ເອເຊກຽນ 19:1-14
-
ເພງໄວ້ອາໄລກ່ຽວກັບພວກຫົວໜ້າຂອງອິດສະຣາເອນ (1-14)
19 “ເຈົ້າຕ້ອງຮ້ອງເພງໄວ້ອາໄລກ່ຽວກັບພວກຫົວໜ້າຂອງອິດສະຣາເອນ.
2 ໃຫ້ຮ້ອງວ່າ:‘ແມ່ຂອງເຈົ້າເປັນຄືກັບສິງໂຕແມ່ທີ່ຢູ່ນຳຝູງສິງ.
ມັນນອນຢູ່ທ່າມກາງໂຕສິງທີ່ແຂງແຮງແລະລ້ຽງລູກຂອງມັນ.
3 ມັນລ້ຽງລູກໂຕໜຶ່ງຈົນໃຫຍ່ເປັນໂຕສິງທີ່ແຂງແຮງ.+
ສິງໂຕນີ້ຮຽນວິທີຈີກເຫຍື່ອແລະມັນກໍກິນຄົນນຳ.
4 ຊາດຕ່າງໆໄດ້ຍິນເລື່ອງຂອງມັນແລະເຮັດກັບດັກ*ຈັບມັນ.ເຂົາເຈົ້າເອົາຂໍເກາະເກາະດັງມັນແລະພາໄປເອຢິບ.+
5 ແມ່ຂອງມັນລໍຖ້າແລະເຫັນວ່າບໍ່ມີຫວັງທີ່ລູກຈະກັບມາ.
ແມ່ສິງຈຶ່ງສອນລູກອີກໂຕໜຶ່ງໃຫ້ເປັນສິງທີ່ແຂງແຮງ.
6 ສິງນ້ອຍໂຕນີ້ຢູ່ນຳຝູງສິງແລະມັນກໍໃຫຍ່ຂຶ້ນເປັນໂຕສິງທີ່ແຂງແຮງ.
ມັນຮຽນວິທີຈີກເຫຍື່ອແລະມັນກໍກິນຄົນນຳ.+
7 ມັນຍ່າງຊອກຫາເຫຍື່ອຢູ່ຕາມປ້ອມແລະທຳລາຍເມືອງຕ່າງໆ.ສຽງແຜດຮ້ອງຂອງມັນດັງໄປທົ່ວແຜ່ນດິນທີ່ຮ້າງເປົ່ານັ້ນ.+
8 ຊາດຕ່າງໆທີ່ຢູ່ອ້ອມຂ້າງຈຶ່ງໂຍນຕານ່າງສຳລັບລ່າສັດງວມມັນແລະມັນກໍຖືກຈັບໄດ້ຢູ່ຂຸມທີ່ເຂົາເຈົ້າຂຸດໄວ້.
9 ເຂົາເຈົ້າເອົາຂໍເກາະເກາະດັງມັນແລະລາກໄປໃສ່ກົງ ແລ້ວເອົາໄປໃຫ້ກະສັດບາບີໂລນ.
ເຂົາເຈົ້າຂັງມັນໄວ້ຢູ່ຫັ້ນເພື່ອມັນຈະບໍ່ແຜດສຽງຢູ່ພູຕ່າງໆໃນອິດສະຣາເອນອີກຕໍ່ໄປ.
10 ແມ່ຂອງເຈົ້າເປັນຄືກັບຕົ້ນໝາກລະແຊັງ*+ທີ່ປູກຢູ່ແຄມນ້ຳ.
ມັນເປັນໝາກແລະແຕກກິ່ງບັກຫຼາຍໆຍ້ອນມີນ້ຳຫຼາຍ.
11 ມັນມີງ່າທີ່ແຂງແຮງເຊິ່ງເໝາະທີ່ຈະເອົາໄປເຮັດຄ້ອນຂອງພວກຜູ້ປົກຄອງ.
ມັນໃຫຍ່ແລະສູງກວ່າຕົ້ນໄມ້ອື່ນໆ.ຄົນເຫັນມັນໄດ້ງ່າຍຍ້ອນມັນສູງແລະມີໃບດົກ.
12 ແຕ່ໃນທີ່ສຸດ ມັນກໍຖືກຫຼົກ+ແລະຖືກຖິ້ມລົງພື້ນດ້ວຍຄວາມໃຈຮ້າຍຫຼາຍ.ແລ້ວລົມຈາກທິດຕາເວັນອອກໄດ້ເຮັດໃຫ້ໝາກຂອງມັນຫ່ຽວ.+
ງ່າທີ່ແຂງແຮງຂອງມັນຖືກຫັກອອກແລະເມື່ອແຫ້ງແລ້ວກໍຖືກຈູດ.+
13 ຕອນນີ້ ມັນຖືກປູກໄວ້ຢູ່ບ່ອນກັນດານໃນແຜ່ນດິນທີ່ບໍ່ມີນ້ຳແລະແຫ້ງແລ້ງ.+
14 ໄຟໄໝ້ງ່າຂອງມັນ ແລ້ວລາມໄປຮອດກິ່ງແລະຮອດໝາກຂອງມັນນຳ.ແມ່ນແຕ່ງ່າທີ່ແຂງແຮງກໍບໍ່ເຫຼືອເລີຍ. ຍ້ອນແນວນີ້ຈຶ່ງບໍ່ມີຄ້ອນສຳລັບຜູ້ປົກຄອງ.+
ນີ້ແມ່ນເພງໄວ້ອາໄລເຊິ່ງເປັນເພງທີ່ຫຼາຍຄົນຈະຮູ້ຈັກ.’”