ນ​ເອົາ​ເຄື່ອງ​ຂອງ​ຄົນອື່ນ ບໍ່​ສົ່ງ​ຄືນ​ເຄື່ອງ​ທີ່​ລູກໜີ້​ເອົາ​ມາ​ຈຳ ເພິ່ງ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ+ ແລະ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້​ດຽດ.+ 13  ລາວ​ຊອກຫາ​ກຳໄລ​ແລະ​ເອົາ​ດອກເບ້ຍ​ນຳ​ຜູ້​ທີ່​ມາ​ຢືມ.+ ຍ້ອນ​ລາວ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ເຫຼົ່ານີ້ ລາວ​ຈະ​ບໍ່​ມີ​ຊີວິດ​ອີກ​ຕໍ່ໄປ. ລາວ​ຈະ​ຕາຍ​ແນ່ນອນ. ລາວ​ຈະ​ຕາຍ​ຍ້ອນ​ຄວາມ​ຜິດ​ຂອງ​ໂຕເອງ. 14  ສົມມຸດ​ວ່າ​ຜູ້​ຊາຍ​ຄົນ​ໜຶ່ງ​ມີ​ພໍ່​ທີ່​ເຮັດ​ຜິດ​ທຸກ​ຢ່າງ. ລາວ​ເຫັນ​ພໍ່​ເຮັດ​ຜິດ ແຕ່​ລາວ​ບໍ່​ໄດ້​ເຮັດ​ຄື​ກັບ​ພໍ່. 15  ລາວ​ບໍ່​ກິນ​ເຄື່ອງ​ບູຊາ​ທີ່​ເອົາ​ໃຫ້​ຮູບ​ບູຊາ​ຢູ່​ເທິງ​ພູ​ແລະ​ບໍ່​ເພິ່ງ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ພວກ​ອິດສະຣາເອນ. ລາວ​ບໍ່​ຫຼິ້ນຊູ້​ກັບ​ເມຍ​ຂອງ​ຄົນ​ອື່ນ. 16  ລາວ​ບໍ່​ຂົ່ມເຫງ​ຜູ້​ໃດ ບໍ່​ຍຶດ​ເອົາ​ເຄື່ອງ​ທີ່​ລູກໜີ້​ເອົາ​ມາ​ຈຳ ແລະ​ບໍ່​ປຸ້ນ​ເອົາ​ເຄື່ອງ​ຂອງ​ຄົນ​ອື່ນ. ລາວ​ແບ່ງ​ຂອງກິນ​ໃຫ້​ຜູ້​ທີ່​ຫິວ​ແລະ​ເອົາ​ເຄື່ອງ​ນຸ່ງ​ໃຫ້​ຄົນ​ທີ່​ບໍ່​ມີ​ເຄື່ອງ​ນຸ່ງ​ໃສ່. 17  ລາວ​ບໍ່​ຂົ່ມເຫງ​ຄົນ​ທຸກ ແລະ​ໃຫ້​ຢືມ​ເງິນ​ໂດຍ​ບໍ່​ເອົາ​ດອກເບ້ຍ​ແລະ​ບໍ່​ຊອກຫາ​ກຳໄລ​ຈາກ​ຜູ້​ທີ່​ມາ​ຢືມ. ລາວ​ເຮັດ​ຕາມ​ຄຳສັ່ງ​ແລະ​ກົດໝາຍ​ຂອງ​ເຮົາ. ຄົນ​ແບບ​ນີ້​ຈະ​ບໍ່​ຕາຍ​ຍ້ອນ​ຄວາມ​ຜິດ​ຂອງ​ພໍ່. ລາວ​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ​ແນ່ນອນ. 18  ແຕ່​ພໍ່​ຂອງ​ລາວ​ຈະ​ຕາຍ​ຍ້ອນ​ຄວາມ​ຜິດ​ຂອງ​ໂຕເອງ. ລາວ​ຈະ​ຕາຍ​ຍ້ອນ​ສໍ້​ໂກງ ປຸ້ນ​ເອົາ​ເຄື່ອງ​ຂອງ​ພີ່ນ້ອງ​ໂຕເອງ ແລະ​ເຮັດ​ສິ່ງ​ທີ່​ບໍ່​ດີ​ກັບ​ຄົນ​ຊາດ​ດຽວ​ກັນ. 19  ແຕ່​ພວກ​ເຈົ້າ​ຈະ​ຖາມ​ວ່າ “ເປັນ​ຫຍັງ​ລູກ​ຈຶ່ງ​ບໍ່​ຖືກ​ໂທດ​ຍ້ອນ​ຄວາມ​ຜິດ​ຂອງ​ພໍ່?” ກໍ​ຍ້ອນ​ລູກ​ຜູ້​ນັ້ນ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸຕິທຳ. ລາວ​ເຊື່ອຟັງ​ແລະ​ເຮັດ​ຕາມ​ກົດໝາຍ​ຂອງ​ເຮົາ. ຍ້ອນ​ແນວ​ນີ້ ລາວ​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ​ແນ່ນອນ.+ 20  ຜູ້​ໃດ​ທີ່​ເຮັດ​ຜິດ​ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ.+ ລູກ​ບໍ່​ຕ້ອງ​ຖືກ​ໂທດ​ຍ້ອນ​ຄວາມ​ຜິດ​ຂອງ​ພໍ່ ແລະ​ພໍ່​ກໍ​ບໍ່​ຕ້ອງ​ຖືກ​ໂທດ​ຍ້ອນ​ຄວາມ​ຜິດ​ຂອງ​ລູກ. ຄົນ​ດີ​ຈະ​ໄດ້​ຮັບ​ຜົນ​ດີ​ຈາກ​ການ​ເຮັດ​ດີ​ຂອງ​ໂຕເອງ ແລະ​ຄົນ​ຊົ່ວ​ຈະ​ຖືກ​ໂທດ​ຍ້ອນ​ຄວາມ​ຊົ່ວ​ຂອງ​ໂຕເອງ.+ 21  ແຕ່​ສົມມຸດ​ວ່າ​ຄົນ​ຊົ່ວ​ຄົນ​ໜຶ່ງ​ເຊົາ​ເຮັດ​ຜິດ​ທຸກ​ຢ່າງ​ທີ່​ລາວ​ເຄີຍ​ເຮັດ ແລ້ວ​ປ່ຽນ​ມາ​ເຮັດ​ຕາມ​ກົດໝາຍ​ຂອງ​ເຮົາ ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸຕິທຳ ລາວ​ກໍ​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ​ແນ່ນອນ. ລາວ​ຈະ​ບໍ່​ຕາຍ.+ 22  ເຮົາ​ຈະ​ບໍ່​ລົງໂທດ​ລາວ​ຍ້ອນ​ຄວາມ​ຜິດ​ທັງ​ໝົດ​ທີ່​ລາວ​ເຄີຍ​ເຮັດ.+ ລາວ​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ​ຍ້ອນ​ລາວ​ເຮັດ​ສິ່ງ​ທີ່​ຖືກຕ້ອງ.’+ 23  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຮົາ​ບໍ່​ດີໃຈ​ທີ່​ເຫັນ​ຄົນ​ຊົ່ວ​ຕາຍ+ ແຕ່​ເຮົາ​ຢາກ​ໃຫ້​ລາວ​ເຊົາ​ເຮັດ​ຊົ່ວ​ເພື່ອ​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ.’+ 24  ‘ຖ້າ​ຄົນ​ດີ​ເຊົາ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລ້ວ​ໄປ​ເຮັດ​ຊົ່ວ* ແລະ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຄື​ກັບ​ທີ່​ຄົນ​ຊົ່ວ​ເຮັດ ລາວ​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ​ບໍ? ລາວ​ຈະ​ຕາຍ​ຍ້ອນ​ບໍ່​ເຊື່ອຟັງ​ເຮົາ​ແລະ​ຍ້ອນ​ເຮັດ​ຜິດ+ ແລ້ວ​ຈະ​ບໍ່​ມີ​ໃຜ​ຈື່​ສິ່ງ​ດີ​ໆ​ທີ່​ລາວ​ເຄີຍ​ເຮັດ.+ 25  ແຕ່​ພວກ​ເຈົ້າ​ຈະ​ເວົ້າ​ວ່າ “ແນວ​ທາງ​ຂອງ​ພະ​ເຢໂຫວາ​ບໍ່​ຍຸຕິທຳ.”+ ຊາດ​ອິດສະຣາເອນ​ເອີ້ຍ ຂໍ​ໃຫ້​ຟັງ​ເດີ້. ແນວ​ທາງ​ຂອງ​ເຮົາ​ບໍ່​ຍຸຕິທຳ​ບໍ?+ ບໍ່​ແມ່ນ​ແນວ​ທາງ​ຂອງ​ພວກເຈົ້າ​ບໍ​ທີ່​ບໍ່​ຍຸຕິທຳ?+ 26  ຖ້າ​ຄົນ​ດີ​ເຊົາ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລ້ວ​ໄປ​ເຮັດ​ຊົ່ວ ລາວ​ຈະ​ຕາຍ​ຍ້ອນ​ເຮັດ​ແບບ​ນັ້ນ. ລາວ​ຈະ​ຕາຍ​ຍ້ອນ​ຄວາມ​ຜິດ​ຂອງ​ໂຕເອງ. 27  ແຕ່​ຖ້າ​ຄົນ​ຊົ່ວ​ເຊົາ​ເຮັດ​ຜິດ​ແບບ​ທີ່​ລາວ​ເຄີຍ​ເຮັດ ແລ້ວ​ປ່ຽນ​ມາ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸຕິທຳ ລາວ​ຈະ​ປົກປ້ອງ​ຊີວິດ​ຂອງ​ໂຕເອງ​ໄວ້​ໄດ້.+ 28  ຖ້າ​ລາວ​ສຳນຶກ​ໄດ້​ວ່າ​ລາວ​ເຮັດ​ຜິດ​ຫຼາຍ​ຢ່າງ ແລ້ວ​ເຊົາ​ເຮັດ​ສິ່ງ​ເຫຼົ່າ​ນັ້ນ. ລາວ​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ​ແນ່ນອນ. ລາວ​ຈະ​ບໍ່​ຕາຍ. 29  ແຕ່​ຊາດ​ອິດສະຣາເອນ​ຈະ​ເວົ້າ​ວ່າ “ແນວ​ທາງ​ຂອງ​ພະ​ເຢໂຫວາ​ບໍ່​ຍຸຕິທຳ.” ຊາດ​ອິດສະຣາເອນ​ເອີ້ຍ ແນວ​ທາງ​ຂອງ​ເຮົາ​ບໍ່​ຍຸຕິທຳ​ບໍ?+ ບໍ່​ແມ່ນ​ແນວ​ທາງ​ຂອງ​ພວກ​ເຈົ້າ​ບໍ​ທີ່​ບໍ່​ຍຸຕິທຳ?’ 30  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງສຸດ​ເວົ້າ​ວ່າ ‘ຊາດ​ອິດສະຣາເອນ​ເອີ້ຍ ເຮົາ​ຈະ​ຕັດສິນ​ພວກ​ເຈົ້າ​ຕາມ​ການ​ກະທຳ​ຂອງ​ແຕ່​ລະ​ຄົນ.+ ເຊົາ​ສະ. ໃຫ້​ພວກ​ເຈົ້າ​ເຊົາ​ເຮັດ​ຜິດ​ທຸກ​ຢ່າງ​ເພື່ອ​ພວກ​ເຈົ້າ​ຈະ​ບໍ່​ເຮັດ​ຜິດ​ແລະ​ຖືກ​ໂທດ​ຍ້ອນ​ສິ່ງ​ເຫຼົ່າ​ນີ້. 31  ຊາດ​ອິດສະຣາເອນ​ເອີ້ຍ ໃຫ້​ພວກ​ເຈົ້າ​ເຊົາ​ເຮັດ​ຜິດ​ທຸກ​ຢ່າງ+​ແລະ​ປ່ຽນ​ຄວາມຄິດ​ຈິດ​ໃຈ​ໃໝ່+​ເພື່ອ​ພວກເຈົ້າ​ຈະ​ບໍ່​ຕາຍ.’+ 32  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຮົາ​ບໍ່​ດີໃຈ​ທີ່​ເຫັນ​ຜູ້​ໃດ​ຜູ້​ໜຶ່ງ​ຕາຍ.+ ດັ່ງນັ້ນ ໃຫ້​ເຊົາ​ເຮັດ​ຊົ່ວ​ເພື່ອ​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ.’”+

ຂໍຄວາມໄຂເງື່ອນ

ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ກ່ຽວ​ຂ້ອງ​ກັບ​ຄຳ​ວ່າ “ຂີ້​ສັດ” ແລະ​ໃຊ້​ໃນ​ລັກສະນະ​ດູຖູກ
ຫຼື “ເຮັດ​ສິ່ງ​ທີ່​ບໍ່​ຍຸຕິທຳ”